ວັນ​ທີ 20 ເມ​ສາ, ບັນ​ດາ​ຜູ້​ແທນ​ເຂົ້າ​ຮ່ວມກອ​ງ​ປະ​ຊຸມ​ຄັ້ງ​ປະ​ຖົມ​ມະ​ລຶກ, ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ຊຸດ​ທີ XVI, ປຶກ​ສາ​ຫາ​ລື​​ຮ່າງ​ມະ​ຕິ​ຂອງ​ສະ​ພາ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ພັດ​ທະ​ນາ​ວັດ​ທະ​ນະ​ທຳ ຫວຽດ​ນາມ. ນີ້​ແມ່ນ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ທີ່​ສະ​ແດງໃຫ້​ເຫັນ​ວ່າ ຫວຽດ​ນາມ ພວມ​ປັບ​ປຸງລະ​ບອບ​ລະ​ບຽບ​ການ​ໃຫ້​ສົມ​ບູນ​ແບບ​ເທື່ອ​ລະ​ກ້າວ, ສ້າງ​ບາດ​ກ້າວ​ບຸກ​ທະ​ລຸ, ສ້າງ​ກຳ​ລັງ​ໜູນ​ໃໝ່​ໃຫ້​ແກ່​ການ​ພັດ​ທະ​ນາ​ວັດ​ທະ​ນະ​ທຳເພື່ອ​ເສີມ​ຂະ​ຫຍາຍ​ກຳ​ລັງ​ແຮງ​ພາຍ​ໃນ, ສ້າງ​ກຳ​ລັງ​ໜູນ​ສຳ​ຄັນ​ໃຫ້​ແກ່​ການ​ພັດ​ທະ​ນາ​ຢ່າງວ່ອງ​ໄວ, ຍືນ​ຍົງໃນ​ໄລ​ຍະ​ໃໝ່.

ປັບ​ປຸງລະ​ບອບ​ລະ​ບຽບ​ການ​ກ່ຽວ​ກັບ​ວັດ​ທະ​ນະ​ທຳ​ໃຫ້​ສົມ​ບູນ​ແບບ ໄດ້​ຮັບ​ຖື​ວ່າ ແມ່ນ​ໜຶ່ງ​ໃນ​ບັນ​ດາ​ຂອດ​ບຸກ​ທະ​ລຸ​ຍຸດ​ທະ​ສາດ, ສວມ​ບົດ​ບາດ​ເປີດ​ທາງ​ໃຫ້​ແກ່​ການ​ພັດ​ທະ​ນາ​ຢ່າງວ່ອງ​ໄວ ແລະ ຍືນ​ຍົງ.

ລະ​ບອບ​ລະ​ບຽບ​ການ​ແມ່ນ​ໄມ້​ງັດ​ທີ່​ແກ່ນ​ສານ, ປົດລັອກຊັບ​ພະ​ຍາ​ກອນ

ໄລ​ຍະ​ຜ່ານ​ມາ, ຫວຽດ​ນາມ​ ໄດ້​ປະ​ກາດ​ໃຊ້ຫຼາຍ​ລະ​ບອບ​ລະ​ບຽບ​ການ​ກ່ຽວ​ກັບ​ວັດ​ທະ​ນະ​ທຳ, ປະ​ກອບ​ສ່ວນ​ຍົກ​ສູງ​ປະ​ສິດ​ທິ​ຜົນ​ໃນ​ການ​ຄຸ້ມ​ຄອງ​ລັດ, ຍົກ​ສູງ​ລະ​ດັບ​ຊົມ​ໃຊ້​ວັ​ດ​ທະ​ນະ​ທຳ​ໃຫ​້​ແກ່​ປະ​ຊາ​ຊົນ ແລະ ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ເຕີບ​ໂຕ​ເສດ​ຖະ​ກິດ. ພິ​ເສດ, ວັນ​ທີ 7 ມັງ​ກອນ ປີ 2026, ກົມ​ການ​ເມືອງ​ໄດ້​ປະ​ກາດ​ໃຊ້​ມະ​ຕິ​ສະ​ບັບ​ເລກ​ທີ 80 – NQ/TW ກ່ຽວ​ກັບ​ການ​ພັດ​ທະ​ນາ​ວັດ​ທະ​ນະ​ທຳ ຫວຽດ​ນາມ. ນີ້​ແມ່ນ​ມະ​ຕິ​ທີ່​ສ້າງ​ຂີດ​ໝາຍ​ແກ່​ບາດ​ລ້ຽວ​ຈິນ​ຕະ​ນາ​ການ​ຍຸດ​ທະ​ສາດ, ມີ​ຄວາມ​ໝາຍ​ສຳ​ຄັນ​ເປັນ​ພິ​ເສດ; ພ້ອມ​ທັງ​ວາງ​ອອກ​ຄຳ​ຮຽກ​ຮ້ອງ​ຕ້ອງ​ການ​ປະ​ກາດ​ໃຊ້​ມະ​ຕິ​ຂອງ​ສະ​ພາ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ພັດ​ທະ​ນາ​ວັດ​ທະ​ນະ​ທຳ ຫວຽດ​ນາມ. ທ່ານ​ ຮສ​ຈ, ປອ. ບຸ່ຍ​ຮ​ວ່າຍ​ເຊີນ, ກຳ​ມະ​ການສະ​ເພາະ​ກິດກຳ​ມ​ະ​ທິ​ການ​ວັດ​ທະ​ນະ​ທຳ ແລະ ສັງ​ຄົມ​ຂອງ ສະ​ພາ​ແຫ່ງ​ຊາດ, ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ XVI, ຖື​ວ່າ:

“ຕ້ອງ​ມີ​ລະ​ບອບ​ລະ​ບຽບ​ການ​ທີ່​ມີ​ຄວາມ​ເຂັ້ມ​ແຂງ​ຢ່າງ​ພຽງ​ພໍ, ກົນ​ໄກ​ທີ່​ມີ​ອຳ​ນວຍ​ຄວາມ​ສະ​ດວກ​ຢ່າງ​ພຽງ​ພໍເພື່ອ​ປົດລັອກຊັບ​ພະ​ຍາ​ກອນ​ເພື່ອພັດ​ທະ​ນາ​ວັດ​ທະ​ນະ​ທຳ ທີ່​ພວມ​ຖືກຄ​້າງ​ໄວ້. ຕ້ອງ​ຖື​ວັດ​ທະ​ນະ​ທຳ​ແມ່ນ​ພື້ນ​ຖານ​ຂອງ​ສັງ​ຄົມ​ຢ່າງ​ແທ້​ຈິງ, ແມ່ນ​ຊັບ​ພະ​ຍາ​ກອນພາຍ​ໃນ, ກຳ​ລັງ​ໜູນ​ພັດ​ທະ​ນາ, ແມ່ນ​ກຳ​ລັງ​ແຮງ​ອ່ອນ​ຂອງ​ຊາດ. ກ້າ​ລົງ​ທຶນ​ເຂົ້າ​ວັດ​ທະ​ນະ​ທຳຄື​ດັ່ງ​ຂົງ​ເຂດ​ທີ່​ມີ​ກຳ​ລັງ​ບົ່ມ​ຊ້ອນ​ພັດ​ທະ​ນາໄລ​ຍະ​ຍາວ. ເມື່ອ​ໃດ​ວັດ​ທະ​ນະ​ທຳ​ໄດ້​ວາງ​ຢູ່​ໃນ​ລະ​ບົບ​ນິ​ເວດ​ພັດ​ທະ​ນາ​ເປີດທີ່​ມີ​ກາ​ນ​ເຂົ້າ​ຮ່ວມ​ຂອງຫຼາຍ​ຈຳ​ກຳ ເວ​ລາ​ນັ້ນ ວັດ​ທະ​ນະ​ທຳ​ຈຶ່ງ​ມີ​ກຳ​ລັງກ້າວ​ກະ​ໂດດ​ຂັ້ນ​ຢ່າງ​ແທ້​ຈິງໄດ້”.

​ ຈາກ​ທີ່​ຕັ້ງ​ທີ່​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່, ວັດ​ທະ​ນະ​ທຳ​ໄດ້​ຫັນ​ໄປ​ສູ່​ທີ່​ຕັ້ງ​ໄດ້​ຮັບ​ການ​ຮັບ​ປະ​ກັນ​ດ້ວຍ​ລະ​ບອບ​ລະ​ບຽບ​ການ. ຮ່າງ​ມະ​ຕິ​ຂອງ​ສະ​ພາ​ແຫ່ງ​ຊາດ​​ວ່າ​ດ້ວຍ​ການ​ພັດ​ທະ​ນາ​ວັດ​ທະ​ນະ​ທຳ ຫວຽດ​ນາມ ​ໄດ້​ສຸມ​ໃສ່​ຫັນ​ບັນ​ດາ​ທັດ​ສະ​ນະ, ເປົ້າ​ໝາຍ, ໜ້າ​ທີ່ ແລະ ມາດ​ຕະ​ການ​ເປັນ​ລະ​ບອບ​ລະ​ບຽບ​ການ​ຢ່າງ​ຄົບ​ຖ້ວນ. ລັດ​ ສວມ​ບົດ​ບາດ​ນຳ​ໜ້າ​ພາ​ທາງ ແຕ່​ສັງ​ຄົມ ແລະ ພາກ​ສ່ວນ​ເອ​ກະ​ຊົນ​ຕ້ອງ​ກາຍ​ເປັນ​ກຳ​ລັງ​ໜູນ​ສຳ​ຄັນ​ໃຫ້​ແກ່​ການ​ພັດ​ທະ​ນາ​ວັດ​ທະ​ນະ​ທຳ. ຊັບ​ພະ​ຍາ​ກອນ​ໃຫ້​ແກ່​ການ​ພັດ​ທະ​ນາ​ວັດ​ທະ​ນະ​ທຳ​ໄດ້​ຕັ້ງ​ຢູ່​ໃຈ​ກາງ, ດ້ວຍ​ຄຳ​ຮຽກ​ຮ້ອງ​ຕ້ອງ​ການ​ຮັບ​ປະ​ກັນ​ລາຍ​ຈ່າຍ​ງົບ​ປະ​ມານ​ແຫ່ງ​ລັດ​ທັງ​ໝົດ​ຢ່າງ​ໜ້ອຍ​ສຸດ​ແມ່ນ 2%, ພ້ອມ​ທັງ​ສົ່ງ​ເສີ​ມ​ລະ​ດົມ​ຊັບ​ພະ​ຍາ​ກອນ​ສັງ​ຄົມ​ຢ່າງ​ແຮງ. ​ມີຫຼາຍ​ກົ​ນ​ໄກ, ນະ​ໂຍ​ບາຍ ເພື່ອ​ແນ​ໃສ່​ດຶງ​ດູດ​ການ​ລົງ​ທຶນ​ເຂົ້າ​ຂົງ​ເຂດ​ວັດ​ທະ​ນະ​ທຳ​​ກໍ່ໄດ້​ຮັບ​ການ​ສະ​ເໜີ​ແນະ. ທ່ານ ຮສ​ຈ.ປອ ບຸ່ຍ​ຮ​ວ່າຍ​ເຊີນ, ກຳ​ມະ​ການສະ​ເພາະ​ກິດ​ກຳ​ມາ​ທິ​ການ​ວັດ​ທະ​ນະ​ທຳ ແລະ ສັງ​ຄົມ​ຂອງ​ສະ​ພາ​ແຫ່ງ​ຊາດ, ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນ​າມ ຊຸດ​ທີ XVI, ຖື​ວ່າ:

“ວັດ​ທະ​ນະ​ທຳຕ້ອງ​ໄດ້​ຕັ້ງ​ຢູ່​ໃຈ​ກາງ​ຂອງ​ຈິນ​ຕະ​ນາ​ການ​ພັດ​ທະ​ນາ, ຫາກ​ບໍ່​ໄດ້ຢືນ​ຢູ່​ນອກ ຫຼື ໄປ​ຕາມຫຼັງ​ບັນ​ດາ​ຂໍ້​ຕົກ​ລົງ​ວາງ​ແຜນ​ຜັງ ຫຼື ຈ​ັດ​ແບ່ງ​ຊັບ​ພະ​ຍາ​ກອນໄດ້. ຕ້ອງ​ມີ​ສັນ​ຍານ​ຢ່າງ​ຈະ​ແຈ້ງ, ເຊັ່ນ: ມີ​ນະ​ໂຍ​ບາຍ​ພິ​ເສດ​ກ່ຽວ​ກັບ​ພາ​ສີ, ຄ່າ​ທຳ​ນຽມ, ທີ່​ດິນ, ພື້ນ​ຖາ​ນ​ໂຄງ​ລ່າງ, ເຕັກ​ໂນ​ໂລ​ຢີ, ຕ້ອງ​ມີ​ກົນ​ໄກ​ຮັບ​ຮອງ​ການ​ອຸ​ປະ​ຖຳ​ໃຫ້​ແກ່​ວັດ​ທະ​ນະ​ທຳ​ຄື​ກັນ​​ກັບການ​ປະ​ກອບ​ສ່ວນ​ແກ່​ການ​ພັດ​ທະ​ນາ. ຄື​ແນວ​ນັ້ນ, ພວກ​ເຮົາ​​ຈະ​ມີ​ຜະ​ລິດ​ຕະ​ພັນ​ວັດ​ທະ​ນະ​ທຳ​, ພື້ນ​ທີ່​ປະ​ດິດ​ຄິດ​ສ້າງ​ໃໝ່ຕື່ມ​ອີກ, ເຄື່ອງ​ໝາຍ​ວັດ​ທະ​ນະ​ທຳ ຫວຽດ​ນາມ ​ຈຶ່ງ​ມີ​ກຳ​ລັງ​ແກ້ງ​ແຍ້ງ​ຢ່າງ​ພຽງ​ພໍ​ໃນ​ພາ​ກ​ພື້ນ ແລະ ສາ​ກົນ”.

ພັດ​ທະ​ນາ​ວັດ​ທະ​ນະ​ທຳໃຫ້​ທຽບ​ທັນ​ກັບ​ການ​ເມືອງ ແລະ ເສດ​ຖະ​ກິດ

ຫວຽດ​ນາມ ແມ່ນ​ປະ​ເທດ​ທີ່​ມີ​ກຳ​ລັງ​ບົ່ມ​ຊ້ອນ​ພັດ​ທະ​ນາ​ວັດ​ທະ​ນະ​ທຳ, ພິ​ເສດ​ແມ່ນ​ມີຫຼາຍ​ຮ່ອງ​ຮອຍ​ວັດ​ທະ​ນະ​ທຳ, ທັດ​ສະ​ນີ​ຍະ​ພາບ​ທີ່​ລື​ຊື່. ທ່ານ ສ​ຈ, ປອ. ຫງວຽນ​ວັນ​ກຽມ, ຮອງ​ປະ​ທານ​ສະ​ພາ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ແຫ່ງ​ຊາດ, ໃຫ້​ຮູ້​ວ່າ:

“ຮອດ​ປີ 2030, ຫວຽດ​ນາມ ​ສູ້​ຊົນ​ມີ 5 ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ລະ​ດັບ​ໂລກ​ຕື່ມ​ອີກ, ຮອດ​ປີ 2045 ສູ້​ຊົນ​ມີ​ 8 – 10 ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ໂລກ​ທີ່​ໄດ້​ຮັບ​ການ​ຮັບ​ຮອງ​ຈາກ​ອົງ​ການ UN​ESCO, ນອນ​ໃນ​ກຸ່ມ 30 ປະ​ເທດ​ໃນ​ໂລກ​ທີ່​ມີດ​ັດຊະ​ນີ​ກຳ​ລັງ​ແຮງ​ອ່ອນ​ດ້ານ​ວັດ​ທະ​ນະ​ທຳ. ພວກ​ເຮົາ​ມີ​ກົນ​ໄກ, ນະ​ໂຍ​ບາຍ​ເພື່​ອ​ແຜ່​ກະ​ຈາຍ​ບັນ​ດາ​ຄຸນ​ຄ່າ​ວັດ​ທະ​ນະ​ທຳ ຫວຽດ​ນາມ ອອກ​ສູ່​ຕ່າງ​ປະ​ເທດ ກໍ​ຄື​ຮັບ​ເອົາ​ບັນ​ດາ​ຜົນ​ງານ​ ແລະ ບົດ​ຮຽນ​ປະ​ສົບ​ການ​ອັນ​ລ້ຳ​ຄ່າ, ພູມ​ປັນ​ຍາທີ່ດີ​ໃນ​ການ​ພັດ​ທະ​ນາ​ວັດ​ທະ​ນະ​ທຳ​ໂລກ​ແບບ​ມີ​ການ​ຄັດ​ເລືອກ ເພື່ອ​ໜູນ​ຊ່ວຍ, ສົ່ງ​ເສີມ​ການ​ພັດ​ທະ​ນາ​ວັດ​ທະ​ນະ​ທຳ ຫວຽດ​ນາມ”.

ຖາ​ນະ​ບົດ​ບາດ​ໃໝ່​ຂອງວັດ​ທະ​ນະ​ທຳ​ໃນ​ຍຸດ​ທະ​ສາດ​ພັດ​ທະ​ນາ​ປະ​ເທດ​ຊາດ​ນັບ​ມື້​ນັບ​ໄດ້​​ຮັບ​ການ​ຢັ້ງ​ຢືນ ແລະ ສະ​ແດງ​ໃຫ້​ເຫັນ​ຢ່າງ​ຈະ​ແຈ້ງ. ຈາກ​ບ່ອນ​ທີ່​ກຳ​ນົດ​ວ່າ ແມ່ນ​ເປົ້າ​ໝາຍ, ແມ່ນ​ກຳ​ລັງ​ໜູນ​ພັດ​ທະ​ນາ, ປັດ​ຈຸ​ບັນ​ນີ້ ວັດ​ທະ​ນະ​ທຳ​ຢັ້ງ​ຢືນ​ໄດ້​ບົດ​ບາດ​ນຳ​ພາ​ໃນ​ການ​ພັດ​ທະ​ນາ​ແລ້ວ. ທ່ານ ຮ​ສ​ຈ. ປອ. ດິງ​ກົງ​ຕວັນ, ຮອງ​ຜູ້​ອຳ​ນວຍ​ການ​​ມະ​ຫາ​ວິ​ທະ​ຍາ​ໄລ​ວັດ​ທະ​ນະ​ທຳ ຮ່າ​ໂນ້ຍ, ເນັ້ນ​ໜັກ​ວ່າ:

“ຢາກ​ພັ​ດ​ທະ​ນາ​ຢ່າງວ່ອງໄວ ແລະ ຍືນ​ຍົງ​ໃນ​ສັງ​ກາດ​ໃໝ່ ຈຳ​ເປັນ​ຕ້ອງ​ພັດ​ທະ​ນາ​ວັດ​ທະ​ນະ​ທຳ​ໃຫ້​ທຽບ​ທັນ​ກັບ​ການ​ເມືອງ, ເສດ​ຖະ​ກິດ ແລະ ສັງ​ຄົມ. ຕ້ອງ​ກໍ່ສ້າງ​ຊາວ ຫວຽດ​ນາມ ຢ່າງ​ຮອບ​ດ້ານ. ​ນຳ​ວັດ​ທະ​ນະ​ທຳ​ກາຍ​ເປັນ​ກຳ​ລັງ​ແຮງ​ພາຍ​ໃນ, ກຳ​ລັງ​ໜູນ​ປະ​ດິດ​ຄິດ​ສ້າງ​, ພື້ນ​ຖານ​ອັນ​ໝັ້ນ​ແກ່ນ​ໃຫ້​ແກ່​ການ​ພັດ​ທະ​ນາ​ປະ​ເທດ​ຊາດ​ໃຫ້​ຈະ​ເລີນ​ຮຸ່ງ​ເຮືອງ​ໃນ​ສັງ​ກາດ​ໃໝ່ຢ່າງ​ແທ້​ຈິງ”.

ເລື່ອງ​ສ້າງ​ມະ​ຕິ​ຂອງ​ສະ​ພາ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ພັດ​ທະ​ນາ​ວັດ​ທະ​ນະ​ທຳ ຫວຽດ​ນາມ ໄດ້​ຮັບ​ຄວາມ​ຫວັງ​ວ່າ ຈະ​ສ້າງ​ບາດ​ກ້າວ​ຫັນ​ປ່ຽນ​ທີ່​ສຳ​ຄັນ​ໃນ​ການ​ປັບ​ປຸງ​ລະ​ບອບ​ລະ​ບຽບ​ການ​ໃຫ້​ສົມ​ບູນ​ແບບ, ລະ​ດົມ​ທຸກ​ຊັບ​ພະ​ຍາ​ກອນ ແລະ ຊຸກ​ຍູ້​ການ​ພັດ​ທະ​ນາ​ວັດ​ທະ​ນະ​ທຳ​ຢ່າງ​ຮອບ​ດ້ານ, ຍືນ​ຍົງ. ໃນ​ສັງ​ກາດ​ໃໝ່​ຂອງ​ຊາດ, ວັດ​ທະ​ນະ​ທຳ​ແມ່ນ​ກຳ​ລັງ​ໜູນ​ພັດ​ທະ​ນາ​ຢ່າງວ່ອງ​ໄວ, ຍືນ​ຍົງ​ຂອງ​ປະ​ເທດ./.