ໃນ​ຊຸມ​ປີ​ຜ່ານ​ມາ, ຈຸດ​ອຸດ​ຕັນ​ໃຫຍ່​ສຸດ​ຂອງ ຫວຽດ​ນາມ ບໍ່​ນອນ​ຢູ່​ເລື່ອງ​ຂາດແຫຼ່​ງ​ທຶນ, ຂາ​ດ​ແຮງ​ງານ ຫຼື ໂອ​ກາດ, ຫາກ​ມັນ​ນອນ​ຢູ່​ແບບ​ວິ​ທີ​ການ​ຈັດ​ແບ່ງ ແລະ ນຳ​ໃຊ້​ບັນ​ດາ​ແຫຼ່ງ​ກຳ​ລັງ​ນັ້ນ. ເມື່ອ​ແຫຼ່ງ​ກຳ​ລັງ​ບໍ່​ໄດ້​ຮັບ​ການ​ນຳ​ພາ​ດ້ວຍ​ລະ​ບົບ​ລະ​ບອບ​ລະ​ບຽບ​ການ​ຢ່າງ​ມີ​ປະ​ສິດ​ທິ​ຜົນ​ນັ້ນ, ມັນ​ອາດ​ຈະ​ຖືກກະ​ຈາຍ ແລະ ນຳ​ໃຊ້​ໂດຍ​ບໍ່​ມີປະ​ສິດ​ທິ​ຜົນ​ຢ່າງ​ງ່າຍ​ດາຍ. ດັ່ງ​ນັ້ນ, ເລື່ອງ ຫວຽດ​ນາມ ວາງ​ຈຸດ​ສຸມ​ໃສ່​ການ​ປັບ​ປຸງ​ລະ​ບອບ​ລະ​ບຽບ​ໃຫ້​ສົມ​ບູນ​ແບບ, ​ນັບ​ແຕ່ການ​ປັບ​ປຸງ​ກົດ​ໝາຍ, ຫຼຸດ​ຜ່ອນ​ເງື່ອນ​ໄຂ​ດຳ​ເນີນ​ທຸ​ລະ​ກິດ​ຕະຫຼອດ​ຮອດ​ການ​ຍົກ​ສູງ​ປະ​ສິດ​ທິ​ພາບ​ການ​ປະ​ຕິ​ບັດນັ້ນ​ ແມ່ນ​ເພື່ອ​ແນ​ໃສ່​ແກ້​ໄຂ​ຈຸດ​ອຸດ​ຕັນ​ພື້ນ​ຖານທີ່​ສຸດ​ຂອງ​ການ​ເຕີບ​ໂຕ.

ປະ​ຕິ​ຮູບ​ຢ່າງ​ຄົບ​ຊຸດ, ຮອບ​ດ້ານ, ມີ​ລັກ​ສະ​ນະ​ເປັນ​ລະ​ບົບ

ມີ​ສິ່ງ​ໜຶ່ງ​ທີ່​ໜ້າ​ສົນ​ໃຈ​ໃນ​ໄລ​ຍະ​ປັດ​ຈຸ​ບັນ ແມ່ນ​ຈິນ​ຕະ​ນາ​ການ​ປະ​ຕ​ິ​ຮູບ​ໄດ້​ຫັນ​ຈາກ​ການ​ເຂົ້າ​ເເຖິງແບບກະແຈກກະຈາຍ​ໄປ​ສູ່​ການ​ເຂົ້າ​ເຖິງ​ຢ່າງ​ມີ​ລະ​ບົບ. ການ​ປະ​ກາດ​ໃຊ້​ຫຼາຍ​ມະ​ຕິ​ໃຫຍ່​ຂອງ​ກົດ​ມ​ການ​ເມືອງຢ່າງ​ລຽນ​ຕິດ, ປົກ​ຄຸມ​ບັນ​ດາ​ເສົາ​ຄ້ຳ​ຄື: ເສດ​ຖະ​ກິ​ດເອ​ກະ​ຊົນ, ວິ​ທະ​ຍາ​ສາດ - ເຕັກ​ໂນ​ໂລ​ຢີ, ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ, ພະ​ລັງ​ງານ, ສາ​ທາ​ລະ​ນະ​ສຸກ ແລະ ການ​ສຶກ​ສາ, ໄດ້​ຊີ້​ໃຫ້​ເຫັນ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ສ້າງ​ເປັນ “ລະ​ບົບ​ນ​ິ​ເວດ​ລະ​ບອບ​ລະ​ບຽບ​ການ” ແທນ​ໃຫ້​ບັນ​ດາ​ນະ​ໂຍ​ບາຍ​ຍ່ອຍ ແນ​ໃສ່​ຊຸກ​ຍູ້​ການ​ເຕີບ​ໂຕ, ສ້າງ​ຄວາມ​ຜູກ​ພັນ​ລະ​ຫວ່າງ​ບັນ​ດາ​ຂະ​ແໜງ​ການ ແລະ ເປົ້າ​ໝາຍ​ຍາວ​ນານ. ທ່ານ​ ຮ​ສ​ຈ. ປອ. ຫງວຽນ​ຮົ່ງ​ຫາຍ, ຄູ​ສອນ​ມະ​ຫາ​ວິ​ທະ​ຍາ​ໄລ VinUni (University of VinUni) ຖື​ວ່າ:

“ຂ້າ​ພະ​ເຈົ້າ​ຖື​ວ່າ ຈຸດ​ບຸກ​ທະ​ລຸ​ລວມ​ຂອງ​ມະ​ຕິ​ສະ​ບັບ​ຕ່າງໆ​ນີ້​ແມ່ນ​ມີ​ລັກ​ສະ​ນະ​ກະ​ທຳ ຫາກ​ບໍ່​ພຽງ​ແຕ່​ເປັນ​ຄຳ​ຂວັນ​ເທົ່າ​ນັ້ນ. ການ​ກະ​ທຳ​ນັ້ນ ແມ່ນ​ປ່ຽນ​ແປງ​ໃໝ່​ກ່ຽວ​ກັບ​ສະ​ຕິ​ຄວາມ​ຮັບ​ຮູ້ ແລະ ແບບ​ວິ​ທີ​ການເຄື່ອນ​ໄຫວ ແລະ ຂຸດ​ຄົ້ນ​ໃຫ້​ແທດ​ເໝາະ​ກັບ​ລະ​ດັບ​ການ​ພັດ​ທະ​ນ​າ​ຂອງ​ປະ​ເທດ​ຊາດ, ພ້ອມ​ທັງ​ເສີມ​ຂະ​ຫຍາຍ​ເພື່ອ​ນຳ​ປະ​ເທດບືນຕົວຂຶ້ນ ແລະ ພັດ​ທະ​ນາ​ຂຶ້ນ​ສູ່​ລະ​ດັບ​ສູງກວ່າ. ດັ່ງ​ນັ້ນ, ໃນ​ມະ​ຕິ​ສະ​ບັບ​ຕ່າງໆ, ນອກ​ຈາກ​ບັນ​ຫາ​ທິດ​ສະ​ດີ​ທີ່​ສະ​ແດງ​ແງ່​ມູມ​ຈິນ​ຕະ​ນາ​ການ ແລະ ວິ​ໄສ​ທັດ​ແລ້ວ, ພວກ​ເຮົາ​ຍັງ​ເຫັນ​ມີ​ບັນ​ດາ​ຄຳ​ຊີ້​ນຳ​ການ​ເຄື່ອນ​ໄຫວ​ທີ່​ລະ​ອຽດ​ທີ່​ສຸດ”.

ຈຸດ​ທີ່​ໜ້າ​ສົນ​ໃຈ​ແມ່ນ ສະ​ພາ​ແຫ່ງ​ຊາດ ແລະ ລັດ​ຖະ​ບານ ໄດ້​ຫັນ​ບັນ​ດາ​ມະ​ຕິ​ໃຫຍ່ເປັນ​ກົດ​ໝາຍ, ມະ​ຕິ, ໂຄງ​ການ​ດຳ​ເນີນ​ງານ​​ມີ​ຂັ້ນ​ຕອນ ແລະ ດັດ​ຊະ​ນີ​ຈະ​ແຈ້ງ​ຢ່າງວ່ອງ​ໄວ​, ໃນ​ນັ້ນ ວາງໜ້າທີ່​ຄວາມ​ຮັບ​ຜິດ​ຊອບ​ລະ​ອຽດ​ໃຫ້​ແກ່​ແຕ່​ລະ​ກະ​ຊວງ, ຂະ​ແໜງ​ການ, ທ້ອງ​ຖິ່ນ. ມີຫຼາຍ​ມາດ​ຕະ​ການ​ໄດ້​ຮັບ​ການ​ຜັນ​ຂະ​ຫຍາຍ​ຕາມ​ທິດ​ເຂົ້າ​ເຖິງ​ໂດຍ​ກົງ​ບັນ​ດາ “ຈຸດ​ອຸດ​ຕັນ” ​ທີ່​ມີ​ມາ​ແຕ່​ດົນ​ນານ, ຄື: ສຳຫຼວດ​ກວດ​ຄືນ​ລະ​ບົບ​ກົດ​ໝາຍ​ໂດຍ​ສັງ​ເຂບ, ຍົກ​ເລີກ​ບັນ​ດາ​ຂໍ້​ກຳ​ນົດ​ທີ່ຊ້ຳຊ​້ອນ​ກັນ, ຫຼຸດ​ຜ່ອນ​ບັນ​ດາ​ລະ​ບ​ຽບ​ການ​ບໍ​ລິ​ຫານ, ຫຼຸດ​ຜ່ອນ​ຄ່າ​ໃຊ້​ຈ່າຍ ແລະ ຊຸກ​ຍູ້​ການ​ຫັນ​ຂັ້ນ​ຕອນ​ເປັນ​ດີ​ຈີ​ຕອນ​ທັງ​ໝົດ. ໃນ​ກອງ​ປະ​ຊຸມ​ທຳ​ອິດ ພາຍຫຼັງ​ຄະ​ນະ​ລັດ​ຖະ​ບານ ອາ​ຍຸ​ການ 2026 – 2031 ໄດ້​​ຮັບ​ການ​ບູ​ລະ​ນະ​ນັ້ນ, ທ່ານ ເລ​ມິງ​ຮຶງ ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ໄດ້​ເນັ້ນ​ໜັກ​ເຖິງ​ຄຳ​ຮຽກ​ຮ້ອງ​ຕ້ອງ​ການ​ວ່າ:

“ໜຶ່ງ​ໃນ​ບັນ​ດາ​​ຈຸດ​ທີ່​ສຳ​ຄັນ​ທີ່​ສຸດ​ກ່ຽວ​ກັບ​ການ​ປັບ​ປຸງ​ລະ​ບອບ​ລະ​ບຽບ​ການ​ໃຫ້​ສົມ​ບູນ​ແບບ​ໃນ​ປີ​ນີ້, ນັ້ນ​ແມ່ນ ຕີ​ລາ​ຄາ​ຄືນ​ບັນ​ດາ​ກົນ​ໄກ​ນະ​ໂຍ​ບາຍ​ທີ່ມີຈຸດ​ເປັນ​ເອ​ກະ​ລັກ​ສະ​ເພາະ. ສິ່ງ​ໃດ​ທີ່​ຖືກ ແລະ ​ພຶດ​ຕິ​ກຳ​ຕົວ​ຈິງໄດ້​​ພິ​ສູດວ່າ​ຖືກ​ຕ້​ອງ​ແລ້​ວ ໃຫ້​ໝູນ​ໃຊ້​ເປັນ​ເອ​ກະ​ພາບ​ໃນ​ທົ່ວ​ປະ​ເທດ. ໄປ​ຄ​ຽງ​ຄູ່​ກັບ​ລະ​ບອບ​ລະ​ບຽບ​ການ​ແມ່ນ​ການ​ປະ​ຕິ​ຮູບ​ການ​ບໍ​ລິ​ຫານ, ເງື່ອນ​ໄຂ​ດຳ​ເນີນ​ທຸ​ລະ​ກິດ ແລະ ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ ແລະ ຄຸນ​ນະ​ພາບ​ການ​ປະ​ຕິ​ບັດ​ບັນ​ດາ​ຂໍ້​ກຳ​ນົດ.”

ລະ​ບອບ​ລະ​ບຽບ​ການ​ບໍ່​ແມ່ນ​ເຄື່ອງ​ມື​ເພື່ອ​ຄວບ​ຄຸມ​ແລ້ວ, ຫາກ​ຍັງ​ກາຍ​ເປັນ​ພື້ນ​ຖານ​ກະ​ຕຸ້ນ​ການ​ເຕີບ​ໂຕ, ຫັນ​ຈາກ​ການ “ຄຸ້ມ​ຄອງ” ໄປ​ສູ່​ການ “ສ້າງ​ສາ​ພັດ​ທະ​ນາ”.

ລະ​ບອບ​ລະ​ບຽບ​ການ - ກຳ​ລັງ​ໜູນ​ໂດຍ​ກົງ​ຂອງ​ການ​ເຕີບ​ໂຕ

ພຶດ​ຕິ​ກຳ​ຕົວ​ຈິງ​ຂອງ​ການ​ພັດ​ທະ​ນາ​ໄດ້​ຊີ້​ໃຫ້​ເຫັນ​ວ່າ ລະ​ບອບ​ລະ​ບຽບ​ການ​ບໍ່​ສາ​ມາດ​ສ້າງ​ເປັນ​ຊັບ​ສິນ​ໂດ​ຍ​ກົງ​ຕາມ​ຄວາມ​ໝາຍ​ດ້ານ​ວັດ​ຖຸ​ໄດ້, ແຕ່​ພັດ​ສົ່ງ​ຜົນ​ກະ​ທົບ​ໂດຍ​ກົງ​ເຖິງ​ການ​ເຄື່ອນ​ໄຫວ​ຂອງ​ບັນ​ດາ​ເຈົ້າ​ກຳ​ເສດ​ຖະ​ກິດ, ຈາກ​ວິ​ສາ​ຫະ​ກິດ​ຕະຫຼອດ​ຮອດ​ປະ​ຊາ​ຊົນ. ເມື່ອ​ລະ​ບອບ​ລະ​ບຽບ​ການ​ຈະ​ແຈ້ງ, ເປັນ​ປົກ​ກະ​ຕິ ແລະ ມ​ີ​ຄວາມ​ສາ​ມາດ​ຄາດ​ຄະ​ເນ, ມັນ​ເຮັດ​ໃຫ້ຫຼຸດ​ຜ່ອນ​ຄວາມ​ສ່ຽງ, ສົ່ງ​ເສີມ​ການ​ລົງ​ທຶນ, ຊຸກ​ຍູ້​ນະ​ວັດ​ຕະ​ກຳ ແລະ ຍົກ​ສູງ​ສະ​ມັດ​ຕະ​ພາບ.

ການ​ປະ​ຕິ​ຮູບ​ລະ​ບອບ​ລະ​ບຽບ​ການ​ຂອງ ຫວຽດ​ນາມ ໃນ​ປັດ​ຈຸ​ບັນ ບໍ່​ສາ​ມາດ​ຕັດ​ແຍກ​ອອກ​ຈາກ​ບັນ​ດາ​ເປົ້​າ​ໝາຍ​ໄລ​ຍ​ະ​ຍາວ​ໄດ້. ແທນ​ທີ່​ແລ່ນ​ຕາມ​ລະ​ດັບ​ກາ​ນ​ເຕີບ​ໂຕ​ຢ່າງ​ດຽວ, ບັນ​ດາ​ກຳ​ນົດ​ທິດ​ໃຫຍ່ ໄດ້​ສະຫຼັບ​ທັບ​ຊ້ອນ​ກັບ​ຄຳ​ຮຽ​ກ​ຮ້ອງ​ພັດ​ທະ​ນາ​ເສດ​ຖະ​ກິດ​ສີ​ຂຽວ, ຫັນ​ເປັນ​ດີ​ຈີ​ຕອນ ແລະ ນະ​ວັດ​ຕະ​ກຳ. ການ​ເຕີບ​ໂຕ​ຕ້ອງ​ອີງ​ໃສ່​ການ​ຂຸດ​ຄົ້ນ​ທຸກ​ແຫຼ່ງ​ກຳ​ລັງ​ຂອງ​ທົ່ວ​ສັງ​ຄົມ​ຢ່າງ​ມີ​ປະ​ສິດ​ທິ​ຜົນ, ຄື​ດັ່ງ​ທ່ານ ໂຕ​ເລິມ ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຫວຽດ​ນາມ ໄດ້​ເນັ້ນ​ໜັກ​ວ່າ:

“ການ​ເຕີບ​ໂຕ​ຢ່າງ​ແທ​້​ຈິງ ຕ້ອງ​ສ້າງ​ຕັ້ງ​ທັງ​ສອງ​ສົ້ນ​ນັບ​ແຕ່​ເທິງ​ລົງ​ລຸ່ມ ແລະ ແຕ່​ລຸ່ມ​ຂຶ້ນ​ເຖິງ, ໃນ​ແຕ່​ລະ​ຕ່ອງ​ໂສ​້​ຂອງ​ພື້ນ​ຖານ​ເສດ​ຖະ​ກິດ. ເມື່ອ​ກຳ​ລັງ​ພາຍ​ໃນ​ໄດ້​ຮັບ​ການປຸກລຸກ​, ໄດ້​ເຊື່ອມ​ຕໍ່​ກັບ​ແຫຼ່ງ​ກຳ​ລັງ​ແຫ່ງລັດ, ດ້ວຍ​ພື້ນ​ຖານ​ໂຄງ​ລ່າງ, ດ້ວຍ​ຕະຫຼາດ, ເຕັກ​ໂນ​ໂລ​ຢີ, ດ້ວຍ​ແຜນ​ຜັງ​ພັດ​ທະ​ນາ​ນັ້ນ, ພື້ນ​ຖານ​ເສດ​ຖະ​ກິດ​ຈະ​​ມີ​ພື້ນ​ຖານ​ອັນ​ໝັ້ນ​ແກ່ນ​ໃຫ້​ແກ່ນ​ເຕີບ​ໂຕ​ແບບ​ຍືນ​ຍົງ. ແຕ່​ລະ​ກົນ​ໄກ, ນະ​ໂຍ​ບາຍ, ແຕ່​ລະ​ໂຄງ​ການ​ພື້ນ​ຖານ​ໂຄງ​ລ່າງ, ແຕ່​ລະ​ກະ​ແສ​ທຶນ ລ້ວນ​ແຕ່​ຕ້ອງ​ມຸ່ງ​ໄປ​ເຖິງ​ເລື່ອງປຸກ​ລຸກກຳ​ລັງ​ຄວາມ​ສາ​ມາດ ແລະ ​ຄວາມ​ຄາດ​ຫວັງ​ພັດ​ທະ​ນາ​, ຫັນ​ໂອ​ກາດ​ທີ່​ມີ​ກຳ​ລັງ​ບົ່ມ​ຊ້ອນ​ກາຍ​ເປັນ​ການ​ເຕີບ​ໂຕ​ຕົວ​ຈິງ ແລະ ຫັນ​ຄວາມ​ເຊື່ອ​ໝັ້ນ​ກາຍ​ເປັນ​ກຳ​ລັງ​ໜູນ​ພັດ​ທະ​ນາ​ຍາວ​ນານ​ໃຫ້​ແກ່​ປະ​ເທດ​ຊາດ”.

ການ​ປະ​ຕິ​ຮູບ ແລະ ປັບ​ປຸງ​ລະ​ບອບ​ລະ​ບຽບ​ການ​ໃຫ້​ສົມ​ບູນ​ແບບ​ຢູ່ ຫວຽດ​ນາມ ພວມ​ມີ​ການ​ປ່ຽນ​ແປງ​ຈິນ​ຕະ​ນາ​ການ ນັບ​ແຕ່​ການ​ປະ​ຕິ​ຮູບ​ແຕ່​ລະ​ພາກ​ສ່ວນ​ໄປ​ສູ່​ການ​ປະ​ຕິ​ຮູບ​ລະ​ບົບ, ດ້ວຍ​ສາມ​ຄຸນ​ລັກ​ສະ​ນະ​ພົ້ນ​ເດັ່ນ: ໄວ​ກວ່າ, ເລິກ​ເຊິ່ງ ແລະ ​ມີຍຸດ​ທະ​ສາດກວ່າ. ລະ​ບອບ​ລະ​ບຽບ​ການ​ແມ່ນ​ກຳ​ລັງ​ໜູນ​ໂດຍ​ກົງ​ຂອງ​ການ​ເຕີບ​ໂຕ. ເລື່ອງ ຫວຽດ​ນາມ ຍ​ູ້​ແຮງ​ການ​ປັບ​ປຸງ​ລ​ະ​ບອບ​ລະ​ບຽບ​ການ​ໃຫ້​ສົມ​ບູບ​ແບບ ໄດ້​ຊີ້​ໃຫ້​ເຫັນ​ການ​ເຄື່ອນ​ຍ້າຍ​ທີ່​ມີ​ລັກ​ສະ​ນະ​ຍຸດ​ທະ​ສາດ. ນີ້​ແມ່ນ​ພື້ນ​ຖານ​ສຳ​ຄັນ​ເພື່ອງ​ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍ​ເຕີ​ບ​ໂຕ​ທີ່​ສູງກວ່າ, ແຕ່​ພ້ອມ​ດຽວ​ກັນ​ນັ້ນ ກໍ​ຍືນ​ຍົງ​ກວ່າ ໃນ​ສັງ​ກາດ​ພັດ​ທະ​ນາ​ໃໝ່​./.