ການ​ຢ້ຽມ​ຢາມ​ສະ​ແດງ​ໃຫ້​ເຫັນ​ການ​ກຳ​ນົດ​ທິດດ້ານ​ການຕ່າງ​ປະເທດ​ເປັນ​ເຈົ້າ​ການ, ຕັ້ງ​ໜ້າ​ຂອງ ຫວຽດ​ນາມ ໃນ​ໄລ​ຍະ​ພັດ​ທະ​ນາ​ໃໝ່, ພ້ອມ​ທັງ​ເປີດ​ໂອ​ກາດ​ຍົກ​ສູງ​ການ​ພົວ​ພັນ ແລະ ຊຸກ​ຍູ້​ການ​ຮ່ວມ​ມື​ກັບ​ບັນ​ດາ​ຄູ່​ຮ່ວມ​ມື​ເອີ​ລົບ ຕາມ​ທິດ​ແທດ​ຈິງ, ມີ​ປະ​ສິດ​ທິ​ຜົນ​ກວ່າ.

ນີ້​ແມ່ນ​ການ​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ ແດນ​ມາກ​ຄັ້ງ​ທຳ​ອິດ​ຂອງ​ ​ເລ​ຂາ​ທິ​ການ​ໃຫຍ່ພັກກອມມຸນິດ​ຫວຽດ​ນາມ, ພ້ອມ​ທັງ​ການ​ຢ້ຽມ​ຢາມ EU ແລະ ແບນ​ຊິກ​ຢ່າງ​ເປັ​ນ​ທາງ​ການ​ຄັ້ງ​ທຳ​ອິດ​ຂອງ​ທ່ານ​ເລ​ຂາ​ທິ​ການ, ປະ​ທາ​ນ​ປະ​ເທດ ໂຕ​ເລິມ. ບໍ່​ພຽງ​ແຕ່​ປັບ​ປຸງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ ດ້ານ​ການ​ເມືອງ, ການ​ຢ້ຽມ​ຢາມ​ຍັງ​ສ້າງ​ໂອ​ກາດ​ເພື່ອ​ໃຫ້​ບັນ​ດາ​ຝ່າຍ​ກຳ​ນົດ​ບັນ​ດາ​ບຸ​ລິ​ມະ​ສິດ​ຮ່ວມ​ມື​ສອດ​ຄ່ອງ​ກັບ​ທ່າ​ແຮງ​ຂອງ​ແຕ່​ລະ​ຝ່າຍ ແລະ ຄວາມຮຽກຮ້ອງ​ຕ້ອງ​ການ​ພັດ​ທະ​ນ​າ​ຂອງ ຫວຽດ​ນາມ, ເປັນ​ຕົ້ນ​ແມ່ນ​ໃນ​ບັນ​ດາ​ຂົງ​ເຂດ​ການ​ຄ້າ, ການ​ລົງ​ທຶນ, ວິ​ທະ​ຍາ​ສາດ ເຕັກ​ໂນ​ໂລ​ຢີ, ນະ​ວັດ​ຕະ​ກຳ ແລະ ການ​ເຕີບ​ໂຕ​ສີ​ຂຽວ.

ເສີມ​ຂະ​ຫຍາຍ​ທ່າ​ແຮງ, ເປີດກວ້າງ​ຄວາມ​ສາ​ມາດບົ່ມ​ຊ້ອນ​ຮ່ວມ​ມື

ສຳ​ລັບ​ແດນ​ມາກ, ພະ​ລັງ​ງານ​ທົດ​ແທນ, ເສດ​ຖະ​ກິດ​ໝູນ​ວຽນ ແລະ ການ​ເຕີບ​ໂຕ​ສີຂຽວ ແມ່ນ​ບັນ​ດາ​ຂົງ​ເຂດ​ຮ່ວມ​ມື​ເຕັມ​ໄປ​ດ້ວຍ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ, ເໝາະ​ສົມ​ກັບ​ການ​ກຳ​ນົດ​ທິດ​ຫັນ​ປ່ຽນ​ຮູບ​ແບບ​ການ​ເຕີບ​ໂຕ​ຂອງ ຫວຽດ​ນາມ. ວົງ​ເງິນ​ການ​ຄ້າ​ສອງ​ຝ່າຍ​ໃນ 8 ເດືອນ​ຕົ້ນ​ປີ 2026 ເພີ່ມ​ຂຶ້ນ​ເກືອບ 38%ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກາຍ​ນີ້​ໂດຍ​ສະ​ແດງ​ໃຫ້​ເຫັນ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ໃນ​ການ​ຮ່ວມ​ມື​ເປີດກວ້າງ, ແມ່ນ​ພື້ນ​ຖານ​ເພື່​ອ​ໃຫ້​ສອງ​ຝ່າຍ​ສືບ​ຕໍ່​ຂຸດ​ຄົ້ນ​ບັນ​ດາ​ກາ​ລະ​ໂອ​ກາດ​ດຳ​ເນີນ​ທຸ​ລະ​ກິດ, ການ​ລົງ​ທຶນ ແລະ ການ​ເຊື່ອມ​ຕໍ່​ວິ​ສາ​ຫະ​ກິດ​ຢ່າງ​ມີ​ປະ​ສິດ​ທິ​ຜົນ.

ໃນ​ຂະ​ນະ​ນັ້ນ, ແບກ​ຊິກ​​ມີທ່າ​ແຮງ​ກ່ຽວ​ກັບ​ປັນ​ຍາ​ປະ​ດິດ, ການ​ຜະ​ລິດ​ຊິ​ບ, ທ່າ​ກຳ​ປັ່ນ​ທະ​ເລ ແລະ logistics – ບັນ​ດາ​ຂົງ​ເຂດ​ຫວຽດ​ນາມ ມີ​ຄຄວາມສົນ​ໃຈ​​ເພື່ອ​ຍົກ​ສູງ​ຄວາມ​ສາ​ມາດ​ດ້ານ​ເຕັກ​ໂນ​ໂລ​ຢີ ແລະ ກຳ​ລັງ​ແກ້ງ​ແຍ້ງ​ຂອງ​ພື້ນ​ຖານ​ເສດ​ຖະ​ກິດ. ທ່ານນາງ ຫງວຽນ​ເຮືອງ​ຈ່າ ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ ປະ​ຈຳ ແບນ​ຊິກ, ທັງ​ເປັນ​ຫົວ​ໜ້າ​ຄະ​ນະ​ຜູ້​ຕາງ​ໜ້າ ຫວຽດ​ນາມ ປະ​ຈຳ EU, ໃຫ້​ຮູ້​ວ່າ

ດ້ວຍ​ທ່າ​ແຮງ​ໃນ​ບັນ​ດາ​ຂົງ​ເຂດ​ຄື​ການ​ຫັນ​ເປັນ​ດີ​ຈີ​ຕອນ, ປັນ​ຍາ​ປະ​ດິດ, ການ​ຜະ​ລິດຊິບ, ແບນ​ຊິກ​ອາດ​ສາ​ມາດ​ໜູນ​ຊ່ວຍ ຫວຽດ​ນາມ ພັດ​ທະ​ນາ​ບັນ​ດາ​ຂະ​ແໜງ​ການ​ນີ້, ຊ່ວຍ​ຫວຽດ​ນາມ ເຂົ້າ​ຮ່ວມ​ລະ​ບົບ​ສະ​ໜອງ ແລະ ຜະ​ລິດ​ທົ່ວ​ໂລກ​ຢ່າງ​ເລິກ​ເຊິ່ງກ່ວາ,ໄປ​ຄຽງ​ຄູ່​ກັນ​ນັ້ນ, ແບນ​ຊິກ​ມີຫຼາຍ​ບົດ​ຮຽນ​ປະ​ສົບ​ການ​ອັນ​ລ້ຳ​ຄ່າ​ໃນ​ການ​ພັດ​ທະ​ນາ​ທ່າ​ກຳ​ປັ່ນ​ທະ​ເລ, ພື້ນ​ຖານ​ໂຄງ​ລ່າງ​ຍຸດ​ທະ​ສາດ ແລະ logistics ສີ​ຂຽວ, logistics ອັດ​ສະ​ລິ​ຍະ.

ພິ​ເສດ, ສຳ​ລັບ EU, ການ​ຍົກ​ລະ​ດັບ​ການ​ພົວ​ພັນ​ຂຶ້ນ​ເປັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ​ເມື່ອ​ເດືອນ​ມັງ​ກອນ 2026 ສ້າງ​ພື້ນ​ຖານ​ການ​ເມືອງ​ໃໝ່​ເພື່ອ​ເປີດກວ້າງ​ການ​ຮ່ວມ​ມື. ສັນ​ຍາ​ການ​ຄ້າ​ເສ​ລີ ຫວຽດ​ນາມ EU (EVFTA) ສືບ​ຕໍ່​ແມ່ນ​ກຳ​ລັງ​ໜູນ​ສຳ​ຄັນ​ຊຸກ​ຍູ້​ການ​ຄ້າ, ການ​ລົງ​ທຶນ ແລະ ເຊື່ອມ​ຕໍ່​ວິ​ສາ​ຫະ​ກິດ. ທ່ານ​ Julien Guerrier ເອກ​ອັກ​ຄະ​ລັດ​ຖະ​ທູດ, ຫົວ​ໜ້າ​ຄະ​ນະ​ຜູ້​ຕາງ​ໜ້າ EU ປະ​ຈຳ ຫວຽດ​ນາມ ເນັ້ນໜັກເຖິງບົດ​ບາດ​ຂອງ​ການ​ຄ້າ ແລະ ການ​ລົງ​ທຶນ​ໃນ​ການ​ພົວ​ພັນ​ສອງ​ຝ່າຍວ່າ:

ການ​ພົວ​ພັນ​ສອ​ງ​ຝ່າຍ​ໄດ້​ພັດ​ທະ​ນາ​ຢ່າງ​ສະ​ເໝີຕົ້ນ​ສະ​ເໝີ​ປາຍ ແລະ ໝັ້ນ​ແກ່ນ​ໃນ​ຕະຫຼອດ​ໄລ​ຍະ 35 ປີ​ຜ່ານ​ມາ, ແລະ ປັດ​ຈຸ​ບັນພ​ວກ​ເຮົາ​ມີ​ການ​ພົວ​ພັນ​ກວ້າງ​ໃຫຍ່ ແລະ ເລິກ​ເຊິ່ງ, ກວມ​ລວມ​ທຸກ​ຂົງ​ເຂດ​ຮ່ວມ​ມື. ເສົາ​ຄ້ຳ​ຮ່ວມ​ມື​ໃໝ່, ທຳ​ອິດ​ແມ່ນ​ການ​ຄ້າ ແລະ ການ​ລົງ​ທຶນ. ພວກ​ເຮົາ​ມີ​ສັນ​ຍາ​ການ​ຄ້າ​ເສ​ລີ ລະ​ຫວ່າງ EU ແລະ ຫວຽດ​ນາມ ໄດ້​ມີ​ຜົນ​ສັກ​ສິດ​ນັບແຕ່ 6 ປີ​ກ່ອນ, ເຮັດ​ໃຫ້​ວົງ​ເງິນ​ການ​ຄ້າ​ສອງ​ປະ​ເທດ ເພີ່ມ​ຂຶ້ນ 40%ໃນ 5 ປີ​ຜ່ານ​ມາ. ເອີ​ລົບ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ຕະຫຼາດ​ສົ່ງ​ອອກຫຼັກ​ຂອງ ຫວຽດ​ນາມ ແລະ ພວກ​ເຮົາ​ພວມ​ຮ່ວມ​ມື​ກັນ​ຢ່າງ​ແໜ້ນ​ແຟ້ນ ດ້ວຍການ​ພົວ​ພັນ​ຄູ່​ຮ່ວມ​ມື​ຫັນປ໋ຽນພະ​ລັງ​ງານ​ຢ່າງ​ມີ​ຄວາມ​ຍຸຕິທຳລະ​ຫວ່າງ G7 ແລະ ບັນ​ດາ​ນັກ​ອຸ​ປະ​ຖຳ​ອື່ນ​ກັບ ຫວຽດ​ນາມ.

ການ​ຫັນ​ຄຳ​ໝັ້ນ​ສັນ​ຍາ​ກາຍ​ເປັນ​ຜົນ​ປະ​ໂຫຍດ​ຢ່າງ​ແທດ​ຈິງ

ເຖິງ​ຢ່າງ​ໃດ​ກໍ​ຕາມ, ໃນ​ໄລ​ຍະ​ໃໝ່, ການເປີດກວ້າງ​ການ​ຄ້າ​ຕ້ອງ​ໄປ​ຄຽງ​ຄູ່​ກັບ​ການ​ຍົກ​ສູງ​ຄຸນ​ນະ​ພາບ​ການ​ເຕີບ​ໂຕ. ການ​ຫັນ​ບັນ​ດາ​ຄຳ​ໝັ້​ນ​ສັນ​ຍາ​ການ​ເມືອງກາຍ​ເປັນ​ບັນ​ດາ​ຜົນ​ປະ​ໂຫຍດ​ລະ​ອຽດ​ໃຫ້​ແກ່​ເປົ້າ​ໝາຍ​ພັດ​ທະ​ນາ​ຂອງ​ແຕ່​ລະ​ຝ່າຍຢ່າງ​ໝັ້ນ​ແກ່ນ​ແມ່ນ​ບັນ​ດາ​ເນື້ອ​ໃນທີ່ນຳມາ​ປຶກ​ສາ​ຫາ​ລື​ລະ​ຫວ່າງ ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເດ ໂຕ​ເລິມ ກັບ​ບັນ​ດາ​ການ​ນຳ EU ໃນ​ການ​ຢ້ຽມ​ຢາມ​ຄັ້ງ​ນີ້. ທ່ານນາງ ​ຫງວຽນ​ເຮືອງ​ຈ່າ ເອກ​ອັກ​ຄະ​ລັດ​ຖະ​ທູດ ເນັ້ນ​ໜັກ​ວ່າ:

ເສົາ​ຄ້ຳ​ກ່ຽວ​ກັບ​ວິ​ທະ​ຍາ​ສາດ, ເຕັກ​ໂນ​ໂລ​ຢີ, ນະ​ວັດ​ຕະ​ກຳ ແລະ ການ​ຫັນ​ເປັນ​ດີ​ຈີ​ຕອນ ຈະ​ສືບ​ຕໍ່​ແມ່ນ​ບຸ​ລະ​ມິ​ສິດ​ແຖວ​ໜ້າ​ໃນ​ການ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ ແລະ EU ໃນ​ໄລ​ຍະ​ຈະ​ມາ​ເຖິງ. ສິ່ງ​ນີ້​ບໍ່​ພຽງ​ແຕ່​ຢຸດ​ຢູ່​ຄຳ​ໝັ້ນ​ສັນ​ຍາ​ຂັ້ນ​ສູງ​ເທົ່າ​ນັ້ນ ຫາກ​ຍັງ​ໄດ້​ຫັນ​ເປັນ​ບັນ​ດາ​ໂຄງ​ການ ແລະ ການ​ກະ​ທຳ​ລະ​ອຽດ​ໃນ​ການ​ຢ້ຽມ​ຢາມ.

ສຳ​ລັບ ຫວຽດ​ນາມ, ການ​ຮ່ວມ​ມື​ກັບ​ບັນ​ດາ​ຄູ່​ຮ່ວມ​ມື​ເອີ​ລົບ​ບໍ​ພຽງ​ແຕ່​ຊ່ວຍ​ຫັນ​ຕະຫຼາດ​, ແຫຼ່ງ​ກຳ​ລັງ ແລະ ເຕັກ​ໂນ​ໂລ​ຢີເປັນຫຼາຍ​ຮູບ​ແບບ, ຫາກ​ຍັງ​ປະ​ກອບ​ສ່ວນ​ຍົກ​ສູງ​ຄວາມ​ສາ​ມາດ​ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ, ສ້າງກຳ​ລັງ​ໜູນ​​ຕື່ມ​ໃຫ້​ແກ່​ການ​ພັດ​ທະ​ນາ. ການ​ຢ້ຽມ​ຢາມແດນ​ມາກ, EU ແລະ ແບນ​ຊິກ ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ລິມ ເປີດ​ໂອ​ກາດ​ສ້າງ​ກຳ​ລັງ​ຜັກ​ດັນ​ໃໝ່​ໃຫ້​ການ​ພົວ​ພັນ ຫວຽດ​ນາມ ເອີ​ລົບ. ເສີມ​ຂະ​ຫຍາຍ​ທ່າ​ແຮງ​ຂອງ​ແຕ່​ລະ​ຝ່າຍ, ຕິດ​ພັນ​ກັບ​ວິ​ໄສ​ທັດ​ລວມ ດ້ວຍ​ຄວາມຮຽກຮ້ອງ​ຕ້ອງ​ການ​ຕົວ​ຈິງ ຈະ​ຊ່ວຍ​ການ​ຮ່ວມ​ມື​ພັດ​ທະ​ນາ​ຢ່າງ​ເລິກ​ເຊິ່ງ, ມີ​ປະ​ສິດ​ທິ​ຜົນ ແລະ ຍືນ​ຍົງ​ກວ່າ, ປະ​ກອບ​ສວ່ນ​ເຂົ້າ​ເປົ້າ​ໝາຍ​ພັດ​ທະ​ນາ​ປະ​ເທດ​ຊາດ​ໃນ​ໄລ​ຍະ​ໃໝ່.