ໂດຍ​ຈະຈັດຂຶ້ນ​ຢູ່ນະ​ຄອນຫຼວງ ປາຣີ, ປະເທດ ຝລັ່ງ ໃນວັນທີ 09-10 ກັນຍາ ແລະ ມີ​ການ​ເຂົ້າ​ຮ່ວມ​​ປະ​ມຸກລັດຫຼາຍ​ທ່ານ ແລະ ​ບັນ​ດາອົງການຈັດຕັ້ງສາກົນ​, ກອງປະຊຸມສຸດຍອດ ອະວະກາດສາກົນ (ISS) ແມ່ນໂອກາດ​ເພື່ອໃຫ້ໂລກສ້າງອະນາຄົດ ດ້ວຍກົດລະບຽບຢ່າງ​ຈະ​ແຈ້ງ ແລະ ມີ​ຄວາມຍຸດຕິທຳກວ່າໃນການ​ຄົ້ນ​ຫາ ແລະ ​ຂຸດ​ຄົ້ນ​ທ່າແຮງບົ່ມ​ຊ້ອນອັນໃຫຍ່ຫຼວງ ຂອງອ​າວະກາດ.

ຄວາມ​ຮັບ​ຮູ້​ໃໝ່ກ່ຽວ​ກັບ​ອາ​ວະ​ກາດ

ໃນໄລ​ຍະເກືອບ 7 ທົດສະວັດ, ການມີໜ້າຂອງມະນຸດຢູ່ຊັ້ນອາ​ກາດຫຸ້ມ​ໜ່ວຍ​ໂລກ​ເຄີຍແມ່ນ​ກາງ​ຫາວ ທີ່ສະຫງວນໃຫ້ແກ່ການຄົ້ນຄວ້າວິທະຍາສາດ​ລະ​ດັບລັດ, ​ເຊິ່ງ​ໄດ້​ຮັບ​ການ​​ປະສານງານດ້ວຍ​ບັນ​ດາສົນທິສັນຍາທີ່ມີ​ລັກ​ສະ​ນະອຸດົມ​ຄະ​ຕິສູງ, ​ເປັນ​ຕົ້ນແມ່ນ ລະຫວ່າງ ອາເມລິກາ ແລະ ສະຫະພາບ ໂຊວຽດ (ໃນ​ເມື່ອ​ກ່ອນ). ໃນປະຈຸບັນ, ສິ່ງ​ດັ່ງ​ກ່າວໄດ້ມີ​ການປ່ຽນແປງ​ໂດຍພື້ນຖານ. ​ພ້ອມ​ກັບ​ການ​ພດ​ທະ​ນາບຸກ​ທະ​ລຸ​ຂອງວິທະຍາສາດ, ເຕັກໂນໂລຊີ ແລະ ​ອະວະກາດ, ວົງໂຄຈອນໂລກລະ​ດັບຕ່ຳ (LEO) ໄດ້ຫັນປ່ຽນ​ເປັນກະດູກສັນຫຼັງ​ດ້ານເສດຖະກິດ ທີ່ສຳຄັນ ແລະ ເປັນ​ພື້ນ​ທີ່​ເປີດກວ້າງການຄ້າທົ່ວໂລກ. ຕົວຢ່າງກ່ຽວ​ກັບການຫັນປ່ຽນນີ້ແມ່ນບັນ​ດາ​ກຸ່ມດາວທຽມ (​ພາກລັດ ແລະ ເອກະຊົນ) ນັບ​ມື້​ນັບເພີ່ມຂຶ້ນ​ຫຼາຍ​ຢູ່ LEO.

ເຖິງຢ່າງໃດກໍ່ຕາມ, ການປ່ຽນແປງນີ້ໄດ້​ພາ​ໃຫ້ປະຊາຄົມ​ສາ​ກົນຕ້ອງ​ປະ​ເຊີນ​ໜ້າ​ກັບ​ສິ່ງທີ່ສັບສົນ, ບັນ​ດາສິ່ງທ້າທາຍເຊິ່ງເຄືອຂ່າຍດາວທຽມນີ້​ໄດ້​ກໍ່​ຂຶ້ນ, ກ່ອນ​ອື່ນ​ໝົດ​ແມ່ນ​ດ້ານວິທະຍາສາດ. Olivier Hainaut, ນັກດາລາສາດ​ຂອງ​ອົງ​ການ​ຄົ້ນ​ຄວ້າດາລາສາດ ເອີລົບ (ESO), ​ໃຫ້​ຮູ້ວ່າ:

"ປະຈຸບັນ, ພວມມີບັນ​ດາໂຄງການສົ່ງ ເກືອບ 2 ລ້ານດາວທຽມເຂົ້າ​ສູ່ວົງໂຄຈອນ.ປະຈຸບັນ, ມີພຽງ​ແຕ່​ມີ 15.000 ດາວທຽມ ​ເທົ່ານັ້ນ, ສະນັ້ນ​ເລື່ອງເພີ່ມຈຳນວນ​ແຕ່ 15.000 ຂຶ້​ນ​ເປັນ 1 ຫຼື 2 ລ້ານດາວ​ທຽມ ແມ່ນການ​ເພີ່ມ​ຂຶ້​ນ​ໃຫຍ່ຫຼວງທີ​ສຸດ. ​ແຕ່​ລະດາວທຽມນັ້ນ, ເມື່ອໄປຜ່ານ​ການ​ມຸມ​ເບິ່ງຂອງກ້ອງດູ​ດາວ ຈະປະຮອຍ​ແສງ​ສະ​ຫວ່າງໄວ້. ຖ້າພຽງແຕ່​ເປັນ​ຮອຍດຽວ ນັ້ນພຽງແຕ່ເປັນ​ບັນ​ຫາເລັກນ້ອຍເທົ່ານັ້ນ, ແຕ່ຖ້າມີ​ຫຼາຍ​ຮອຍ​ຄື​ແນວນັ້ນ, ​ມັນຈະປົກປິດຮູບພາບ​ ຈັກກະວານສ່ວນ​ໜຶ່ງທີ່ພວກເຮົາສັງເກດໄດ້."

ສິ່ງທ້າທາຍທີ່ໃຫຍ່ກວ່າສຳ​ລັບມະນຸດ​ແມ່ນດ້ານ ເສດຖະກິດ, ຄວາມໝັ້ນຄົງ ແລະ ​ນິ​ຕິ​ກຳ. ດ້ວຍດາວທຽມນັບພັນ​ເຄື່ອງທີ່​ພວມ​ເຄື່ອນ​ໄຫວ​ອ້ອມ​ວົງໂຄຈອນ, ຄວາມສ່ຽງຈະ​ເກີດອຸ​ບັດ​ເຫດ​​ຕຳ​ກັນ​ຈະເພີ່ມຂຶ້ນແຮງ. ມີບັນຫາ​ຕໍ່​ໄປແມ່ນ ເລື່ອງ​ບັນ​ດາປະເທດ​ສ້າງວິໄສທັດການ​ຄຸ​້ມ​ຄອງອາວະກາດແຕກຕ່າງກັນ, ຊ້ຳ​ບໍ່​ໜຳ​ແມ່ນກົງກັນຂ້າມ.

ຊອກຫາກົດລະບຽບ​ລວມ

ໃນປີ 1967, ສົນທິສັນຍາວ່າ​ດ້ວຍອະວະກາດໄດ້ສ້າງຕັ້ງຂຶ້ນ, ສ້າງ​ພື້ນຖານນິ​ຕິ​ກຳທຳອິດ​ເພື່ອແກ້ໄຂ​ບັນ​ດາບັນຫາທີ່ກ່ຽວຂ້ອງເຖິງກຸ່ມດາວທຽມ ຂະໜາດໃຫຍ່ ຫຼື ການຂຸດຄົ້ນຊັບພະຍາກອນນອກໜ່ວຍໂລກ. ເຖິງຢ່າງໃດກໍ່ຕາມ, ​ຕົວຈິງໃນປະຈຸບັນຮຽກຮ້ອງຕ້ອງ​ອັບ​ເດັດສົນທິສັນຍາສະບັບນີ້ ຢ່າງຄົບຖ້ວນ, ​ຊ້ຳ​ບໍ່​ໜຳ​ແມ່ນ​ຕ້ອງສ້າງສົນທິສັນຍາສະບັບໃໝ່, ​ໃນ​ສະ​ພາບ​ການ​ທີ່​ບັນ​ດາປະເທດມະຫາອຳນາດ​ພວມສ້າງກຸ່ມການທູດແກ່ງ​ແຍ້ງແທນທີ່ຈະມຸ່ງ​ໄປ​ເຖິງສົນທິສັນຍາ​ລວມ. ລະ​ອຽດ​ແມ່ນ, ສົນທິສັນຍາ Artemis ຂອງ ອາ​ເມ​ລິ​ກາ ແລະ ນັບສິບປະເທດອື່ນໆພວມຂັດແຍ້ງ​ກັນດ້ວຍໂຄງການສະ​ຖາ​ນີຄົ້ນຄວ້າ ດວງຈັນສາກົນ (ILRS) ໂດຍຈີນ ແລະ ລັດເຊຍ ນຳພາ... ສຸດທ້າຍ, ລະ​ຫວ່າງ​ບັນ​ດາ​ປະ​ເທດຍັງ​ສົງ​ໃສຕໍ່ ລັກສະນະການນຳໃຊ້ 2 ຢ່າງ ຂອງເຕັກໂນໂລຊີ ອະວະກາດ, ເມື່ອ​ບັນ​ດາເຕັກໂນໂລຊີເຫຼົ່ານີ້ບໍ່ພຽງແຕ່ຮັບໃຊ້​ດ້ານວິທະຍາສາດ ຫຼື ການຄ້າເທົ່ານັ້ນ ຫາກຍັງສາມາດກາຍເປັນ ອາວຸດ, ນາບຂູ່ຕໍ່ຄວາມໝັ້ນຄົງ ຂອງຫຼາຍປະເທດ.

ທັງໝົດໝົດນັ້ນ​ໄດ້ພາໃຫ້​ເພີ່ມຄວາມຄາດຫວັງ​ຕໍ່ກອງປະຊຸມສຸດຍອດ ອະວະກາດ ສາກົນ ທີ່​ຈັດ​ຂຶ້​ນຢູ່ ປາຣີ ໃນອາທິດນີ້. ທ່ານ António Guterres, ເລຂາທິການໃຫຍ່ສະຫະປະຊາຊາດ ຊີ້​ແຈ້ງວ່າ:

"ບັນ​ດາ​ບາດກ້າວ​ກະ​ໂດດ​ຂັ້ນໃນ​ຂົງ​ເຂດ​ອະວະກາດ​ມີ​ຄວາມໝາຍ​ດຽວ​ກັບ​ເລື່ອງ​ບັນ​ດາເຫດການທີ່​​ພວມຈັ​ດຳ​ເນີນຢູ່ທີ່ນັ້ນ​ລ້ວນ​ແຕ່ສົ່ງຜົນກະທົບຕໍ່ພວກເຮົາ. ​ບັນ​ດາ​ຊັບ​ພະ​ຍາ​ກອນ ແລະ ເຕັກໂນໂລຊີ​ອະວະກາດ​ພວມ​ສວມບົດບາດນັບ​ມື້​ໜັບສຳຄັນໃນວຽກ​ງານຈັບ​ຈຸດ​ທີ່​ຕັ້ງ,ສະ​ໜອງບໍລິການອິນເຕີເນັດ ແລະ ການຕິດຕາມບັນ​ດາ​ທ່າ​ອ່ຽງຕ່າງໆໃນໂລກ - ​ນັບ​ແຕ່ພະລັງງານ ແລະ ​ດິນ​ຟ້າອາກາດ ຈົນເຖິງ​ຊີວະ​ນາໆ​ພັນ ​ພ້ອມ​ກັບ​ພາ​ລະ​ບົດ​ບາດທີ່ຈຳ​ເປັນອື່ນໆອີກ. ເກືອບ 40% ບັນ​ດາເປົ້າໝາຍພັດທະນາແບບຍືນຍົງ (SDGs) ຂຶ້ນ​ກັບ​ໂຄງ​ການ​ດຳ​ເນີນ​ງານປີ 2030 ແມ່ນອ​ີງ​ໃສ່ຂໍ້ມູນຈາກອ​ວະກາດ".

ສຳລັບປະຊາຄົມສາ​ກົນ, ຄຳຖາມໃນປັດຈຸບັນບໍ່ແມ່ນວ່າ ອະວະກາດ ສາມາດຂຸດ​ຄົ້ນໄດ້ ​ຫຼື ບໍ່, ​ຫາກ​ແມ່ນກົດລະບຽບລວມ​ໃຫ້​ແກ່​ການ​ຂຸດ​ຄົ້ນ​ມັນ​ຄື​ແນວ​ໃດ. ດັ່ງນັ້ນ, ຖ້າປະຊາຄົມ​ສາ​ກົນ​ປະ​ລ​າ​ໄຊ​ໃນ​ການປະສົມ​ກົມ​ກຽວລະ​ຫວ່າງ​ຮຽກ​ຮ້ອງກ່ຽວ​ກັບຄວາມໝັ້ນຄົງແຫ່ງຊາດ ກັບຄວາມຍືນຍົງຂອງສິ່ງແວດລ້ອມ, ​​ພື້ນ​ທີ່​ທີ່​ໝັ​້ນ​ໝາຍເຊື່ອມຕໍ່ ແລະ ຊຸກ​ຍູ້ອະ​ລິຍະທຳຂອງມະນຸດນີ້ ອາດຈະຕົກເຂົ້າ​ສູ່​ສະ​ພາບບໍ່​ມີ​ທາງ​ອອກ ແລະ ຖືກຄອບງຳຍ້ອນການປະ​ທະ​ກັນ​ດ້ານພູມສາດ ການເມືອງ.