ໂດຍ​ໄດ້​ດຳ​ເນີນ​ແຕ່​ວັນ​ທີ 15 – 17 ມິ​ຖຸ​ນາ ຢູ່ນ​ະ​ຄອນ Evian – les – Bains, ທາງ​ທິດ​ຕາ​ເວັນ​ອອກ​ປະ​ເທດ ຝ​ລັ່ງ, ກອ​ງ​ປະ​ຊຸມ​ສຸດຍອດ G7 ປີ​ນີ້ ມີ​ຫົວ​ຂໍ້ “ແກ້​ໄຂ​ບັນ​ດາ​ບັນ​ຫາ​ທີ່​ຂາດ​ຄວາມ​ດຸ່ນ​ດ່ຽງ​ໃນ​ທົ່ວ​ໂລກ”.

ປັດ​ໄຈ Donald Trump

ກ່ອນ​ເວ​ລາໄຂ​ກອງ​ປະ​ຊຸມ​ສຸດຍອດ G7 ປີ​ນີ້ ​ຢູ່ Evian, ວັນ​ທີ 14 ມິ​ຖຸ​ນາ, ອາ​ເມ​ລິ​ກາ ແລະ ອີ​ຣານ ແຈ້ງ​ໃຫ້​ຊາບ​ວ່າ ບັນ​ລຸ​ໄດ້​ຂໍ້​ຕົກ​ລົງ ແນ​ໃສ່​ຢຸດ​ຕິ​ການ​ປະ​ທະ​ກັນ​ຢູ່​ຕາ​ເວັນ​ອອກ​ກາງ, ມຸ່ງ​ໄປ​ເຖິງ​ການ​ສ້າງ​ພື້ນ​ຖານ​ສັນ​ຕິ​ພາບ​ຍາວ​ນານ​ຢູ່​ພາກ​ພື້ນ. ສຳ​ລັບ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ G7 ລວມ​ມີ (ອາ​ເມ​ລິ​ກາ, ອັງ​ກິດ, ຝ​ລັ່ງ, ເຢຍ​ລະ​ມັນ, ອີ​ຕາ​ລີ, ກາ​ນາ​ດາ, ຍີ່​ປຸ່ນ) ນີ້​ແມ່ນ​ຂ່າວ​ທີ່​ຕັ້ງ​ໜ້າ, ຍ້ອນ​ການ​ປະ​ທະ​ກັນ​ຢູ່​ຕາ​ເວັນ​ອອກ​ກາງ, ລວມ​ທັງ​ບັນ​ດາ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຢຸດ​ຕ​ິ​ບັນ​ດາ​ການ​ເຄື່ອນ​ໄຫວ​ການ​ທະ​ຫານ​ພວມ​ເພີ່ມ​ຂຶ້ນ​ຢູ່ ລີ​ບັງ ແລະ ການ​ເປີດ​ຊ່ອງ​ແຄບ​ທະ​ເລ Hormuz ຄືນ​ໃໝ່, ຄາດ​ວ່າ ແມ່ນ​ໜຶ່ງ​ໃນ​ບັນ​ດາ​ຫົວ​ຂໍ້​ປຶກ​ສາ​ຫາ​ລື​ທີ່​ສັບ​ສົນ​ທີ່​ສຸດ​ໃນ​ກອງ​ປະ​ຊຸມ​ສຸດຍອດ G7 ປີ​ນີ້.

ຕາມ​ທ່ານ​ນາງ Sylvie Matelly, ນັກ​ຊ່ຽວ​ຊານ​ກ່ຽວ​ກັບ​ການ​ພົວ​ພັນ​ສາ​ກົນ, ຜູ້​ອຳ​ນວຍ​ການ​ສະ​ຖາ​ບັນ Jacques Delors (ຝ​ລັ່ງ), ຂໍ້​ຕົກ​ລົງທີ່​ຫາ​ກໍ່​ບັນ​ລຸ, ເຖິງ​ວ່າ​ຍັງ​ບໍ່​ທັນ​ປະ​ກາດ​ເນືິ້ອ​ໃນ​ລະ​ອຽດ ໄດ້ຫຼຸດ​ຜ່ອນ​ກຳ​ລັງ​ກົດ​ດັນຫຼາຍ​ຢ່າງ​ໃຫ້​ແກ່​ບັນ​ດາ​ວາ​ລະ​ປຶກ​ສາ​ຫາ​ລື​ຢູ່ Evian, ເພາະ​ວ່າ ສ່ວນຫຼາຍ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ​ທີ່​ຍັ​ງ​ເຫຼືອ​ໃນ G7 ລ້ວນ​ແຕ່​ມີ​ຄວາມ​ບໍ່​ລົງ​ລອຍ​ກັນ​ກັບ​ອຳ​ນາດ​ການ​ປົກ​ຄອງ ອາ​ເມ​ລິ​ກາ ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ Donald Trump ໃນ​ວິ​ທີ​ການ​ສຳ​ຜັດ​ກັບ​ການ​ປະ​ທະ​ກັນ​ຢູ່​ຕາ​ເວັນ​ອອກ​ກາງ. ບັນ​ດາ​ປ​ະ​ເທດ​ນີ້​ (ຝ​ລັ່ງ​, ເຢຍ​ລະ​ມັນ, ອັງ​ກິດ, ກາ​ນາ​ດາ, ອີ​ຕາ​ລີ, ຍີ່​ປຸ່ນ) ບໍ່​ພໍ​ໃຈ ຍ້ອນ​ວ່າ ເລື່ອງ ອາ​ເມ​ລິ​ກາ (ແລະ ອິດ​ສະ​ຣາ​ແອັນ) ບໍ່​ປຶກ​ສາ​ຫາ​ລືກັບ​ບັນ​ດາ​ພັນ​ທະ​ມິດ​ກ່ອນ​ເວ​ລາ​ດຳ​ເນີນ​ການບຸກ​ໂຈມ​ຕີ ອີ​ຣານ ໃນ​ວັນ​ທີ 28 ກຸມ​ພາ ແລະ ປະ​ຕິ​ເສດ​ເຂົ້າ​ຮ່ວມ​ການ​ປະ​ທະ​ກັນ​ໂດຍ​ກົງ, ເຖິງວ່າທ່ານ​ປະ​ທາ​ນາ​ທິ​ບໍ ​ອາ​ເມ​ລິ​ກາ Donald Trump ເຄີຍ​ຮຽກ​ຮ້ອງ​ເປັນຫຼາຍ​ເທື່ອ. ດັ່ງ​ນັ້ນ, ເລື່ອງ​ການ​ປະ​ທະ​ກັນ​ຢູ່​ຕາ​ເວັນ​ອອກ​ກາງ ມີ​ຄວາມ​ຄ​ືບ​ໜ້າ​ບຸກ​ທະ​ລຸ​ຊ່ວຍ​ໃຫ້​ການ​ພົວ​ພັນ​ລະ​ຫວ່າງ ອາ​ເມ​ລິ​ກາ ກັບ​ບັນ​ດາ​ສະ​ມາ​ຊິກ​ທີ່​ຍັງ​ເຫຼືອ​ໃນ G7 ຫຼ​ຸດ​ຜ່ອນ​ຄວາມ​ເຄັ່ງ​ຕຶງຫຼາຍກວ່າ. ໄປ​ຄຽງ​ຄູ່​ກັນ​ນັ້ນ, ເລື່ອງ​ບັນ​ລຸ​ໄດ້​ຂໍ້​ຕົກ​ລົງ​ກັບ ອີ​ຣານ ອາດ​ຈະ​ໄດ້​ຮັບ​ຖື​ວ່າ​ແມ່ນ​ໄຊ​ຊະ​ນະ​ທາງ​ການ​ທູດ​ທີ່​ສຳ​ຄັນ​ສຳ​ລັບ​​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ Donald Trump ເອງ ແລະ ສິ່ງ​ດັ່ງ​ກ່າວ​ອາດ​ຈະ​ຊ່ວຍ​ໃຫ້​ທ່ານ​ປ​ະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ ເດີນ​ທາງ​ໄປ​ຍັງ Evian ດ້ວຍ​ຈິດ​ໃຈ​ທີ່​ສະ​ຫວາດ​ສະ​ເຫວີຍກວ່າ, ຈາກ​ນັ້ນ ກໍ​ຊ່ວຍ​ໃຫ້ການ​ຄາດ​ເດົາ​ແນວ​ຄິດ​ຂອງ​ທ່ານ​ໄດ້​ຢ່າງ​ງ່າຍ​ດາຍກວ່າ. ຕາມ​ນັກ​ຊ່ຽວ​ຊານ Sylvie Matelly ແລ້ວ, ນີ້​ແມ່ນ​ປັດ​ໄຈ​ມີ​ຄວາມ​ສຳ​ຄັນ​ເປັນ​ພິ​ເສດ ຍ້ອນ​ບົດ​ຮຽນ​ຈາກ​ບັນ​ດາ​ກອງ​ປະ​ຊຸມ G7 ຂອງ​ຊຸມ​ປີ​ກ່ອນ ຊີ້​ໃຫ້​ເຫັນ “ຄວາມ​ຫຍຸ້ງ​ຍາກ​ໃນ​ການ​ຄາດ​ເດົາ​ແນວ​ຄິດ” ຂອງ​ທ່ານ Donald Trump ຍາມ​ໃດ​ກໍ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປັດ​ໄຈ​ທີ່​ສົ່ງ​ຜົນ​ກະ​ທົບ​ຢ່າງ​ໃຫຍ່ຫຼວງ​ທີ່​ສຸດ​ຕໍ່​ຜົນ​ສຳ​ເລັດ​ຂອງ​ກອ​ງ​ປະ​ຊຸມ.

“ຄວາມ​ຫຍຸ້ງ​ຍາກ​ໃນ​ການ​ຄາດ​ເດົາ​ແນວ​ຄິດ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Donald Trump ແມ່ນ​ສິ່ງ​ທີ່​ພວກ​ເຮົາ​ພວມ​ຄ່ອຍໆ​ທຳ​ຄວາມ​ລຶ້ງ​ເຄີຍ, ແລະ ຂ້າ​ພະ​ເຈົ້າ​ຄິດ​ວ່າ ພວກ​ເຮົາ​ຕ້ອງ​ມີ​ການ​ກະ​ກຽມ. ຖ້າ​ພວກ​ເຮົາ​ລຶ້ງ​ເຄີຍ​ກັບ​ສິ່ງເຫຼົ່າ​ນັ້ນ ກໍ​ໝາຍ​ຄວາມ​ວ່າ ພວກ​ເຮົາ​ມີ​ວິ​ທີ​ຄຸ້ມ​ຄອງ​ມັນ. ພວກ​ເຮົາ​ຮູ້​ວິ​ທີ​ລະ​ມັດ​ລະ​ວັງ​ຕໍ່​ການ​ນຳ​ໃຊ້​ຄຳ​ເວົ້າ​ເພື່ອ​ເຮັດ​ໃຫ້​ທ່ານ Trump ພໍ​ໃຈ. ດັ່ງ​ນັ້ນ, ​ພວກ​ເຮົາ​ຕ້ອງ​ເຮັດ​ແນວ​ໃດ​ເພື່ອ​ຄຸ້ມ​ຄອງ​ສິ່ງ​ເຫຼົ່າ​ນັ້ນ ເມື່ອ​ທ່ານ Trump ນັ່ງ​ເຂົ້າ​ໂຕະ​ເຈ​ລະ​ຈາ? ສິ່ງ​ນັ້ນ ຈະ​ແມ່ນ​ບັນ​ຫາ​ສຳ​ລັບ​ຊາວ​ເອີ​ຣົບ ຢ່າງ​ແທ້​ຈິງ, ແລະ ຂ້າ​ພະ​ເຈົ້າ​ຄິດ​ວ່າ ຊາວ​ເອີ​ຣົບ ເຮັດ​ສິ່ງ​ເຫຼົ່າ​ນັ້ນ​ໄດ້​ດີ​ພໍ​ສ​ົມ​ຄວນ​ໃນ​ຊຸມ​ເດືອນ​ຜ່ານ​ມາ”.

ຫຼຸດ​ຜ່ອນ​ການ​ຂາດ​ຄວາມ​ດຸ່ນ​ດ່ຽງ​ໃນ​ທົ່ວ​ໂລກ

​ໄປ​ຄຽງ​ຄູ່​ກັບ​ບຸ​ລິ​ມະ​ສິດ​ກ່ຽວ​ກັບ​ການ​ປະ​ສານ​ສົມ​ຄົບ​ການ​ພົວ​ພັນ​ກັບ ອາ​ເມ​ລິ​ກາ, ປະ​ເທດ​ເຈົ້າ​ພາບ ຝ​ລັ່ງ ກໍ​ປະ​ກາດ​ບາງ​ເນື້ອ​ໃນ​ຈຸດ​ສຸມ​ໃຫ້​ແກ່ກອງ​ປະ​ຊຸມ​ສຸດຍອດ G7 ປີ​ນີ້, ໂດຍ​ປິ່ນ​ອ້ອມ​ສອງ​ເສົາ​ຄ້ຳຫຼັກ. ທີ​ໜຶ່ງ​ແມ່ນ ຫຼຸດ​ຜ່ອນ​ການ​ຂາດ​ຄວາມ​ດຸ່ນ​ດ່ຽງ​ດ້ານ​ເສດ​ຖະ​ກິດ​ມະ​ຫາ​ພາກ​ທົ່ວ​ໂລກ, ເພີ່ມ​ທະ​ວີ​ການ​ປະ​ສານ​ສົມ​ທົບ​ລະ​ຫວ່າງ​ບັນ​ດາ​ພື້ນ​ຖານ​ເສດ​ຖະ​ກິດ​ໃຫຍ່​ເພື່ອ​ຄຸ້ມ​ຄອ​ງ​ລະ​ດັບ​ໜີ້​ສິນ​ສູງ, ໄພ​ເງິ​ນ​ເຟີ້ ແລະ ການແຕກ​ຫັກ​ດ້ານ​ການ​ເງິນ. ​ຖັດ​ມາ​ແມ່ນ​ພິ​ຈາ​ລະ​ນາ​ຄືນ​ຂອບ​ຂະ​ໜາດ​ການ​ພັດ​ທະ​ນາ​ທົ່ວ​ໂລກ, ສ້າງ​ບັນ​ດາ​ສາຍ​ພົວ​ພັນ​ຄູ່​ຮ່ວມ​ມື​ທົ່ວ​ໂລກ​ຢ່າງ​ມີ​ຄວາມ​ຍຸ​ຕິ​ທຳ​ກວ່າ, ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ ແລະ ປະ​ຕິ​ຮູບ​ຄວາມ​ສາ​ມັກ​ຄີ​ສາ​ກົນ ແລະ ລະ​ບົບ​ການ​ເງິນ. ກ່ຽວ​ກັບ​ບັນ​ດາ​ຫົວ​ຂໍ້​ລະ​ອຽດ, ກອງ​ປະ​ຊຸມ​ສຸດຍອດ G7 ປີ​ນີ້ ປຶກ​ສາ​ຫາ​ລື 7 ຂົງ​ເຂດ, ລວມ​ມີ: ການ​ເງິນ, ການ​ພັດ​ທະ​ນາ, ການ​ທູດ (ວິ​ກິດ​ການ), ການ​ຄ້າ, ເຕັກ​ນິກ​ດີ​ຈີ​ຕອນ, ການ​ເມືອງ​ພາຍ​ໃນ ແລະ ສິ່ງ​ແວດ​ລ້ອມ/ພະ​ລັງ​ງານ. ທ່ານ Cédric Dupont, ສ​ຈ. ການ​ພົວ​ພັນ​ສາ​ກົນ ສັງ​ກັດ​ສະ​ຖາ​ບັນ​ຄົ້ນ​ຄວ້າຫຼັງ​ມະ​ຫາ​ວິ​ທະ​ຍາ​ໄລ Geneva, ໃຫ້​ຂໍ້​ສັງ​ເກດ​ວ່າ:

“ໂຄງ​ການ​ດຳ​ເນີນ​ງານ​ປິດ​ລັບ​ຂອງ G7 ແມ່ນ​ຊອກ​ຫາ​ວິ​ທີ​ເຄື່ອນ​ໄຫວ ແລະ​ ການ​ບໍ​ລິ​ຫານ​ໂລກ​ແນວ​ໃດ ຖ້າ​ບໍ່​ມີ ຈີນ. ເຂົາ​ເຈົ້າ​ສົນ​ໃຈ​ເຖິງ​ບັນ​ດາ​ບັນ​ຫາ​ຄວາມ​ໝັ້ນ​ຄົງ​ຢູ່​ບັນ​ດາ​ພາກ​ພື້​ນ​ຄື ຕາ​ເວັນ​ອອກ​ກາງ, horn of Africa (ເຂົາ ອາ​ຟະ​ລິ​ກາ), ລັດ​ເຊຍ ແລະ ຢູ​ແກຼນ. ເຂົາ​ເຈົ້າ​ສົນ​ໃຈ​ເຖິງ​ການ​ຊ່ວງ​ເສັງ​ເຕັກ​ໂນ​ໂລ​ຢີ, ປັນ​ຍາ​ປະ​ດິດ, ແຮ່​ທາດ​ທີ່​ຈຳ​ເປັນ. ແລະ ເຂົາ​ເຈົ້າ​ກໍ​ມີ​ຄວາມ​ສົນ​ໃຈ​ເຖິງ​ບັນ​ຫາ​ສິ່ງ​ແວດ​ລ້ອມຫຼາຍ​ພໍ​ສົມ​ຄວນ, ໝາຍ​ຄວາມ​ວ່າ ເຮັດ​ແນວ​ໃດ​ເພື່ອ​ຫັນ​ຈາກ​ພື້ນ​ຖານ​ເສດ​ຖະ​ກິດ​ສີ​ນ້ຳ​ຕານ​ໄປ​ສູ່​ພື້ນ​ຖານ​ເສດ​ຖະ​ກິດ​ສີ​ຂ​ຽວ”.

ໂດຍ​ສືບ​ທອດ​ບັນ​ດາ​ຄຳ​ໝັ້ນ​ສັນ​ຍາ​ຈາກກອງ​ປະ​ຊຸມ​ສຸດຍອດ G7 ປີ 2025 ຢູ່ ກາ​ນາ​ດາ, ບັນ​ດາ​ຫົວ​ຂໍ້​ກ່ຽວ​ກັບ​ປັນ​ຍາ​ປະ​ດິດ (AI) ກໍ​ແມ່ນ​ບຸ​ລິ​ມະ​ສິດ​ໃຫຍ່​ຂອງກອງ​ປ​ະ​ຊຸມ G7 ປີ​ນີ້. ເຖິງ​ຢ່າງ​ໃດ​ກໍ​ຕາມ, ບັນ​ດາ​ວາ​ລະ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ AI ກໍ​ອາດ​ຈະ​ກໍ່​ຄວາມ​ບໍ່​ລົງ​ລອຍ​ກັນ​ລະ​ຫວ່າງ ອາ​ເມ​ລິ​ກາ ແລະ ບັນ​ດາ​ປະ​ເທດ G7 ອື່ນ, ໃນ​ເວ​ລາ​ກ່ອນ​ທີ່​ຈະ​ດຳ​ເນີນກອງ​ປະ​ຊຸມ​ປີ​ນີ້, ວັນ​ທີ 12 ມິ​ຖຸ​ນາ, ອຳ​ນາດ​ການ​ປົກ​ຄອງ ອາ​ເມ​ລິ​ກາ ໄດ້​ຊີ້​ນຳ​ໂຈະ​ການ​ໃຊ້​ສິດ​ເຂົ້າ​ສອງ​ລະ​ບົ​ບ AI (Fable 5 ແລະ Mythos) ທີ່​ກ້າວ​ໜ້າ​ທີ່​ສຸດ​ຂອງ ບໍ​ລິ​ສັດ​ເຕັກ​ໂນ​ໂລ​ຢີ Anthropic ອາ​ເມ​ລິ​ກາ ທີ່​ຫາ​ກໍ່​ເປີດ​ຕົວ ສຳ​ລັບ​ພົນ​ລະ​ເມືອງ​ຕ່າງ​ປະ​ເທດ, ເຖິງວ່າ​ພວມ​ດຳ​ລົງ​ຊີ​ວິດ​ຢູ່ ອາ​ເມ​ລິ​ກາ ຫຼື ປະ​ເທດ​ອື່ນ, ນັບ​ທັງ​ພະ​ນັກ​ງານ​ຂອງ​ບໍ​ລິ​ສັດ ຍ້ອນ​ສາ​ເຫດ “ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ”. ຂໍ້​ຕົກ​ລົງ​ນີ້ຖືກ​ຫຼາຍ​ປະ​ເທດ​ພັນ​ທະ​ມິດ ຂອງ ອາ​ເມ​ລິ​ກາ, ໂດຍ​ສະ​ເພາະ​ແມ່ນ​ບັນ​ດາ​ປະ​ເທດ ເອີ​ຣົບ ຄັດ​ຄ້ານ, ຖື​ນີ້​ແມ່ນ​ການ​ກະ​ທຳ​ພາ​ໃກ້​ເກີດ​ການ​ແຕກ​ຫັກ​ດ້ານ​ເຕັກ​ໂນ​ໂລ​ຢີ, ອາດ​ຈະ​ສ້າງ​ຮົ້ວ​ກີດ​ຂວາງ​ສຳ​ລັບ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຮ່ວມ​ມື​ທົ່ວ​ໂລກ​ກ່ຽວ​ກັບ AI./.