ນີ້​ຖືກ​ຖື​ວ່າ​ແມ່ນ​ຂີດ​ໝາຍ​ສຳ​ຄັນ​ຂອງ​ພູ​ມ​ສາດ​ການ​ເມືອງ​ໂລກ, ບໍ່​ພຽງ​ແຕ່​ໄດ້​ສ້າງ ການ​ພົວພັນລະ​ຫວ່າງ​ບັນ​ດາ​ປະ​ເທດ​ມະ​ຫາ​ອຳ​ນາດເທົ່າ​ນັ້ນ ຫາກ​ຍັງ​ອາດ​ສາ​ມາດ​ກະ​ທົບ​ຕໍ່​ໂຄງ​ປະ​ກອບ​ຄວາມ​ໝັ້ນ​ຄົງ​ທົ່ວ​ໂລກ​ອີກ​ດ້ວຍ.

ການ​ປະ​ຊຸມລະ​ຫວ່າງ​ ທ່ານ​ປະ​ທານ​ປະ​ເທດ ຈີນ ສີ​ຈິ​ນ​ຜິງ, ທ່ານ​ປະ​ທານ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ Donald Trump ແລະ ທ່ານ​ປະ​ທານ​ນາ​ທິ​ບໍ​ດີ ລັດ​ເຊຍ Vladimir Putin ຈັດ​ຂຶ້ນຢູ່ ເຊິນ​ເຈິນ ຢູ່ນອກກອງ​ປະ​ຊຸມ​ຂັ້ນ​ສູງ​ຄັ້ງ​ທີ 33 ເວ​ທີ​ປາ​ໄສການ​ຮ່ວມ​ມື​ເສດ​ຖະ​ກິດ ອາ​ຊີ-ປາ​ຊີ​ຟິກ (APEC).

ເຫດ​ການ​ປະ​ຫວັດ​ສາດ

ກະ​ຊວງການ​ຕ່າງ​ປະ​ເທດ ຈີນ ເນັ້ນ​ໜັກ​ວ່າ ຄາ​ດ​ວ່າ ການ​ນຳ​ສາມ​ທ່ານ​ຈະ​ແລກ​ປ່ຽນ​ກ່ຽວ​ກັບ​ການ​ຮັກ​ສາ​ສັນ​ຕິ​ພາບ​ໂລກ ແລະ ຊຸກ​ຍູ້​ຄວາມ​ສະ​ຖຽນ​ລະ​ພາບ​ທີ່​ມີ​ລັກ​ສະ​ນະ​ຍຸດ​ທະ​ສາດໃນ​ການ​ພົວ​ພັນ​ລະ​ຫວ່າງ​ບັນ​ດາ​ປະ​ເທດ​ໃຫຍ່ຢ່າງ​ເລິກ​ເຊິ່ງ​ກ້​ວາງ​ຂວາງ; ຕີ​ລາ​ຄາ​ວ່າ ນີ້​ແມ່ນ​ເຫດ​ການທີ່​ມີ​ຄວາມ​ໝາຍ​ບຸກ​ທະ​ລຸ, ແມ່ນ​ເຫດ​ການ​ປະ​ຫວັດ​ສາດ, ສົ່ງຫຼາຍ​ສານ​ທີ່​ສຳ​ຄັນ. ສຳລັບ​ປະ​ເທດ​ເຈົ້າ​ພາບ ຈີນ, ການ​ພົບ​ປະ​ສາມ​ຝ່າຍ ໄດ້ສະ​ແດງ​ໃຫ້​ເຫັນ​ທີ່​ຕັ້ງ​ບົດ​ບາດ ກໍ່​ຄື​ວິ​ທີ​ເຂົ້າ​ເຖິງ​ໃໝ່​ຂອ​ງ​ປະ​ເທດນີ້ ໃນ​ບັນ​ດາ​ບັນ​ຫາ​ທົ່ວ​ໂລກ. ທ່ານ Chim Lee, ນັກ​ວິ​ໄຈຂັ້ນ​ສູງລົງເລິກ​ສະ​ເພາະ​ບັນ​ດາ​ບັນ​ຫາ​ພະ​ລັງ​ງານ, ປະ​ຍາ​ປະ​ດິດ (AI) ແລະ ເສດ​ຖະ​ກິດ​ມະ​ຫາ​ພາກ​ຂອງ ຈີນ ຢູ່​ອົງ​ການ​ສືບ​ລາ​ຊະ​ການ​ລັບ​ເສດ​ຖະ​ກິດ (EIU), ອັງ​ກິດ ໃຫ້​ຂໍ້​ສັງ​ເກດ​ວ່າ:

ຖ້າພິຈາ​ລະ​ນາ​ຈາກ​ແງ່​ມູມ​ຂອງ ຈີນ, ນີ້​ແມ່ນ​ການ​ພົບ​ປະທີ່ຂ້ອນຂ້າງ​ບໍ່​​ປົກ​ກະ​ຕິ. ນັບ​ແຕ່​ກ່ອນ​ມາ​ຮອດ​ປະ​ຈຸ​ບັນ, ຈີນ ​ຍັງມີຄວາມສະ​ບາຍກວ່າເມື່ອເຮັດ​ວຽກ​​ແຍກສະເພາະກັບ ລັດ​ເຊຍ ແລະ ອາ​ເມ​ລິ​ກາ, ແທນ​ທີ່ເຮັດ​ວຽກ​ກັບ​ທັງ​ສອງ​ໃນ​ເວ​ລາ​ດຽວ​ກັນ. ແຕ່​ ຈີນ​ ເຫັນ​ວ່າ ທັງ​ສອງ​ຝ່າຍ ອາ​ເມ​ລິ​ກາ ແລະ ລັດ​ເຊຍ ລ້ວນ​ແຕ່​​ມີ​ຄວາມ​ປາດ​ຖະ​ໜາ​ຢ່າງ​ແຮງ​ໃນ​ການ​ເຂົ້າ​ຮ່ວມ​ການ​ພົບ​ປະ​ຄັ້ງ​ນີ້. ດັ່ງ​ນັ້ນ, ຈີນ ໄດ້​ເຫັນ​ດີ​ນຳ, ສ່ວນ​ໜຶ່ງ​ແມ່ນ​ຍ້ອນ​ສິ່ງນີ້​ຈະ​ສ້າງ​ເປັນ​ເຫດ​ການ​ທີ່ສ້າງຄວາມ​ສົນ​ໃຈ ແຕ່ກໍ່​ແມ່ນ​ເພື່ອ​ປະ​ກອບ​ສ່ວນ​ສ້າງ​ການ​ພົວ​ພັນ​ທີ່ເປັນ​ປົກ​ກະ​ຕິ​ກັບ​ທັງ ລັດ​ເຊຍ ແລະ ອາ​ເມ​ລິ​ກາ.

ຄວາມ​ຄ​າດ​ຫວັງ​ຈຳ​ນວນ​ໜຶ່ງ

ເຖິງວ່າຍາກ​ທີ່​ຈະ​ມີ​ບັນ​ດາ​ຄວາມ​ບຸກ​ທະ​ລຸ ​ແຕ່ກອງ​ປະ​ຊຸມ​ສຸດຍອດສາມ​ຝ່າຍ ອາ​ເມ​ລິ​ກາ-ລັດ​ເຊຍ-ຈີນ ​ອາດ​ຈະ​ຊຸກ​ຍູ້​ການ​ແກ້​ໄຂ​ບາງ​ບັນ​ຫາ​ໃຫຍ່​ຂອງ​ໂລກ. ທຳ​ນຽບ​ຂາວ​ໃຫ້​ຮູ້​ວ່າ ໃນ​ການ​ພົບ​ປະ​ສຸດຍອດ​ຄັ້ງ​ນີ້, ທ່ານ​ປະ​ທານ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ Donald Trump ຈະ​ປຶກ​ສາ​ຫາ​ລືກ່ຽວ​ກັ​ບ​ການ​ຫລຸດ​ຜ່ອນ​ອາ​ວຸດ​ນິວ​ເຄຼຍ​ໃນ​ໂລກ. ຖ້າ​ສິ່ງ​ດັ່ງ​ກ່າວ​ເກີດ​ຂຶ້ນ, ນີ້​ຈະ​ແມ່ນ​ການ​ກະ​ທຳ​ທີ່​ໜ້າ​ສົນ​ໃຈ​ໃນ​ສະ​ພາບ​ການ​ສົນ​ທິ​ສັນ​ຍາຫ​ລຸດ​ຜ່ອນ​ອາ​ວຸດ​ຍຸດ​ທະ​ສາດ​ໃໝ່ (New START) ໄດ້ໝົດ​ຜົນ​ສັກ​ສິດ​ເມື່ອ​ເດືອນ​ກຸມ​ພາ, ຊື່ງ​ໄດ້​ເຮັດ​ໃຫ້ ອາ​ເມ​ລິ​ກາ ແລະ ລັດ​ເຊຍ, ສອງ​ປະ​ເທດ​ກຳ​ມະ​ສິດຫົວ​ລູກ​ປືນ​ນິວ​ເຄຼຍຫຼາຍກວ່າ​ໝູ່​ໃນ​ໂລກ, ປະ​ຈຸ​ບັນ​ບໍ່​ມີ​ຂໍ້​ຕົກ​ລົງ​ຄວບ​ຄຸມ​ອາ​ວຸດ​ນິວ​ເຄຼຍ​ຍຸດ​ທະ​ສາດ​ສະ​ບັບ​ໃດ. ໄປ​ຄຽງ​ຄູ່​ກັນ​ນັ້ນ, ໃນ​ໄລ​ຍະ​ມໍ່ໆ​ມານີ້, ອຳ​ນາດ​ການ​ປົກ​ຄອງ ອາ​ເມ​ລິ​ກາ ຍາມ​ໃດ​ກໍ່​ຢາກ​ດຶງ ຈີນ ເຂົ້າ​ຮ່ວມ​ບັນ​ດາ​ການ​ປຶກ​ສາ​ຫາ​ລື​ສາມ​ຝ່າຍ (ພ້ອມ​ກັບ ລັດ​ເຊຍ) ກ່ຽວ​ກັບ​ການ​ຫລຸດ​ຜ່ອນ​ອາ​ວຸດ​ນິວ​ເຄຼຍ, ເຖິງວ່າ ຈີນ ໄດ້​ປະ​ຕິ​ເສດ​ດ້ວຍ​ເຫດ​ຜົນ​ທີ່ວ່າ ສາງອາ​ວຸດ​ນິວ​ເຄຼຍຂອງ ຈີນ ນ້ອຍ​ເມື່ອ​ທຽບ​ໃສ່​ກັບ​ຂອງ ອາ​ເມ​ລິ​ກາ ແລະ ລັດ​ເຊຍ. ທ່ານ Antonio Guterres ເລ​ຂາ​ທິ​ການ​ໃຫ່​ຍ ສ​ປ​ຊ ຊີ້​ແຈ້ງວ່າ:

ຖ້າ​ຫາກວ່າມີ​ໂຄງ​ການ​ປອດ​ອາ​ວຸດ​ນິວ​ເຄຼຍ, ພວກ​ຂ້າ​ພະ​ເຈົ້າ​ພ້ອມ​ແລ້ວ​ທີ່​ຈະ​ເຂົ້າ​ຮ່ວມ​ຢ່າງ​ຄົບ​ຖ້ວນ ແລະ ປະ​ກອບ​ສ່ວນເພື່ອ​ໃຫ້​ໂຄງ​ການນັ້ນ​ປະ​ສົ​ບ​ຜົນ​ສຳ​ເລັດ. ແນ່ນອນ​ແລ້ວ, ນີ້​ແມ່ນ​ສິ່ງ​ທີ່​ພວກ​ຂ້າ​ພະ​ເຈົ້າ​ຢາ​ກ​ເຫັນແຕ່​ຍັງ​ບໍ່​ມີ​ຫຍັງ​ຮັບ​ປະ​ກັນ​ວ່າ ພວກ​ເຮົາ​ຈະ​ບັນ​ລຸ​ເປົ້າ​ໝາຍນັ້ນ​ໄດ້.

ປະ​ມຸກ​ລັດ​ສາມ​ປະ​ເທດ​ມະ​ຫາ​ອຳ​ນາດ​ອາດ​ຈະ​ປຶກ​ສາ​ຫາ​ລືບາງ​ຫົວ​ເລື່ອງອື່ນໆ​​ຄື: ການ​ປະ​ທະ​ກັນ​ຢູ່​ຕາ​ເວັນ​ອອກ​ກາງ ແລະ ຢູ​ແກຼນ, ສິ່ງ​ທີ່ທ່ານ​ປະ​ທານ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ Donald Trump ເຄີຍ​ເປີດ​ເຜີຍໃນ​ການ​ຕອບ​ສຳ​ພາດ​ນັກ​ຂ່າວ ກ່ອນ​ທີ່​ຈະ​ເດີນ​ທາງ​ໄປ ເຊີນ​ເຈິນ. ທ່ານ ທິຕິນັນ ພົງສຸດທິຣັກ (Thitinan Pongsudhirak), ສາດ​ສະ​ດາ​ຈານ​ວິ​ທະ​ຍາ​ສາດ​ການ​ເມືອງ ຢູ່​ມະ​ຫາ​ວິ​ທະ​ຍາ​ໄລ ຈຸລາລົງກອນ (Chulalongkorn) ປະ​ເທດ​ໄທ ໃຫ້​ຂໍ້​ສັງ​ເກດ​ວ່າ:

ເມື່ອ​ພວກ​ເຮົາເຫັນ​ວ່າ ທ່ານ​ປະ​ທານ​ນາ​ທິ​ບໍ​ດີ ລັດ​ເຊຍ Vladimir Putin ປະ​ກົດ​ໃນ​ສະ​ຖານ​ທີ່​ຄື​ແນວນີ້, ແນ່ນອນ​ແລ້ວ​ການ​ປຶກ​ສາ​ຫາ​ລື​ຈະ​ປິ່ນ​ອ້ອມ​ໄປ​ບັນ​ຫາ​ການ​ປະ​ທະ​ກັນ​ລະ​ຫວ່າງ ລັດ​ເຊຍ-ຢູ​ແກຼນ. ຂ້າ​ພ​ເຈົ້າ​ຖື​ວ່າ ທ່ານ Donald Trump ຢາກ​ເຫັນການ​ປະ​ທະ​ນະ​ນັ້ນ​ໄປ​ເຖິງ​ການ​ສິ້ນ​ສຸດ ແລະ ຂ້າ​ພະ​ເຈົ້າ​ຄິດ​ວ່າ ຈີນ ອາດ​ຈະ​ສວມ​ບົດ​ບາດ​ສ້າງ​ໄມ້​ງັດ​ທີ່​ແນ່ນອນ.

ສຸດ​ທ້າຍ, ຫົວ​ເລື່ອງ​ຈຳ​ນວນ​ໜຶ່ງ​ອາດ​ຈະ​ໄດ້​ປຶກ​ສາ​ຫາ​ລື​ໃນ​ການ​ພົບ​ປະ​ສຸດຍອດ​ສາມ​ຝ່າຍ​ຄື: ການ​ຄ້າ, ພາ​ສີ​ອາ​ກອນ, ປັນ​ຍາ​ປະ​ດິດ ຫຼື​ບັນ​ຫາ​ແຫຼມ​ ເກົາຫຼີ… ເຖິງວ່ານີ້​ບໍ່​ແມ່ນບັນດາບຸ​ລິ​ມະ​ສິດ​ແຖວ​ໜ້າ./.