ມະ​ຕິ​ເລກ​ທີ 10 ກ່ຽວ​ກັບ​ການ​ພັດ​ທະ​ນາ​ເສດ​ຖະ​ກິດທີ່​ມີເງິນ​ລົງ​ທຶນ​ໂດຍ​ກົງ​ຈາກ​ຕ່າງ​ປະ​ເທດ ວາງ​ເປົ້າ​ໝາຍ​ຮອດ​ປີ 2030, 75% ທຶນ​ລົງ​ທຶນ​ໂດຍ​ກົງ​ຈາກ​ຕ່າງ​ປະ​ເທດ (FDI) ແມ່ນມ​າ​ຈາກ​ບັນ​ດາ​ພື້ນ​ຖານ​ເສດ​ຖະ​ກິດ​ພັດ​ທະ​ນາ, ມີ​ເຕັກ​ໂນ​ໂລ​ຢີ​ສູງ. ມາດຖານ​ສາ​ກົນ​ກ່ຽວ​ກັບ​ເຂດ​ອຸດ​ສາ​ຫະ​ກຳລຸ້ນໃໝ່​ໄດ້​ຮັບ​ຖື​ວ່າ​ແມ່ນ ປຶ້ມໜັງ​ສື​ຜ່ານ​ແດນ ເພື່ອ​ດຶງ​ດູດ​ແຫຼ່ງທຶນ​ລົງ​ທຶນ FDI ທີ່​ມີ​ຄຸນ​ນະ​ພາ​ບ. ສິ່ງ​ນີ້​ຮຽກ​ຮ້ອງໃຫ້ ຫວຽດ​ນາມ ຕ້ອງ​ສ້າງ​ບັນ​ດາ​ເຂດ​ອຸດ​ສາ​ຫະ​ກຳ​ລຸ້ນ​ໃໝ່​ໂດຍ​ໄວ ຖ້າ​ຢາກ​ສືບ​ຕໍ່​ດຶງ​ດູດ​ແຫຼ່ງ​ທຶນ​​ລົງ​ທຶນ​ນີ້.

ຫັນ​ເຂດ​ອຸດ​ສາ​ຫະ​ກຳ​ເປັນ​ສີ​ຂຽວ: ໄມ້​ງັດ ດຶງ​ດູດ​ແຫຼ່ງ​ທຶນ FDI ຄຸນ​ນະ​ພາບ​ສູງ

ໃນ​ສະ​ພາບ​ການ​ໂລກ​ຫັນ​ປ່ຽນ​ໄປ​ຍັງ​ການ​ພັດ​ທະ​ນາ​ສີ​ຂຽວ​ຢ່າງ​ແຮງນັ້ນ ອຸດ​ສາ​ຫະ​ກຳ​ສີ​ຂຽວ​ບໍ່​ພຽງ​ແຕ່​ແມ່ນ​ທ່າ​ອ່ຽງ​ເທົ່າ​ນັ້ນ ຫາກ​ຍັງ​ແມ່ນ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການແບບ​ບັງ​ຄັບ​ ເພື່ອ​ໃຫ້​ ຫວຽດ​ນາມ ຮັກ​ສາ​ການ​ເຕີບ​ໂຕ​ສີ​ຂຽວ ແລະ ຕອບ​ສະ​ໜອງ​ບັນ​ດາ​ມາດ​ຕະຖານການ​ພັດ​ທະ​ນາ​ແບບ​ຍືນ​ຍົງ​ທົ່ວ​ໂລກ. ​ລັດ​ຖະ​ບານ ໄດ້​ປະ​ຕິ​ບັດ​ວຽກ​ງານ​ຫັນ​​ເປັນ​ສີ​ຂຽວເປັນ​ລະ​ອຽດ​ດ້ວຍດຳລັດ 35/2022/NĐ-CP ວ່າ​ດ້ວຍ​ການ​ຄຸ້ມ​ຄອງ​ເຂດ​ອຸດ​ສາ​ຫະ​ກຳ ແລະ ຈົດໝາຍລັດຖະການເລກທີ 05/2025/TT-BKHĐT ແນະ​ນຳ​ຮູບ​ແບບ​ເຂດ​ອຸດ​ສາ​ຫະ​ກຳ​ຊີ​ວະ​ພາບ. ນີ້​ແມ່ນກອບ​ນິ​ຕິ​ກຳ, ພື້ນ​ຖານ​ສຳ​ຄັນ​ເພື່ອ​ໃຫ້​ບັນ​ດາ​ທ້ອ​ງ​ຖິ່ນ ແລະ ວິ​ສາ​ຫ​ະ​ກິດ ປະ​ຕິ​ບັດ​ການ​ຫັນ​ປ່ຽນ​ຈາກ​ຮູບ​ແບບ​ເຂດ​ອຸດ​ສາ​ຫະ​ກຳ​ແບບ​ເກົ່າ​ໄປ​ຍັງ​ແບບ​ຍືນ​ຍົງ.

ຕົວ​ຈິງ​ສະ​ແດງ​ໃຫ້​ເຫັນ​ວ່າ ປັດ​ຈຸ​ບັນ, ​ບັນ​ດາ​ນັກ​ລົງ​ທຶນ​ໃຫຍ່​ໃນ​ໂລກ​ ບໍ່​ພຽງ​ແຕ່​ຊອກ​ຫາ​ພື້ນ​ຖານ​ໂຄງ​ລ່າງ​ທີ່​ມີ​ຢູ່​ແລ້ວ ຫາກ​ຍັງ​ເຂົາ​ເຈົ້າ​ຮຽກ​ຮ້ອງ​ຕ້ອງ​ມີ​ລະ​ບົບ​ນິ​ເວດ “ສິນ​ຄ້າສີ​ຂຽວ”, ບ່ອນ​ບັນ​ດາ​ໂຮງ​ຈັກ​ໂຮງ​ງານ​ຕ້ອງ​ບັນ​ລຸ​ມາດ​ຖານ​ອັດ​ສະ​ລິ​ຍະ ແລະ ຍືນ​ຍົງ​ນັບ​ແຕ່​ຂັ້ນ​ຕອນ​ການ​ຜະ​ລິດ. ທ່ານ ​ປອ ນາງ ຫງວຽນ​ເຈິມ​ແອັງ, ຜູ້​ຄຸ້ມ​ຄອງ ແຫ່ງ​ຊາດ ​ເຂດ​ອຸດ​ສາ​ຫະ​ກຳ​ຊີ​ວະພາບ​ທົ່ວ​ໂລກ ໃຫ້​ຮູ້​ວ່າ:

ມະ​ຕິ​ເລກ​ທີ 10-NQ/TW ຂອງ​ກົມ​ການ​ເມືອງ​ ຫາ​ກໍ່​ປະ​ກາດ​ໄດ້​ວາງ​ອອກ​ມາດ​ຖານ​ຢ່າງ​ຂ້​ຽວ​ຂາດ​ແມ່ນ​ຮອດ​ປີ 2030, 10% ບັນ​ດາ​ເຂດ​ອຸດ​ສາ​ຫະ​ກຳ​ຂອງ ຫວຽດ​ນາມ ຈະກາຍ​ເປັນ​ເຂດ​ອຸດ​ສາ​ຫະ​ກຳ​ຊີ​ວະ​ພາບ. ນີ້​ແມ່ນມ​ະ​ຕິ​ທີ່​ຖືກ​ຕ້ອງ, ຄື​ເຂັມ​ຊີ້​ທິດ​ໃຫ້​ແກ່​ບັນ​ດາ​ເຂດ​ອຸດ​ສາ​ຫະ​ກຳ​ພັດ​ທະ​ນາ ແລະ ຫັນ​ປ່ຽນ​ເປັນອຸດ​ສາ​ຫະ​ກຳ​ຊີ​ວະ​ພາບ​ ແລະ ໃນ​ທ່ວງທ່າ​​ນັ້ນ​ ການ​ດຶງ​ດູດ FDI ກໍ່​ຈະ​ເພີ່ມ​ຂຶ້ນ​ຕາມໄດ້​ດີທີ່ສຸດ.

ປັດ​ຈຸ​ບັນ, ຫວຽດ​ນາມ ມີ​ເຂດ​ອຸດ​ສາ​ຫະ​ກຳເກືອບ 500 ແຫ່ງ ແລະ ກຸ່ມ​ອຸດ​ສາ​ຫະ​ກຳກວ່າ 1.000 ກຸ່ມ​. ເຖິງ​ຢ່າງ​ໃດ​ກໍ​ຕາມ, ຫາ​ກໍ່​ມີ​ເຂດ​ອຸດ​ສາ​ຫະ​ກຳ​ດຳ​ເນີນກ​ານ​ຫັນ​ປ່ຽນ​ຕາມ​ຮູບ​ແບບ​ຊີ​ວະ​ພາບ ປະ​ມານ 1 – 2%. ໃນ​ຂະ​ນະ​ນັ້ນ, ຈຳ​ນວນ​ໂຄງ​ການ​ສີ​ຂຽວ​ໃນ​ບັນ​ດາ​ເຂດ​ອຸດ​ສາ​ຫະ​ກຳ ມີ​ໝາ​ກ​ຜົນ​ທີ່​ຕັ້ງ​ໜ້າກວ່າ. ໃນ​ປີ 2025, ຫວຽດ​ນາມ ​ມີ 300 ໂຄງ​ການ​ສີ​ຂຽວ​ໃນ​ເຂດ​ອຸດ​ສາ​ຫະ​ກຳ, 6 ເດືອນ​ຕົ້ນ​ປີ 2026 ໄດ້​ເພີ່ມ​ຂຶ້ນ​ປະ​ມານ 800 ໂຄງ​ການ.

ເລີ່ມ​ເປີດເຄື່ອນໄຫວ​ພື້ນ​ຖານ​ໂຄງ​ລ່າງ​ສີ​ຂຽວ: ສັນ​ຍານ​ຢ່າງ​ແຮງ​ຈາກ​ບັນ​ດາ​ທ້ອ​ງ​ຖິ່ນ

ການພັດ​ທະ​ນາ​ເຂດ​ອຸດ​ສາ​ຫະ​ກຳລຸ້ນ​ໃໝ່​ບົນ​ພື້ນ​ຖານ​ສີ​ຂຽວ, ດີ​ຈີ​ຕອນ​ແມ່ນ​ທິດ​ກ້າວ​ເດີນທີ່​ຕ້ອງ​ເປັນ​ໄປ​ເພື່ອ​ຍົກ​ສູງ​ຄວາມ​ສາ​ມາດ​ແກ້ງ​ແຍ້ງ​ຂອງ ຫວຽດ​ນາມ. ຫວ່າງ​ແລ້ວ​ນີ້, ທ່ານ ໂຮ່ກວັກ​ຢຸງ ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຫາ​ກໍ່​ລົງ​ນາມ​ຂໍ້​ຕົກ​ລົງ​ເລກ​ທີ 1061/QĐ-TTg ກ່ຽວ​ກັບ​ການ​ເປີດກວ້າງ ແລະ ປະ​ກາດ​ໃຊ້​ຂໍ້​ກຳ​ນົດ​ການເຄື່ອນ​ໄຫວ​ຂອງ​ເຂດເຕັກໂນໂລຊີ​ສູງ ນະ​ຄອນ​ໂຮ່​ຈີ​ມິນ (13/6/2026). ສິ່ງ​ທີ່​ເປັນ​ໜ້າ​ສົນ​ໃຈ, ສຳ​ລັບ​ເຂດ​ເປີດກວ້າງ, ​ເປົ້າ​ໝາຍທີ່ວາງອອກ​ແມ່ນ​ມຸ່ງ​ໄປ​ເຖິງການສົມດຸ່ນກາກ​ບອນ​ກ່ອນ​ປີ 2050, ເໝາະ​ສົມ​ກັບ​ຄຳ​ໝັ້ນ​ສັນ​ຍາ​ພັດ​ທະ​ນາ​ສີ​ຂ​ຽວ ແລະ ຍືນ​ຍົງ​ຂອງ ຫວຽດ​ນາມ.

ໃນ​ຂະ​ນະ​ນັ້ນ, ໂດຍ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ສູນ​ອຸດ​ສາ​ຫະ​ກຳ​ໃຫຍ່​ຂອງ​ທົ່ວ​ປະ​ເທດ, ນະ​ຄອນ​ດົ່ງ​ນາຍ ກໍ່​ພວມ​ວາງ​ເປົ້າ​ໝາຍ​ຮອດ​ປີ 2030 ມີ​ຢ່າງ​ໜ້ອຍ​ສຸດ 2 ເຂດ​ອຸດ​ສາ​ຫະ​ກຳ​ໄດ້​ຮັບ​ກາ​ຢັ້ງ​ຢືນ​ແມ່ນ​ເຂດ​ອຸດ​ສາ​ຫະ​ກຳ​ຊີວະ​ພາບ, ຢ່າງ​ໜ້ອຍ​ສຸດ 10% ວິ​ສາ​ຫະ​ກິດໃນ​ບັນ​ດາ​ເຂດ​ອຸດ​ສາ​ຫະ​ກຳ ໝູນ​ໃຊ້​ບັນ​ດ​ມາດ​ຕະ​ການ​ນຳ​ໃຊ້​ຊັບ​ພະ​ຍາ​ກອນ​ທຳ​ມະ​ຊາດຢ່າງ​ມີ​ປະ​ສິດ​ທິ​ຜົນ ແລະ ການ​ຜະ​ລິດ​ທີ່​ສະ​ອາດກວ່າ. ທ່ານ ຟ້າມ​ວຽດ​ເຟືອງ, ຮອງ​ຫົວ​ໜ້າ​ຄະ​ນະ, ຜູ້​ຮັບ​ຜິດ​ຊອບ ຄະ​ນະ​ຄຸ້ມ​ຄອງ​ບັນ​ດາ​ເຂດ​ອຸດ​ສ​າ​ຫະ​ກຳ, ເຂດ​ເສ​ດ​ຖະ​ກິດ ນະ​ຄອ​ນ​ດົ່ງ​ນາຍ ໃຫ້​ຮູ່​ວ່າ:

ນະ​ຄອ​ນ​ດົ່ງ​ນາຍ ໃຫ້​ບູ​ລິ​ມະ​ສິດ​ການພັດ​ທະ​ນາ​ສີ​ຂຽວ, ພັດ​ທະ​ນາ​ແບບ​ຍືນ​ຍົງ, ພິ​ເສດ​ແມ່ນ​ຫັນ​ປ່ຽນ​ບັນ​ດາ​ເຂດ​ອຸດ​ສາ​ຫະ​ກຳ​ມີ​ຢູ່​ແລ້ວ ກໍ່​ຄື​ລົງ​ທຶນ​ບັນ​ດາ​ເຂດ​ອຸດ​ສາ​ຫະ​ກຳ​ໃໝ່​ຕາມ​ຮູບ​ແບບ​ເຂດ​ອຸດ​ສາ​ຫະ​ກຳ​ຊີ​ວະ​ພາບ, ເຂດ​ອຸດ​ສາ​ຫະ​ກຳ​ສີ​ຂຽວ, ເຂດ​ອຸດ​ສາ​ຫະ​ກຳ​ເຕັກ​ໂນ​ໂລ​ຢີ​ສູງ. ນີ້​ບໍ່​ພຽງ​ແຕ່​ແມ່ນ​ທ່າ​ອ່ຽງ​ທີີ່ຕ້ອງ​ເປັນ​ໄປ​ຂອງວິ​ວັດ​ການ​ພັດ​ທະ​ນາ​ເທົ່າ​ນັ້ນ​ ຫາກ​ຍັງ​ແມ່ນ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ທີ່​ຈຳ​ເປັນ​ໃນ​ສະ​ພາບ​ການ​ບັນ​ດາ​ຕະຫຼາດ​ໃຫຍ່​ໃນ​ໂລກ​ນັບ​ມື້​ນັບ​ຮັດ​ກຸມບັນ​ດາ​ມາດ​ຖານດ້ານ​ສິ່ງ​ແວດ​ລ້ອມ, ຫຼຸດ​ຜ່ອນ​ການ​ປ່ອຍ​ອາຍ​ກາກບອນ​ລົງ ແລະ ປະ​ຕິ​ບັດ​ ESG ຕໍ່​ກັບສິນ​ຄ້າ​ນຳ​ເຂົ້າ ​ກໍ່​ຄື​ລະ​ບົບ​ສະ​ໜອງ​ທົ່ວ​ໂລກ.

ເລື່ອງ ​ຫວຽດ​ນາມ ຊຸກ​ຍູ້​ຮູບ​ແບບ​ອຸດ​ສາ​ຫະ​ກຳ​ຊີ​ວະ​ພາບ ບໍ່​ພຽງ​ແຕ່​ຊ່ວຍ​ຫັນ​ເປົ້າ​ໝາຍ​ຂອງ​ມະ​ຕິ​ເລກ​ທີ 10-NQ/TW ໃຫ້​ປະ​ກົດ​ຜົນ​ເປັນ​ຈິງ, ​ກາຍ​ເປັນ​ຈຸດ​ນັດ​ພົບ​ທີ່ປອດ​ໄພ​ໃຫ້​ແກ່​ບັນ​ດາ​ກຸ່ມ​ບໍ​ລິ​ສັດ​ນາໆ​ຊາດ ແລະ ບັນ​ດາ​ນັກ​ລົງ​ທຶນ​ສາ​ກົນ ເທົ່າ​ນັ້ນ, ຫາກ​ຍັງແມ່ນ​ຄຳ​ໝັ້ນ​ສັນ​ຍາ​ຂອງ​ປະ​ເທດ​ໃນ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ​ທົ່ວ​ໂລກ​ອີກ​ດ້ວຍ.