ສະ​ພາບ​ການ​ໂລກ​ໃນ​ປະ​ຈຸ​ບັນ​ໄດ້​ວາງ​ອອກ​ຄວາມ​ຮຽກ​ຮ້ອງ​ຕ້ອງການທີ່​ສູງກວ່າ​ສຳ​ລັບ​ການ​ຕ່າງ​ປະ​ເທດ. ຄຽວຄູ່​ກັບ​ບັນ​ດາ​ໜ້າ​ທີ່​ປົກ​ປັກ​ຮັກ​ສ​າ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ, ການຕ່າງປະເທດຍັງ​ຕ້ອງ​ໄປ​ກ່ອນ​ບາດກ້າວ​ໜຶ່ງ, ເຫັນ​​ໂອ​ກາດ​ແຕ່​ໄວ​, ແຕ່​ໄກ, ຕ້ອງ​ຫັນ​ໂອ​ກາ​ດ​ສາ​ກົນ​ໃຫ້​ກາຍ​ເປັນ​ແຫຼ່ງ​ກຳ​ລັງ​ລະ​ອຽດ​ໃຫ້​ແກ່​ການ​ພັດ​ທະ​ນາ​ປະ​ເທດ​ຊາດ. ນີ້​ກໍ່​ແມ່ນ​ການ​ຫັນ​ປ່ຽນ​ໃນ​ຈິນ​ຕະ​ນາ​ການ​​ພັດ​ທະ​ນາ​ຂອງ​ພື້ນ​ຖານ​ການ​ທູດ ຫວຽດ​ນາມ.

ຈາກ​ການ​ຮັບ​ມື​ໄປ​ສູ່​ຄວາມ​ເປັນ​ເຈົ້າ​ສ້າງ​ໂອ​ກາດ

ພາຍ​ຫຼັງ 40 ປີ​ແຫ່ງ​ການ​ປ່ຽນ​ແປງ​ໃໝ່, ຫວຽດ​ນາມ ໄດ້​ສ້າງ​ເຄືອ​ຂ່າຍການ​ພົວ​ພັນ​ກັບ 40 ຄູ່​ຮ່ວມ​ມື​ຢູ່​ຫຼາຍຊັ້ນ​ຫຼາຍຂັ້ນ, ​ເຂົ້າ​ຮ່ວມ​ບັນ​ດາ​ສັນ​ຍາ​ການ​ຄ້າ​ເສ​ລີ​ລຸ້ນ​ໃໝ່​ຢ່າງ​ເລິກ​ເຊິ່ງ, ກວ້າງ​ຂວາງ ແລະ ນັບ​ມື້​ນັບ​ມີ​ທີ່​ຕັ້ງ​ໃນ​ບັນ​ດາ​ກົນ​ໄກ​ຫຼາຍ​ຝ່າຍ. ຄຸນ​ຄ່າ​ຂອງ​ເຄືອ​ຂ່າຍການພົວພັນນັ້ນບໍ່​ນອນ​ຢູ່​ໃນຈຳ​ນວນ​ຄູ່​ຮ່ວມ​ມື ຫຼື ຂອບ​ເຂດ​ການ​ຮ່ວມ​ມື​ເທົ່າ​ນັ້ນ, ຫາກ​ຍັງ​ຢູ່ໃນ​ຄວາມ​ສາ​ມາດການ​ຫັນ​ເປັນ​ແຫຼ່ງ​ເງິນ​ລົງ​ທຶນທີ່​ມີ​ຄຸນ​ນະ​ພາບ​ສູງ, ເຕັກ​ໂນ​ໂລ​ຊີທີ່​ກ້າວ​ໜ້າ, ມີທີ່​ຕັ້ງທີ່​ສູງກວ່າ​ໃນ​ລະ​ບົບ​ມູນ​ຄ່າ​ທົ່ວ​ໂລກ​ອີກ​ດ້ວຍ. ຍ້ອນ​ເຫດນັ້ນ, ທ່ານ ໂຕ​ເລິມ, ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ, ປະ​ທານ​ປ​ະ​ເທດ ຫວຽດ​ນາມ ໄດ້ຮຽກ​ຮ້ອງ​ຕ້ອງ​ປ່​ຽນ​ແປງ​ໃໝ່​ຈິ​ນ​ຕະ​ນາ​ການ​ການ​ຕ່າງ​ປະ​ເທດ​ຢ່າງ​ແຮງ.

“ຕ້ອງ​ເບິ່ງໂລກ​ຢ່າງ​ຖືກ​ຕ້ອງ, ເຂົ້າ​ໃຈ​ແຈ້ງ​ປະ​ເທດ​ຊາດ, ກຳ​ນົດ​ຖືກ​ຕ້ອງ​ຜົນ​ປະ​ໂຫຍດ ແລະ ຄວາມ​ສາ​ມາດ​ຂອງ​ຕົນ. ຕ້ອງ​ເຫັນ​ໄດ້​ໂອ​ກາດ​ແຕ່​ໄວ, ແຕ່​ໄກ ແລະ ຫັນ​ໂອ​ກາດ​ໃຫ້​ກາຍ​ເປັນ​ໝາກ​ຜົນ. ພວກ​ເຮົາ​ບໍ່​ອາດນັ່ງ​ລໍຖ້າ​ຄວາມ​ສະ​ດວກມາຫາ, ກໍ່ບໍ່ອາດພຽງແຕ່ແກ້​ໄຂ​ເມື່ອ​ມີເຫດການ​ໄດ້​ເກີ​ດ​ຂຶ້ນ. ເປີດກວ້າງ​ການ​ຮ່ວມ​ມື ພ້ອມກັບ​ປັບ​ປຸງຄວາມ​ເປັນ​ເຈົ້າ​ຍຸດ​ທະ​ສາດ, ກຳ​ລັງ​ແຮງ​ພາຍ​ໃນ ແລະ ຄວາມ​ສາ​ມາດ​ຕ້ານ​ທານ. ການຕ່າງປະເທດຕ້ອງ​ເສີມ​ຂະ​ຫຍາຍ​ບົດ​ບາດ​ນຳໜ້າ: ເຫັນ​ແຕ່​ໄວ, ໃຫ້​ຄຳ​ປຶກ​ສາ​ຢ່າງ​ຖືກ​ຕ້ອງ, ມີ​ການ​ກະ​ທຳ​ຢ່າງ​ທັນ​ການ; ປະ​ກອບ​ສ່ວນ​ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ​ແຕ່​ໄວ, ແຕ່​ໄກ; ເປີດ​ທາງ, ເຊື່ອມ​ຕໍ່ ແລະ ຍາດ​ແຍ່ງ​ແຫຼ່ງ​ກຳ​ລັງ​ພັດ​ທະ​ນາ”.

ຕາມ​ທ່ານເອກອັກຄະລັດຖະທູດ ຟ້າມກວາງວິງ, ອະ​ດີດ​ຮອງ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ແລ້ວ, ຫວຽດ​ນາມ ພວມ​ເຕົ້າ​ໂຮມ​ເງື່ອນ​ໄຂ​ສະ​ດວກ​ຫຼາຍ​ຢ່າງ​ເພື່ອ​ປະ​ຕິ​ບັດ​ຈິນ​ຕະ​ນາ​ການ​ໃໝ່​ນີ້ໃຫ້ປະກົດຜົນເປັນຈິງ:

“ພວກ​ເຮົາ​ພວມ​ມີ​ທີ່​ຕັ້ງ​ສະ​ດວກ​ເພື່ອ​ຍາດ​ແຍ່ງ​ບັນ​ດາ​ໂອ​ກາດ ແລະ ຮັບ​ມື​ກັບ​ສິ່ງ​ທ້າ​ທາຍ. ພວກ​ເຮົາ​ມີ​ມະ​ຕິ​ຫຼາຍ​ສະ​ບັບ​ກ່ຽວ​ກັບ​ກາ​ນ​ພັດ​ທະ​ນາ​ປະ​ເທດ​ຊາດ, ວິ​ໄສ​ທັດ​ນັບ​ແຕ່ນີ້​ຮອດ​ປີ 2030, ປີ 2045. ພາຍ​ຫຼັງ​ກວ່າ 4 ທົດ​ສະ​ວັດ​ແຫ່ງ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ, ຫວຽດ​ນາມ ກໍ່​ມີບັນ​ດາ​ລະ​ບົບ​ສະ​ໜອງ​ຕິດ​ພັນ​ຢ່າງ​ແໜ້ນ​ແຟ້ນ​ກັບ​ການ​ພັດ​ທະ​ນາ​ຂອງ ຫວຽດ​ນາມ. ນອກນັ້ນ, ພວກ​ເຮົາ​ກໍ່ມີ​ທ່​ີ​ຕັ້ງ​ເມື່ອ​ເຂົ້າ​ຮ່ວມ​ສັນ​ຍາ​ສາ​ກົນ​ຫຼາຍ​ສະ​ບັບ”.

ເຖິງ​ຢ່າງ​ໃດ​ກໍ່​ຕາມ, ບັນ​ດາ​ທ່າ​ແຮງນັ້ນຈະ​ກາຍ​ເປັນ​ກຳ​ລັງ​ໜູນ​ການ​ເຕີບ​ໂຕ​ໄດ້ກໍ່ຕໍ່ເມື່ອ​ການ​ເຄື່ອນ​ໄຫວ​ດ້ານ​ການ​ທູດ​ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍ​ສ້າງ​ຄຸນ​ຄ່າ​ລະ​ອຽດ​ໃຫ້​ແກ່​ແຕ່​ລະ​ຂະ​ແໜງ, ແຕ່​ລະ​ທ້ອງ​ຖິ່ນ ແລະ ວິ​ສາ​ຫະ​ກິດ. ນັ້ນ​ກໍ່​ແມ່ນ​ການ​ກຳ​ນົດ​ທິດ​ເຊິ່ງ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ພວ​ມ​ຜັນ​ຂະ​ຫຍາຍ​ຜ່ານ​ການ​ເຊື່ອ​ມ​ຕໍ່​ການ​ລົງ​ທຶນ, ຊຸກ​ຍູ້​ນະ​ວັດ​ຕະ​ກຳ. ທ່ານ ຫງວຽນ​ດົ່ງ​ຈຸງ, ຮອງ​ຫົວ​ໜ້າ​ກົມການ​ຕ່າງ​ປະ​ເທດ ແລະ ການ​ທູດ​ວັດ​ທະ​ນະ​ທຳ, ກະ​ຊວງ​ການ​ຕ່າງ​ປະ​ເທດ ຫວຽດນາມ, ຢືນ​ຢັນ​ວ່າ:

“ຍາມ​ໃດ​ພວກ​ເຮົາ​ກໍ່​ກຳ​ນົດ​ທິດ​ນຳ: ຖື​ເອົ​າ​ໝາກ​ຜົນ​ເປັນ​ໃຈ​ກາງ, ຖື​ເອົາ​ໝາກ​ຜົນ​ລະ​ອຽດ​ແມ່ນ​ໄມ້​ຫຼາ​ວັດ​ແທກ, ຖື​ເອົາ​ທ້ອງ​ຖິ່ນ​ເປັນ​ໃຈ​ກາງ​ຮັບ​ໃຊ້, ຖື​ເອົາ​ນະ​ວັດ​ຕະ​ກຳ​ເປັນ​ແບບວິທີການ​ກະທຳ. ພວກ​ຂ້າ​ພະ​ເຈົ້າ​ຜັນ​ຂະ​ຫຍາຍ​ບັນ​ດາ​ການ​ເຄື່ອນ​ໄຫວ​ເຊື່ອມ​ຕໍ່, ສົ່ງ​ເສີມ​ການ​ລົງ​ທຶນ ສຸ​ມ​ໃສ່​ຫຼາຍ​ໃນຂົງ​ເຂດ​ເຕັກ​ໂນ​ໂລ​ຊີ, ພູມ​ປັນ​ຍາ, ເຂົ້າ​ຮ່ວມ​ບັນ​ດາ​ເຄືອ​ຂ່າ​ຍ​ຮ່ວມ​ມື​ສາ​ກົນ​ທີ່ມີ​ມູນ​ຄ່າ​ເພີ່ມ​ສູງ, ​ໂດຍອີງ​ໃສ່​ຄວາມ​ຕ້ອງ​ການ​ຂອງ​ທ້ອງ​ຖິ່ນ ແລະ ທ່າ​ແຮງ​ຂອງ​ແຕ່​ລະ​ຄູ່​ຮ່ວມ​ມື”.

ການ​ຕ່າງປະເທດຖື​ເອົາ​ປະ​ສິດ​ທິ​ຜົນການພັດທະນາ​ເປັນ​ໄມ້​ຫຼາ​ວັດ​ແທກ

ຈຸດ​ໃໝ່​ຂອງ​ຈິນ​ຕະ​ນາ​ການ​ການຕ່າງປະທດ​ໃນ​ປະ​ຈຸ​ບັນ ບໍ່​ພຽງ​ແຕ່ນອນ​ຢູ່​ການ​ເປີດກວ້າງ​ການ​ພົວ​ພັນເທົ່ານັ້ນ, ຫາກ​ຍັງ​ຢູ່ໃນ​ວິ​ທີ​ຕີ​ລາ​ຄາ​ຢ່າງ​ມີ​ປະ​ສິ​ດ​ທ​ິ​ຜົນ​ອີກ​ດ້ວຍ. ຖ້າ​ຄື​ກ່ອນນີ້, ຜົນ​ສຳ​ເລັດ​ໄດ້​ຮັບ​ການ​ສັງ​ເກດ​ຜ່ານ​ການ​ສ້າງ​ຕັ້ງ ຫຼື ການ​ຍົກ​ລະ​ດັບ​ບັນ​ດາ​ຂອບ​ເຂດ​ການ​ຮ່ວມ​ມື​ເປັນ​ຕົ້ນ, ປ​ະ​ຈຸ​ບັນ​ໄມ້​ຫຼາ​ວັດ​ແທກ​ຕ້ອງ​ແມ່ນ​ບັນ​ດາ​ໝາກ​ຜົນ​ຕົວຈິງລະ​ອຽດ​ຕໍ່​ການ​ພັດ​ທະ​ນາ​ປະ​ເທດ​ຊາດ. ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ, ຊີ້​ແຈ້ງວ່າ:

“​ເຊື່ອມ​ໂຍງ​ຢ່າງ​ເລິກ​ເຊິ່ງ​ ແຕ່ບໍ່​ຂຶ້ນກັບ, ເປີດ​ປະ​ຕູ​ ແຕ່​ຮັກ​ສາ​ຄວາມ​ເປັ​ນ​ເຈົ້າ, ຮັບ​ເອົາ​ສິ່ງຍອດ​ຍິ່ງ​ທົ່​ວ​ໂລກ​ເພື່ອ​ສ້າງ​ສີ​ສັນ ແລະ ກຳ​ລັງ​ຂອງ ຫວຽດ​ນາມ ໃຫ້ມີຄວາມຫຼາກຫຼາຍ. ບັນ​ດາ​ຂອບ​ເຂດ​ການ​ພົວພັນ​ໄດ້ຮັບການ​ສ້າງ​ຕັ້ງ, ຍົກ​ລະ​ດັບ​ນັ້ນ ຕ້ອງ​ໄດ້ຫັນ​ເປັນ​ລະອຽດ​ດ້ວຍ​ບັນ​ດາ​ໂຄງການ​ກະ​ທຳ ແລະ ໂຄງ​ການ​ບັນ​ລຸ​ໝາກ​ຜົນ​ທີ່​ສາ​ມາດ​ວັດ​ແທກ​ໄດ້. ໃນ​ທຸກ​ການ​ພົວ​ພັນ, ຕ້ອງ​ຖື​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ ແລະ ຜົນ​ປະ​ໂຫຍດ​ຍາວ​ນານ​ເປັນ​ສຳ​ຄັນ. ໄມ້​ຫຼາ​ວັດ​ແທກນັ້ນ​ແມ່ນ​ສະ​ພາ​ບ​ແວດ​ລ້ອມ​ແຫ່ງ​ສັນ​ຕິ​ພາບ​ໄດ້​ຮັບ​ການ​ປັບ​ປຸງ, ຜົນ​ປະ​ໂຫຍ​ດ​ຂອງ​ປະ​ເທດ​ຊາດ​ໄດ້​ຮັບ​ການ​ປົກ​ປ້ອງ, ຕະ​ຫຼາດ​ໄດ້​ຮັບ​ການ​ເປີດກວ້າງ, ໂຄງ​ການ​ໄດ້​ສ້າງ​ຂຶ້​ນ, ເຕັກ​ໂນ​ໂລ​ຊີ ແລະ ແຫຼ່ງ​ຊັບ​ພະ​ຍາ​ກອນ​ໄດ້​ຍົກ​ສູງ​ຂຶ້​ນ, ປະ​ຊາ​ຊົນ​ໄດ້​ຊົມໃຊ້​ຜົນ​ປະ​ໂຫຍດ”.

ສຳ​ລັບ ຫວຽດ​ນາມ, ການ​ປ່ຽນ​ແປງ​ໃໝ່​ຈິນ​ຕະ​ນາ​ການ​ການຕ່າງປະເທດ​ແມ່ນ​ຫັນ​ປ່ຽນ​ວິ​ທີ​ການ​ສ້າງ​ແຫຼ່ງ​ກຳ​ລັງ​ໃຫ້​ແກ່​ການ​ພັດ​ທະ​ນາ. ເມື່ອ​ແຕ່​ລະ​ຂອບ​ເຂດ​ການ​ຮ່ວມ​ມື​ໄດ້​ຫັນ​ເປັນ​ລະ​ອຽດ​ນັ້ນ ການຕ່າງປະເທດ​ຈະ​ກາຍ​ເປັນ​ກຳ​ລັງ​ນຳ​ໜ້າ​ເປີດ​ທາງ​ຢ່າງ​ແທ້​ຈິງ, ປະ​ກອບ​ສ່ວນ​ຫັນ​ບັນ​ດາ​ເປົ້າ​ໝາຍ​ພັດ​ທະ​ນາ​ຢ່າງວ່ອງ​ໄວ ແລະ ຍືນ​ຍົງ​ໃນ​ສັງ​ກາດ​ໃໝ່ໃຫ້ປະກົດຜົນເປັນຈິງ.