ກອງປະຊຸມສຸດຍອດ ນາໂຕ ປີນີ້ແມ່ນການພົບປະຂັ້ນສູງທຳອິດລະຫວ່າງການນຳບັນດາປະເທດໃນສຳພັນທະມິດ ນັບແຕ່ເກີດການປະທະກັນຢູ່ ຕາເວັນອອກກາງ ເມື່ອເດືອນ ກຸມພາ 2026, ເຫດການໄດ້ເປັນຂີດໝາຍການແຕກແຫງຢ່າງຮ້າຍແຮງລະຫວ່າງ ອາເມລິກາ ກັບ ບັນດາພັນທະມິດຫຼັກໃນ ນາໂຕ.
ຫຼຸດຜ່ອນຄວາມເຄັ່ງຕຶງກັບ ວໍຊິງຕັນ
ບັນຫາທຳອິດເຊິ່ງ ນາໂຕ ຕ້ອງແກ້ໄຂຢູ່ Ankara ແມ່ນຄວາມສາມັກຄີພາຍໃນກຸ້ມ. ກ່ອນທີ່ດຳເນີນກອງປະຊຸມສຸດຍອດປີນີ້, ບັນດາເຈົ້າໜ້າທີ່ຂັ້ນສູງຂອງ ອາເມລິກາ ໄດ້ຕຳໜິຕິຕຽນ ນາໂຕ ຢ່າງລ້ຽນຕິດ, ຈາກເລື່ອງ ບັນດາພັນທະມິດໃນນາໂນປະຕິເສດສະໜັບສະໜູນ ອາເມລິກາ ໃນການປະທະກັນກັບ ອີຣານ, ລະດັບການເພີ່ມງົບປະມານດ້ານປ້ອງກັນຊາດ ຂອງບັນດາປະເທດສະມາຊິກຍັງຊັກຊ້າ, ຕະຫຼອດຮອດຄຳກ່າວຫາ ນາໂຕ ເອົາໃຈໃສ່ຫຼາຍເຖິງບັນຫາຄວາມສະເໝີພາບລະຫວ່າງຍິງ - ຊາຍຂະນະທີ່ລະເລີຍທັກສະແກ້ໄຂບັນຫາ. ທ່ານ Donald Trump, ປະທານາທິບໍດີ ອາເມລິກາ ໄດ້ເອີ້ນການພົວພັນລະຫວ່າງ ອາເມລິກາ ແລະ ນາໂຕ ແມ່ນ “ແປກປະຫຼາດ” ດ້ວຍເຫດຜົນທີ່ວ່າ ອາເມລິກາ ໄດ້ຈ່າຍເງິນເປັນຈຳນວນຫຼາຍເພື່ອປົກປ້ອງບັນດາປະເທດ ນາໂຕ ໃນຂະນະນັ້ນບໍ່ໄດ້ຮັບຜົນປະໂຫຍດໃດເລີຍ.
ໄປພ້ອມກັບບັນດາຄຳຕຳໜິຕິຕຽນນັ້ນ, ອຳນາດການປົດຄອງ ອາເມລິກາ ກໍ່ມີບັນດາການກະທຳກໍ່ຄວາມກົດດັນເມື່ອປະກາດຫຼຸດຜ່ອນຈຳນວນທະຫານຕັ້ງທັບຢູ່ ເຢຍລະມັນ, ຈັດກຳລັງທະຫານຄືນໃໝ່ຢູ່ບາງປະເທດ, ຫຼຸດຜ່ອນຄຳໝັ້ນສັນຍາປ້ອງກັນຄວາມສະຫງົບຢູ່ ເອີລົບ ແລະ ຊ້ຳບໍ່ໜຳຍັງນາບຂູ່ຈະຖອນຕົວອອກຈາກ ນາໂຕ. ທ່ານ Charles Kupchan, ນັກຄົ້ນຄວ້າຂັ້ນສູງຢູ່ສະພາພົວພັນຕ່າງປະເທດ (CFR) ທັງເປັນສາດສະດາຈານການພົວພັນກັບສາກົນຢູ່ມະຫາວິທະຍາໄລ Georgetown (ອາເມລິກາ, ໃຫ້ຂໍ້ສັງເກດວ່າ:
“ຖ້າຫາກທ່ານ Donald Trump ຖອນ ອາເມລິກາ ອອກຈາກ ນາໂຕ, ນັ້ນຈະແມ່ນການສັນສະເທື່ອນດ້ານພູມສາດການເມືອງ. ການກະທຳນີ້ຈະທຳລາຍສຳພັນທະມິດທີ່ເຄີບສວມບົດບາດເປັນເສົ້າຄ້ຳໃຫ້ໂລກຕາເວັນຕົກໃນຫຼາຍດ້ານ ນັບແຕ່ເມື່ອ ນາໂຕ ໄດ້ຮັບການສ້າງຕັ້ງຂຶ້ນພາຍຫຼັງຊຸມເດືອນປີຫຼັງສົງຄາມໂລກຄັ້ງທີ 2. ເພາະວ່ານີ້ບໍ່ພຽງແຕ່ແມ່ນສຳພັນທະມິດດ້ານການທະຫານເທົ່ານັ້ນ. ຫາກນີ້ຍັງແມ່ນສຳພັນທະມິດດ້ານການເມືອງ, ເປັນລະບອບລະບຽບການສ່ອງແສງບັນດາຜົນປະໂຫຍດລວມ, ບັນດາຄຸນຄ່າລວມ ແລະ ຄຳໝັ້ນສັນຍາລວມອີກດ້ວຍ”.
ເພື່ອຫຼຸດຜ່ອນຄວາມເຄັ່ງຕຶງກັບ ວໍຊິງເຕັນ, ເຈົ້າໜ້າທີ່ ນາໂຕ ຫຼາຍທ່ານໄດ້ເນັ້ນໜັກເຖິງເລື່ອງ ບັນດາປະເທດສະມາຊິກ ພວມຍູ້ແຮງລາຍຈ່າຍດ້ານປ້ອງກັນຊາດ, ຍົກສູງຄວາມເປັນເຈົ້າເພື່ອແບ່ງປັນພາລະດ້ານການເງິນກັບ ອາເມລິກາ.
ສ້າງຮູບແບບ ນາໂຕ 3.0
ຖ້າຜ່ານຜ່າບັນດາຄວາມແຕກແຫງທີ່ກ່ຽວຂ້ອງເຖິງການປະທະກັນຢູ່ຕາເວັນອອກກາງ ຫຼື ບັນດາຄວາມບໍ່ລົງລອຍກັນໃນການໃຊ້ຈ່າຍດ້ານປ້ອງກັນຊາດໄດ້, ອາເມລິກາ ແລະ ບັນດາປະເທດພັນທະມິດ ນາໂຕ, ພິເສດແມ່ນບັນດາສະມາຊິກຢູ່ ເອີລົບຈະຕ້ອງແກ້ໄຂສິ່ງທ້າທາຍໃຫຍ່ອື່ນນັ້ນແມ່ນສ້າງຮູບແບບ ນາໂຕໃໝ່ ໃນອະນາຄົດ, ຫຼືເອີນວ່າ ນາໂຕ 3.0 (ຖັດຈາກ ນາໂຕ 1.0 ໄລຍະສົງຄາມເຢັນ; ນາໂຕ 2.0 ພາຍຫຼັງໄລຍະສົງຄາມເຢັນຮອດປີ 2022), ນັບທັງທິດສະດີສົງຄາມ, ການຈັດຕັ້ງຂອງລະບົບ, ຂະໜາດອຸປະກອນ ຕະຫຼອດຮອດມາດຕະຖານອາວຸດ… ທ່ານ Mark Rutte, ເລຂາທິການໃຫຍ່ ນາໂຕ ຍ້ອມຮັບວ່າ:
“ທ່ານ Hegseth, ລັດຖະມົນຕີກະຊວງສົງຄາມ ອາເມລິກາ ໄດ້ຊີ້ແຈ້ງຄວາມຈຳເປັນຕ້ອງສ້າງ ນາໂຕ 3.0, ກໍຄືການສ້າງໂຄງປະກອບສຳພັນທະມິດຄືນໃໝ່ໃຫ້ສອດຄ່ອງກັບສັງກາດທັນສະໄໝ. ກ່ຽວກັບບັນຫານີ້, ພວກເຮົາທຸກຄົນລ້ວນແຕ່ເຫັນດີເຫັນພ້ອມ. ພວກເຮົາຕ້ອງສັງເກກດຄວາມຈິງນຳກັນຢ່າງກົງໄປກົງມາ. ສຳພັນທະມິດນີ້ພວມຜ່ານຜ່າການຫັນປ່ຽນຢ່າງເລິກເຊິ່ງ, ກວ້າງຂວາງ, ອາດຈະແມ່ນການປ່ຽນແປງໃຫຍ່ທີ່ສຸດໃນປະຫວັດສາດ, ເພື່ອສ້າງ ນາໂຕ 3.0 ນີ້”.
ບັນຫາທີ່ວາງອອກສຳລັບ ນາໂຕ ແມ່ນຕ້ອງກຳນົດແຈ້ງບັນດາບຸລິມະສິດຂອງຮູບແບບ 3.0. ທ່ານ Friedrich Merz, ນາຍົກລັດຖະມົນຕີ ເຢຍລະມັນ ແບ່ງປັນທັດສະນະນີ້ວ່າ:
“ນາໂຕ ຕ້ອງເປັນຂີດໝາຍຂອງ ເອີລົບຫຼາຍກວ່າອີກ ເພື່ອສາສາດຮັກສາລັກສະນະຂ້າມອັດລັງຕິກ. ຂ້າພະເຈົ້າຖືວ່າ ນັ້ນແມ່ນວິທີສະແດງຖືກຕ້ອງທີ່ສຸດ. ໃນຊຸມປີມໍ່ໆມານີ້, ພວກເຮົາບໍ່ເອົາໃຈໃສ່ຫຼາຍເຖິງຄວາມໝັ້ນຄົງຂອງຕົນເອງ, ປະຈຸບັນພວກເຮົາຕ້ອງມານະພະຍາຍາມເອົາໃຈໃສ່ຫຼາຍໃຫ້ບັນຫານີ້”.
ເຖິງຢ່າງໃດກໍ່ຕາມ, ກ່ອນທີ່ສຸມໃສ່ໃຫ້ແກ່ ນາໂຕ 3.0, ສິ່ງທ້າທາຍໃຫຍ່ສຸດຕໍ່ກັບສຳພັດທະມິດນີ້ຍັງແມ່ນຄວາມສາມັກຄີພາຍໃນກຸ່ມ, ບໍ່ພຽງແຕ່ໃນການພົວພັນລະຫວ່າງ ອາເມລິກາ ກັບບັນດາປະເທດສະມາຊິກອື່ນເທົ່ານັ້ນ, ຫາກໃນເລື່ອງສະໜັບສະໜູນ ຢູແກຼນ ແລະ ແກ້ໄຂການພົວພັນທີ່ສັບສົນກັບປະເທດເຈົ້າພາບ ຕວັກກີ ອີກດ້ວຍ.
