ທ່ານ ໂຕ​ເລິມ ​ເລ​ຂ​າ​ທິ​ການ​ໃຫຍ່ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ​ ຫວຽດ​ນາມ, ປະ​ທານ​ປະ​ເທດ ຫວຽດ​ນາມ ພ້ອມ​ກັບ​ພັນ​ລະ​ຍາ ແລະ ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ​ຫວຽດ​ນາມ ຫາ​ກໍ່​ສິ້ນ​ສຸດ​ການ​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ ລາ​ຊະ​ອ​າ​ນາ​ຈັກ ແດນ​ມາກ, ຢ້ຽມ​ຢາມ​ສະ​ຫະ​ພາບ​ເອີ​ລົບ (EU) ແລະ ລາ​ຊະ​ອາ​ນາ​ຈັກ ແບນ​ຊິກ ຢ່າງ​ຈົບ​ງາມ. ການ​ເດີນ​ທາງ​ໄປ​ປະ​ຕິ​ບັດ​ງານ​ໄດ້​ສ້າງ​ຂີດ​ໝາຍ​ຢ່າງ​ເລິກ​ເຊິ່ງ, ແມ່ນ​ຂີດ​ໝາຍ​ສຳ​ຄັນ​ເເປີດໜ້າປຸຫວັດສາດ​ພັດ​ທະ​ນາ​ໃໝ່​ເຕັມ​ໄປ​ດ້ວຍ​ແງ່​ຫວັງ​ໃນ​ການ​ພົວ​ພັນ​ລະ​ຫວ​່າງ ຫວຽດ​ນາມ ກັບ ແດນ​ມາກ, EU, ແບ​ນ​ຊິກ.

ຈຸດ​ພົ້ນ​ເດັ່ນ​ຂອງ​ການ​ເດີນ​ທາງ​ໄປ​ປະ​ຕິ​ບັດ​ງານ​ແມ່ນ​ຄວາມ​ເຫັນ​ດີ​ເປັນ​ເອ​ກະ​ພາບ​ສູງ​ສຸດ​ກ່ຽວ​ກັບ​ວິ​ໄສ​ທັດ​ພັດ​ທະ​ນາ, ແງ່​ຫວັງ​ສັນ​ຕິ​ພາບ ແລະ ຄວາມ​ຕັດ​ສິນ​ໃຈ​ເພີ່ມ​ທະ​ວີ ການ​ຮ່ວມ​ມື​ລະ​ຫວ່າງ ຫວຽດ​ນາມ ກັບ​ບັນ​ດາ​ຄູ່​ຮ່ວມ​ມື​ເອີ​ລົບ. ໃນ​ສະ​ພາບ​ການ​ໂລກ​ມີ​ການ​ຜັນ​ແປ​ທີ່​ສັບ​ສົນ, ການ​ແກ້ງ​ແຍ້ງ​ຍຸດ​ທະ​ສາດ​ເພີ່ມ​ຂຶ້ນ, ເສດ​ຖະ​ກິດ​ທົ່ວ​ໂລກ​ຕ້ອງ​ປະ​ເຊີນ​ໜ້າ​ກັບ​ສິ່ງ​ທ້​າ​ທາຍ​ນາໆ​ປະ​ການ, ການ​ປັບ​ປຸງ​ການ​ພົວ​ພັນ​ກັບ​ບັນ​ດາ​ຄູ່​ຮ່ວມ​ມື​ຕ່າງ​ກໍ່​ມີ​ຜົນ​ປະ​ໂຫຍດ​ກ່ຽວ​ກັບ ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ ແລະ ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ​ຍິ່ງ​ມີ​ຄວາ​ມ​ໝາຍ​ສຳ​ຄັນ.

ຍົກ​ອອ​ກ​ບັນ​ດາ​ຄຳ​ໝັ້ນ​ສັນ​ຍາ​ກາຍ​ເປັນ​ຜົນ​ປະ​ໂຫຍດ​ຢ່າງ​ແທດຈິງ

ຢູ່​ແດນ​ມາກ, ການ​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ​ຄັ້ງ​ທຳ​ອິດ​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ພັກ​ກອມ​ມູ​ນິດ ຫວຽດ​ນາມ ຢູ່​ປະ​ເທດ ເອີ​ລົບ​ເໜືອ​ນີ້​ເປີດ​ໂອ​ກາດ​ນຳ​ການ​ພົວ​ພັນ​ສອງ​ຝ່າຍ​ພັດ​ທະ​ນາ​ຢ່າງ​ເລິກ​ເຊິ່ງກວ້າງ​ຂວາງກວ່າ. ສອງ​ຝ່າຍ​ໄດ້​ເຫັນ​ດີ​ເປັນ​ເອ​ກະ​ພາບ​ຮັບ​ຮອງ​ເອົາ​ຖະ​ແຫຼງ​ການ​ຮ່ວມ ຍົກ​ສູງ​ການ​ພົວ​ພັນ ຫວຽດ​ນາມ - ແດນ​ມາກຂຶ້ນ​ເປັນ​ຢູ່​ຮ່ວມ​ມື​ຍຸດ​ທະ​ສາດ ຮອບ​ດ້ານ, ເປີດ​ໜ້າປະຫວັດສາດ​ໃໝ່​ໃນ​ການ​ພົວ​ພັນ​ສອງ​ຝ່າຍ. ກ່າວ​ຄຳ​ເຫັນ​ດ້ານນະ​ໂຍ​ບາຍ​ຢູ່​ມະ​ຫາ​ວິ​ທະ​ຍາ​ໄລ Copenhagen, ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ເນັ້ນ​ໜັກ​ວ່າ:

ຫວຽດ​ນາມ​ກຳ​ນົດ​ຮູບ​ແບບ​ພັດ​ທະ​ນາ​ເປັນ​ເຈົ້າ​ຕົນ​ເອງ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ, ປະ​ດິດ​ຄິດ​ສ້າງ, ວັດ​ທະ​ນະ​ທຳ​ມະ​ນຸດ, ຍືນ​ຍົງ ແລະ ເຊື່ອມ​ໂຍງ. ໃນ​ນັ້ນ, ວິ​ທະ​ຍາ​ສາດເຕັກ​ໂນ​ໂລ​ຢີ, ນະ​ວັດ​ຕະ​ກຳ, ເສດ​ຖະ​ກິດ​ພູມ​ປັນ​ຍາ ແມ່ນ​ກຳ​ລັງ​ໜູນຫຼັກ; ການ​ຫັນ​ເປັນ​ດີ​ຈີ​ຕອນ, ພະ​ລັງ​ງານ​ແມ່ນ​ໂອ​ກາດ​ສ້າງ​ໂຄງ​ປະ​ກອບ​ພື້ນ​ຖານ​ເສດ​ຖະ​ກິດ​ຄືນ​ໃໝ່. ຫວຽດ​ນາມ ຖ​ື​ເປັນ​ສຳ​ຄັນ​ພິ​ເສດ​ບົດ​ຮຽນ​ຈາກ​ແດນ​ມາກ​ກ່ຽວ​ກັບ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ສັງ​ຄົມ, ພື້ນ​ຖານ​ບໍ​ລິ​ຫານ​ທີ່​ໂປ່ງ​ໃສ, ມີ​ຄວາມ​ຮັບ​ຜິດ​ຊອບ ແລະ ນະ​ໂຍ​ບາຍ​ເປັນ​ປົກ​ກະ​ຕິ.

ໃນ​ການ​ຢ້ຽມ​ຢາມ, ກະ​ສັດ​ແດນ​ມາກ Frederik X ໄດ້​ມອບ​ໃຫ້​ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ຫຼຽ​ນ​ໄຊ​ຊ້າງ, ຫຼຽ​ນ​ໄຊ​ອັນ​ສູງ​ສົ່ງ​ທີ່​ສຸດ​ຂອງ​ແດນ​ມາກ​ທີ່​ໄດ້​ມອບ​ໃຫ້​ບັນ​ດາ​ສະ​ມາ​ຊິກ​ຂອງ ພະບໍລົມວົງສານຸວົງແລະ ປະ​ມຸກ​ລັດຕ່າງ​ປະ​ເທດ. ສິ່ງ​ນີ້​ສະ​ແດງ​ໃຫ້​ເຫັນ​ຄວ​າມ​ເຄົ​າ​ລົບ​ນັບ​ຖື​ຕໍ່ ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ແລະ ການ​ພົວ​ພັນ​ຂອງ ພະບໍລົມວົງສານຸວົງ​ແດນ​ມາກ ກັບ​ຫວຽດ​ນາມ ເວົ້າ​ລວມ.

ສຳ​ລັບ​ສະ​ຫະ​ພາບ​ເອີ​ລົບ, ການ​ຢ້ຽມ​ຢາມ​ໄດ້​ປະ​ກອບ​ສ່ວນ​ປັບ​ປຸງ​ພື້ນ​ຖານກ​ານ​ພົວ​ພັນ ຫວຽດ​ນາມ EU, ສ້າງ​ກຳ​ລັງ​ຜັ​ກ​ດັນ​ເພື່ອ​ຜັນ​ຂະ​ຫຍາຍ​ບັນ​ດາ​ຂອບ​ເຂດ​ການ​ຮ່ວມ​ມື​ທີ່​ມີ​ຢູ່​ແລ້ວ​ໃຫ້​ມີ​ປະ​ສິດ​ທິ​ຜົນ, ເປັນ​ຕົ້ນ​ແມ່ນ​ສືບ​ຕໍ່​ໝູນ​ໃຊ້​ສັນ​ຍາ​ການ​ຄ້າ​ເສ​ລີ ຫວຽດນ​າມ EU (EVFTA) ຢ່າງ​ມີ​ປະ​ສິດ​ທິ​ຜົນ, ຊຸກ​ຍູ້​ການ​ຄ້າ ແລະ ການ​ລົງ​ທຶນ, ເປີດກວ້າງ​ການ​ຮ່ວມ​ມື​ໃນ​ບັນ​ດາ​ຂົງ​ເຂດ​ໃໝ່. ທ່ານ​ນາງ Roxana Minzatu ຮອງ​ປະ​ທານ​ຝ່າຍ​ບໍ​ລິ​ຫານ ຄະ​ນະ​ກຳ​ມະ​ການ​ເອີ​ລົບ ໃຫ້​ຮູ້​ວ່າ:

ຄວາມ​ຂະ​ຫຍັນ​ຂັນ​ເຄື່ອນ​ຂອງ​ພື້ນ​ຖານ​ເສ​ດຖະ​ກິດ​ຫວຽ,ນາມ, ເປົ້າ​ໝາຍ​ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ຂອງ ຫວຽດ​ນາມ ດ້ວຍ​ຄວາມ​ສາ​ມາດ​ຄົ້ນ​ຄ້​ວາ, ຄວາ​ມ​ສາ​ມາດ​ດ້ານ​ເຕັກ​ໂນ​ໂລ​ຢີ​ຂອງ EU ຈະ​ນຳ​ມາ​ເຊິ່ງ​ກາ​ລະ​ໂອ​ກາດ​ເພື່ອ​ໃຫ້​ສອງ​ຝ່າຍ​ພ້ອມ​ກັນ ສ້າງ​ບັນ​ດາ​ຄຸນ​ຄ່າ​ລວມ​ໃນ​ບັນ​ດາ​ຂົງ​ເຂດ​ພະ​ລັງ​ງານ​ສະ​ອາດ, ເຄິ່ງ​ຊັກ​ນຳ​ໄຟ​ຟ້າ, AI, ການ​ແພດ, ຫັນ​ການ​ຜະ​ລິດ​ເປັນ​ທັນ​ສະ​ໄໝ, ເປີດກວ້າງ​ບັນ​ດາ​ລະ​ບົບ​ສະ​ໜອງ​ຂອງ​ທ້ອງ​ຖິ່ນ, ສ້າ​ງວຽກ​ເຮັດ​ງານ​ທຳ​ທີ່​ມີ​ຄຸນ​ນະ​ພາບ​ສູງ​ໃຫ້​ແກ່​ທັງ​ສອງ​ພື້ນ​ຖານ​ເສດ​ຖະ​ກິດ.

ນອກ​ຈາກ​ການ​ເຂົ້າ​ຮ່ວມ​ເວ​ທີ​ປາ​ໄສ​ເສດ​ຖະ​ກິດ ຫວຽດ​ນາມ - EU, ທ່ານ​ເລ​ຂາ​ທິ​ການ​ໃຫ່​ຍ, ປະ​ທານ​ປະ​ເທດ ໂຕ​ເລິມ ໄດ້​ພົບ​ປະ​ກັບ​ບັນ​ດາ​ວິ​ສາ​ຫະ​ກິດ,ກຸ່ມ​ບໍ​ລິ​ສັດ​ໃຫຍ່​ຂອງ EU, ແນະ​ນຳ​ບັນ​ດາ​ແຜນ​ການ, ຜັນ​ຂະ​ຫຍາຍ​ໂຄງ​ການ​ຮ່ວມ​ມື​ດ້ວຍ​ມູນ​ຄ່າ​ແລກ​ປ່ຽນ​ຂຶ້ນ​ເຖິງ​ປະ​ມານ 20 ຕື້ ເອີ​ໂຣ (USD)

ຢູ່​ແບນ​ຊິກ, ການ​ຢ້ຽມ​ຢາມ​ຢ່າງ​ເປັນ​ທາງ​ການໄດ້​ປະ​ກອບ​ສ່ວນ​ເພີ່ມ​ທະ​ວີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ດ້ານ​ການ​ເມືອງ, ຊຸກ​ຍູ້​ການ​ຮ່ວມ​ມື​ສອງ​ຝ່າຍ ແລະ ເສີມ​ຂະ​ຫຍາຍ​ບົບ​ບາດ​ເຊື່ອມ​ຕໍ່​ຂອງ​ແບນ​ຊິກ​ໃນ​ການ​ພົວ​ພັນ ຫວຽດ​ນາມ EU.

ບັນ​ດາ​ກາ​ລະ​ໂອ​ກາດ​ໃໝ່​ພວມ​ເປີດ​ກ້ວາງ.

ຈາກ​ແດນ​ມາກ​ຮອດ​ແບນ​ຊິກ, ຈາກ​ການ​ພົວ​ພັນ​ສອງ​ຝ່າຍ​ຮອດ​ຂອບ​ເຂດ​ການ​ຮ່ວມ​ມື ຫວຽດ​ນາມ - EU, ບັນ​ດາ​ໝາກ​ຜົນ​ບັນ​ລຸ​ໄດ້​ສ້າງ​ກຳ​ລັງ​ໜູນ​ເພື່ອ​ໃຫ້​ບັນ​ດາ​ຝ່າຍ​ພ້ອມ​ກັນ​ຫັນ​ວິ​ໄສ​ທັດ​ໃຫ້​ປະ​ກົດ​ຜົນ​ເປັນ​ຈິງ, ຫັນ​ຄຳ​ໝັ້ນ​ສັນ​ຍາ​ຈາກ​ໝາກ​ຜົນ ແລະ ຫັນ​ທ່າ​ແຮງ​ບົ່ມ​ຊ້ອນ​ກາຍ​ເປັນ​ຄູ​ນ​ຄ່າ​ຢ່າງ​ແທດຈິງ​ໃຫ້​ແກ່​ປະ​ຊາ​ຊົນ. ຕາມ​ທ່ານ ເລ​ຮ່​ວາຍ​ຈຸງ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ​ແລ້ວ, ໃນ​ໄລ​ຍະ​ຈະ​ມາ​ເຖິງ, ບັນ​ດາ​ໝາກ​ຜົນ​ຮ່ວມ​ມື, ຄວາມ​ຮັບ​ຮູ້​ລວມ, ຄຳ​ໝັ້ນ​ສັນ​ຍາ ແລະ ຂໍ້​ຕົກ​ລົງ​ທີ່​ບັນ​ລຸ​ໄດ້​ໃນ​ການ​ຢ້ຽມ​ຢາມ​ຈະ​ໄດ້​ຮັບ​ການ​ຫັນ​ເປັນ​ບັນ​ດາ​ໂຄງ​ການ, ກິດ​ຈະ​ກຳ ແລະ ຜະ​ລິດ​ຕະ​ພັນ​ລະ​ອຽດ. ທ່ານ​ໃຫ້​ຮູ້​ວ່າ:

ບັນ​ຫາ​ຈັດ​ຕັ້ງ​ປະ​ຕິ​ບັດ​ກໍ່​ແມ່ນ​ບັນ​ຫາ​ເຊິ່ງ​ພັກ, ລັດ ແລະ ລັດ​ຖະ​ບານ ຫວຽດນາມມີ​ຄວາມ​ເອົາ​ໃຈ​ໃສ່​ທີ່​ສຸດ​ ເພື່ອ​ນຳ​ບັນ​ດາ​ໝາກ​ຜົນ​ບັນ​ລຸ​ໄດ້​ຜ່ານ​ບັນ​ດາ​ການ​ເຄື່ອນ​ໄຫວ​ທາງ​ການ​ທູດ​ຂັ້ນ​ສູງ, ກາຍ​ເປັນ​ແຫຼ່ງ​ກຳ​ລັງ​ຢ່າງ​ແທ້​ຈິງ, ປະ​ກອບ​ສ່ວນ​ພັດທະ​ນາ​ເສດ​ຖະ​ກິດ - ສັງ​ຄົມ​ຂອງ​ປະ​ເທ​ດ​ຊາດ​ໃນ​ໄລ​ຍະ​ໃໝ່.

ດ້ວຍ​ຄວາມ​ຕັດ​ສິນ​ໃຈ​ດ້ານ​ການ​ເມືອງ, ພື້ນ​ຖານ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ ແລະ ຈິດ​ໃຈ​ຮ່ວມ​ມື​ຕ່​າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ, ຫວຽດ​ນາມ ແລະ ບັນ​ດາ​ຄູ່​ຮ່ວມ​ມື​ເອີ​ລົບ ມີ​ພື້ນ​ຖານ​ເພື່ອ​ພ້ອມ​ກັນ​ສ້າງໜ້າປະຫວັດ​ໃໝ່​ໃນ​ການ​ພ​ົວ​ພັນ​ລະ​ຫວ່າງ​ສອງ​ທະ​ວີບ - ໜ້າປະຫວັດສາດແຫ່ງ​ສັນ​ຕິ​ພາບ, ວັດ​ທະ​ນາ​ຖາ​ວອນ, ນະ​ວັດ​ຕະ​ກຳ ແລະ ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ.