ວິ​ກິດ​ການ​ຢູ່​ຊ່ອງ​ແຄບ​ທະ​ເລ Hormuz ລະ​ເບີດ​ຂຶ້ນ​ແຕ່​ຕົ້ນ​ປີ 2026 ນັ້ນ ພວມ​ກາຍ​ເປັນ​ໜຶ່ງ​ໃນ​ບັນ​ດາ​ເຫດ​ການ​ກະ​ທົບ​ກະ​ເທືອນ​ດ້ານ​ພູ​ມີ​ສາດ​ການ​ເມືອງ​ຢ່າງ​ໃຫຍ່ຫຼວງ​ທີ່​ສຸດ​ຕໍ່​ລະ​ບົບ​ພະ​ລັງ​ງານ​ທົ່ວ​ໂລກ ນັບ​ແຕ່​ຊຸມ​ປີ 1970 ມາ​ຮອດ​ປັດ​ຈຸ​ບັນ. ຕາມ​ອົງ​ການ​ພະ​ລັງ​ງານ​ສາ​ກົນ (IEA) ແລ້ວ, ບໍ່​ວ່າ​ວິ​ກິດ​ການ​ຈະ​ສິ້ນ​ສຸດ​ຄື​ແນວ​ໃດ​ກໍ​ຕາມ, ແຜນ​ທີ່​ພະ​ລັງ​ງານ​ໂລກ ກໍ​ພວມ​ໄດ້​ຮັບ​ການ​ແຕ້ມ​ຄືນ​ໃໝ່​ຢ່າງ​ສິ້ນ​ເຊີງ.

ວິ​ກິດ​ການ​ບັນ​ດາ “ຈຸດ​ອຸດ​ຕັນ”

ບັນ​ດາ​ການ​ກະ​ທຳ​ໃນ​ການ​ປະ​ທະ​ກັນ​ລະ​ຫວ່າງ ອາ​ເມ​ລິ​ກາ ແລະ ອີ​ຣານ ​ທີ່​ເຄັ່ງ​ຕຶງ​ຂຶ້ນ​ຄືນ​ໃໝ່​ໃນ​ຊຸມ​ວັນ​ມໍ່ໆ​ມາ​ນີ້ ອີກ​ຄັ້ງ​ໜຶ່ງ​​ໄດ້ເຮັດ​ໃຫ້​ຊ່ອງ​ແຄບ​ທະ​ເລ​ຍຸດ​ທະ​ສາດ Hormuz, ບ່ອນ​ທີ່​ຂົນ​ສົ່ງ​ ນ້ຳ​ມັນ​ດິບ ແລະ ອາຍ​ແກັດ​ເຫຼວ (LNG) ຂອງ​ໂລກ ປະ​ມານ 20% ຖືກອຸດ​ຕັນ​ຢ່າງ​ສິ້ນ​ເຊີງ, ຍູ້​ໃຫ້​ລາ​ຄາ​ນ້ຳ​ມັນ​ໃນ​ໂລກ​ເພີ່ມ​ຂຶ້ນ​ສູງ​ຄືນ​ອີກ, ເຊິ່ງ​ຕົກ​ຢູ່​ປະ​ມານ 85 USD ຕໍ່​ຖັງ​ (ນ້ຳ​ມັນ Brent ທະ​ເລ​ເໜືອ) ໃນ​ກາງ​ອາ​ທິດ​ນີ້. ສະ​ພາ​ວະ​ຈົນ​ຕາ​ແຈ​ປິ່ນ​ອ້ອມ​ຊ່ອງ​ແຄບ​ທະ​ເລ Hormuz ໃນ​ປັດ​ຈຸ​ບັນ ບໍ່​ພຽງ​ແຕ່​ແມ່ນ​ເລື່ອງ​ລາວ​ລະ​ຫວ່າງ ອາ​ເມ​ລິ​ກາ ແລະ ອີ​ຣານ ເທົ່າ​ນັ້ນ. ບັນ​ດາ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ສ້າງ​ຕັ້ງ​ກົນ​ໄກ​ຕິດ​ຕາມກວດ​ກາ ແລະ ບໍ​ລິ​ຫານ​ຊ່ອງ​ແຄບ​ທະ​ເລ Hormuz ໃນ​ຍາວ​ນານ ໂດຍ​ບໍ່​ຕ້ອງ​ມີ​ການ​ເຂົ້າ​ຮ່ວມ​ຂອງ ອີ​ຣານ, ລະ​ອຽດ​ແມ່ນ​ລະ​ຫວ່າງ ໂອ​ມານ ກັບ ອາ​ເມ​ລິ​ກາ ແລະ ບາງ​ປະ​ເທດ​ໃນ​ພາກ​ພື້ນ, ກໍ​ບໍ່​ນຳ​ມາ​ເຊິ່ງ​ໝາກ​ຜົນ​ໃດໆ. ທ່ານ Aaron David Miller ນັກ​ຊ່ຽວ​ຊານ, ນັກ​ຄົ້ນ​ຄວ້າ​ອາ​ວຸ​ໂສ​ໃນ​ກອງ​ທຶນ Carnegie ເພື່ອ​ຄວາມ​ເປັນສັນ​ຕິ​ພາບ​ສາ​ກົນ, ຕີ​ລາ​ຄາ​ວ່າ:

“ເບິ່ງ​ຄື​ວ່າ ຊາວ ໂອ​ມານ ເຊື່ອ​ໝັ້ນ​ວ່າ ເຂົາ​ເຈົ້າ​ບັນ​ລຸ​ໄດ້​ມາດ​ຕະ​ການ​ໃດ​ໜຶ່ງ​ແລ້ວ, ຕາມ​ສິ່ງ​ທີ່​ເອີ້ນ​ວ່າ ເສັ້ນ​ທາງ​ທາງ​ທິດ​ໃຕ້, ໂດຍ​ພື້ນ​ຖານ​ແມ່ນ​ລຽບ​ຕາມ​ຝັ່ງ​ທ​ະ​ເລ ໂອ​ມານ, ຈະ​ຕາງ​ໜ້າ​ໃຫ້​ແກ່​ການ​ໄປ​ມາ​ຢ່າງ​ເສ​ລີ ແລະ ບໍ່​ຖືກ​ກີດ​ຂວາງ, ແຕ່​ຄຳ​ຕອບ​ຂອງ ​ອີ​ຣານ ສຳ​ລັບ​ສິ່ງ​ດັ່ງ​ກ່າວ ແມ່ນ​ບັນ​ດາ​ສິ່ງ​ທີ່​ພວກ​ເຮົາ​ໄດ້​ເຫັນ​ໃນ​ການ​ບຸກ​ໂຈມ​ຕີ​ເລັ່ງ​ໃສ່​ກ່ຳ​ປັ່ນ​ການ​ຄ້​າ. ອີກ​ຄັ້ງ​ໜຶ່ງ, ຂ້າ​ພະ​ເຈົ້າ​ຄິດ​ວ່າ ຖ້າ​ເຊື່ອ​ໝັ້ນ​ວ່າ ຊາວ ອີ​ຣານ ຈະ​ຍົກ​ເລີກ​ໄມ້​ງັດ​ໃໝ່ ໝາຍ​ຄວາມ​ວ່າ ຊ່ອງ​ແຄບ​ທະ​ເລ Hormuz ຢ່າງ​ງ່າຍ​ດາຍ, ໄວ​ວາ ຫຼື ສະ​ໝັກ​ໃຈ​ນັ້ນ, ຂ້າ​ພະ​ເຈົ້າ​ຄິດ​ວ່າ ແມ່ນ​ການ​ຄິດ​ໄລ່​ທີ່​ຜິດ​ພາດ​ຢ່າງ​ຮ້າຍ​ແຮງ​ທີ່​ສຸດ”.

ບັນ​ດາ​ຄວາມ​ວິ​ຕັກ​ກັງ​ວົນ​ກ່ຽວ​ກັບ​ວິ​ກິດ​ການ​ດ້ານ​ພະ​ລັງ​ງານ​ໃນ​ປັດ​ຈຸ​ບັນ ພວມ​ນັບ​ມື້​ນັບ​ເພີ່ມ​ຂຶ້ນ​ສູງກວ່າ ເມື່ອ​ຊ່ອງ​ແຄບ​ທະ​ເລ​ຍຸດ​ທະ​ສາດ​ອື່ນ​ຄື Bab el-Mandeb ຢູ່​ທະ​ເລ​ແດງງ​ພວມ​ມີ​ສັນ​ຍານ​ຖືກ​ດຶງ​ເຂົ້າ​ການ​ປະ​ທະ​ກັນ. ໃນ​ຊຸມ​ວັນ​​ຜ່ານ​ມາ, ກຳ​ລັງ​ Houthi ຢູ່ ເຢ​ແມນ, ພັນ​ທະ​ມິດ​ຂອງງ​ອີ​ຣານ, ໄດ້​ຍົກ​ອອກ​ຄຳ​ກ່າວ​ເຕືອນ​ຢ່າງ​ຕໍ່​ເນື່ອງວ່າ ຈະ “ປິດ​ປະ​ຕູ” ຊ່ອງ​ແຄບ​ທະ​ເລ Bab el-Mandeb ຖ້າ ອາ​ເມ​ລິ​ກາ ເພີ່ມ​ທະ​ວີ​ບັ້ນ​ບຸກ​ໂຈມ​ຕີ​ເຂົ້າ​ພື້ນ​ຖານ​ໂຄງ​ລ່າງ​ພະ​ລັງ​ງານ ແລະ ພົນ​ລະ​ເຮືອນ​ຂອງ ​ອີ​ຣານ, ສິ່ງ​ທີ່​ໄດ້​ດຳ​ເນີນ​ໃນ​ວັນ​ທີ 16 ກໍ​ລະ​ກົດ ເມື່ອ ອາ​ເມ​ລິ​ກາ ບຸກ​ໂຈມ​ຕີ​ສະ​ຖາ​ນີ​ລົດ​ໄຟ ແລະ ຂົວ​ແຫ່ງ​ຕ່າງໆ​ຢູ່​ພາກ​ໃຕ້ ອີ​ຣານ. ຖ້າ​ແຜນ​ການ​ນີ້​ເກີດ​ຂຶ້ນ, ນັ້ນ​ຈະ​ແມ່ນ​ວິ​ນາດ​ຕະ​ກຳ​ສຳ​ລັບ​ແຫຼ່ງ​ສະ​ໜອງ​ພະ​ລັງ​ງານ​ໂລກ. ທ່ານ Petras Katinas ນັກ​ຊ່ຽວ​ຊານ, ນັກ​ຄົ້ນ​ຄວ້າ​ສັງ​ກັດ ສະ​ຖາ​ບັນ​ການ​ບໍ​ລິ​ການ​ເອ​ກະ​ພາບ ລາ​ຊະ​ອາ​ນາ​ຈັກ, ອັງ​ກິດ ໃຫ້​ຂໍ້​ສັງ​ເກດ​ວ່າ:

“ເສັ້ນ​ທາງ​ທະ​ເລ​ແດງ ​ໄດ້​ກາຍ​ເປັນ​ເສັ້ນ​ທາງ​ທີ່​ມີ​ຄວາມ​ສຳ​ຄັນ​​ຂຶ້ນຫຼາຍ​ພໍ​ສົມ​ຄວນ, ເພາະ​ວ່າ ມັນ​ບໍ່​ພຽງ​ແຕ່​ແມ່ນ​ແລວ​ຄ່​ຽນຖ່າຍ​ທຳ​ມະ​ດາ​ລະ​ຫວ່າງ ເອີ​ຣົບ ກັບ ອາ​ຊີ ຄື​ເມື່ອ​ກ່ອນ​ອີກ​ແລ້ວ. ນີ້​ກໍ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ມາດ​ຕະ​ການ​ປ່ຽນ​ແທ​ນ​ໃຫ​້​ແກ່​ຊ່ອ​ງ​ແຄບ​ທະ​ເລ Hormuz”.

ແຕ້ມ​ແຜນ​ທີ່​ພະ​ລັງ​ງານ​ຄືນ​ໃໝ່

ສະ​ພາບ​ການ​ຕົວ​ຈິງ​ຈາກ​ການ​ປະ​ທະ​ກັນ​ຢູ່​ຕາ​ເວັນ​ອອກ​ກາງ, ບ່ອນ​ທີ່​ບັນ​ດາ​ການ​ຜັນ​ແປປິ່ນ​ອ້ອມ​ຊ່ອງ​​ແຄບ​ທະ​ເລ Hormuz ອາດ​ຈະ​ເຮັດ​ໃຫ້​ກະ​ແສ​ພະ​ລັງ​ງານ​ທົ່ວ​ໂລກ​ຖື​ກ​ຢຸດ​ສະ​ງັກ, ພວ​ມ​ຊຸກ​ຍູ້​ບັນ​ດາ​ປະ​ເທດ​ໃນ​ໂລກ ກຳ​ນົດ​ຄືນ​ບັນ​ດາ​ຍຸດ​ທະ​ສາດ​ກ່ຽວ​ກັບ​ຄວາມ​ໝັ້ນ​ຄົງ​ດ້ານ​ພະ​ລັງ​ງານໃນ​ຍາວ​ນານ. ມີ​ການ​ປ່ຽນ​ແປງຫຼາຍ​ຢ່າງ​ທີ່​ມີ​ລັກ​ສະ​ນະ​ບາດ​ລ້ຽວ​ພວມ​ດຳ​ເນີນ, ທຳ​ອິດ​ແມ່ນ​ການ​ປ່ຽນ​ແປງ​ຈິນ​ຕະ​ນາ​ການ, ຈາກ “ປະ​ຢ​ັດ​ຄ່າ​ໃຊ້​ຈ່າຍ​ຢ່າງ​ສຸດ​ຂີດ” ໄປ​ສູ່ “ການ​ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ”.

​ການ​ປ່ຽນ​ແປງ​ໃຫຍ່​ອື່​ນ​ອີກ ນັ້ນ​ແມ່ນ​ບັນ​ດາ​ປະ​ເທດ​ເຂດ​ອ່າວ ເພີ່ມ​ລະ​ດັບ​ຄວາມ​ໄວ​ໃນ​ການ​ສ້າງ​ບັນ​ດາ​ເສັ້ນ​ທາງ​ຫຼີກລ່ຽງ ເພື່ອຫຼຸດ​ຜ່ອນ​ການ​ເອືອຍ​ອີ​ງ​ໃສ່​ຊ່ອງ​ແຄບ​ທະ​ເລ Hormuz. ທ່ານ Naveen Das, ນັ​ກ​ຊ່ຽວ​ຊານ, ນັກ​ວິ​ເຄາະ​ອາ​ວຸ​ໂສ​ກ່ຽວ​ກັບ​ນ້ຳ​ມັນ​ດິບ ຢູ່ Kpler, ບໍ​ລິ​ສັດ​ແຖວ​ໜ້າ​ໂລກ​ກ່ຽວ​ກັບ​ຂໍ້​ມູນ​ເອ​ກະ​ສານ, ການ​ວິ​ເຄາະ ແລະ ຂໍ້​ມູນ​ການ​ຕະຫຼາດ​ຕາມ​ການ​ເວ​ລາ​ຕົວ​ຈິງ​ໃນ​ບັນ​ດາ​ຂົງ​ເຂດ​ສິນ​ຄ້າ, ພະ​ລັງ​ງານ, ໄຟ​ຟ້າ ແລະ ​ການຂົນ​ສົ່ງ​ທາງ​ທະ​ເລ, ໃຫ້​ຮູ້​ວ່າ:

“ອາ​ດ​ຈະ​ເວົ້າ​ເຖິງ​ບາງ​ເສັ້ນ​ທາງ​ສຳ​ຄັນ. ທຳ​ອິດ​ແມ່ນ​ທໍ່​ສົ່ງ​ ຕາ​ເວັນ​ອອກ - ຕາ​ເວັນ​ຕົກ​ຂອງ ອາ​ຣັບ​ບີ ຊະ​ອຸ​ດິ; ໂດຍ​ພື້ນ​ຖານ​ແລ້ວ, ທໍ່​ສົ່ງ​ນີ້​ຂົນ​ສົ່ງ​ນ້ຳ​ມັນ​ຈາກ​ອ່າວ​ເປີ​ເຊຍ ໄປ​ຍັງ​ທະ​ເລ ແດງ ​ແລະ ຍັງ​ມີ​ກຳ​ລັງ​ບົ່ມ​ຊ້ອນ​ເພື່ອ​ຂົນ​ສົ່ງ​ໄດ້​ 5 ລ້ານ​ຖັງຕື່ມ​ອີກ. ມີ​ອີກ​ທໍ່​ສົ່ງ​ໜຶ່ງ​ຕັ້ງ​ຢູ່ UAE ກໍ​ມີ​ກຳ​ລັງ​ແຮງ​ຂົນ​ສົ່ງ​ໄດ້​ປະ​ມານ 2 ລ້ານ​ຖັງ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ບໍ່​ແມ່ນ​ປະ​ລິ​ມານ​ນ້ຳ​ມັນ​ທັງ​ໝົດ ລ້ວນ​ແຕ່​ຫັນ​ທິດ​ທາງ​ການ​ຂົນ​ສົ່ງ​ໄດ້; ຕາມ​ການ​ຄິດ​ໄລ່​ທິດ​ສະ​ດີ​ແລ້ວ, ມີ​ພຽງ​ແຕ່​ປະ​ມານ 45% ປະ​ລິ​ມານ​ທັງ​ໝົດ ຈະ​ສາ​ມາດ​ປ່ຽນ​ທິດ​ຂົນ​ສົ່ງ​ໄດ້. ອີກ​ອັນ​ໜຶ່ງ, ຍັງ​ມີ​ທໍ່​ສົ່ງ​ນ້ຳ​ມັນ​ຈາກ​ເຂດ​ຊາວ Kurd ຢູ່ ອີ​ຣັກ ​ໄປ ຕວັກ​ກີ, ສົ່ງ​ນ້ຳ​ມັນ​ອອກ​ສູ່​ພາກ​ພື້ນ ​ເມ​ດີ​ເຕ​ຣາ​ເນຍ”.

ໂດຍ​ລວມ​ແລ້ວ, ບັນ​ດາ​ປະ​ເທດ​ນຳ​ເຂົ້າ​ພວມ​ຊອກ​ຫາ​ວິ​ທີ​ເຂົ້າ​ເຖິງ​ຢ່າງ​ເລິ​ກ​ເຊິ່ງ​ກັບ​ບັນ​ດາ​ແຫຼ່ງ​ສະ​ໜອງ​ນ້ຳ​ມັນ​ທີ່ ບໍ່​ຖືກ​ຜົນ​ກະ​ທົບ​ຈາກ Hormuz ​ຕື່ມ​ອີກ. ບັນ​ດາ​ບໍ​ລິ​ສັດ​ຜະ​ລິດ​ນ້ຳ​ມັນ​ຢູ່ ອາ​ເມ​ລິ​ກາ, ທະ​ເລ​ເໜືອ, ອາ​ຟະ​ລິ​ກາ​ຕາ​ເວັນ​ຕົກ (ຄື ອັງ​ໂກ​ລາ, ນີເຊ​ຣີ) ແລະ ອາ​ເມ​ລິ​ກາ ລາ​ຕິນ ພວມ​ເຫັນ​ປະ​ຈັກ​ຕາ​ກະ​ແສ​ທຶນ ແລະ ບັນ​ດາ​ສັນ​ຍາ​ໄລ​ຍະ​ຍາວ ພວມຫຼັ່ງ​ໄຫຼມາ​ຢ່າງວ່ອງ​ໄວ​ແບບ​ບໍ່​ເຄີຍ​ມີ​ມາ​ກ່ອນ ແນ​ໃສ່​ຊົດ​ເຊີຍ​ໃຫ້​ແກ່​ປະ​ລິ​ມານ​ນ້ຳ​ມັນ​ທີ​່ຖືກ “ກັກ​ຕຸນ” ຢູ່​ເຂດ​ອ່າວ./.