ຕົວ​ເລກ ເສດ​ຖະ​ກິດ - ສັງ​ຄົມ 5 ເດືອນ​ຕົ້ນ​ປີ 2026 ສະ​ແດງ​ໃຫ້​ເຫັນ​ວ່າ ເສດ​ຖະ​ກິດ ຫວຽດ​ນາມ ມີ​ເຄື່ອນ​ເໜັງ​ໄວ, ແຕ່​ວ່າ​ບໍ່​ໝາຍ​ຄວາມ​ວ່າ ພື້ນ​ຖານເສດຖະກິດ​ມີ​ຄວາມ​ທົນ​ທານ​ຢ່າງ​ພຽງ​ພໍ.

“ມອບ​ເໝົາ” ເພື່ອ​ຊຸກ​ຍູ້​ການ​ເຕີບ​ໂຕ

​5 ເດືອນ​ຕົ້ນ​ປີ 2026, ຕາມ​ບົດ​ລາຍ​ງານ​ຂອງ​ກະ​ຊວງ​ການ​ເງິນ ຫວຽດນາມ ຢູ່ກອງ​ປະ​ຊຸມ​ລັດ​ຖະ​ບານ​ນັດ​ສາ​ມັນ ​ເດືອນ​ພຶດ​ສະ​ພາ (3 ມິ​ຖຸ​ນາ), ໃນ​ພາບ​ການ​ຄາດ​ຄະ​ເນ​ການ​ເຕີບ​ໂຕ GRDP ຂອງ​ບັນ​ດາ​ທ້ອງ​ຖິ່ນ, ມີ​ບັນ​ດາ​ທ້ອງ​ຖິ່ນ​ບັນ​ລຸ​ລະ​ດັບ​ການ​ເຕີບ​ໂຕ​ທີ່​ຕັ້ງ​ໜ້າ. ຫ໋າຍ​ຝ່ອງ ​ແມ່ນ​ຕົວ​ຢ່າງ​ໜຶ່ງ. ຕາມ​ການ​ຄາດ​ຄະ​ເນ​ແລ້ວ, ການ​ເຕີບ​ໂຕ GRDP ໄຕ​ມາດ II/2026 ຂອງ​ນະ​ຄອນ​ທ່າ​ກຳ​ປັ່ນ​ແມ່ນ 13,47% ສູງ​ທີ່​ສຸດ​ໃນ​ທົ່ວ​ປະ​ເທດ. 6 ເດືອນຕົ້ນປີ​ແມ່ນ 12,42%, ທັງ​ປີ​ແມ່ນ 13,09%, ບັນ​ລຸ​ເປົ້າ​ໝາຍທີ່ວາງ​ອອກ 13%.​

ກຸ່ມ​ບັນ​ດາ​ທ້ອງ​ຖິ່ນຕ້ອງ​​ສືບ​ຕໍ່​ຮັກ​ສາ​ທ່າ​ເຕີບ​ໂຕລວມມີ ຝູເທາະ, ນິງ​ບິ່ງ, ທ້າຍງວຽນ​ ຮ່າ​ຕິ້ງ.

ເຖິ​ງ​ຢ່າງ​ໃດ​ກໍ​ຕາມ, ຕາມ​ກະ​ຊວງ​ການ​ເງິນ​ແລ້ວ, ບົນ​ພື້ນ​ຖານ​ການ​ເຕີບ​ໂຕ 5 ເດືອນ​ຕົ້ນ​ປີ, ມີ​ທ້ອງ​ຖິ່ນ​ຈຳ​ນວນ​ໜຶ່ງ​ຄາດ​ຄະ​ເນ​ວ່າ​ຈະ​ມີ​ການ​ເຕີບ​ໂຕ​ຕ່ຳ​ກວ່າ​ເປົ້າ​ໝາຍ​ທັງ​ປີ, ໃນ​ນັ້ນ​ມີ​ບັນ​ດາ​ທ້ອງ​ຖິ່ນ​ໃຫຍ່​ຄື: ນະ​ຄອນ​ໂຮ່​ຈີ​ມິນ, ຮ່າ​ໂນ້ຍ, ບັກ​ນິງ, ກວ໋າງ​ນິງ. ສິ່ງ​ນີ້​ຈະ​ສົ່ງຜົນ​ສະ​ທ້ອນ​ເຖິງ​ເປົ້າ​ໝາຍ​ການ​ເຕີບ​ໂຕ 2 ຕົວ​ເລກ​ຂອງ​ທັງ​ປີໃນທົ່ວປະເທດ. ໄລ​ຍະ​ຫ່າງ​ລະ​ຫວ່າງ​ການ​ເຕີບ​ໂຕທີ່​ບັນ​ລຸ​ໄດ້​ໃນ​ຕົວ​ຈິງ ແລະ ຄາດ​ໝາຍ​ທີ່ໄດ້ວາ​ງ​ອອກ​ແມ່ນ​ຫຼາຍ​ພໍ​ສົມ​ຄວນ, ເຊິ່ງຮຽກ​ຮ້ອງ​ຕ້ອງ​ການ​ມີຄວາມ​ມາ​ນະ​ພະ​ຍາ​ຍາມ​ຫຼາຍ​ທີ່​ສຸດ​ໃນ 6 ເດືອນ​ທ້າຍ​ປີ​ເພື່ອ​ບັນ​ລຸ​ໄດ້​ເປົ້າ​ໝາຍທີ່ໄດ້​ວາງ​ອອກ. ກ່ຽວ​ກັບ​ການ​ເຕີບ​ໂຕ​ຂອງ ຮ່າໂນ້ຍ, ທ່ານ ໂງວັນ​ຕວັນ ລັດ​ຖະ​ມົນ​ຕີ​ກະ​ຊວງ​ກາ​ນ​ເງິນ ຫວຽດນາມ ຖື​ວ່າ:

“ການ​ເຕີບ​ໂຕ​ຂອງ​ ຮ່າ​ໂນ້ຍ​ ແມ່ນ​ສຳ​ຄັນ​ທີ່​ສຸດ. ການ​ເຕີບ​ໂຕ​ຢູ່ ​ຮ່າ​ໂນ້ຍ 1% ຈະ​ປະ​ກອບ​ສ່ວນເຂົ້າໃນການ​ເຕີ​ບ​ໂຕ​ຂອງທົ່ວ​ປະ​ເທດ 0,13%. ຮ່າ​ໂນ້ຍ​ມີ ​ການ​ເຕີບ​ໂຕ​ພຽງ​ແຕ່ 8,2% ເຮັດ​ໃຫ້​ການ​ເຕີບ​ໂຕ​ຂອງ​ປະ​ເທດຫຼຸດ​ລົງ 0,4%. ໂຄງ​ປະ​ກອບ​ເສດ​ຖະ​ກິດ​ຂອງ ຮ່າ​ໂນ້ຍ​ ສຳ​ຄັນ​ທີ່​ສຸດ​ແມ່ນ​ການ​ຄ້າ, ການ​ບໍ​ລິ​ການກວ​ມ​ເອົາເຖິງ 70% ໂຄງ​ປະ​ກອບ​ການ​ເຕີບ​ໂຕ. ລະ​ດັບ​ການ​ເຕີບ​ໂຕ​ນີ້​ພາຍຫຼັງ 6 ເດືອນ​ຕ່ຳ, ບັນ​ລຸ​ພຽງ​ແຕ່ 8,1% ຕ່ຳ​ກວ່າ​ເປົ້າ​ໝາຍ​ທີ່ວາງອອກ​ແມ່ນ 3,5%, ການ​ສົ່ງ​ອອກ​ຂອງ ຮ່າ​ໂນ້ຍ​ ບັນ​ລຸ​ພຽງ​ແຕ່ 4,2%. ເພື່ອ​ໃຫ້​​ບັນ​ລຸ​ການ​ເຕີບ​ໂຕໄດ້​ນັ້ນ ໃນ​ໄຕ​ມາດ​ທີ III, ຮ່າ​ໂນ້ຍ ​ຕ້ອງ​ບັນລຸລະດັບ​ເຕີບ​ໂຕ​ເກືອບ 11,83% ແລະ ໄຕ​ມາດ​ທີ 4 13,19%. ນີ້​ແມ່ນ​ຕົວ​ເລກ​ທີ່​​ໃຫຍ່​ທີ່​ສຸດ”.

ໃນ​ສະ​ພາບ​ການ​ນັ້ນ, ກະ​ຊວງ​ການ​ເງິນ ພວມ​ຮີບ​ດ່ວນ​ສ້າງ​ແຜນ​ການ​ປະ​ຕິ​ບັດ​ການມອບ​ຄາດ​ໝາຍ​ດັດ​ຊະ​ນີ​ພັດ​ທະ​ນາເສດ​ຖະ​ກິດ - ສັງ​ຄົມ​ໃຫ້​ແກ່ກ​ະ​ຊວງ, ຂະ​ແໜງ​ການ, ທ້ອງ​ຖິ່ນ ແລະ ທັງ​ກຸ່ມ​ບໍ​ລິ​ສັດ, ລັດ​ວິ​ສາ​ຫະ​ກິດ​ໃຫຍ່. ກະ​ຊວງ​ໄດ້​ສຳຫຼວດກວດ​ຄືນ, ຄາດ​ຄະເນ 34 ດັດ​ຊະ​ນີ​ຂອງ​ທ້ອງ​ຖິ່ນ​ໃນ​ໄລ​ຍະ 2026 – 2030 ແລະ ປີ 2026. ໃນ​ນັ້ນ, ມີ​ດັດ​ຊະ​ນີ​ຈຳ​ນວນ​ໜຶ່ງໄດ້ມີຄວາມຈະ​ແຈ້ງ ​ກ່ຽວ​ກັບ​ວິ​ທີ​ການ​ກຳ​ນົດ, ອາດ​ມອບການ​ກຳ​ນົດ​ໃນ​ທັນ​ທີ, ຄື: ການ​ເຕີບ​ໂຕ GRDP ສະ​ເລ່ຍ/ປີ, ການ​ເຕີບ​ໂຕເຂດ​ກະ​ສິ​ກຳ, ເຄື່ອງປ່າ​ຂອງດົງ​ ແລະ ສິນ​ໃນ​ນ້ຳ, ເຂດ​ອຸດ​ສາ​ຫະ​ກຳ ແລະ ກໍ່​ສ້າງ, ການ​ບໍ​ລິ​ການ… ດັ່ງ​ນັ້ນ, ບໍ່​ພຽງ​ແຕ່​ແມ່ນ​ການ​ເຕີບ​ໂຕ GRDP ເທົ່າ​ນັ້ນ, ຫາກ​ຍັງ​ມີຫຼາຍ​ດັດ​ຊະ​ນີ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ - ​ສັງ​ຄົມ​ອື່ນໆ​ກໍ່​ຈະໄດ້​ມອບ​ໝາຍ​ໃຫ້​ແກ່​ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ, ທ້ອ​ງ​ຖິ່ນ.

ບັນ​ດາ​ທ້ອງ​ຖິ່ນ​ນຳ​ໜ້າ​ຕ້ອງ​ມາ​ນະ​ພະ​ຍາ​ຍາມ​ຢ່າງໃຫຍ່​ຫຼວງທີ່​ສຸດ

​ເພື່ອ​ຊຸກ​ຍູ້​ການ​ເຕີບ​ໂຕ, ບັນ​ດາ​ທ້ອ​ງ​ຖິ່ນ​ມີ​ບົດ​ບາດ​ຈຸດ​ສຸມ​ຕ້ອງ​ “ແບກ​ຫາບ” ການ​ເຕີບ​ໂຕ​ໃຫ້​ແກ່​ພື້​ນ​ຖານ​ເສດ​ຖະ​ກິດ. ການຄິດ​ໄລ່ໂດຍ​ພື້ນ​ຖາ​ນ​ໃຫ້​ເຫັນ​ວ່າ ນະ​ຄອນ​ໂຮ່​ຈີ​ມິນ ຕ້ອງບວກ​ຕື່ມ 1,7% , ຮ່າ​ໂນ້ຍ​ 2,75%, ບັກ​ນິງ 1,1 %... ນີ້​ແມ່ນ​ໜ້າ​ທີ່ອັນ​ໜັກ​ໜ່ວ​ງ, ຮຽກ​ຮ້ອງ​ຕ້ອງ​ມີ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ບໍ​ລິ​ຫານ ແລະ ບັນ​ດາແຜນການເຄື່ອນໄຫວບຸກ​ທະ​ລຸ​ຂອງ​ທ້ອງ​ຖິ່ນ. ອາ​ທິດ​ຜ່ານ​ມາ, ທ່ານ ເລ​ມິງ​ຮຶງ ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດນາມ ໄດ້​ມີ​ການ​ເຮັດ​ວຽກ​ເປັນ​ສອງ​ຄັ້ງ​ກັບ​ບັນ​ດາ​ການ​ນຳ ​ນ​ະ​ຄອນ​ຮ່າ​ໂນ້ຍ ແລະ ນະ​ຄອນ​ໂຮ່​ຈີ​ມິນ. ທີ່​ການ​ເຮັດ​ວຽກ​ກັບ​ການ​ນຳ​ ນະ​ຄອນ​ຮ່າ​ໂນ້ຍ (11 ມິ​ຖຸ​ນາ), ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ສະ​ເໜີ​ວ່າ:

“ສຸມ​ໃສ່​ບັນ​ດາ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຢ່າງ​ສູງ​ທີ່​ສຸດ​ເພື່ອ​ຜັນ​ຂະ​ຫຍາຍ​ກົດ​ໝາຍ​ວ່າ​ດ້ວຍ​ນະ​ຄອນຫຼວງ, ອອກ​ແບບ​ຂໍ້​ສະ​ເໜີ​ບັນ​ດາ​ກົ​ນ​ໄກ, ນະ​ໂຍ​ບາຍ​ຢ່າງ​ແຮງ, ບຸກ​ທະ​ລຸ​ທີ່​ໄດ້​ຮັບ​ການ​ອະ​ນຸ​ຍາດ​ໃນ​ກົດໝາຍ​ວ່າ​ດ້ວຍ​ນະ​ຄອນຫຼວງ​ ເພື່ອ​ສ້າງ​ລະ​ບອບ​ລະ​ບຽບ​ການ​ລຸ​ລ່ວງ. ບັນ​ຫາ​ທີ​ສອງ​ແມ່ນ ຕ້ອງ​ສຸມ​ໃສ່​ຍູ້​ແຮງ​ການ​ເຊື່ອມ​ຈອດ​ພັດ​ທະ​ນາ​ເຂດລະ​ຫວ່າງ ຮ່າ​ໂນ້ຍ ກັບ​ບັນ​ດາ​ທ້ອງ​ຖິ່ນ​ໃນ​​ເຂດ​ນະ​ຄອນຫຼວງ, ເຂດ​ທົ່ງ​ພຽງ​ແມ່​ນ້ຳແດງ, ພິ​ເສດ​ແມ່ນ​ເຊື່ອມ​​ຈອດກ່ຽວ​ກັບ​ພື້​ນ​ຖານ​ໂຄງ​ລ່າງ, ກ່ຽວ​ກັບ​ການ​ຄຸ້ມ​ຄອງ​ສິ່ງ​ແວດ​ລ້ອມ, ແຫຼ່ງ​ນ້ຳ, ການ​ເຊື່ອມ​ຈອດກ່ຽວ​ກັ​ບ​ລະ​ບົບ​ການ​ຜະ​ລິດ, ຕອບ​ສະ​ໜອງ​ຜະ​ລິດ​ຕະ​ພັນ​ການ​ບໍ​ລິ​ການ, ສຸມ​ໃສ່​ຢູ່​ລະ​ດັບ​ສູ​ງ​ສຸດ, ຕັດ​ສິນ​ໃຈ​ມາ​ນະ​ພະ​ຍາ​ຍາມ​ສູງ​ທີ່​ສຸດ​ເພື່ອ​ສູ້​ຊົນ​ບັນ​ລຸ​ໄດ້​ການ​ເຕີບ​ໂຕ​ຢູ່​ລະ​ດັບ 11% ແລະ ອາດຈະ​ແມ່ນຕ້ອງ​ສູງ​ກ່​ວາ​ອີກ”.

ສຳລັບ​ນະ​ຄອນ​ໂຮ່​ຈີ​ມິນ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເນັ້ນ​ໜັກ​ວ່າ ການ​ປະ​ຕິ​ບັດ​ເປົ້າ​ໝາຍ​ການ​ເຕີບ​ໂຕ​ບັນ​ລຸ​ລະ​ດັບ 2 ຕົວ​ເລກ​ຂອງ​ທັງ​ປະ​ເທດ ແມ່ນ​ອີງໃສ່​ການ​ເຕີບ​ໂຕ​ຂອງ​ນະ​ຄອນຫຼາຍທີ່ສຸດ.

“ທາງ​ນະ​ຄອນ​ຕ້ອງມອບ​ໜ້າ​ທີ່​ໃຫ້​ບັນ​ດາ​ພະ​ແນກ, ຂະ​ແໜງ​ການ, ບັນ​ດາ​ທ້ອງ​ຖິ່ນ ແລະ ພິ​ເສດ​ແມ່ນ​ວິ​ສາ​ຫະ​ກິດ​ເຄື່ອນ​ໄຫວ​ໃນ​ບໍ​ລິ​ເວນ. ບັນ​ດາ​ກຸ່ມ​ໜ້າ​ທີ່​ລະ​ອຽດ​ທີ່​ສຸດ​ໃນ​ບັນ​ດາ​ຂົງ​ເຂດ​ກ່ຽວ​ກັບ​ອຸດ​ສາ​ຫະ​ກຳ, ກໍ່​ສ້າງ​ການ​ຄ້າ, ການ​ບໍ​ລິ​ການ, ກະ​ສິ​ກຳ, ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຢີ, ບັນ​ດາ​ໂຄງ​ການ​ລົງ​ທຶນ​ຈຸດ​ສຸມ. ຂ້າ​ພະ​ເຈົ້າ​ສະ​ເໜີໃຫ້​ສຳຫຼວດກວດ​ຄືນ​ບັນ​ດາ​ແຜນການ ແລະ ຄວາມຈຳ​ເປັນ​ກ່ຽວ​ກັບ​ການ​ປັບ​ປຸງ​ກໍແຜນການ​ຢ່າງ​ລະ​ອຽດ, ມີ​ການມອບ​ໝາຍ​ໜ້າ​ທີ່​ຢ່າງ​ລະ​ອຽດ​ເພື່ອ​ຊີ້​ນຳ​ແຕ່​ລະ​ເນື້ອ​ໃນ​ຢ່າງ​ລະ​ອຽດ, ແກ້​ໄຂ​ບັນ​ດາ​ບັນ​ຫາ​ທີ່ເກີດ​ຂຶ້ນ​ໃໝ່, ຂໍ້​ຕິດ​ຂັດ​ຢ່າງ​ທັນ​ການ”.

ເພື່ອ​ໃຫ້​ພື້ນ​ຖານ​ເສດ​ຖະ​ກິດ​ອາດ​ສາ​ມາດ​ບັນ​ລຸ​ໄດ້​ເປົ້າ​ໝາຍ​ການ​ເຕີບ​ໂຕ GDP ຢູ່​ລະ​ດັບ​ແຕ່ 10% ຂຶ້ນໄປໃນ​ປີນີ້, ຕ້ອງ​ມີ​ຄວາມ​ຕັດ​ສິນ​ໃຈ, ຄວາມມາ​ນະ​ພະ​ຍາ​ຍາມ​ຂອງ​ທົ່ວ​ລະ​ບົບ​ການ​ເມືອງ. ໃນ​ນັ້ນ, ຄວາມ​ມາ​ນະ​ພະ​ຍາ​ຍາມ​ຂອງ​ບັນ​ດາ​ທ້ອງ​ຖິ່ນ​ແມ່ນ​ສຳ​ຄັນ​ທີ່​ສຸດ.