ການ​ປົກ​ຄອງເປັນ​ເອ​ກະ​ພາບ​ພື້ນ​ທີ່​ພັດ​ທະ​ນາ, ເສີມ​ຂະ​ຫຍາຍ​ແຫຼ່ງ​ກຳ​ລັງ​ປະ​ເທດ​ຊາດ​ຢ່າງ​ມີ​ປະ​ສິດ​ທິ​ຜົນ​ ແມ່ນ​ໜຶ່ງ​ໃນ​ສີ່​ບາດ​ກ້າວ​ຫັນ​ປ່ຽນ​ຍຸດ​ທະ​ສາດ​ເຊິ່ງ ​ທ່ານ ໂຕ​ເລິມ ​ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ, ປະ​ທານ​ປະ​ເທດ ຫວຽດ​ນາມ ເຕື້ອງ​ເຖິງ​ໃນ​ບົດ​ກ່າວ​ຄຳ​ເຫັນ​ໄຂ​ກອງ​ປະ​ຊຸມ​ຄັ້ງ​ທີ 3, ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດນາມ ຊຸດ​ທີ XIV ໃນ​ວັນ​ທີ 20 ກໍ​ລະ​ກົດ. ການເຈາະຈິ້ມ​ນີ້​ສະ​ແດງ​ໃຫ້​ເຫັນ​ລັກ​ສະ​ນະ​ຈຳ​ເປັນ​ ຂອງ​ການ​ເປີດກວ້າງ​ຈິນ​ຕະ​ນາ​ການ​ປະ​ຕິ​ຮູບ ​ໄປ​ຍັງ​ບັນ​ດາ​ຂົງ​ເຂດ​ທີ່​ມີ​ຄວາມ​ໝາຍ​ຍຸດ​ທະ​ສາດຍາວ​ນານ ສຳ​ລັບ​ການ​ພັດ​ທະ​ນາ​ປະ​ເທດ​ຊາດ, ແມ່ນ​ບາດ​ກ້າວ​ຍົກ​ລະ​ດັບ​ກ່ຽວ​ກັບ​ຄວາມ​ສາ​ມາດ​ປົກ​ຄອງ​ປະ​ເທດ​ຊາດ.

ຈິດ​ໃຈ​ລຸ​ລ່ວງ​ໃນ​ບາດ​ກ້າວ​ຫັນ​ປ່ຽນ​ຍຸດ​ທະ​ສາດ ​ເຊິ່ງທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ເຈາະຈິ້ມ​ໃນ​ກອງ​ປະ​ຊຸມ​ຄັ້ງ​ທີ 3, ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ຊຸດ​ທີ XIV ແມ່ນ​ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍ​ລວມ: ສ້າງ​ພື້ນ​ຖານ​​ການປົກ​ຄອງ​ແຫ່ງ​ຊາດ​ທີ່​ທັນ​ສະ​ໄໝ, ມີ​ປະ​ສິດ​ທິ​ຜົນ ແລະ ປັບ​ຕົວ​ໃຫ້​ແທດ​ເໝາະ​ກັບ​ບັນ​ດາ​ຄຳ​ຮຽກ​ຮ້ອງ​ພັດ​ທະ​ນາ​ໃນ​ໄລ​ຍະ​ຈະ​ມາ​ເຖິງ​ໄດ້​ດີກວ່າ.

ຮັບຮູ້​ບັນ​ດາ​ແຫຼ່ງ​ກຳ​ລັງ​ໃນ​ລະ​ບົບຄວາມເປັນ​ເອ​ກະ​ພາບ

ໃນ​ບາດ​ກ້າວ​ຫັນ​ປ່ຽນ​ຈາກ​ການຄຸ້ມຄອງ​ແບບ​ກະ​ແຈກ​ກະ​ຈາຍ​ກາຍ​ເປັນ​ການ​ປົກ​ຄອງ​ເປັນ​ເອ​ກະ​ພາບ​ພື້ນ​ທີ່​ພັດ​ທະ​ນາ ແລະ ແຫຼ່ງ​ກຳ​ລັງ​ປະ​ເທດ​ຊາດ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ຢັ້ງ​ຢືນ​ວ່າ ພື້ນ​ຖານການປົກຄອງ​ບໍ​ລິ​ຫານ​ບໍ່​ອາດ​ຈຳ​ກັດ​ຈິນ​ຕະ​ນາ​ການ​ພັດ​ທະ​ນາ. ທີ່​ດິນ, ທະ​ເລ, ຕົວ​ເມືອງ, ພື້ນ​ຖານ​ໂຄງ​ລ່າງ, ຊັບ​ພະ​ຍາ​ກອນ​ມະ​ນຸດ, ຂໍ້​ມູນ​ຕ້ອງ​ໄດ້​ຮັ​ບ​ການ​ສັງ​ເກດ​ຕາມ​ລະ​ບົບ​, ຈັດ​ຕັ້ງ​ຕາມ​ຍຸດ​ທະ​ສາດ​ແຫ່ງ​ຊາດ, ທ່າ​ໄດ້​ປຽບ​ຂອງ​ເຂດ, ມີ​ປະ​ສິດ​ທິ​ຜົນ​ສັງ​ລວມ. ບາດ​ກ້າວ​ນີ້​ຕ້ອງ​ສ້າງພື້ນ​ທີ່​ພັດ​ທະ​ນາ​ໃໝ່, ນຳ​ແຫຼ່ງ​ກຳ​ລັງ​ໄປ​ຍັງ​ບ່ອນ​ທີ່​ນຳ​ໃຊ້​ຢ່າງ​ມີ​ປະ​ສິດ​ທິ​ຜົນ, ກົມ​ກຽວລະ​ຫວ່າງ​ຜົນ​ປະ​ໂຫຍດ​ຂອງ​ລັດ, ປະ​ຊາ​ຊົນ, ວິ​ສາ​ຫະ​ກິດ, ເຊື່ອມ​ຕໍ່​ທ່າ​ໄດ້​ປຽບ​ທ້ອງ​ຖິ່ນ​ກາຍ​ເປັນ​ກຳ​ລັງ​ແຮງ​ຂອງ​ປະ​ເທດ​ຊາດ.

ຕາມ​ທ່ານ​ ສຈ.ປອ ຫງວຽນ​ຕວັນ​ແອັງ ​ຫົວ​ໜ້າບັນ​ນາ​ທິ​ການ​ ວາ​ລະ​ສານ​ວິ​ທະ​ຍ​າ​ສາດ​ສັງ​ຄົມ ແລະ ​ມະ​ນຸດສາດ, ມະ​ຫາ​ວິ​ທະ​ຍາ​ສາດ​ວິ​ທະ​ຍາ​ສາດ, ສັງ​ຄົມ ແລະ ​ມະ​ນຸດສາດ, ມະ​ຫາ​ວິ​ທະ​ຍາ​ສາດ​ແຫ່ງ​ຊາດ ຮ່າ​ໂນ້ຍ​ ແລ້ວ, ຄຳ​ຮຽກ​ຮ້ອງ​ສ້າງ ບາດ​ກ້າວ​ຫັ​ນ​ປ່ຽນ​ຈາກ​ການ​ຄຸ້ມ​ຄອງ​ແບບ​ກະ​ແຈກ​ກະ​ຈາຍ​ກາຍ​ເປັນ​ການ​ປົກ​ຄອງ​ເປັນ​ເອ​ກະ​ພາບ​ພື້ນ​ທີ່​ພັດ​ທະ​ນາ ແລະ ແຫຼ່ງ​ກຳ​ລັງ​ປະ​ເທດ​ຊາດ ເຊິ່ງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ​ຍົກ​ອອກ​ມາ​ແມ່ນ​ສິ່ງ​ທ່ານ​ມີຄວາມສົນ​ໃຈ​ທີ່​ສຸດ.

ນີ້​ແມ່ນ​ທິດ​ທາງ​ທີ່​ມີ​ຄວາມ​ໝາຍ​ຍຸດ​ທະ​ສາດ. ບາດ​ກ້າວ​ຫັນ​ປ່ຽນ​ນີ້​ຮຽກ​ຮ້ອງ​ຕ້ອງຮັບຮູ້​ບັນ​ດາ​ແຫຼ່ງ​ກຳ​ລັງ​ໃນ​ລະ​ບົບຄວາມ​ເປັນ​ເອ​ກະ​ພາບ, ໄດ້​ຈັດ​ຕັ້ງ​ຕາມ​ຍຸດ​ທະ​ສາດ​ແຫ່ງ​ຊາດ, ທ່າ​ໄດ້​ປຽບ​ເຂດ ແລະ ມີ​ປະ​ສິດ​ທິ​ຜົນ​ໃນ​ການ​ພັດ​ທະ​ນາ​ສັງ​ລວມ. ແຕ່​ລະ​ທ້ອງ​ຖິ່ນ​ຍັງ​ຕ້ອງ​ເສີມ​ຂະ​ຫຍາຍ​ທ່າ​ໄດ້​ປຽບ​ສະ​ເພາະ, ແຕ່​ຍັງຈັັດຢູ່ໃນ​ການ​ເຊື່ອມ​ຕໍ່​ກັບ​ບັນ​ດາ​ທ້ອງ​ຖິ່ນ​ອື່ນ ແລະ ກັບ​ເປົ້າ​ໝາຍ​ລວມ​ຂອງ​ປະ​ເທດ​ຊາດ.

ທ່ານ ​ສຈ.ປອ ຫງວຽນ​ຕວັນ​ແອັງ ຖື​ວ່າ​ ຖ້າ​ປະ​ຕິ​ບັດ​ບາດ​ກ້າວ​ຫັນ​ປ່ຽນ​ນີ້​ເປັນ​ຢ່າງ​ດີ, ຫວຽດ​ນາມ ບໍ່​ພຽງ​ແຕ່​ລະ​ດົມ​ໄດ້​ແຫຼ່ງ​ກຳ​ລັງ ແລະ ນຳ​ໃຊ້​ບັນ​ດາ​ແຫຼ່ງ​ກຳ​ລັງ​ຂອງ​ປະ​ເທດ​ຊາດ​ຢ່າງ​ມີ​ປະ​ສິດ​ທິ​ຜົນ​ເທົ່າ​ນັ້ນ, ຫາກ​ຍັງ​ສ້າງເປັນ​ບັນ​ດາ​ພື້ນ​ທີ່​ພັດ​ທະ​ນາ​ໃໝ່, ເພີ່ມ​ທະ​ວີ​ການ​ເຊື່ອມ​ຕໍ່​ເຂດ, ຮັບ​ປະ​ກັນ​ຄວາມ​ກົມ​ກຽວ​ລະ​ຫວ່າງ​ຜົນ​ປະ​ໂຫຍດ​ລະ​ຫວ່າງ​ລັດ, ປະ​ຊາ​ຊົນ ແລະ ວິ​ສາ​ຫະ​ກິດ, ຜ່ານ​ນັ້ນ ກໍ່​ສ້າງ​ພື້ນ​ຖ​ານ​ໃຫ້​ແກ່​ການ​ພັດ​ທະ​ນາ​ໂດຍ​ໄວ, ກວມ​ລວມ ແລະ ຍືນ​ຍົງ.

ບາດ​ກ້າວ​ຍົກ​ລະ​ດັບ​ກ່ຽວ​ກັບ​ຈິນ​ຕະ​ນາ​ການ ແລະ ກຳລັງຄວາມ​ສາ​ມາດ​ໃນ​ການ​ປົກ​ຄອງ​ແຫ່ງ​ຊາດ

ກ່ຽວ​ກັບ​ໝາກ​ຜົນ​ຂອງ​ການ​ປະ​ຕິ​ຮູບ​ກົງ​ຈັກ​ການ​ຈັດ​ຕັ້ງ, ຜູ້​ນຳ​ພັກ, ລັດ ຢັ້ງ​ຢືນ​ວ່າ ​ການ​ສັບ​ຊ້ອນ​ລະ​ບົບ​ການ​ເມືອງ​ໃນ​ໄລ​ຍະ​ຜ່ານ​ມາ​ ໄດ້​ສ້າງ​ໂຄງ​ປະ​ກອບທີ່​ກະ​ທັດ​ລັດ​ກວ່າ, ແຕ່​ວ່າ “ການຊັບ​ຊ້ອນ​ກົງ​ຈັກ​ໃຫ້ກະ​ທັດ​ລັດ​ຈຶ່ງແມ່ນ​ເງື່ອ​ນ​ໄຂ”. ຜົນ​ສຳ​ເລັດ​ຂອງ​ການ​ປະ​ຕິ​ຮູບ​ບໍ່ໄດ້​ສະ​ແດງ​ອອກ​ຜ່ານ​ຈຳ​ນວນ​ອົງ​ການ​ທີ່ໄດ້​ໂຮມ​ເຂົ້າ​ກັນ, ຈຳ​ນວນ​ຫົວ​ໜ່ວຍ ຫຼື​ ​ລັດ​ຖະ​ກອນຖືກ​ລຸດ​ລົງ, ຫາກ​ຍັງ​ຕ້ອງ​ຢັ້ງ​ຢືນ​ເມື່ອ​ວິ​ວັດ​ການ​ອອກ​ການ​ຕັດ​ສິນ​ກຳນົດທີ່ໄວ​ກວ່າ, ການ​ປະ​ສານ​ສົມ​ທົບ​ລະ​ຫວ່າງ​ບັນ​ດາ​ອົງ​ການ​ລຸ​ລ່ວງກວ່າ, ​ການ​ປະ​ຕິ​ບັດລະ​ບຽບ​ການ​ມີ​ຄວາມ​ສະ​ດວກກວ່າ ແລະ ການ​ຮັບ​ໃຊ້​ປະ​ຊາ​ຊົນ, ວິ​ສາ​ຫະ​ກິດ​ດີກວ່າ. ນັ້ນ​ແມ່ນ​​ເຫດຜົນທີ່ ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ຮຽກ​ຮ້ອງ​ໄມ້ຫຼາ​ວັດ​ແທກ​ຂອງວຽກ​ງານ​ສະຫຼຸບ​ເບື້ອງ​ຕົ້ນ 1 ປີ​ແຫ່ງ​ການ​ເຄື່ອນ​ໄຫວ​ຮູບ​ແບບ​ໃໝ່​ ບໍ່​ພຽງ​ແຕ່​ແມ່ນ​ຈຳ​ນວນ​ຫົວ​ໜ່ວຍຫຼຸດ​ລົງ​ເທົ່າ​ນັ້ນ ຫາກ​ຍັງ​ຕ້ອງ​ແມ່ນປະ​ສິດ​ທິ​ຜົນ​ໃນ​ການ​​ນຳ​ພາ, ການ​ຄຸ້ມ​ຄອງ​ບໍ​ລິ​ຫານ ແລະ ຄຸນ​ນະ​ພາບ​ການ​ຮັບ​ໃຊ້​ປະ​ຊາ​ຊົນອີກດ້ວຍ.

ວິ​ເຄາະ​ລົງ​ເລິກ​ກ່ຽວ​ກັບການຊີ້ນຳນີ້, ທ່ານ​ ສຈ.ປອ ຫງວຽນ​ຕວັນ​ແອັງ ຖື​ວ່າ ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ໄດ້​ເຮັດ​​ແຈ້ງ​ທາດ​ແທ້ ແລະ ເປົ້າ​ໝາຍຫຼັກ​ຂອງ​ພາ​ລະ​ກິດ​ແຫ່ງ​ການ​ສັບ​ຊ້ອນ​ກົງ​ຈັກ​. ການຊີ້ນຳນັ້ນ​ໄດ້​ສະ​ແດງໃຫ້ເຫັນ​ບາດ​ກ້າວ​ໃໝ່​ກ່ຽວ​ກັບ​ຈິນ​ຕະ​ນາ​ການ​ໃນ​ການ​ປົກ​ຄອງ.

ການຊີ້ນຳສະ​ແດງ​ໃຫ້​ເຫັນ​ບາດ​ກ້າວ​ຍົກ​ລະ​ດັບ​ກ່ຽວ​ກັບ​ຈິນ​ຕະ​ນາ​ການ​ ແລະ ກຳລັງຄວາມ​ສາ​ມາດການ​ປົກ​ຄອງ​ປະ​ເທດ​ຊາດ​ຢ່າງ​ແທ້​ຈິງ. ກ່ອນ​ອື່ນ​ໝົດ, ນັ້ນ​ແມ່ນ​ການ​ຫັນ​ປ່ຽນ​ຈຸດ​ສຸມ​ການ​ຕີ​ລ​າ​ຄາ​ບັນ​ດາ​ດັດ​ຊະ​ນີ​ສົ້ນ​ເຂົ້າ, ເຊັ່ນວ່າ ຈຳ​ນວນ​​ອົງ​ການ, ຫົວ​ໜ່ວຍ ຫຼື ​ລັດ​ຖະ​ກອນ​ໄດ້ຫຼຸດ​ລົງ, ໄປ​ຍັງ​ບັນ​ດາ​ໝາກ​ຜົນ ແລະ ຜົນ​ກະ​ທົບ​ໃນ​ຕົວ​ຈິງ. ກົງ​ຈັກ​ກະ​ທັດ​ລັດ​ຈະ​ມີ​ຄວາມ​ໝາຍ​ຢ່າງ​ແທ້​ຈິງກໍ່ຕໍ່ເມື່ອທັງ​ຍົກ​ສູງໄດ້​ປະ​ສິດ​ທິ​ຜົນ​ຂອງ​ການ​ນຳ​ພາ, ການ​ຄຸ້ມ​ຄອງ​ບໍ​ລິ​ຫານ ແລະ ຄຸນ​ນະ​ພາບ​ການ​ຮັບ​ໃຊ້​ປະ​ຊາ​ຊົນ. ທີ​ສອງ, ການຊີ້ນຳນີ້​ຖື​ປະ​ຊາ​ຊົນ​ເປັນ​ໃຈ​ກາງ. ຄຸນ​ນະ​ພາບ​ການ​ເຄື່ອນ​ໄຫວ​ຂອງ​ລະ​ບົບ​ກາ​ນ​ເມືອງ ​ບໍ່​ພຽງ​ແຕ່​ໄດ້​ຕີ​ລາ​ຄາ​ຈາກ​ພາຍ​ໃນ​ກົງ​ຈັກ​ເທົ່າ​ນັ້ນ ຫາກ​ຍັງ​ຕ້ອງ​ໄດ້​ຮັບ​ການ​ຮັບຮູ້ຈາກ​ການ​ລົງປະ​ຕິ​ບັດ​ຕົ​ວ​ຈິງ​ຂອງ​ປະ​ຊາ​ຊົນ. ບັນ​ດາ​ມາດຖານຄື​ກຳນົດເວ​ລາ​ແກ້ໄຂລະ​ບຽບ​ການ​ບໍ​ລິ​ຫານ, ຄວາມ​ສາ​ມາດ​ເຂົ້າ​ເຖິງ​ການ​ບໍ​ລິ​ການສາທາລະນະ, ລະ​ດັບການ​ເປີດ​ເຜີຍ, ໂປ່ງ​ໃສ, ຄວາມ​ອາດສາ​ມາດ​ຕອບກັບ​ຄຳ​ສະ​ເໜີ​ແນະ ແລະ ຄວາມ​ເພີ່ງ​ພໍ​ໃຈ​ຂອງ​ປະ​ຊາ​ຊົນ ຕ້ອງ​ກາຍ​ເປັນ​ບັນ​ດາ​ໄມ້ຫຼາ​ວັດ​ແທກ​ທີ່​ສຳ​ຄັນ.

ນອກ​ຈາ​ກ​ນັ້ນ, ນີ້​ກໍ່​ແມ່ນ​ຄຳ​ຮຽກ​ຮ້ອງ​ຈາກ​ການ​ຄຸ້ມ​ຄອງ​ບໍ​ລິ​ຫານ​ໄປ​ຍັງ​ການ​ປົກ​ຄອງ​ທີ່​ທັນ​ສະ​ໄໝ​. ການ​ປົກ​ຄອງ​ປະ​ເທດ​ຊາດ​ທີ່ທັນ​ສະ​ໄໝ​ຮຽກ​ຮ້ອງ​ຕ້ອງ​ມີ​ການ​ປະ​ສານ​ສົມ​ທົບ​ລະ​ຫວ່າງ​ທຸກ​ຂັ້ນ, ທຸກ​ຂະ​ແໜງ​ການ, ການ​ແບ່ງ​ຂັ້ນ​ຕິດ​ພັນ​ກັບ​ສິດ​ອຳ​ນາດ, ແຫຼ່ງ​ກຳ​ລັງ, ຊັບ​ພະ​ຍາ​ກອນ​ມະ​ນຸດ ແລະ ຂໍ້​ມູນ; ພ້ອມ​ທັງ​ຕ້ອງ​ເພີ່ມ​ທະ​ວີ​ຄວາມ​ຮັບ​ຜິ​ດ​ຊອບ​ໃນ​ການ​ອະ​ພິ​ປາຍ. ພາຍຫຼັງ 1 ປີ​ແຫ່ງ​ການ​ຜັນ​ຂະ​ຫຍາຍ​ຮູບ​ແບບ​ການຈັດຕັ້ງ​ໃໝ່​, ການ​ປະ​ຕິ​ຮູບ​ພວມ​ກ້າວ​ເຂົ້າ​ສູ່​ໄລ​ຍະ​ຕັດ​ສິນ, ເມື່ອ​ຈຸດ​ສຸມ​ແມ່ນ​ຍົກ​ສູງ​ຄຸນ​ນະ​ພາບ​ໃນ​ການ​ເຄື່ອນ​ໄຫວ. ຜົນ​ສຳ​ເລັດ​ຂອງ​ກຳລັງຄວາມ​ສາ​ມາດ​ເຄື່ອນ​ໄຫວ​ໃໝ່​ແມ່ນ​ໄມ້ຫຼາ​ວັດ​ແທກ​ຄຸນ​ຄ່າ​ຂອງ​ການ​ປະ​ຕິ​ຮູບ ຍ້ອນ​ວ່າ ສຸດ​ທ້າຍແລ້ວ, ທຸກ​ນະ​ໂຍ​ບາຍ​ຊີ້​ຂາດ​ລ້ວນ​ແຕ່​ຕ້ອງ​ສ້າງ​ກຳ​ລັງ​ຄວາມ​ສາ​ມາ​ດ​ພັດ​ທະ​ນາ​ໃໝ່​ໃຫ້​ແກ່​ປະ​ເທດ​ຊາດ./.