ທ່ານ ໂຕເລິມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ຫວຽດນາມ ໄດ້ເລີ່ມຕົ້ນການຢ້ຽມຢາມທາງລັດຖະກິດ ນິວຊີແລນ ໃນວັນທີ 12 ສິງຫາ, ຕາມຄຳເຊີນຂອງ ທ່ານນາງ Cindy Kiro, ຜູ້ສຳເລັດລາດຊະການແຫ່ງ ນິວຊີແລນ. ການຢ້ຽມຢາມແມ່ນເພື່ອຢັ້ງຢືນຄວາມຕັດສິນໃຈຂອງທັງ 2 ປະເທດ ນຳການພົວພັນຄູ່ຮ່ວມມືຍຸດທະສາດຢ່າງຮອບດ້ານໃຫ້ບືນຕົວຂຶ້ນໃນສັງກາດໃໝ່.
ການຢ້ຽມຢາມທາງລັດຖະກິດ ນິວຊີແລນ ຂອງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ດຳເນີນໄປໃນຈຸດເວລາພິເສດຂອງການພົວພັນ 2 ປະເທດ. ນີ້ແມ່ນຄັ້ງທຳອິດຂອງເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໄປຢ້ຽມຢາມທາງລັດຖະກິດ ນິວຊີແລນ ໂດຍຄວບທັງ 2 ຕຳແໜ່ງ, ພ້ອມທັງແມ່ນການຢ້ຽມຢາມເປັນຄັ້ງທຳອິດຂອງການນຳຫຼັກແຫຼ່ງ ຫວຽດນາມ ນັບແຕ່ເມື່ອ 2 ປະເທດຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານໃນເດືອນ ກຸມພາ 2025.
ການພົວພັນໄດ້ເພີ່ມພູນຄູນສ້າງຢ່າງໝັ້ນໜຽວ, ນັບມື້ນັບແທດຈິງ
ກວ່າເຄິ່ງສະຕະວັດຜ່ານມາ, ຫວຽດນາມ ແລະ ນິວຊີແລນ ໄດ້ເພີ່ມພູນຄູນສ້າງການພົວພັນຢ່າງໝັ້ນໜຽວ ແລະ ນັບມື້ນັບມີລວງເລິກ. ປີ 2025, 2 ປະເທດໄດ້ຕົກລົງຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດຢ່າງຮອບດ້ານ, ເປີດໂອກາດຮ່ວມມືທີ່ກວ້າງໃຫຍ່ກວ່າໃນອະນາຄົດ.
(ພາບ: ສະຖານທູດ ຫວຽດນາມ ປະຈຳ ນິວຊີແລນ)
ການຢ້ຽມຢາມທາງລັດຖະກິດນິວຊີແລນ ຄັ້ງນີ້ຂອງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ແມ່ນເພື່ອນຳຂອບເຂດໃໝ່ນັ້ນ ຈາກບັນດາຄຳໝັ້ນສັນຍາດ້ານການເມືອງໃຫ້ກາຍເປັນໝາກຜົນລະອຽດ. ທ່ານ ຟານມິນຢາງ, ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ນິວຊີແລນ, ຢືນຢັນວ່າ:
“ເລື່ອງຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ ໄດ້ເປີດອອກສັງກາດຮ່ວມມືໃໝ່ໃນການພົວພັນ ຫວຽດນາມ - ນິວຊີແລນ. ສິ່ງສຳຄັນແມ່ນ ຜັນຂະຫຍາຍເນື້ອໃນຂອງຂອບເຂດການພົວພັນໃໝ່ຄືແນວໃດ, ຫັນປ່ຽນບັນດາຄຳໝັ້ນສັນຍາດ້ານການເມືອງໃຫ້ກາຍເປັນການກະທຳລະອຽດຄືແນວໃດ, ເພື່ອນຳມາເຊິ່ງຜົນປະໂຫຍດຢ່າງແທດຈິງໃຫ້ແກ່ປະຊາຊົນແຕ່ລະປະເທດ. ການຢ້ຽມຢາມ ນິວຊີແລນ ຂອງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ໃນຄັ້ງນີ້ໄດ້ຮັບຄວາມຫວັງວ່າ ຈະສ້າງກຳລັງໜູນໃໝ່ເພື່ອຍົກລະດັບການພົວພັນຄູ່ຮ່ວມມືຍຸດທະສາດຢ່າງຮອບດ້ານ ຫວຽດນາມ - ນິວຊີແລນ ໃນສັງກາດໃໝ່, ສົມກັບຄວາມສາມາດບົ່ມຊ້ອນ ແລະ ທີ່ຕັ້ງບົດບາດຂອງ 2 ປະເທດ”.
ສິ່ງທີ່ໜ້າກ່າວເຖິງທີ່ສຸດຂອງການຢ້ຽມຢາມຄັ້ງນີ້ແມ່ນຢູ່ຄຳສັບທີ່ວ່າ “ແທ້ຈິງ”. ຍ້ອນຂອບເຂດການຮ່ວມມືຈະມີຄວາມໝາຍຢ່າງແທ້ຈິງກໍ່ຕໍ່ເມື່ອໄດ້ຫັນເປັນບັນດາໂຄງການ, ລາຍການ ແລະ ຜົນປະໂຫຍດອັນແທດຈິງໃຫ້ແກ່ປະຊາຊົນ, ວິສາຫະກິດ ແລະ ພື້ນຖານເສດຖະກິດ. ນິວຊີແລນ ມີທ່າແຮງດ້ານກະສິກຳເຕັກໂນໂລຊີສູງ, ການສຶກສາ, ວິທະຍາສາດນຳໃຊ້ ແລະ ການພັດທະນາສີຂຽວ; ຫວຽດນາມ ມີຕະຫຼາດກວ້າງໃຫຍ່, ມີກຳລັງແຮງງານໜຸ່ມ, ກຳລັງຄວາມສາມາດການຜະລິດນັບມື້ນັບໄດ້ຮັບການຍົກສູງຂຶ້ນ ແລະ ເຊື່ອມໂຍງເຂົ້າກັບລະບົບສະໜອງທົ່ວໂລກຢ່າງເລິກເຊິ່ງ. 2 ຝ່າຍໄດ້ວາງເປົ້າໝາຍນຳວົງເງິນການຄ້າ 2 ຝ່າຍໃຫ້ຂຶ້ນເປັນ 3 ຕື້ USD ໃນປີນີ້. ໃນການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການເມື່ອປີ 2025, ທ່ານ Christopher Luxon, ນາຍົກລັດຖະມົນຕີ ນິວຊີແລນ ໃຫ້ຮູ້ວ່າ:
“ຫວຽດນາມ ແມ່ນດວງດາວທີ່ພວມພົ້ນເດັ່ນຂຶ້ນຢູ່ ອາຊີຕາເວັນອອກສ່ຽງໃຕ້. ໃນຕົວຈິງ, ນີ້ແມນພື້ນຖານເສດຖະກິດພັດທະນາທີ່ສຸດຢູ່ພາກພື້ນໃນໄລຍະ 25 ປີຜ່ານມາ ແລະ ຈະສືບຕໍ່ຄືແນວນັ້ນໃນທົດສະວັດຈະມາເຖິງ. ສິ່ງນັ້ນເຮັດໃຫ້ ຫວຽດນາມ ກາຍເປັນໜຶ່ງໃນບັນດາໂອກາດເຕີບໂຕໃນການສົ່ງອອກແຖວໜ້າໃຫ້ແກ່ ນິວຊີແລນ. ເມື່ອພວກເຮົາແລກປ່ຽນການຄ້າກັບບັນດາປະເທດຄື ຫວຽດນາມ ພວກເຮົາບໍ່ພຽງແຕ່ພັດທະນາພື້ນຖານເສດຖະກິດຢູ່ພາຍໃນປະເທດເທົ່ານັ້ນ ຫາກຍັງສ້າງວຽກເຮັດງານທຳຫຼາຍກວ່າ ແລະ ມີລາຍຮັບສູງກວ່າໃຫ້ແກ່ປະຊາຊົນ ນິວຊີແລນ”.
ເຊື່ອມຕໍ່ມະນຸດ ແລະ ພູມປັນຍາເພື່ອພັດທະນາແບບຍືນຍົງ
ໃນຫຼາຍທົດສະວັດ, ການສຶກສາໄດ້ກາຍເປັນໜຶ່ງໃນບັນດາຂົວເຊື່ອມຕໍ່ສຳຄັນລະຫວ່າງ ຫວຽດນາມ ແລະ ນິວຊີແລນ. ກ້າວເຂົ້າສູ່ໄລຍະພັດທະນາໃໝ່, ເມື່ອ ຫວຽດນາມ ກຳນົດວ່າ ວິທະຍາສາດ - ເຕັກໂນໂລຊີ, ນະວັດຕະກຳ ແລະ ຄຸນນະພາບແຫຼ່ງຊັບພະຍາກອນມະນຸດແມ່ນບັນດາກຳລັງໜູນສຳຄັນຂອງການເຕີບໂຕ, ການຮ່ວມມືດ້ານການສຶກສາ, ການຄົ້ນຄວ້າ ແລະ ເຊື່ອມຕໍ່ພູມປັນຍາຍິ່ງມີຄວາມໝາຍ. ທ່ານ ປອ ວູແອັງດ່າວ, ຜູ້ຮ່ວມກໍ່ຕັ້ງເວທີປາໄສປັນຍາຊົນໜຸ່ມ ຫວຽດນາມ - ນິວຊີແລນ, ຖືວ່າ:
“ຕາມຂ້າພະເຈົ້າແລ້ວ, ແຫຼ່ງກຳລັງໃຫຍ່ທີ່ສຸດຂອງປະຊາຄົມຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ ບໍ່ພຽງແຕ່ນອນຢູ່ໃນໃບປະກາດ ຫຼື ກິດຈະກຳຄົ້ນຄວ້າເທົ່ານັ້ນ, ຫາກນອນຢູ່ໃນບົດຮຽນຕົວຈິງ, ກຳລັງຄວາມສາມາດດ້ານວິຊາສະເພາະໃນເຄືອຂ່າຍສາກົນ ແລະ ຄວາມສາມາດເຊື່ອມຕໍ່ ຫວຽດນາມ ກັບບັນດາລະບົບຊີວະພາບພັດທະນາອີກດ້ວຍ. ປະຊາຄົມຊາວ ຫວຽດນາມ ອາໄສຢູ່ ນິວຊີແລນ ອາດສາມາດປະກອບສ່ວນດ້ວຍວິທີແບ່ງປັນພູມປັນຍາ ແລະ ບົດຮຽນໃຫ້ແກ່ລຸ້ນໜຸ່ມ, ຊຸກຍູ້ບັນດາໂຄງການຄົ້ນຄວ້າລວມ, ເຂົ້າຮ່ວມບັນດາໂຄງການຖ່າຍທອດເຕັກໂນໂລຊີ ແລະ ນຳບັນດາການປະຕິບັດທີ່ດີຈາກບັນດາປະເທດອື່ນກັບມາ ຫວຽດນາມ”.
ການຢ້ຽມຢາມທາງລັດຖະກິດຂອງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ແມ່ນໂອກາດເພື່ອເປີດສັງກາດຮ່ວມມືໃໝ່ລະຫວ່າງ ຫວຽດນາມ ແລະ ນິວຊີແລນ. ເມື່ອຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ ໄດ້ຫັນເປັນກຳລັງໜູນພັດທະນານັ້ນ ບັນດາການເຊື່ອມຕໍ່ໃນມື້ນີ້ຈະສ້າງໂອກາດ ແລະ ໝາກຜົນໃຫ້ແກ່ອະນາຄົດ.
