ຫວຽດນາມ ມີຝັ່ງທະເລຍາວກວ່າ 3.260 ກມ ແລະ ນອນຢູ່ໜຶ່ງໃນບັນດາເສັ້ນທາງທະເລທີ່ສຳຄັນຂອງໂລກ. ໃນສະພາບທີ່ມະຫາສະໝຸດພວມກາຍເປັນກຳລັງໜູນຂອງການເຕີບໂຈໃຫມ່ ແລະ ແມ່ນເຂດແກ່ງແຍ່ງຍຸດທະສາດນັ້ນ, ມະຕິຂອງກອງປະຊຸມໃຫຍ່ຄັ້ງທີ 3 ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຊຸດທີ 14 ກ່ຽວກັບ “ການກໍ່ສ້າງ ແລະ ພັດທະນາ ຫວຽດນາມ ໃຫ້ກາຍເປັນປະເທດເຂັ້ມແຂວງດ້ານທະເລ” ສະແດງໃຫ້ເຫັນການຫັນປ່ຽນໃນຈິນຕະນາການພັດທະນາ, ເມື່ອທະເລໄດ້ຮັບການຮັບຮູ້ວ່າບໍ່ພຽງແຕ່ແມ່ນແຫຼ່ງຊັບພະຍາກອນເທົ່ານັ້ນ ຫາກຍັງແມ່ນເຂດຍຸດທະສາດຂອງຊາດອີກດ້ວຍ.
ທະເລໄດ້ຮັບກຳນົດວ່າ ບໍ່ພຽງແຕ່ແມ່ນແຫຼ່ງຊັບພະຍາກອນເທົ່ານັ້ນ, ຫາກຍັງແມ່ນເຂດຄົງຕົວ, ພັດທະນາ ແລະ ປົກປັກຮັກສາປະເທດຊາດ; ແມ່ນແຫ່ງເຕົ້າໂຮມຂອງການເຕີບໂຕເສດຖະກິດ, ນະວັດຕະກຳ, ຮັບປະກັນການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະ ເປີດກວ້າງການຮ່ວມມືກັບສາກົນອີກດ້ວຍ.
ບາດກ້າວຫັນປ່ຽນຈິນຕະນາການເພື່ອເປີດເຂດພັດທະນາໃໝ່
ຈຸດພົ້ນເດັນຂອງມະຕິແມ່ນການຫັນປ່ຽນຈາກຈິນຕະນາການພັດທະນາເສດຖະກິດທະເລ ໄປສູ່ຈິນຕະນາການກໍ່ສ້າງປະເທດທະເລ. ຖ້າມະຕິສູນກາງເລກທີ 36 ລົງປີ 2018 ໄດ້ວາງຈຸດສຸມເຂົ້າໃນການພັດທະນາບັນດາຂະແໜງເສດຖະກິດທະເລແບບຍືນຍົງນັ້ນ, ມະຕິສະບັບໃໝ່ໄດ້ເປີດກວ້າງວິທີເຂົ້າເຖິງຢູ່ລະດັບຍຸດທະສາດແຫ່ງຊາດ. ທ່ານ ໂຕເລິມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ຫວຽດນາມ ຊີ້ແຈ້ງວ່າ:
“ມະຕິສະບັບໃໝ່ບໍ່ພຽງແຕ່ຕອບຄຳຖາມທີ່ວ່າການພັດທະນາບັນດາຂະແໜງເສດຖະກິດທະເລແມ່ນຄືແນວໃດເທົ່ານັ້ນ, ຫາກຕ້ອງຕອບໃຫ້ໄດ້ຄຳຖາມໃຫຍ່ກວ່າ ນັ້ນແມ່ນ ຫວຽດນາມ ຈະຂຸດຄົ້ນ ແລະ ບໍລິຫານເຂດທະເລທັງໝົດຂອງຊາດຄືແນວໃດ ເພື່ອຮັບໃຊ້ໃຫ້ແກ່ເປົ້າໝາຍພັດທະນາປະເທດຊາດໃນບັນດາທົດສະວັດຈະມາເຖິງ. ທຸກການວາງແຜນຍຸດທະສາດ, ໂຄງການພັດທະນາທະເລລ້ວນແຕ່ຕ້ອງຮັບໃຊ້ການປົກປັກຮັກສາອະທິປະໄຕ, ອຳນາດອະທິປະໄຕ, ສິດຕັດສິນຂອງຊາດ, ຮັກສາສະພາບແວດລ້ອມສັນຕິພາບ, ສະຖຽນລະພາບ, ຍົກສູງກຳລັງປ້ອງກັນຕົວ ແລະ ປົກປ້ອງຜົນປະໂຫຍດແຫ່ງຊາດທາງທະເລ. ແຕ່ລະກິດຈະກຳເສດຖະກິດຢູ່ທະເລ ລ້ວນແຕ່ຕ້ອງປະກອບສ່ວນເພີ່ມທະວີກຳລັງບົມຊ້ອນປົກປັກຮັກສາປະເທດຊາດ”.
ສິ່ງທີ່ໜ້າສົນໃຈນັ້ນແມ່ນ ມະຕິບໍ່ພຽງແຕ່ວາງອອກເປົ້າໝາຍພັດທະນາບັນດາຂະແໜງເສດຖະກິດທະເລເທົ່ານັ້ນ, ຫາກຍັງຮຽກຮ້ອງສ້າງຄວາມສາມາດບໍລິຫານໃຫ້ທັງເຂດທະເລແຫ່ງຊາດ. ທ່ານຮອງສາດສະດາຈານ, ປອ ວໍຊິຕວັນ, ຮອງປະທານສະມາຄົມລ້ຽງປູກສິນໃນນ້ຳ ຫວຽດນາມ, ອະດີດຫົວໜ້າສະຖາບັນມະຫາສະໝຸດສາດ, ຖືວ່າ:
“ມະຕິໄດ້ເຕື້ອງເຖິງຫຼາຍບັນຫາເພື່ອພັດທະນາປະເທດໜຶ່ງໃຫ້ມີຄວາມເຂັ້ມແຂວງດ້ານທະເລ, ໃນນັ້ນມີນິຍາມເຊິ່ງຂ້າພະເຈົ້າຖືວ່າທັງກວ້າງໃຫຍ່ ແລະ ກວມລວມ, ນັ້ນແມ່ນທັດສະນະກ່ຽວກັບການບໍລິຫານສັງລວມ ແລະ ເຊື່ອມຕໍ່ເຂດທະເລ. ທະເລ ແລະ ມະຫາສະໝຸດຕ້ອງແມ່ນເຂດລວມ, ບັນດາຂະແໜງການຕ້ອງສົມທົບກັນເພື່ອບັນລຸຜົນປະໂຫຍດສູງສຸດ, ບໍ່ພຽງແຕ່ຂອງຂະແໜງຕົນຮັບຜິດຊອບເທົ່ານັ້ນ ຫາກແມ່ນຜົນປະໂຫຍດລວມຂອງທົ່ວສັງຄົມ. ເຂດທະເລສາມາດນ້ຳໃຊ້ດ້ວຍຫຼາຍຈຸດປະສົງທີ່ແຕກຕ່າງກັນໄດ້, ອີງຕາມຈຸດພິເສດດ້ານເສດຖະກິດສັງຄົມ ແລະ ຊີວະພາບ”.
ນີ້ກໍ່ແມ່ນທ່າອ່ຽງເຊິ່ງຫຼາຍປະເທດທະເລບັນລຸຜົນສຳເລັດໃນໂລກ, ຄື: ໂຮນລັງ, ນອກແວ, ສິງກະໂປ ຫຼື ສ.ເກົາຫຼີ ໄດ້ຄັດເລືອກ. ຜົນສຳເລັດຂອງບັນດາປະເທດດັ່ງກ່າວບໍ່ພຽງແຕ່ມາຈາກການກຳມະສິດຊັບພະຍາກອນຫຼາຍກວ່າເທົ່ານັ້ນ, ຫາກມາຈາກຄວາມສາມາດບໍລິຫານທັນສະໄໝ, ການນຳໃຊ້ວິທະຍາສາດເຕັກໂນໂລຊີ ແລະ ການພັດທະນາບັນດາຂະແໜງເສດຖະກິດທະເລມີມູນຄ່າເພີ່ມສູງອີກດ້ວຍ.
ສຳລັບ ຫວຽດນາມ, ວິທີເຂົ້າເຖິງນີ້ໄດ້ເປີດກຳລັງບົ່ມຊ້ອນພັດທະນາໃໝ່. ບັນດາສູນທ່າກຳປັ່ນສາກົນ, ເຂດການຄ້າເສລີ, ໄຟຟ້າແຮງລົມຢູ່ນອກຝັ່ງ, ເສດຖະກິດດີຈີຕອນ, logistics ຫຼື ການລ້ຽງປູກສິນໃນນ້ຳດ້ວຍເຕັກໂນໂລຊີສູງ ບໍ່ພຽງແຕ່ສ້າງກຳລັງໜູນເຕີບໂຕໃໝ່ເທົ່ານັ້ນ, ຫາກຍັງປະກອບສ່ວນຍົກສູງຄວາມສາມາດແກ່ງແຍ່ງຂອງພື້ນຖານເສດຖະກິດໃນໄລຍະຍາວອີກດ້ວຍ.
ພັດທະນາເພື່ອປັບປຸງກຳລັງແຮງແຫ່ງຊາດ
ສິ່ງເປັນໜ້າສົນໃຈອື່ນຂອງມະຕິແມ່ນການ ພັດທະນາ ແລະ ປົກປັກຮັກສາປະເທດຊາດ ບໍ່ພຽງແຕ່ນອນໃນສາຍພົວພັນທີ່ໄດ້ຄັດເລືອກເທົ່ານັ້ນ, ຫາກໄດ້ເພີ່ມເຕີມໃຫ້ແກ່ກັນ. ແຕ່ລະກິດຈະກຳເສດຖະກິດທະເລ ລ້ວນແຕ່ຕ້ອງປະກອບສ່ວນເພີ່ມທະວີກຳລັງບົ່ມຊ້ອນດ້ານປ້ອງກັນຊາດ. ກົງກັນຂ້າມ, ສະພາບແວດລ້ອມສັນຕິພາບ, ສະຖຽນລະພາບ ແລະ ຄວາມປອດໄພທາງທະເລແມ່ນເງື່ອນໄຂເພື່ອດຶງດູດການລົງທຶນ, ຊຸກຍູ້ດ້ານການຄ້າ ແລະ ການພັດທະນາແບບຍືນຍົງ. ທ່ານຮອງສາດສະດາຈານ, ປອ ວໍຊິຕວັນ ເນັ້ນໜັກວ່າ:
“ການຮ່ວມມືສາກົນແມ່ນຂາດບໍ່ໄດ້ ຍ້ອນບັນດາບັນຫາທາງທະເລແມ່ນບໍ່ມີພົມແດນ. ສ່ວນບັນດາບັນຫາຂ້າມຊາຍແດນພວມເຮົາຕ້ອງພ້ອມກັບປະເທດຕ່າງໆແກ້ໄຂ. ພວກເຮົາຕ້ອງກ້າຫານ ແລະ ເປັນເຈົ້າການປະກອບສ່ວນ, ເຂົ້າຮ່ວມບັນດາການເຄື່ອນໄຫວສາກົນ, ແບ່ງປັນແຫຼ່ງກຳລັງ, ແບ່ງປັນຂໍ້ມູນ. ພວກເຮົາພ້ອມກັບປະເທດຕ່າງໆແກ້ໄຂບັນດາສິ່ງທ້າທາຍໃນປະຈຸບັນ, ບໍ່ພຽງແຕ່ດ້ານເສດຖະກິດເທົ່ານັ້ນ, ຫາກນັບທັງບັນດາບັນຫາກ່ຽວຂ້ອງເຖິງການປ່ຽນແປງຂອງດິນຟ້າອາກາດອີກດ້ວຍ. ຖ້າບໍ່ຮ່ວມມືນຳກັນ ພວກເຮົາຍາກທີ່ຈະຂຸດຄົ້ນຊັບພະຍາກອນຢູ່ທະເລຕາເວັນອອກ ແບບຍືນຍົງ ແລະ ມີປະສິດທິຜົນສູງໄດ້”.
ມະຕິກ່ຽວກັບການ “ກໍ່ສ້າງ ແລະ ພັດທະນາ ຫວຽດນາມ ໃຫ້ກາຍເປັນປະເທດເຂັ້ມແຂງດ້ານທະເລ” ບໍ່ພຽງແຕ່ເປີດເຂດພັດທະນາໃໝ່ເທົ່ານັ້ນ, ຫາກຍັງຢືນຢັນວິໄສທັດຍຸດທະສາດຂອງ ຫວຽດນາມ. ນັ້ນແມ່ນການພັດທະນາເສດຖະກິດທະເລທັນສະໄໝ ຕິດພັນກັບການປົກປັກຮັກສາອະທິປະໄຕ, ການບໍລິຫານແບບຍືນຍົງ ແລະ ເພີ່ມທະວີການຮ່ວມມືສາກົນ ເພື່ອສັນຕິພາບ ແລະ ຄວາມວັດທະນາຖາວອນລວມ.
