​ວັນ​ທີ 21 ກັ​ນ​ຍາ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ, ປະ​ທານ​ປະ​ເທດ ຫວຽດ​ນາມ ໂຕເລີ່ມ ໄດ້ເລີ່ມ​ຕົ້ນ​ບັນ​ດາ​ການ​ເຄື່ອນ​ໄຫວ​ໃນ​ຂອບ​ເຂດ​ເຂົ້າ​ຮ່ວມ​ວາ​ລະ​ປຶກ​ສາ​ຫາ​ລື​ຂັ້ນ​ສູງ ສະ​ມັດ​ຊາ​ໃຫຍ່ ສ​ປ​ຊ ຊຸດ​ທີ 81 ແລະ ຄາດ​ວ່າ​ຈະ​ມີ​ບົດ​ກ່າວ​ຄຳ​ເຫັນ​ສຳ​ຄັນ​ຢູ່​ທີ່​ນີ້. ຈາກ​ນິວ​ຢອກ, ຫວຽດ​ນາມ​ອີກ​ຄັ້ງ​ໜຶ່ງ​ນຳ​ສຽງ​ເວົ້າ​ຂອງ​ຕົນ​ຂຶ້ນ​ເຖິງ​ເວ​ທີ​ປາ​ໄສຫຼາຍ​ຝ່າຍ​ສຳ​ຄັນ​ແຖວ​ໜ້າ​ໂລກ. ນີ້​ແມ່ນ​ໂອ​ກາດ​ເພື່ອ​ໃຫ້ ຫວຽດ​ນາມ ແບ່ງ​ປັນ​ເສັ້ນ​ທາງກວ່າ 40 ປີ​ແຫ່ງ​ການປ່ຽນ​ແປງ​ໃໝ່, ບັນ​ດາ​ບົດ​ຮຽນ​ປະ​ສົບ​ການ​ໃນ​ວິ​ວັດ​ການ​ເຊື່ອມ​ໂຍງ ແລະ ພັດ​ທະ​ນາ, ພ້ອມ​ທັງ​ຢັ້ງ​ຢືນ​ບັນ​ດາ​ແງ່​ຫວັງ​ຂອງ​ປະ​ເທດ​ຊາດ​ໃນ​ສັງ​ກາດ​ໃໝ່.

ວາ​ລະ​ປຶກ​ສາ​ຫາ​ລື​ຂັ້ນ​ສູງ ສະ​ມັດ​ຊາ​ໃຫຍ່ ສ​ປ​ຊ ປີ​ນີ້​ໄດ້​ດຳ​ເນີນ​ໃນ​ສະ​ພາບ​ການ​ໂລກ​ພວມ​ຍືນ​ຢູ່​ຕໍ່​ໜ້າ​ບັນ​ດາ​ການ​ຫັນປ່ຽນ​​ທີ່​ເລິກ​ເຊິ່ງ. ມີ​ປະ​ມຸກ​ລັດ, ນາ​ຍົກ​ລັດ​ຖະ​ມົນ​ຕີຂອງຫຼາຍກວ່າ 130 ປະ​ເທດ ເຂົ້າ​ຮ່ວມ, ພ້ອມ​ກັນ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ຫົວ​ຂໍ້ “ຟື້ນ​ຟູ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ, ຄຸ້ມ​ຄອງວິ​ວັດ​ການ​ຫັນ​ປ່ຽນ, ສ​ປ​ຊ ນຳ​ມາ​ເຊິ່ງ​ໝາກ​ຜົນ​ໃຫ້​ແກ່​ປະ​ຊາ​ຊົນ​ໝົດ​ທຸກ​ຄົນ”. ນີ້​ບໍ່​ພຽງ​ແຕ່​ແມ່ນ​ສະ​ຖານ​ທີ່​ບັນ​ດາ​ປະ​ເທດ​ນຳສະ​ເໜີ​ທັດ​ສະ​ນະ​ຂອງ​ຕົນ​ເທົ່າ​ນັ້ນ ຫາກ​ຍັງ​ແມ່ນ​ສະ​ຖານ​ທີ່​ເພື່ອ​ຊອກ​ຫາ​ສຽງ​ເວົ້າ​ລວມ ຕໍ່​ບັນ​ດາ​ບັນ​ຫາ​ພວມ​ມີ​ຜົນ​ກະ​ທົບ​ຕໍ່​ມວນ​ມະ​ນຸດ.

ຫວຽດ​ນາມບໍ່​ຢື່ນ​ຢູ່​ຕໍ່​ໜ້າ​ບັນ​ດາ​ການ​ຫັນ​ປ່ຽນ​ຂອງ​ໂລກ

ການ​ປະ​ທະ​ກັນ ແລະ ແບ່ງແຍກ​ດ້ານ​ພູ​ມີ​ສາດ​ການ​ເມືອງ, ຄວາມ​ທຸກ​ຍາກ, ຂາດ​ຄວາມ​ສະ​ເໝີ​ພາບ, ການ​ປ່ຽນ​ແປງ​ຂອ​ງ​ດິນ​ຟ້າ​ອາ​ກາດ, ການ​ຫຼຸດ​ຜ່ອນ​ແຫຼ່ງ​ກຳ​ລັງ​ໃຫ້​ແກ່​ການ​ພັດ​ທະ​ນາ ແລະ ການ​ເຄື່ອນ​ໄຫວ​ມະ​ນຸດ​ສະ​ທຳ, ກໍ່​ຄື​ບັນ​ດາ​ການ​ປ່ຽນ​ແປງວິ​ທະ​ຍ​າ​ສາດ, ເຕັກ​ໂນ​ໂລ​ຢີ​ຢ່າງວ່ອງ​ໄວ​ພວມ​ວາງ​ອອກ​ບັນ​ດາ​ສິ່ງ​ທ້າ​ທາຍ​ທີ່​ນັບ​ມື້​ນັບ​ສັບ​ສົນ. ຈຸດ​ລວມ​ຂອງ​ບັນ​ດາ​ສິ່ງ​ທ້າ​ທາຍ​ນີ້​ແມ່ນ​ ບໍ່​ມີ​ປະ​ເທດ​ໃດ​ອາດ​ສາ​ມາດ ແກ້​ໄຂ​ດ້ວຍ​ຕົນ​ເອງ​ໄດ້. ພວກ​ຂ້າ​ພະ​ເຈົ້າ​ຮຽກ​ຮ້ອງໃຫ້ມີ​ການ​​ສົນ​ທະ​ນາ, ກາ​ນ​ຮ່ວມ​ມື ແລະ ບັນ​ດາ​ມາດ​ຕະ​ການຫຼາຍ​ຝ່າຍ.

ສຳ​ລັບ ຫວຽດ​ນາມ, ນີ້​ກໍ່​ແມ່ນ​ບັນ​ດາ​ບັນ​ຫາ​ຕິດ​ພັນ​ໂດຍ​ກົງ​ກັບ​ວິ​ວັດ​ການ​ພັດ​ທະ​ນາ​ຂອງ​ປະ​ເທດ​ຊາດ. ພື້ນ​ຖານ​ເສດ​ຖະ​ກິດ​ມີ​ລະ​ດັບ​ເປີດ​ສູງ ຕ້ອງ​ການ​ສະ​ພາບ​ແວດ​ລ້ອມ​ສາ​ກົນ​ທີ່​ມີ​ຄວາມ​ສະ​ເໝີ​ພາບ, ມີ​ສະ​ຖຽນ​ລະ​ພາບ ແລະ ມີ​ຄວາມ​ສະ​ດວກ​ໃຫ້​ການ​ຮ່ວມ​ມື. ປະ​ເທດ​ໜຶ່​ງ​ທີ່​ຖືກ​ຜົນ​ກະ​ທົບ​ຢ່າງ​ຮຸນແຮງ​ຂອງ​ການ​ປ່ຽນ​ແປງ​ດິນ​ຟ້າ​ອາ​ກາດ​ຕ້ອງ​ມີ​ການ​ປະ​ສານ​ສົມ​ທົບ ແລະ ມີ​ແຫຼ່ງ​ກຳ​ລັງ​ສາ​ກົນ. ຫວຽດ​ນາມ ພວມ​ຍູ້​ແຮງ​ການ​ຫັນ​ເປັນ​ດີ​ຈີ​ຕອນ, ພັດ​ທະ​ນາ​ປັນ​ຍາ​ປະ​ດິດ, ເຕັກ​ໂນ​ໂລ​ຢີ​ສູງ​ຕ້ອງ​ເຂົ້າ​ຮ່ວມ​ວິ​ວັດ​ການ​ສ້າງ​ບັນ​ດາຫຼັກ​ການ ແລະ ຂອບ​ເຂດ​ການ​ຮ່ວມ​ມື​ທີ່​ເໝາະ​ສົມ​ກັບ​ບັນ​ດາ​ການ​ປ່ຽນ​ແປງ​ໃໝ່​ຂອງ​ໂລກ. ທ່ານ​ ໂດ​ຮຸ່ງຫວຽດ ເອກ​ອັກ​ຄະ​ລັດ​ຖະ​ທູດ, ຫົວ​ໜ້າ​ຄະ​ນະ​ຜູ້​ຕາງ​ໜ້າ​ຫວຽດ​ນາມ ປະ​ຈຳ ສ​ປ​ຊ ແບ່ງ​ປັນ​ວ່າ:

ສານ​ຂອງ ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ຢູ່​ສັບ​ປະ​ດາ​ຂັ້ນ​ສູງ​ຂອງ ສະ​ມັດ​ຊາ​ໃຫຍ່​ສ​ປ​ຊ ມີ​ລັກ​ສະ​ນະ​ຮອບ​ດ້ານ ແລະ ກວມ​ລວມ. ສານ​ນີ້​ສຸມ​ໃສ່​ເຂົ້າ​ການ​ປັບ​ປຸງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ, ຮ່ວມ​ແຮງ​ຮ່ວມ​ໃຈ​ກະ​ທຳ​ຂອງ​ບັນ​ດາ​ປະ​ເທດ​ເພື່ອ​ ວິ​ວັດ​ການ​ຫັນ​ປ່ຽນ ​ເຊິ່ງ​ພວກ​ເຮົາ​ພວມ​ຫັນ​ປະ​ຈັກ​ຕາໃນ​ປັດ​ຈຸ​ບັນ ຈະ​ສ້າງ​ບັນ​ດາ​ກາ​ລະ​ໂອ​ກາດຫຼາຍກວ່າ​ອີກ, ເພື່ອ​ໃຫ້​ທຸກ​ປະ​ເທດ, ປະ​ຊາ​ຊົນ​ໝົດ​ທຸກ​ຄົນ​ອາດ​ສາ​ມມາດຍາດແຍ່ງບັນ​ດາ​ກາ​ລະ​ໂອ​ກາດ​ນັ້ນ, ບໍ່​ໃຫ້​ປະ​ເທດ​ໃດ, ບໍ່​ມີ​ຜູ້​ໃດ​ຖືກ​ປະ​ໄວ້​ຢູ່​ທາງຫຼັງ ແລະ ບໍ່​ໄດ້​ຊົມ​ໃຊ້​ໝາກ​ຜົນ​ຂອງວິ​ວັດ​ການ​ພັດ​ທະ​ນາ.

ສານ​ນັ້ນ ກໍ່​ສະ​ແດງ​ໃຫ້​ເຫັນ​ວິ​ທີ​ການ​ເຂົ້າ​ເຖິງ​ທີ່​ນັບ​ມື້​ນັບ​ຈະ​ແຈ້ງ​ຂອງ ຫວຽດ​ນາມ: ພັດ​ທະ​ນາ​ປະ​ເທດ​ຕ້ອງ​ຕິດ​ພັນ​ກັບ​ການ​ຮ່ວມ​ມື​ສາ​ກົນ ແລະ ຄວາມ​ຮັບ​ຜິດ​ຊອບ​ຕໍ່​ບັນ​ດາ​ບັນ​ຫາ​ລວມ. ທ່ານ​ນາງ Pauline Tamesis ຜູ້​ປະ​ສານ​ງານ​ສ​ປ​ຊ ປະ​ຈຳ ຫວຽດ​ນາມ ຕີ​ລາ​ຄາ​ວ່າ:

ຄະ​ນະ​ຜູ້​ຕາງ​ໜ້າ​ຂັ້​ນ​ສູງ ຫວຽດ​ນາມ, ໂດຍ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ​ໂຕເລີມນຳ​ໜ້າ, ໄດ້​ສົ່ງ​ສານ​ຢ່າງ​ຈະ​ແຈ້ງ ແລະ ເຂັ້ມ​ແຂງ​ກ່ຽວ​ກັບ​ລະ​ດັບ​ຄວາມ​ສຳ​ຄັນ​ເຊິ່ງ ຫວຽດ​ນາມ ສະ​ຫງວນ​ໃຫ້​ແກ່​ສ​ປ​ຊ ແລະ ລັດທິ​ຫຼາຍ​ຝ່າຍ, ໃນ​ຈຸດ​ເວ​ລາ​ເຊິ່ງ​ການ​ຮ່ວ​ມ​ມື​ສາ​ກົນ ພວມ​ມີ​ຄວາມ​ຈຳ​ເປັນ​ກວ່າ​ເວ​ລາ​ໃດ​ໝົດ, ຢັ້ງ​ຢືນ​ຄຳ​ໝັ້ນ​ສັນ​ຍາ​ຢ່າງ​ຈະ​ແຈ້ງ​ຂອງ ຫວຽດ​ນາມ​ໃນ​ການ​ສະ​ໜັບ​ສະ​ໜູນ​ລະ​ບົບຫຼາຍ​ຝ່າຍ​ທີ່​​ສະ​ເໝີ​ພາບ ແລະ ຄວາມ​ຍຸ​ຕິ​ທທຳໂດຍ​ສ​ປ​ຊ ສວມ​ບົດບາດ​ເປັນ​ໃຈ​ກາງ.

ນຳ​ຄວາມ​ມຸ່ງ​ຫວັງຂອງ​ຫວຽດ​ນາມ ເຂົ້າ​ກະ​ແສ​ລວມ

ສຽງ​ເວົ້າ​ຂອງ ຫວຽດ​ນາມ ຢູ່​ເວ​ທີ​ປາ​ໄສ​ສ​ປ​ຊ ໄດ້​ສ້າງ​ຂຶ້ນ​ຈາກວິ​ວັດ​ການ​ພັດ​ທະ​ນາ​ຂອງ​ປະ​ເທດ​ຊາດ. ກວ່າ 40 ປີ​ແຫ່ງ​ການ​ປ່ຽນ​ແປງ​ໃໝ່​ໄດ້​ນຳ ຫວຽດ​ນາມ ຈາກ​ປະ​ເທດ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກຫຼັງ​ສົງ​ຄາມ​ກາຍ​ເປັນ​ພື້ນ​ຖານ​ເສດ​ຖະ​ກິດ​ເຊື່ອມ​ໂຍງ​ເຂົ້າ​ກັບ​ໂລກ​ຢ່າງ​ເລິກ​ເຊິ່ງກວ້າງ​ຂວາງ, ນັບ​ມື້​ນັບ​ຕັ້ງ​ໜ້າເຂົ້າ​ຮ່ວມ​ບັນ​ດາ​ກົນ​ໄກຫຼາຍ​ຝ່າຍ ແລະ ແບກຫາບຫຼາຍ​ໜ້າ​ທີ່​​ສາ​ກົນທີ່ສຳຄັນ. ທ່ານ Pauline Tamesis ປະ​ສານ​ງານ​ຜູ້​ປ​ະ​ຈຳ​ການ​ສ​ປ​ຊ ໃຫ້​ຂໍ້​ສັງ​ເກດ​ວ່າ:

ປັດ​ຈຸ​ບັນ, ພວກ​ເຮົາ​ເຫັນ ຫວຽດ​ນາມ​ພວມ​ຫັນ​ປ່ຽນ​ຢ່າງ​ແຮງ​ຈາກ​ຈາກ​ທີ່​ຕັ້ງ​ເປັນ​ຜູ້​ຊົມ​ໃຊ້​ການ​ຮ່ວ​ມ​ມື​ສາ​ກົນ ໄປສູ່​ບົດ​ບາດ​ເປັນ​ຜູ້​ປະ​ກອບ​ສ່ວນ​ຢ່າງ​ຕັ້ງ​ໜ້າ​ໃຫ້​ແກ່​ວິ​ວັດ​ການ​ທົ່ວ​ໂລກ. ການ​ພົວ​ພັນ ສ​ປ​ຊ ແລະ ຫວຽດ​ນາມ ນັບມື້​ນັບ​ມີ​ລັກ​ສະ​ນະ​ສອງ​ສົ້ນ: ສ​ປ​ຊ ໜູນ​ຊ່ວຍ​ບັນ​ດາ​ແງ່​ຫວັງ​ພັດ​ທະ​ນາ​ຂອງ ຫວຽດ​ນາມ, ສ່ວນ ຫວຽດ​ນາມ ປະ​ກອບ​ສ່ວນ​ປະ​ສົບ​ການ, ບົດ​ບາດ​ນຳ​ພາ ແລະ ວິ​ທີ​ການ​ແກ້​ໄຂ​ໃຫ້​ແກ່​ບັນ​ດາ​ໂຄງ​ການ​ດຳ​ເນີນ​ງານ​ລວມ​ທົ່ວ​ໂລກ. ເມື່ອ ຫວຽດ​ນາມ ກ້າວ​ເຂົ້າ​ສູ່​ສັງ​ກາດ​ພັດ​ທະ​ນາ​ໃໝ່, ສ​ປ​ຊ ປາດ​ຖະ​ໜາ​ຢາກ​ສ້າງ​ກາ​ນ​ພົວ​ພັນ​ຄູ່​ຮ່ວມ​ມື​ພ້ອມ​ກັນ​ພັດ​ທະ​ນາ, ສ້າງ​ເງື່ອ​ນ​ໄຂ​ເພື່ອ​ໃຫ້ ຫວຽດ​ນາມ ປະ​ກອບ​ສ່ວນຫຼາຍກວ່າ​ອີກ ໃຫ້​ແກ່​ສັນ​ຕິ​ພາບ, ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ ແລະ ການ​ຮ່ວມ​ມື​ສ​າ​ກົນ

ກ້າວ​ເຂົ້າ​ສູ່​ສັງ​ກາດ​ພັດ​ທະ​ນາ​ໃໝ່, ຫວຽດ​ນາມ ພວມ​ມາ​ນະ​ພະ​ຍາ​ຍາມ​ປະ​ຕິ​ບັດ​ແງ່​ຫວັງ​ກ່ຽວ​ກັບ​ປະ​ເທດ​ພັດ​ທະ​ນາ, ວັດ​ທະ​ນາ​ຖາ​ວອນ, ປະ​ຊາ​ຊົນ​ມີ​ການ​ດຳ​ລົງ​ຊີ​ວິດ​ທີ່​ນັບມື້​ນັບ​ດີ​ຂຶ້ນ. ພ້ອມ​ທັງ, ກໍ່​ແມ່ນ​ມີ​ແງ່​ຫວັງ​ໄດ້​ດຳ​ລົງ​ຊີ​ວິດ​ໃນ​ສະ​ພາບ​ການ​ໂລກ​ແຫ່ງ​ສັນ​ຕິ​ພາບ, ມີ​ສະ​ຖຽນ​ລະ​ພາບ ບ​ອ່ນ​ບັນ​ດາ​ປະ​ເທດ​ໃຫຍ່​ນ້ອຍ​ລ້ວນ​ແຕ່​ໄດ້​ຮັບ​ຄວາມ​ເຄົາ​ລົບ, ບ່ອນ​ກົດ​ໝາຍ​ສາ​ກົນ ໄດ້​ເຊີດ​ຊູ ແລະ ບັນ​ດາ​ສິ່ງ​ທ້າ​ທາຍ​ລວມ​ໄດ້​ຮັບ​ການ​ແກ້​ໄຂ​ດ້ວຍ​ການ​​ເຈ​ລ​ະ​ຈາ ແລະ ການ​ຮ່ວມ​ມື. ເພາະ​ສະ​ນັ້ນ, ການ​ເດີນ​ທາງ​ໄປ​ປະ​ຕິ​ບັດ​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ຄັ້ງ​ນີ້​ມີ​ຄວາມ​ໝາຍ​ຢ່າງ​ເລິກ​ເຊິ່ງ. ຈາກ​ນິວ​ຢອກ, ຫວຽດ​ນາມ ແບ່ງ​ປັນ​ບັນ​ດາ​ສິ່ງ​ທີ່​ຫວຽດ​ນາມ​ຜ່ານ​ຜ່າ, ບັນ​ດາ​ສິ່ງ​ທີ່​ຫວຽດ​ນາມ​ໄດ້​ເຮັດ​ແລ້ວ ແລະ ບັນ​ດາ​ສິ່ງ​ທີ່​ຫວຽດ​ນາມ ປາດ​ຖະ​ໜາ​ຢາກ​ພ້ອມ​ກັບ​ບັນ​ດາ​ປະ​ເທດ​ສ້າງ​ອະ​ນາ​ຄົດ​ເມື່ອ​ບັນ​ດາ​ຄວາມ​ມຸ່ງ​ຫວັງ​ຂອງ ຫວຽດ​ນາມ ໄດ້​ວາງ​ອອກ​ໃນ​ກະ​ແສ​ລວມ​ຂອງມວນ​ມະ​ນຸດ.