ກອງ​ປະ​ຊຸມ​ຄັ້ງ​ທີ 4 ຂອງ ຄະ​ນະ​ບໍ​ລິ​ຫານ​ງາ​ນ​ສູນ​ກາງ​ພັກ​ກອມ​ມູ​ນິດ​ ຫວຽດ​ນາມ ຊຸດ​ທີ XIV ໄດ້​ໄຂ​ຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ທີ 5 ຕຸ​ລາ, ຢູ່​ນະ​ຄອນຫຼວງ​ຮ່າ​ໂນ້ຍ. ໄດ້​ດຳ​ເນີນ​ໃນ​ສະ​ພາບ​ການ​ປະ​ເທດ​ຊາດ​ພວມ​ຢື່ນ​ຢູ່​ຕໍ່​ໜ້າ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ເພີ່ມ​ຄວາມ​ໄວ​ໃນ​ການ​ພັດ​ທະ​ນາ, ພ້ອມ​ທັງ​ປະ​ເຊີນ​ໜ້າ​ກັບ​ບັນ​ດາ​ການ​ຜັນ​ແປ​ໂດຍ​ໄວ, ຍາກ​ທີ່​ຈະ​ຄາດ​ຄະ​ເນ​ລ່ວງ​ໜ້າ​ໄດ້​ຂອງ​ສະ​ພາບ​ການ​ສາ​ກົນ. ກອງ​ປະ​ຊຸມ​ໄດ້​ວາງ​ອອກ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ໃຫຍ່, ຕ້ອງ​ຍົກ​ສູງ​ຄວາມ​ສາ​ມາດ​ເປັນ​ເຈົ້າ​ການ​ຍຸດ​ທະ​ສາດ, ຄວາມ​ສາ​ມາດ​ຮັບ​ມື, ປັບ​ຕົວ​ໃຫ້​ແທດ​ເໝາະ ແລະ ມີ​ຄວາມ​ຕັດ​ສິນ​ໃຈ​ກະ​ທຳຢ່າງສູງ.

ສານ​ລຸ​ລວງ​ໃນ​ບົດ​ກ່າວ​ຄຳ​ເຫັນ​ໄຂ​ກອງ​ປະ​ຊຸມ​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງາ​ນ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ, ປະ​ທານ​ປະ​ເທດ ຫວຽດ​ນາມ ໂຕ​ເລິມ ແມ່ນ​ແຜນ​ນະ​ໂຍ​ບາຍ​ຖືກ​ຕ້ອງ ຕ້ອງ​ໄປ​ຄຽງ​ຄູ່​ກັບ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ຢ່າງ​ມີ​ປະ​ສິດ​ທິ​ຜົນ, ຫັນ​ນະ​ໂຍ​ບາຍ​ຊີ້​ຂາດ​ກາຍ​ເປັນ​ໝາກ​ຜົນ ແລະ ຜົນ​ປະ​ໂຫຍດ​ແທ້​ຈິງ​ໃຫ້​ແກ່​ປະ​ຊາ​ຊົນ.

ຍົກ​ສູງ​ຄວາມ​ສາ​ມາດ​ໃນ​ການ​ປະ​ຕິ​ບັດ

ກ່າວ​ຄຳ​ເຫັນ​ໄຂ​ກອງ​ປະ​ຊຸມ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ເນັ້ນ​ໜັກ​ວ່າ ກອງ​ປະ​ຊຸມ​ສູນ​ກາງ​ຄັ້ງ​ທີ 4 ບໍ່​ພຽງ​ແຕ່​ແກ້​ໄຂ​ບັນ​ດາ​ບັນ​ຫາ​ໃນ​ສະ​ເພາະ​ໜ້າເທົ່ານັ້ນ, ຫາກ​ຍັງ​ຕ້ອງ​ກະ​ກຽມ​ບັນ​ດາ​ເງື່ອນ​ໄຂ​ກ່ຽວ​ກັບ​ທິດ​ສະ​ດີ, ການ​ຈັດ​ຕັ້ງ ແລະ ບຸກ​ຄະ​ລາ​ກອນ​ໃນ​ເສັ້ນ​ທາງ​ພັດ​ທະ​ນາ​ຍາວ​ນານ.

ຄວາມ​ຮຽກ​ຮ້ອງ​ກວມ​ລວມ​ແມ່ນ​ຍົກ​ສູງ​ຄວາມ​ສາ​ມາດ​ໃນ​ການ​ຊີ້​ນຳ​ນຳ​ພາ​ຂອງ​ພັກ, ເຕົ້າ​ໂຮມ ແລະ ເສີມ​ຂະ​ຫຍາຍ​ກຳ​ລັງ​ແຮງ​ກຸ່ມ​ກ້ອນ​ມະ​ຫາ​ສາ​ມັກ​ຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ ເພື່ອ​ຫັນ​ເປົ້າ​ໝາຍ​ພັດ​ທະ​ນາ ໃຫ້​ປະ​ກົດ​ຜົນ​ເປັນ​ເຈິງ. ບັນ​ດາ​ບັນ​ຫາ ກ່ຽວ​ກັບ​ການ​ຈັດ​ຕັ້ງ, ກໍ່​ສ້າງ​ພັກ, ວິ​ທີ​ການ​ນຳ​ພາ, ກຳ​ອຳ​ນາດ, ພະ​ນັກ​ງານ, ແຫຼ່ງ​ກຳ​ລັງ ແລະ ພັດ​ທະ​ນາ​ເສດ​ຖະ​ກິດ ສັງ​ຄົມ ຕ້ອງ​ໄດ້​ຮັບ​ການ​ພິ​ຈາ​ລະ​ນາ ໃນ​ການ​ພົວ​ພັວກ໋ຽວຂ້ອງ​ກັນ; ພັກ​ກຳ​ນົດ​ທິດ​ຖືກ​ຕ້ອງ. ລະ​ບົບ​ການ​ເມືອງ, ກົງ​ຈັກ​ບໍ​ລິ​ຫານ​ເຄື່ອນ​ໄຫວ​ຢ່າງ​ມີ​ປະ​ສິດ​ທິ​ຜົນ. ທ່າ​ແຮງບົ່ມ​ຊ້ອນ, ກຳ​ລັງ​ແຮງ​ຂອງ​ມະ​ນຸດ​ໄດ້​ເສີມ​ຂະ​ຫຍາຍ. ປະ​ຊາ​ຊົນ ໄດ້​ຊົມ​ໃຊ້​ໝາກ​ຜົນ. ​ໜ້າ​ທີ່​ສະ​ເພາະ​ໜ້າ​ຕິດພັນກັບ​ເປົ້າ​ໝາຍ​ປີ 2030, ປີ 2045 ແລະ ວິ​ໄສ​ທັດ​ຍາວ​ນານ.

ບົນ​ຈິດ​ໃຈ​ນັ້ນ, 4 ຈຸດ​ສຸມ​ໂດຍ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ແນະ​ນຳ​ຢູ່ກອງ​ປະ​ຊຸມ​ລວມ​ມີ: ຍົກ​ສູງ​ຄວ​າມ​ສາ​ມາດ​ປ່ຽນ​ແປງ​ໃໝ່​ດ້ວຍ​ຕົນ​ເອງ, ປັບ​ປຸງ​ດ້ວຍ​ຕົນ​ເອງ ແລະ ຄວາມ​ສາ​ມາດ​ກຳ​ນົດ​ທິດ​ພັດ​ທະ​ນາ ປະ​ເທດ​ຊາດ​ຂອງ​ພັກ; ປ່ຽນ​ແປງ​ໃໝ່​ວິ​ທີ​ການ​ນຳ​ພາ, ກຳ​ອຳ​ນາດ​ເພື່ອ​ຍົກ​ສູງ​ປະ​ສິດ​ທິ​ຜົນ​ການ​ເຄື່ອນ​ໄຫວ​ຂອງ​ລະ​ບົບ​ການ​ເມືອງ, ປ່ຽນ​ແປງ​ໃໝ່​ວຽກ​ງານ​ພະ​ນັກ​ງານ ແລະ ນຳ​ໃຊ້​ຜູ້​ມີ​ຄວາມ​ເກັ່ງ​ກ້າ​ສາ​ມາດ; ກຳ​ນົດ​ຖືກ​ຕ້ອງ​ບຸ​ລິມ​ະ​ສິດ, ເສີມ​ຂະ​ຫຍາຍ​ບັນ​ດາ​ແຫຼ່ງ​ກຳ​ລັງ​ຢ່າງ​ມີ​ປະ​ສິດ​ທິ​ຜົນ​ເພື່ອ​ພັດ​ທະ​ນາ​ໂດຍ​ໄວ ແລະ ຍືນ​ຍົງ.

ສິ່ງ​ທີ່​ເປັນ​ໜ້າ​ສົນ​ໃຈ​ແມ່ນ ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ຮຽກ​ຮ້ອງໃຫ້​ກໍ່​ສ້າງ, ປັບ​ປຸງ​ພັກ​ຕ້ອງ​ແທດຈິງກວ່າ, ຕິດ​ພັນ​ກັບ​ຄວາມ​ຮັບ​ຜິດ​ຊອບ​ຂອງ​ການ​ຈັດ​ຕັ້ງ​ພັກ, ພະ​ນັກ​ງານ, ສະ​ມາ​ຊິກ​ພັກ ແລະ ພິ​ເສດ​ແມ່ນ​ອີ່ງ​ໃສ່​ປະ​ຊາ​ຊົນ, ຖື​ຄວາມ​ເພິ່ງ​ພໍ​ໃຈ ແລະ ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຂອງ​ປະ​ຊາ​ຊົນ​ແມ່ນ​ໄມ້​ຫຼ້າ​ວັດ​ແທກ.

ກົງ​ຈັກ​ປ່ຽນ​ແປງວິ​ທີ​ການ​ການ​ນຳ​ພາ​ກໍ່​ຕ້ອງ​ປ່ຽນ​ແປງ, ດ້ວຍ​ການແບ່ງກຳນົດຢ່​າງ​ຈ​ະ​ແຈ້ງ​ສິດ​ອຳ​ນາ​ດ, ຄວາມ​ຮັບ​ຜິດ​ຊອບ ແລະ ເສີມ​ຂະ​ຫຍາຍ​ລັກ​ສະ​ນະ​ເປັນ​ເຈົ້າ​ການ​ຂອງ​ແຕ່​ລະ​ຂັ້ນ. ພິ​ເສດ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ເນັ້ນ​ໜັ້ກ​ເຖິງວຽກ​ງານ​ຕີ​ລາ​ຄາ​ພະ​ລັກ​ງານ​ອີງ​ຕາມ​ໝາກ​ຜົນ, ເປັນ​ຕົ້ນ​ແມ່ນ​ຄວາມ​ສາ​ມາດ​ແກ້​ໄຂວຽກ​ງານ​ຫຍຸ້ງ​ຍາກ.

ແຜນ​ຍຸດ​ທະ​ສາດ​ແຫ່ງ​ຊາດ ກ່ຽວ​ກັບ​ການ​ດຶງ​ດູດ, ນຳ​ໃຊ້ ແລະ ພັດ​ທະ​ນາ​ຜູ້​ມີ​ຄວາມ​ເກັ່ງ​ກ້າສາ​ມາດ​ໃນ​ບັນ​ດາ​ຂະ​ແໜງ, ຂົງ​ເຂດ​ປາຍ​ແຫຼມ​ຮັບ​ໃຊ້​ການ​ພັດ​ທະ​ນາ​ປະ​ເທດ​ຊາ​ດ​ໂດຍ​ໄວ ແລະ ຍືນຍ​ົງ ຕ້ອງ​ເລີ່ມມາ​ຈາກ​ບັນ​ດາ​ໜ້າ​ທີ່​ຍຸດ​ທະ​ສາດ ແລະ ຄວາມ​ສາ​ມາດ​ປະ​ເທດຊາດພວມ​ຂາດ​ເຂີນ. ຕ້ອງ​ບຳ​ລຸງ​ກໍ່ສ້າງ, ດຶງ​ດູດ, ເຊື່ອມ​ຕໍ່​ຜູ້​ມີ​ຄວາມ​ເກັ່ງ​ກ້າ​ສາ​ມາດ​ແນວ​ໃດ​ເພື່ອ​ເປັນ​ເຈົ້າ​ທາງດ້ານເຕັກ​ໂນ​ໂລ​ຢີ, ຍົກ​ສູງ​ສະ​ມັດ​ຕະ​ພາບ ແລະ ຄວາມ​ເປັນ​ເຈົ້າ​ຕົນ​ເອງ? ນຳ​ໃຊ້​ແມ່ນ​ຂັ້ນ​ຕອນຫຼັກ, ສ້າງ​ແຫຼ່ງ​ກຳ​ລັງ​ແມ່ນ​ວຽກ​ງານ​ພື້ນ​ຖານ​, ຍາວ​ນານ.

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ເນັ້ນ​ໜັ້ກ​ວ່າ ຕ້ອງ​ກຳ​ນົດ​ຖືກ​ຕ້ອງ​ບຸ​ລິ​ມະ​ສິດ, ນຳ​ໃຊ້​ແຫຼ່ງ​ກຳ​ລັງ​ຢ່າງ​ມີ​ປະ​ສິດ​ທິ​ຜົນ, ແກ້​ໄຂ​ຈຸດ​ອຸດ​ຕັນ​ດ້ານ​ລະ​ບອບ​ລະ​ບຽບ​ການ​ເພື່ອ​ສ້າງ​ກຳ​ລັງ​ໜູນ​ໃຫ້​ແກ່​ເປົ້າ​ໝາຍ​ເຕີບ​ໂຕ GDP ແຕ່ 10%ຂຶ້ນ​ໄປ. ວິ​ທະ​ຍາ​ສາດ, ເຕັກ​ໂນ​ໂລ​ຢີ, ນະ​ວັດ​ຕະ​ກຳ ແລະ ກ​ານ​ຫັນ​ເປັນ​ດີ​ຈີ​ຕ​ອນ​ຕ້ອງ​ກາຍ​ເປັນ​ກຳ​ລັງ​ໜູນ​ຍົກ​ສູງ​ສະ​ມັດ​ຕະ​ພາບ, ພ້ອມ​ທັງ​ດຶງ​ດູດ​ແຫຼ່ງ​ເງິນ​ລົງ​ທຶນ​ໂດຍ​ກົງ​ຈາກ​ຕ່າງ​ປະ​ເທດ (FDI) ຕິດ​ພັນ​ກັບ​ການ​ຖ່າຍ​ທອດ​ເຕັ​ກ​ໂນ​ໂລ​ຢີ ແລະ ຍົກ​ສູງ​ມູ​ນ​ຄ່າ​ເພີ່ມ​ພາຍ​ໃນ​ປະ​ເທດ.

ແຜນ​ນະ​ໂຍ​ບາຍ​ຖືກ​ຕ້ອງ​ຕ້ອງ​ກາຍ​ເປັນ​ໝາກ​ຜົນ​ຢ່າງ​ແທ້​ຈິງ

ບົນ​ພື້ນ​ຖານ​ບັນ​ດາ​ຈຸດ​ສຸມ​ໄດ້​ຍົກ​ອອກ​ມາ​ຢູ່ກອ​ງ​ປະ​ຊຸມ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ເນັ້ນ​ໜັກ​ເຖິງ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ລຸ​ລ່ວງ​ນັ້ນ​ແມ່ນ:

ບັນ​ດາ​ແຜນ​ນະ​ໂຍ​ບາຍ, ກຳ​ນົດ​ທິດ​ໃຫຍ່​ໄດ້​ກຳ​ນົດ​ຕ້ອງ​ຫັນ​ເປັນ​ລະ​ບອບ​ລະ​ບຽບ​ການ​ຢ່າງ​ຄົບ​ຖ້ວນ, ຄົບ​ຊຸດ ແລະ ມີ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ຢ່າງ​ມີ​ປະ​ສິດ​ທິ​ຜົນ. ຄວາມ​ຮັບ​ຜິດ​ຊອບ​ຕ້ອງ​ຕິດ​ພັນ​ກັບ​ຄຸນ​ນະ​ພາບ, ຄວາມ​ຄືບ​ໜ້າ​ໃນ​ການ​ຫັນ​ເປັນ​ລະ​ບອບ​ລ​ຽບ​ການ ແລະ ໝາກ​ຜົນ​ຂອງ​ການ​ປະ​ຕິ​ບັດ. ຕ້ອງ​ຮັບ​ປະ​ກັນ ມະ​ນຸດ, ສິ​ດ​ອຳ​ນາດ ແລະ ແຫຼ່ງ​ກຳ​ລັງ​ພາຍຫຼັງ​ຕັດ​ສິນ. ແຕ່​ລະ​ນະ​ໂຍ​ບາຍ​ຕ້ອງ​ມີ​ວິ​ທີ​ການກວດ​ກາ​ໝາກ​ຜົນ ແລະ ການ​ປັບ​ປຸງ​ຈາກ​ຕົວ​ຈິງ. ບັນຫາ​ໃດ​ໄດ້​ຮັບ​ການ​ແກ້​ໄຂ, ແຫຼ່ງ​ກຳ​ລັງ​ໃດ​ໄດ້​ຮັບ​ການ​ປຸກລຸກຢ່າງລຸ​ລ່ວງ, ປະ​ຊາ​ຊົນ​ໄດ້​ຮັບ​ຜົນ​ຫຍັງ? ແຕ່​ລະ​ໝາກ​ຜົນ​ຕ້ອງ​ຮັບ​ປະ​ກັນ​ລັກ​ສະ​ນະ​ປະ​ສິ​ດ​ທິ​ຜົນ.

ສ​ະ​ພາບ​ການ ຫວຽດ​ນາມ ກ້າວ​ເຂົ້າ​ສູ່​ໄລ​ຍະ​ພັດ​ທະ​ນາ​ດ້ວຍ​ບັນ​ດາ​ເປົ້າ​ໝາຍ​ສູງກວ່າ, ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ໃຫຍ່ກວ່າ, ນີ້​ຮຽກ​ຮ້ອງ​ມີ​ລັກ​ສະ​ນະ​ຕັດ​ສິນ. ນີ້​ແມ່ນ​ວິ​ທີ​ການ​ເຂົ້າ​ເຖິງ ຈາກ​ການ​ວາງ​ອອກ​ນະ​ໂຍ​ບາຍ​ຊີ້​ຂາດ ໄປ​ສູ່ “ການ​ສ້າງ​ໝາກ​ຜົນ”.

ຈາກກອງ​ປະ​ຊຸມ​ສູນ​ກາງພັກ​ຄັ້ງ​ທີ 4, ສິ່ງ​ທີ່​ໄດ້​ຮັບ​ຄວາມ​ມຸ່ງ​ຫວັງ​ບໍ່​ພຽງ​ແຕ່​ແມ່ນ​ບັນ​ດາ​ນະ​ໂຍ​ບາຍ​ຕັດ​ສິນ​ໃໝ່ເທົ່າ​ນັ້ນ, ຫາກ​ຍັງ​ສຳ​ຄັນ​ກວ່າ​ນັ້ນ​ແມ່ນ​ວິ​ທີ​ການ​ກະ​ທຳ​ໃໝ່: ຂຽວ​ຂາດ​ກວ່າ, ມີ​ຄົນ​ຢ່າງ​ຈະ​ແຈ້ງ, ມີ​ວຽກ​ງານ​ຢ່າງ​ຈະ​ແຈ້ງ, ມີ​ຄວາມ​ຮັບ​ຜິດ​ຊອບ​ຢ່າງ​ຈະ​ແຈ້ງ, ມີ​ແຫຼ່ງ​ກຳ​ລັງ ແລະ ໄດ້​ຮັບ​ການ​ຢັ້ງ​ຢືນ​ດ້ວຍ​ປະ​ສິດ​ທິ​ຜົນ​ຕົວ​ຈິງ. ຍ້ອນ​ວ່າ, ກຳ​ລັງ​ຄວາມ​ສາ​ມາດ​ໃນ​ການ​ຊີ້​ນຳ​ນຳ​ພາ ແລະ ຄວາມ​ສາ​ມາດ​ໃນ​ການ​ຄຸ້ມ​ຄອງ​ບໍ​ລິ​ຫານ​ຕ້ອງ​ໄດ້​ສະ​ແດງ​ອອກ​ດ້ວຍ​ໝາກ​ຜົນ​ແຫ່ງ​ການ​ພັດ​ທະ​ນາ​ປະ​ເທດ​ຊາດ, ດ້ວຍ​ກຳ​ລັງ​ແຮງ​ໄດ້​ລຸ​ລ່ວງ​ຂອງ​ທົ່ວ​ສັງ​ຄົມ ແລະ ດ້ວຍ​ຜົນ​ປະ​ໂຫຍດ​ອັນ​ແທດຈິງ​ເຊິ່ງ ປະ​ຊາ​ຊົນ​ແຕ່​ລະ​ຄົນ​ໄດ້​​ຊົມ​ໃຊ້.