(ພາບ: VGP/Nhật Bắc)
ສະພາບການໂລກໃນປະຈຸບັນໄດ້ວາງອອກຄວາມຮຽກຮ້ອງຕ້ອງການທີ່ສູງກວ່າສຳລັບການຕ່າງປະເທດ. ຄຽວຄູ່ກັບບັນດາໜ້າທີ່ປົກປັກຮັກສາສັນຕິພາບ, ສະຖຽນລະພາບ, ການຕ່າງປະເທດຍັງຕ້ອງໄປກ່ອນບາດກ້າວໜຶ່ງ, ເຫັນໂອກາດແຕ່ໄວ, ແຕ່ໄກ, ຕ້ອງຫັນໂອກາດສາກົນໃຫ້ກາຍເປັນແຫຼ່ງກຳລັງລະອຽດໃຫ້ແກ່ການພັດທະນາປະເທດຊາດ. ນີ້ກໍ່ແມ່ນການຫັນປ່ຽນໃນຈິນຕະນາການພັດທະນາຂອງພື້ນຖານການທູດ ຫວຽດນາມ.
ຈາກການຮັບມືໄປສູ່ຄວາມເປັນເຈົ້າສ້າງໂອກາດ
ພາຍຫຼັງ 40 ປີແຫ່ງການປ່ຽນແປງໃໝ່, ຫວຽດນາມ ໄດ້ສ້າງເຄືອຂ່າຍການພົວພັນກັບ 40 ຄູ່ຮ່ວມມືຢູ່ຫຼາຍຊັ້ນຫຼາຍຂັ້ນ, ເຂົ້າຮ່ວມບັນດາສັນຍາການຄ້າເສລີລຸ້ນໃໝ່ຢ່າງເລິກເຊິ່ງ, ກວ້າງຂວາງ ແລະ ນັບມື້ນັບມີທີ່ຕັ້ງໃນບັນດາກົນໄກຫຼາຍຝ່າຍ. ຄຸນຄ່າຂອງເຄືອຂ່າຍການພົວພັນນັ້ນບໍ່ນອນຢູ່ໃນຈຳນວນຄູ່ຮ່ວມມື ຫຼື ຂອບເຂດການຮ່ວມມືເທົ່ານັ້ນ, ຫາກຍັງຢູ່ໃນຄວາມສາມາດການຫັນເປັນແຫຼ່ງເງິນລົງທຶນທີ່ມີຄຸນນະພາບສູງ, ເຕັກໂນໂລຊີທີ່ກ້າວໜ້າ, ມີທີ່ຕັ້ງທີ່ສູງກວ່າໃນລະບົບມູນຄ່າທົ່ວໂລກອີກດ້ວຍ. ຍ້ອນເຫດນັ້ນ, ທ່ານ ໂຕເລິມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ຫວຽດນາມ ໄດ້ຮຽກຮ້ອງຕ້ອງປ່ຽນແປງໃໝ່ຈິນຕະນາການການຕ່າງປະເທດຢ່າງແຮງ.
“ຕ້ອງເບິ່ງໂລກຢ່າງຖືກຕ້ອງ, ເຂົ້າໃຈແຈ້ງປະເທດຊາດ, ກຳນົດຖືກຕ້ອງຜົນປະໂຫຍດ ແລະ ຄວາມສາມາດຂອງຕົນ. ຕ້ອງເຫັນໄດ້ໂອກາດແຕ່ໄວ, ແຕ່ໄກ ແລະ ຫັນໂອກາດໃຫ້ກາຍເປັນໝາກຜົນ. ພວກເຮົາບໍ່ອາດນັ່ງລໍຖ້າຄວາມສະດວກມາຫາ, ກໍ່ບໍ່ອາດພຽງແຕ່ແກ້ໄຂເມື່ອມີເຫດການໄດ້ເກີດຂຶ້ນ. ເປີດກວ້າງການຮ່ວມມື ພ້ອມກັບປັບປຸງຄວາມເປັນເຈົ້າຍຸດທະສາດ, ກຳລັງແຮງພາຍໃນ ແລະ ຄວາມສາມາດຕ້ານທານ. ການຕ່າງປະເທດຕ້ອງເສີມຂະຫຍາຍບົດບາດນຳໜ້າ: ເຫັນແຕ່ໄວ, ໃຫ້ຄຳປຶກສາຢ່າງຖືກຕ້ອງ, ມີການກະທຳຢ່າງທັນການ; ປະກອບສ່ວນປົກປັກຮັກສາປະເທດຊາດແຕ່ໄວ, ແຕ່ໄກ; ເປີດທາງ, ເຊື່ອມຕໍ່ ແລະ ຍາດແຍ່ງແຫຼ່ງກຳລັງພັດທະນາ”.
ຕາມທ່ານເອກອັກຄະລັດຖະທູດ ຟ້າມກວາງວິງ, ອະດີດຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ ແລ້ວ, ຫວຽດນາມ ພວມເຕົ້າໂຮມເງື່ອນໄຂສະດວກຫຼາຍຢ່າງເພື່ອປະຕິບັດຈິນຕະນາການໃໝ່ນີ້ໃຫ້ປະກົດຜົນເປັນຈິງ:
“ພວກເຮົາພວມມີທີ່ຕັ້ງສະດວກເພື່ອຍາດແຍ່ງບັນດາໂອກາດ ແລະ ຮັບມືກັບສິ່ງທ້າທາຍ. ພວກເຮົາມີມະຕິຫຼາຍສະບັບກ່ຽວກັບການພັດທະນາປະເທດຊາດ, ວິໄສທັດນັບແຕ່ນີ້ຮອດປີ 2030, ປີ 2045. ພາຍຫຼັງກວ່າ 4 ທົດສະວັດແຫ່ງການເຊື່ອມໂຍງເຂົ້າກັບສາກົນ, ຫວຽດນາມ ກໍ່ມີບັນດາລະບົບສະໜອງຕິດພັນຢ່າງແໜ້ນແຟ້ນກັບການພັດທະນາຂອງ ຫວຽດນາມ. ນອກນັ້ນ, ພວກເຮົາກໍ່ມີທ່ີຕັ້ງເມື່ອເຂົ້າຮ່ວມສັນຍາສາກົນຫຼາຍສະບັບ”.
ເຖິງຢ່າງໃດກໍ່ຕາມ, ບັນດາທ່າແຮງນັ້ນຈະກາຍເປັນກຳລັງໜູນການເຕີບໂຕໄດ້ກໍ່ຕໍ່ເມື່ອການເຄື່ອນໄຫວດ້ານການທູດມຸ່ງໄປເຖິງເປົ້າໝາຍສ້າງຄຸນຄ່າລະອຽດໃຫ້ແກ່ແຕ່ລະຂະແໜງ, ແຕ່ລະທ້ອງຖິ່ນ ແລະ ວິສາຫະກິດ. ນັ້ນກໍ່ແມ່ນການກຳນົດທິດເຊິ່ງກະຊວງການຕ່າງປະເທດ ຫວຽດນາມ ພວມຜັນຂະຫຍາຍຜ່ານການເຊື່ອມຕໍ່ການລົງທຶນ, ຊຸກຍູ້ນະວັດຕະກຳ. ທ່ານ ຫງວຽນດົ່ງຈຸງ, ຮອງຫົວໜ້າກົມການຕ່າງປະເທດ ແລະ ການທູດວັດທະນະທຳ, ກະຊວງການຕ່າງປະເທດ ຫວຽດນາມ, ຢືນຢັນວ່າ:
“ຍາມໃດພວກເຮົາກໍ່ກຳນົດທິດນຳ: ຖືເອົາໝາກຜົນເປັນໃຈກາງ, ຖືເອົາໝາກຜົນລະອຽດແມ່ນໄມ້ຫຼາວັດແທກ, ຖືເອົາທ້ອງຖິ່ນເປັນໃຈກາງຮັບໃຊ້, ຖືເອົານະວັດຕະກຳເປັນແບບວິທີການກະທຳ. ພວກຂ້າພະເຈົ້າຜັນຂະຫຍາຍບັນດາການເຄື່ອນໄຫວເຊື່ອມຕໍ່, ສົ່ງເສີມການລົງທຶນ ສຸມໃສ່ຫຼາຍໃນຂົງເຂດເຕັກໂນໂລຊີ, ພູມປັນຍາ, ເຂົ້າຮ່ວມບັນດາເຄືອຂ່າຍຮ່ວມມືສາກົນທີ່ມີມູນຄ່າເພີ່ມສູງ, ໂດຍອີງໃສ່ຄວາມຕ້ອງການຂອງທ້ອງຖິ່ນ ແລະ ທ່າແຮງຂອງແຕ່ລະຄູ່ຮ່ວມມື”.
ການຕ່າງປະເທດຖືເອົາປະສິດທິຜົນການພັດທະນາເປັນໄມ້ຫຼາວັດແທກ
ຈຸດໃໝ່ຂອງຈິນຕະນາການການຕ່າງປະທດໃນປະຈຸບັນ ບໍ່ພຽງແຕ່ນອນຢູ່ການເປີດກວ້າງການພົວພັນເທົ່ານັ້ນ, ຫາກຍັງຢູ່ໃນວິທີຕີລາຄາຢ່າງມີປະສິດທິຜົນອີກດ້ວຍ. ຖ້າຄືກ່ອນນີ້, ຜົນສຳເລັດໄດ້ຮັບການສັງເກດຜ່ານການສ້າງຕັ້ງ ຫຼື ການຍົກລະດັບບັນດາຂອບເຂດການຮ່ວມມືເປັນຕົ້ນ, ປະຈຸບັນໄມ້ຫຼາວັດແທກຕ້ອງແມ່ນບັນດາໝາກຜົນຕົວຈິງລະອຽດຕໍ່ການພັດທະນາປະເທດຊາດ. ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ, ຊີ້ແຈ້ງວ່າ:
“ເຊື່ອມໂຍງຢ່າງເລິກເຊິ່ງ ແຕ່ບໍ່ຂຶ້ນກັບ, ເປີດປະຕູ ແຕ່ຮັກສາຄວາມເປັນເຈົ້າ, ຮັບເອົາສິ່ງຍອດຍິ່ງທົ່ວໂລກເພື່ອສ້າງສີສັນ ແລະ ກຳລັງຂອງ ຫວຽດນາມ ໃຫ້ມີຄວາມຫຼາກຫຼາຍ. ບັນດາຂອບເຂດການພົວພັນໄດ້ຮັບການສ້າງຕັ້ງ, ຍົກລະດັບນັ້ນ ຕ້ອງໄດ້ຫັນເປັນລະອຽດດ້ວຍບັນດາໂຄງການກະທຳ ແລະ ໂຄງການບັນລຸໝາກຜົນທີ່ສາມາດວັດແທກໄດ້. ໃນທຸກການພົວພັນ, ຕ້ອງຖືຄວາມໄວ້ເນື້ອເຊື່ອໃຈ ແລະ ຜົນປະໂຫຍດຍາວນານເປັນສຳຄັນ. ໄມ້ຫຼາວັດແທກນັ້ນແມ່ນສະພາບແວດລ້ອມແຫ່ງສັນຕິພາບໄດ້ຮັບການປັບປຸງ, ຜົນປະໂຫຍດຂອງປະເທດຊາດໄດ້ຮັບການປົກປ້ອງ, ຕະຫຼາດໄດ້ຮັບການເປີດກວ້າງ, ໂຄງການໄດ້ສ້າງຂຶ້ນ, ເຕັກໂນໂລຊີ ແລະ ແຫຼ່ງຊັບພະຍາກອນໄດ້ຍົກສູງຂຶ້ນ, ປະຊາຊົນໄດ້ຊົມໃຊ້ຜົນປະໂຫຍດ”.
ສຳລັບ ຫວຽດນາມ, ການປ່ຽນແປງໃໝ່ຈິນຕະນາການການຕ່າງປະເທດແມ່ນຫັນປ່ຽນວິທີການສ້າງແຫຼ່ງກຳລັງໃຫ້ແກ່ການພັດທະນາ. ເມື່ອແຕ່ລະຂອບເຂດການຮ່ວມມືໄດ້ຫັນເປັນລະອຽດນັ້ນ ການຕ່າງປະເທດຈະກາຍເປັນກຳລັງນຳໜ້າເປີດທາງຢ່າງແທ້ຈິງ, ປະກອບສ່ວນຫັນບັນດາເປົ້າໝາຍພັດທະນາຢ່າງວ່ອງໄວ ແລະ ຍືນຍົງໃນສັງກາດໃໝ່ໃຫ້ປະກົດຜົນເປັນຈິງ.
