81 ປີພາຍຫຼັງວັນສ້າງຕັ້ງປະເທດ, ປະຊາຊົນ ຫວຽດນາມ ໄດ້ກ້າວເຂົ້າສູ່ຂະບວນການໃຫຍ່ ເມື່ອດຳເນີນການປ່ຽນແປງໃໝ່ຮູບແບບການພັດທະນາ. ນີ້ແມ່ນບາດກ້າວຫັນປ່ຽນຍຸດທະສາດໃນຈິນຕະນາການແຫ່ງການພັດທະນາ: ຈາກເປົ້າໝາຍເຕີບໂຕກາຍເປັນປ່ຽນແປງໃໝ່ຮູບແບບການພັດທະນາປະເທດຊາດ ເພື່ອບືນຕົວໃນສັງກາດໃໝ່.
(ພາບ:TTXVN)
ໂດຍຫວນຄືນ 81 ປີຜ່ານມາ ພາຍໃຕ້ແງ່ມູມປະຫວັດສາດ - ເສດຖະກິດ, ການເມືອງ, ການປ່ຽນແປງໃໝ່ຮູບແບບການພັດທະນາປະເທດຊາດ ແມ່ນການພັດທະນາທີ່ມີລັກສະນະຈຳເປັນຢ່າງເດັດຂາດຂອງຊາດທີ່ຍາມໃດກໍ່ຮູ້ຈັກວິທີຜ່ານຜ່າຄວາມຫຍຸ້ງຍາກ ເພື່ອຍືນຍົງຄົງຕົວ ແລະ ບືນຕົວຂຶ້ນ.
ຈາກການປົດປ່ອຍຊາດຕະຫຼອດຮອດການປົດປ່ອຍກຳລັງຄວາມສາມາດການພັດທະນາ
ປີ 1945, ຢູ່ສະໜາມຫຼວງ ບາດິ່ງ (ຮ່າໂນ້ຍ), ປະທານ ໂຮ່ຈີມິນ ໄດ້ອ່ານສູນທອນພົດຖະແຫຼງການປະກາດເອກະລາດ, ແກ້ໄຂຄວາມຮຽກຮ້ອງຕ້ອງການເປັນຕາຍຂອງປະຊາຊົນ ຫວຽດນາມ: ນັ້ນແມ່ນ ເອກະລາດ ແລະ ເສລີພາບ.
ປີ 1986, ກອງປະຊຸມໃຫຍ່ຄັ້ງທີ VI ຂອງພັກກອມມູນິດ ຫວຽດນາມ ໄດ້ລິເລີ່ມການປ່ຽນແປງໃໝ່, ປ່ຽນຈາກການສຸມໃສ່ເສດຖະກິດຫັນເປັນແຜນການ ໄປເປັນເສດຖະກິດການຕະຫຼາດກຳນົດທິດສັງຄົມນິຍົມ. ນັ້ນແມ່ນວິວັດການປົດປ່ອຍກຳລັງການຜະລິດ. ເພື່ອໃຫ້ 40 ປີຕໍ່ມາ, ຫວຽດນາມ ໄດ້ສ້າງບັນດາຜົນງານດ້ານປະຫວັດສາດ: ຈາກປະເທດທຸກຍາກອຶດຫິວ ບືນຕົວຂຶ້ນກາຍເປັນປະເທດມີ GDP ບັນລຸ 514 ຕື້ໂດລາສະຫະລັດ (ປີ 2025), ຢືນອັນດັບທີ 32 ໃນໂລກ ແລະ ທີ 4 ໃນພາກພື້ນ ອາຊຽນ. ດ້ວຍລາຍໄດ້ແຫ່ງຊາດ (GNI) ຕໍ່ຫົວຄົນ ບັນລຸ 4.970 ໂດລາສະຫະລັດ ໃນປີ 2025, ຫວ່າງແລ້ວນີ້, ທະນາຄານໂລກ (WB) ໄດ້ຈັດ ຫວຽດນາມ ນອນໃນກຸ່ມບັນດາປະເທດມີລາຍຮັບປານກາງສູງ.
ປີ 2026, ພາຍຫຼັງກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ, ເພື່ອຫັນຄາດຫວັງປີ 2045: ກາຍເປັນປະເທດພັດທະນາ, ມີລາຍຮັບສູງ, ກ້າວເຂົ້າສູ່ສັງຄົມນິຍົມຢ່າງໝັ້ນແກ່ນໃຫ້ປະກົດຜົນເປັນຈິງ, ຫວຽດນາມ ໄດ້ດຳເນີນການຫັນຈາກຮູບແບບການເຕີບໂຕເສດຖະກິດດ້ານດຽວ ກາຍເປັນການປ່ຽນແປງໃໝ່ຮູບແບບພັດທະນາປະເທດຊາດຢ່າງຮອບດ້ານ. ເມື່ອໄຈ້ແຍກກ່ຽວກັບບາດລ້ຽວນີ້, ທ່ານ ຫງວຽນຊວນຖັ໋ງ, ປະທານ ສະພາທິດສະດີສູນກາງ, ຢັ້ງຢືນວ່າ:
“ປ່ຽນໃໝ່ຮູບແບບການພັດທະນາແມ່ນເງື່ອນໄຂເພື່ອໃຫ້ ຫວຽດນາມ ຜ່ານຜ່າຈິນຕະນາການແບບເກົ່າທີ່ຈຳກັດການພັດທະນາແບບເກົ່າ, ສ້າງກຳລັງໜູນໃໝ່ ແລະ ຍົກສູງຄວາມສາມາດເປັນເຈົ້າຕົນເອງຍຸດທະສາດ, ເຊື່ອໝັ້ນຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງໃນໂລກມີການຜັນແປບໍ່ຢຸດຢັ້ງ ແລະ ຍາກທີ່ຄາດຄະເນລ່ວງໜ້າໄດ້”.
ການກະທົບຮ່ວມເພື່ອສ້າງແຫຼ່ງຊັບພະຍາກອນ
ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ ໄດ້ກຳນົດແຈ້ງວ່າ: ກຳນົດສ້າງຮູບແບບການເຕີບໂຕໃໝ່ ເພື່ອແນໃສ່ຍົກສູງປະສິດທິພາບ, ຄຸນນະພາບ, ປະສິດທິຜົນ, ມູນຄ່າເພີ່ມ ແລະ ກຳລັງແກ່ງແຍ້ງຂອງພື້ນຖານເສດຖະກິດ; ຖືວິທະຍາສາດ, ເຕັກໂນໂລຊີ, ນະວັດຕະກຳ ແລະ ການຫັນເປັນດີຈີຕອນເປັນກຳລັງຕົ້ນຕໍ; ສ້າງກຳລັງການຜະລິດ ແລະ ວິທີການຜະລິດໃໝ່ທີ່ມີຄຸນນະພາບສູງ, ຈຸດສຸມແມ່ນເສດຖະກິດຂໍ້ມູນ, ເສດຖະກິດດີຈີຕອນ, ເສດຖະກິດສີຂຽວ ແລະ ເສດຖະກິດໝູນວຽນ.
ກອງປະຊຸມສູນກາງຄັ້ງທີ 3 ຊຸດທີ XIV ຂອງພັກກອມມູນິດ ຫວຽດນາມ ສືບຕໍ່ພັດທະນາ ແລະ ຫັນຈິນຕະນາການນັ້ນເປັນລະອຽດ ເມື່ອໄດ້ຮັບຮອງເອົາມະຕິເລກທີ 19-NQ/TW ກ່ຽວກັບການປ່ຽນແປງໃໝ່ຮູບແບບການພັດທະນາຂອງ ຫວຽດນາມ. ທ່ານ ຫງວຽນຊວນຖັ໋ງ ປະທານສະພາທິດສະດີສູນກາງ, ໄຈ້ແຍກວ່າ:
“ການປ່ຽນແປງໃໝ່ຮູບແບບການພັດທະນາຂອງ ຫວຽດນາມ ບໍ່ພຽງແຕ່ແມ່ນການປ່ຽນແປງໃໝ່ຮູບແບບການເຕີບໂຕເສດຖະກິດເທົ່ານັ້ນ ຫາກຍັງແມ່ນການປ່ຽນແປງໃໝ່ສັງລວມຈິນຕະນາການພັດທະນາວິທີການນຳພາ, ຄຸ້ມຄອງບໍລິຫານແຫ່ງຊາດ, ອົງການຈັດຕັ້ງສັງຄົມ ແລະ ວິທີການລະດົມການຈັດແບ່ງທຸກແຫຼ່ງກຳລັງ; ແມ່ນພື້ນຖານເພື່ອມຸ່ງໄປເຖິງການສ້າງຮູບແບບສັງຄົມນິຍົມໃຫ້ສົມບູນແບບ ແລະ ເສັ້ນທາງກ້າວຂຶ້ນສັງຄົມນິຍົມຂອງ ຫວຽດນາມ. ຄວນຮັບຮູ້ເລິກເຊິ່ງວ່າ ໃນຮູບແບບການພັດທະນາໃໝ່, ມະນຸດທັງເປັນເປົ້າໝາຍ, ທັງເປັນກຳລັງໜູນ ແລະ ແມ່ນກຳລັງພາຍໃນ ຂອງການພັດທະນາ”.
(ພາບ:TTXVN)
ໃນຮູບແບບການພັດທະນາໃໝ່, ການເຕີບໂຕເສດຖະກິດແມ່ນເງື່ອນໄຂຈຳເປັນ, ແຕ່ບໍ່ແມ່ນເປົ້າໝາຍໜຶ່ງດຽວອີກ. ການພັດທະນາຕ້ອງດຸ່ນດ່ຽງ, ຄົບຊຸດໃນບັນດາເສົາຄຳ້ຄື: ເສດຖະກິດ, ສັງຄົມ, ວັດທະນະທຳ, ມະນຸດ, ສິ່ງແວດລ້ອມ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະ ການພົວພັນຕ່າງປະເທດ. ເມື່ອວິເຄາະກ່ຽວກັບຮູບແບບການພັດທະນາໃໝ່, ທ່ານ ເກີ໋ນວັນລຶກ, ນັກຊ່ຽວຊານເສດຖະກິດ ໃຫ້ຮູ້ວ່າ:
“ພວກເຮົາພວມມຸ່ງໄປເຖິງຮູບແບບການພັດທະນາວ່ອງໄວ ຍືນຍົງ, ກວມລວມ ແລະ ເພື່ອປະຊາຊົນ. ເພື່ອເຮັດໄດ້ເປົ້າໝາຍນັ້ນ, ວິທະຍາສາດເຕັກໂນໂລຊີ, ການຫັນເປັນດີຈີຕອນ, ນະວັດຕະກຳ ແລະ ປັດໄຈມະນຸດແມ່ນສອງພື້ນຖານ, ສອງເສົາຄຳ້ສຳຄັນທີ່ສຸດ. ນອກຈາກນັ້ນ, ຍັງມີສອງປັດໄຈອື່ນອີກກໍໍ່ຕ້ອງເອົາໃຈໃສ່ທີ່ສຸດ. ທີໜຶ່ງແມ່ນຄວນປ່ຽນແປງໃໝ່ຮູບແບບການຄຸ້ມຄອງບໍລິຫານປະເທດຊາດ. ທີສອງແມ່ນມີວິທີການລະດົມ ແລະ ຈັດແບ່ງແຫຼ່ງກຳລັງໃຫ້ມີປະສິດທິຜົນຢ່າງແທ້ຈິງ”.
ເມື່ອເບິ່່ງສັງລວມລະບົບນະໂຍບາຍຊີ້ຂາດໃນໄລຍະຜ່ານມາ, ອາດເຫັນໄດ້ຕົ້ນກຳເນີດຈິນຕະນາການອັນລຸລ່ວງຂອງສູນກາງ: ການປ່ຽນແປງໃໝ່ຕ້ອງເລີ່ມຈາກການສ້າງຄວາມຄົບຊຸດຂອງພື້ນຖານການປະຕິບັດ. ຈາກຂອດສ້າງກົງຈັກໃຫ້ກະທັດລັດ, ເສີມຂະຫຍາຍອຳນາດການປົກຄອງທ້ອງຖິ່ນ 2 ຂັ້ນ; ແກ້ໄຂຈຸດອຸດຕັນລະບອບລະບຽບການຕາມມະຕິເລກທີ 66 ຂອງສູນກາງ; ຖືວິທະຍາສາດ - ເຕັກໂນໂລຊີເປັນກຳລັງກ້າວກະໂດດຂັ້ນຕາມມະຕິເລກທີ 57 ຂອງສູນກາງ; ຕະຫຼອດຮອດການເສີມຂະຫຍາຍກຳລັງແຮງພາຍໃນຈາກວັດທະນະທຳ ແລະ ມະນຸດຕາມມະຕິເລກທີ 80 - ຂອງສູນກາງ (NQ/TW).
ຈາກຄຳຖະແຫຼງ “ປະເທດ ຫວຽດນາມ ມີສິດໄດ້ຊົມໃຊ້ເສລີພາບ ແລະ ເອກະລາດ” ຂອງປະທານ ໂຮ່ຈີມິນ ໄດ້ດັງກ້ອງກັງວານຢູ່ສະໜາມຫຼວງ ບາດິ່ງ ໃນລະດູໃບໄມ້ຫຼົ່ນປີ 1945, ຕະຫຼອດຮອດນະໂຍບາຍຊີ້ຂາດໃນປະຫວັດສາດ “ການປ່ຽນແປງໃໝ່ຮູບແບບການພັດທະນາປະເທດຊາດ”, ບໍ່ພຽງແຕ່ແມ່ນການເຊື່ອມຕໍ່ຂອງປະຫວັດສາດເທົ່ານັ້ນ, ຫາກຍັງແມ່ນການຢັ້ງຢືນຄຸນນະທາດກຸ້ມຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງຂອງຊາດທີ່ບໍ່ເຄີຍຍອມຖອຍຕໍ່ອຸປະສັກ, ຍາມໃດກໍ່ຮູ້ສ້າງຕົນເອງໃໝ່ ເພື່ອຍືນຍົງຄົງຕົວ, ບືນຕົວຂຶ້ນ ແລະ ກ້າວກະໂດດຂັ້ນອີກດ້ວຍ./.
VAN
