ວັນທີ 11 ກັນຍາ, ທ່ານ ເຈິ່ນ​ແທັງ​ເໝີ້ນ, ປະທານສະພາແຫ່ງຊາດ ຫວຽດ​ນາມ ແລະ ພັນລະຍາ ໄດ້ສິ້ນສຸດການຢ້ຽມຢາມ ສ.ເກົາຫຼີ ແລະ ມົງໂກລີ ຢ່າງເປັນທາງການ (ແຕ່ວັນທີ 06 - 11 ກັນຍາ) ຕາມຄຳເຊີນຂອງ ທ່ານ Cho Jeong Sik, ປະທານສະພາແຫ່ງຊາດ ສ.ເກົາຫຼີ ແລະ ທ່ານ Sandag Byambatsogt, ປະທານສະພາແຫ່ງຊາດ ມົງໂກລີ. ​ໝາກ​ຜົນການຢ້ຽມຢາມຄັ້ງນີ້​ ສ້າງຂີດໝາຍສຳຄັນ​ເຂົ້າ​ໃນການທູດລັດຖະສະພາ, ​ປັບ​ປຸງ​ການ​ພົວ​ພັນ 2 ຝ່າຍ ລະຫວ່າງ ຫວຽດນາມ ແລະ 2 ປະເທດ ອາຊີຕາເວັນອອກສຽງເໜືອ ນີ້.

ການຢ້ຽມຢາມຄັ້ງນີ້​ໄດ້​ດຳ​ເນີນ​ໄປໃນສະພາບທີ່ ຫວຽດນາມ ພວມຕັ້ງໜ້າຜັນ​ຂະ​ຫຍາຍແນວທາງການຕ່າງປະເທດຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກກອມມູນິດຫວຽດນາມ ແລະ ມະຕິເລກທີ 06-NQ/TW ຂອງກົມການເມືອງ ກ່ຽວກັບການຜັນ​ຂະ​ຫຍາຍແນວທາງການຕ່າງປະເທດຂອງກອງປະຊຸມໃຫຍ່ຜູ້ແທນ ທົ່ວປະເທດຄັ້ງທີ XIV ຂອງພັກ, ການຢ້ຽມຢາມໄດ້ຫັນບັນ​ດາຄຳໝັ້ນສັນຍາ ດ້ານການເມືອງຂັ້​ນສູງກາຍເປັນປະສິດທິຜົນຂອງການຮ່ວມມືທີ່ແທ້ຈິງ, ຖື​ເອົາ​ການ​ປ່ຽນ​ແປງ​ໃໝ່ລະບອບ ລະບຽການ​ນິ​ຕິ​ບັນ​ຍັດ ແລະ ການຮ່ວມສຳພັນ ລະບົບມູນຄ່າເປັນ ກຳລັງໜູນ​ຫຼັກ​ແຫຼ່ງ.

ການທູດລັດຖະສະພາສົ່ງເສີມການຈັດຕັ້ງຜັນຂະຫຍາຍຂໍ້ຕົກລົງຮ່ວມມື

ໝາກ​ຜົນພົ້ນເດັ່ນຂອງການຢ້ຽມຢາມຢ່າງເປັນທາງການຂອງ ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເຈິ່ນແ​ທັງເ​ໝີ້ນ ສະແດງໃຫ້ເຫັນຢ່າງຈະແຈ້ງເຖິງບົດບາດຂອງການທູດ ລັດຖະສະພາໃນການຊຸກຍູ້ການຜັນ​ຂ​ະ​​ຫຍາຍ​ບັນ​ດາຂໍ້ຕົກລົງຂັ້ນສູງແບບ​ໂດຍ​ກົງ.

​ ຢູ່ ສ.ເກົາ​ຫຼີ, ການຢ້ຽມຢາມ ເຊີ​ອຸນ ຂອງປະທານສະພາແຫ່ງຊາດ ຫວຽດນາມ ພາຍຫຼັງ 5 ປີ, ແຫ່ງທີ່ທ່ານເປັນແຂກສາກົນ​ຜູ້ທຳອິດຂອງທ່ານປະທານສະພາ ແຫ່ງຊາດ ສ.ເກົາຫຼີ ຄົນໃໝ່ Cho Jeong Sik, ໄດ້​ຫັນຖະແຫຼງການຮ່ວມກ່ຽວກັບ​ການ​ພົວ​ພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ລະຫວ່າງ ຫວຽດນາມ ແລະ ສ.ເກົາຫຼີ ​ໃຫ້​ເປັນ​ອັນລະອຽດ. ບົດບັນທຶກຄວາມເຂົ້າໃຈການຮ່ວມມື (MOU) ທີ່​ໄດ້ລົງນາມໃນເດືອນ ພະຈິກ 2025 ໄດ້ຖືກໄດ້ນຳ​ເຂົ້າປະຕິບັດ​ຢ່າງ​ແທດ​ຈິງ. ຫວຽດນາມ ໃຫ້ຄຳໝັ້ນສັນຍາທີ່ຈະສ້າງສະພາບແວດລ້ອມດ້ານ​ນິ​ຕິ​ກຳທີ່ໂປ່ງໃສ, ມີ​ສະ​ຖຽນ​ລະ​ພາບ, ພ້ອມແລ້ວທີ່ຈະຕ້ອນຮັບກະແສການລົງທຶນດ້ານເຕັກໂນໂລຢີສູງ.

ຢູ່ມົງໂກລີ, ການຢ້ຽມຢາມຂອງປະທານສະພາແຫ່ງຊາດຫວຽກນາມພາຍ​ຫຼັງ 23 ປີແມ່ນມີ​ລັກ​ສະ​ນະປະຫວັດສາດ. ​ເລື່ອງລົງນາມໃນບົດບັນທຶກ​ຄວາມເຂົ້າໃຈ​ການຮ່ວມມືລະຫວ່າງ 2 ສະ​ພາ​ແຫ່ງ​ຊາດ ແລະ 2 ຫ້ອງວ່າການສະ​ພາ​ແຫ່ງ​ຊາດ ໄດ້​ຫັນ​ຂອບ​ເຂດ​ຄູ່ຮ່ວມມືຮອບດ້ານທີ່ໄດ້ສ້າງຕັ້ງຂຶ້ນ​ນັບ​ແຕ່ປີ 2024 ເປັນ​ລະ​ບອບ​ລະ​ບຽບ​ການ​ຢ່າງວ່ອງ​ໄວ.

ຜົນຂອງການຢ້ຽມຢາມແມ່ນ​ຖ​ືກກັບ​ຄວາມ​ຫວັງໂດຍ ທ່ານ ຫງວຽນ​ມິນ​ວູ, ຮອງລັດຖະມົນຕີ​ຜູ້​ປ​ະ​ຈຳ​ການ ກະຊວງການຕ່າງປະເທດ ຫວຽດ​ນາມ ກ່ອນນັ້ນ.

ການທູດລັດຖະສະພາຂັ້ນສູງ ບໍ່ພຽງແຕ່​ສ້າງ​ແລວ​ນິ​ຕິ​ກຳທີ່ເອື້ອອຳນວຍຄວາມ​ສະ​ດວກ​ໃຫ້ແກ່ການຮ່ວມມືເທົ່ານັ້ນ, ​ຫາກນີ້ຍັງເປັນຊ່ອງທາງ​ເພື່ອ​ກະ​ຕຸກ​ຊຸກ​ຍູ້​ການ​ຜັນ​ຂະ​ຫຍາຍ​ບັນ​ດາຂໍ້ຕົກລົງຮ່ວມມື, ແບ່ງປັນບົດ​ຮຽນການໃນການສ້າງກົດໝາຍ, ສ້າງລະ​ບອ​ບ​ລະ​ບຽບ​ການໃຫ້ສົມບູນແບບ, ​ບົດ​ຮຽນ​ໃນການຄຸ​້ມ​ຄອງ​ບໍລິຫານປະ​ເທດຊາດ ແລະ ກໍ່​ຊຸກ​ຍູ້​ບັນ​ດາຄຳໝັ້ນສັນຍາ​ດ້ານການເມືອງໃຫ້​ກາຍເປັນປະສິດທິຜົນຂອງ ການຮ່ວມມືທີ່ແທ້ຈິງ ແລະ ເປັນປະໂຫຍດຕໍ່​ປະ​ຊາ​ຊົນ ແລະ ​ວິ​ສາ​ຫະ​ກິດ​ອີກ​ດ້ວຍ.

ປະກອບສ່ວນກຳ​ນົດ​​ຄືນທີ່​ຕັ້ງຂອງວິສາຫະກິດ ຫວຽດນາມ ໃນ​ບັນ​ດາໂຄງການ ວິທະຍາສາດ ແລະ ເຕັກໂນໂລຊີ

ຜົນສຳເລັດຂອງການຢ້ຽມຢາມ ສ.ເກົາຫຼີ ແລະ ມົງໂກລີ ຢ່າງເປັນທາງການ ຂອງທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເ​ໝີ້ນ ຍັງສະແດງໃຫ້ເຫັນຢູ່ທີ່​ເລື່ອງ​ຍົກ​ສູງປະສິດທິຜົນການຮ່ວມມືຂອງ ວິ​ສາ​ຫະ​ກິດ ຫວຽດນາມ ເຂົ້າ​ໃນລະບົບມູນຄ່າ ທົ່ວໂລກ.

ຢູ່ ສ.ເກົາຫຼີ, ການ​ນຳສະພາແຫ່ງຊາດ ຫວຽດນາມ ໄດ້ຢືນຢັນການສົ່ງ​ເສີມ​ບັນ​ດາ​ກຸ່ມບໍລິສັດ ສ.ເກົາຫຼີ ເປີດກວ້າງ​ການລົງທຶນ​ຢູ່ ຫວຽດນາມ ໃນບັນ​ດາຂົງເຂດ ພື້ນຖານໂຄງລ່າງ, ພະລັງງານສີຂຽວ, ສູນຂໍ້ມູນ; ຊຸກ​ຍູ້ການສ້າງຕັ້ງ "ໂຄງການເຊື່ອມຕໍ່ ຜູ້ສະໜອງ ຫວຽດນາມ - ສ.ເກົາຫຼີ" ໂດຍໄວ ແນ​ໃສ່​ນຳ​ວິ​ສາ​ຫະ​ກິດ ຫວຽດນາມ ກ້າວ​ເຂົ້າເລິກໃນ​ຂັ້ນ​ຕອນ​ຜະລິດເຄື່ອງສຳ​ຮອງ, ກົນຈັກ​ຊັດ​ເຈນ, ອຸປະກອນອັດຕະໂນມັດ... ພ້ອມ​ກັນພັດທະນາ ແລະ R&D ເມື່ອ​ຫັນປ່ຽນຈາກຮູບແບບ "​ສ.ເກົາ​ຫຼີ ລົງທຶນ - ຫວຽດ​ນາມ ສະໜອງ" ໄປສູ່ການ ຄົ້ນຄວ້າ, ພັດທະນາ ແລະ ຫັນຜະລິດຕະພັນເປັນ​ສິນຄ້າ...

ການພົບປະຂອງ​ທ່ານປະທານສະພາແຫ່ງຊາດ ເຈິ່ນແ​ທັງເ​ໝີ້ນ ​ກັບເຄືອຂ່າຍ ນະວັດຕະກໍາ ແລະ ນັກຊ່ຽວຊານ ຫວຽດ​ນາມ ຢູ່ ເຊີອຸນ ມີຄຸນ​ຄ່າຍຸດທະສາດ​ສຳ​ຄັນ. ​ຕີ​ລາ​ຄາ​ກ່ຽວ​ກັບ​ແງ່​ຫວັງ​ການ​ຮ່ວມ​ມືລະຫວ່າງ ຫວຽດນາມ ແລະ ສ.ເກົາຫຼີ, ທ່ານ Lee Hong-bae, ຫົວ​ໜ້າສາຂາບໍລິສັດກົດໝາຍ Yulchon ປະຈຳ ຫວຽດນາມ, ກ່າວວ່າ:

ເລື່ອງ ຫວຽດ​ນາມ ຍາມ​ໃດ​ກໍ່​ຢຶດ​ໝັ້ນ ແລະ ສະ​ແດງ​ຄວາມ​ຕັດ​ສິນ​ໃຈ​ຢ່າງ​ແຮງ​ໃນ​ນະ​ໂຍ​ບາຍ​ປະ​ຕິ​ຮູບ - ເປີ​ດ​ປະ​ຕ​ູ ກໍ​ຄື​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ ແມ່ນ​ຄະ​ແນນບວກ​ອັນ​ໃຫຍ່​ຫຼວງ. ການ​ກຳ​ນົດທິດນະໂຍບາຍນີ້ໄດ້ສົ່ງສັນຍານທີ່ຊັດເຈນ ແລະ ​ຕັ້ງ​ໜ້າໄປ​ເຖິງ​ປະ​ຊາ​ຄົມ​ນັກ​ລົງທຶນ. ພິ​ເສດ, ​ຄວາມ​ຈິງທີ່ແນ່ນອນແມ່ນ ຫວຽດນາມ ພວມ​ຍູ້​ແຮງ​ການ​ປະ​ຕິ​ຮູບ​ລະ​ບຽບ​ການ​ບໍ​ລິ​ຫານ​ຢ່າງ​ຕໍ່​ເນື່ອງ ແລະ ປະ​ຕິ​ບັດ​ບັນ​ດາ​ໂຄງການລົງທຶນກໍ່ສ້າງ ພື້ນຖານໂຄງລ່າງມີ​ຂອບຂະໜາດໃຫຍ່ ​ແນ​ໃສ່ສ້າງເງື່ອນໄຂ​ທີ່ດີທີ່ສຸດ​ໃຫ້​ແກ່​ການພັດທະນາຂອງວິ​ສາ​ຫະ​ກິດ.

ໂດຍການເຊື່ອມຕໍ່ລະບອບລະບຽບການນິຕິບັນຍັດກັບຄວາມຕ້ອງການຮ່ວມມືຕົວຈິງ, ການຢ້ຽມຢາມ ບໍ່ພຽງແຕ່ປັບ​ປຸງຄວາມໄວ້ເນື້ອເຊື່ອໃຈທາງດ້ານການເມືອງ ຢ່າງແຂງແຮງເທົ່ານັ້ນ, ​ຫາກຍັງເປີດ​ຂົງ​ເຂດ​ພັດ​ທະ​ນາໃໝ່, ຮັບໃຊ້ພາ​ລະ​ກິດການພັດທະນາຢ່າງວ່ອງໄວ ແລະ ຍືນຍົງຂອງປະເທດຊາດອີກ​ດ້ວຍ.