ໃນ​ສະ​ພາບ​ການ​ປະ​ເທດ​ຊາດ​ກ້າວ​ເຂົ້​າ​ສູ່​ໄລ​ຍະ​ພັດ​ທະ​ນາ​ໃໝ່​ດ້ວຍ​ເປົ້າ​ໝາຍ​ການ​ເຕີບ​ໂຕ​ສອງ​ຕົວ​ເລກ ແລະ ຮຽກ​ຮ້ອງ​ສ້າງ​ລະ​ບອບ​ລະ​ບຽບ​ການ​ໃຫ້​ສົມ​ບູນ​ແບບ​ນັບ​ມື້​ນັບ​ຮີບ​ດ່ວນ, ກອງ​ປະ​ຊຸມ​ວິ​ສາ​ມັນ​ຄັ້ງ​ປະ​ຖົມ​ມະ​ເລິກ, ສະ​ພາ​ແຫ່ງ​ຊາດ ຊຸດ​ທີ XVI, ໄຂ​ຂຶ້ນ​ໃນ​ວັນ​ທີ 3 ສິງ​ຫາ, ບໍ່​ພຽງ​ແຕ່​ແກ້​ໄຂ​ບັນ​ດາ​ບັນ​ຫາ​ເກີດ​ຂຶ້ນ​ໃນ​ຕົວ​ຈິງ​ເທົ່າ​ນັ້ນ, ຫາກ​ຍັງ​ສຳ​ຄັນ​ກວ່າ​ນັ້ນ​ແມ່ນກອງ​ປະ​ຊຸມ​ສະ​ແດງ​ໃຫ້​ເຫັນ​ຄວາມ​ເປັນ​ເຈົ້າ​ການ​ໃນ​ການ​ປ່ຽນ​ແປງ​ໃໝ່​ໃນ​ຈິນ​ຕະ​ນາ​ການ​ສ້າງ​ຕັ້ງ​ກົດ​ໝາຍ, ເພື່ອ​ແນ​ໃສ່​ຮັບ​ປະ​ກັນ​ກົດ​ໝາຍ​ຍາມ​ໃດ​ກໍ່​ຮ່ວມ​ເດີນ​ທາງ​ພ້ອມ​ກັບ​ການ​ພັດ​ທະ​ນາ​ຂອງ​ປະ​ເທດ​ຊາດ

33 ເນື້ອ​ໃນ​ໂດຍ​ສະ​ພາ​ແຫ່ງ​ຊາດ​ພິ​ຈາ​ລະ​ນາ​ຢູ່ກອ​ງ​ປະ​ຊຸມ​ບໍ່​ພຽງ​ແຕ່​ສ່ອງ​ແສງ​ຈຳ​ນວນວຽກ​ງານ​ທີ່​ໃຫຍ່ຫຼວງ​ເທົ່າ​ນັ້ນ, ຫາກ​ຍັງ​ສະ​ແດງ​ໃຫ້​ເຫັນ​ຄ​ວາມ​ຮຽກ​ຮ້ອງ​ທີ່​ຈຳ​ເປັນ​ໃນ​ການ​ສ້ງ​ລະ​ບອບ​ລະ​ບຽບ​ການ​ໃຫ້​ສົມ​ບູນ​ແບບ​ເພື່ອ​ແກ້​ໄຂ​ບັນ​ດາ​ບັນ​ຫາ​ຕົວ​ຈິງພວມວາງ​ອອກ, ພ້ອມ​ທັງ​ສ້າງ​ພື້ນ​ຖານ​ນິ​ຕິ​ກຳ​ໃຫ້​ແກ່​ໄລ​ຍະ​ພັດ​ທະ​ນາ​ຕໍ່​ໄປ​ຂອງ​ປະ​ເທດ​ຊາດ.

ບໍ່​ປະ​ໃຫ້​ລະ​ບອບ​ລະ​ບຽບ​ການ​ກາຍ​ເປັນ​ຈຸດ​ອຸດ​ຕັນ

ກອງ​ປະ​ຊຸມ​ວິ​ສາ​ມັນ​ຄັ້ງ​ປະ​ຖົມ​ມະ​ເລິກ, ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ XVI ໄດ້​ຈັດ​ຂຶ້ນ​ຢ່າງ​ສົມ​ກຽດ​ໃນ​ສະ​ພາບ​ການ​ທົ່ວ​ປະ​ເທດ​ມາ​ນະ​ພະ​ຍາ​ຍາມ​ປະ​ຕິ​ບັດ​ເປົ້າ​ໝາຍ​ການ​ເຕີບ​ໂຕ​ສອງ​ຕົວ​ເລກ​ໃນ​ປີ 2026 ແລະ ຊຸມ​ປີ​ຕໍ່​ໄປ. ເພື່ອ​ຫັນ​ເປົ້າ​ໝາຍ​ນັ້ນ​ໃຫ້​ປະ​ກົດ​ຜົນ​ເປັນ​ຈິງ, ໄປ​ຄຽງ​ຄູ່​ກັບ​ແຫຼ່ງ​ກຳ​ລັງ, ພື້ນ​ຖານ​ໂຄງ​ລ່າງຫຼື ວິ​ທະ​ຍາ​ສາດ - ເຕັກ​ໂນ​ໂລ​ຢີ, ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ທີ່​ຈຳ​ເປັນ​ ແມ່ນ​ຕ້ອງ​ຫັນ​ບັນ​ດາ​ແຜນ​ນະ​ໂຍ​ບາຍຂອງ​ພັກ​ກາຍ​ເປັນ​ລະ​ບອບ​ລະ​ບຽບ​ການ, ຂໍ້​ກຳ​ນົດ​ຂອງ​ກົດ​ໝາຍ​. ເພາະ​ສະ​ນັ້ນ, ຫຼາຍ​ເນື້ອ​ໃນ​ມີ​ຜົນ​ກະ​ທົບ​ໂດຍ​ກົງ​ຕໍ່​ສະ​ພາບ​ແວດ​ລ້ອມ​ແຫ່ງ​ການ​ລົງ​ທຶນ, ພັດ​ທະ​ນາ​ພື້ນ​ຖານ​ໂຄງ​ລ່າງ, ປັບ​ປຸງ​ລະ​ບ​ຽບ​ການ​ບໍ​ລິ​ຫານ, ຈັດ​ຕັ້ງ​ກົ​ງ​ຈັກ ແລະ ຮູບ​ແບບ​ອຳ​ນາດ​ການ​ປົກ​ຄອງ​ທ້ອງ​ຖິ່ນ​ສາມ​ຂັ້ນ ໂດຍ​ສະ​ພາ​ແຫ່ງ​ຊາດ​ຍົກ​ອອກ​ມາ​ພິ​ຈາ​ລະ​ນາ​ຢູ່ກອງ​ປະ​ຊຸມ​ຄັ້ງ​ນີ້.

ບໍ່​ພຽງ​ແຕ່​ພິ​ຈາ​ລະ​ນາ​ປັ​ບ​ປຸງ, ເພີ່ມ​ເຕີມ​ກົດ​ໝາຍສຳ​ຄັນຫຼາຍ​ສະ​ບັບ ຫຼື​ຕັດ​ສິນ​ໃຈ​ບັນ​ດາ​ໂຄງ​ການ​ໃຫຍ່, ກອງ​ປະ​ຊຸມ​ຄັ້ງ​ນີ້​ຍັງ​ສະ​ແດງ​ໃຫ້​ເຫັນ​ຄວາມ​ຕັດ​ສິນ​ໃຈ​ຍູ້​ໄວ​ວິ​ວັດ​ການ​ຫັນ​ເປັນ​ລະ​ບອບ​ລະ​ບຽບ​ການ, ເພື່ອ​ໃຫ້​ບັນ​ດາ​ແຜນ​ນະ​ໂຍ​ບາຍ, ນະ​ໂຍ​ບາຍ​ກາຍ​ເປັນ​ພື້ນ​ຖານ​ນິ​ຕິ​ກຳ​ໃຫ້​ການ​ພັດ​ທະ​ນາ​ໂດຍ​ໄວ. ກ່າວ​ຄຳ​ເຫັນ​ໄຂ​ກອງ​ປະ​ຊຸມ, ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເຈິ່ນ​ແທັງ​ເໝິນ ເນັ້ນ​ໜັກ​ວ່າ:

ດ້ວຍ​ໜ້າ​ທີ່​ຈຸດ​ສຸມ​ແມ່ນ​ວຽກ​ງານ​ສ້າງ​ກົດ​ໝາຍ ແລະ ຕັດ​ສິນ​ບັນ​ດາ​ບັນ​ຫາ​ສຳ​ຄັນ​ຂອ​ງ​ປະ​ເທດ​ຊາດ ເຊິ່ງ​ຕົວ​ຈິງ​ຮຽກ​ຮ້ອງ, ກອງ​ປະ​ຊຸມ​ໄດ້​ປະ​ຕິ​ບັດ​ຄວາມ​ຕັດ​ສິນ​ໃຈ​ດ້ານ​ການ​ເມືອງ, ຈິດ​ໃຈ​ເປັນ​ເຈົ້າ​ການ, ການ​ກະ​ທຳ​ຂ້ຽວ​ຂາດ, ແທ້​ຈິງ​ຂອງ​ສະ​ພາ​ແຫ່ງ​ຊາດ, ລັດ​ຖະ​ບານ, ບັນ​ດາ​ອົງ​ການ​ໃນ​ການ​ຫັນ​ເປັນ​ລະ​ບອ​ບ​ລະ​ບຽບ​ການ ແລະ ປະ​ຕິ​ບັດ​ບັນ​ດາ​ແຜນ​ນະ​ໂຍ​ບາຍ​ຂອງ​ພັກ​ໃນ​ທັນ​ທີ, ຕອບ​ສະ​ໜອງ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ, ຄວາ​ມ​ມຸ່ງ​ຫວັງ​ຂອງ​ປະ​ຊາ​ຊົນ, ວິ​ສາ​ຫະ​ກິດ, ບໍ່​ຊັກ​ຊ້າ, ບໍ່​ພາດ​ໂອ​ກາດ​ພັດ​ທະ​ນາ​ປະ​ເທດ​ຊາດ.

ໃນ​ສະ​ພາບ​ການ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ພັດ​ທະ​ນາ​ນັບ​ມື້​ນັບ​ຮີບ​ດ່ວນ, ການ​ສ້າງ​ລະ​ບອບ​ລະ​ບຽບ​ການ​ໃຫ້​ສົມ​ບູນ​ແບບ​ບໍ່​ພຽງ​ແຕ່​ແມ່ນ​ໜ້າ​ທີ່​ໃນ​ການ​ສ້າງ​ກົດ​ໝາຍ​ເທົ່າ​ນັ້ນ ຫາກ​ຍັງ​ກາຍ​ເປັນ​ເງື່ອນ​ໄຂ​ເພື່ອ​ໃຫ້​ບັນ​ດາ​ແຜນ​ນະ​ໂຍ​ບາຍ​ພັດ​ທະ​ນາ​ໄດ້​ຜັນ​ຂະ​ຫຍາຍ​ຢ່າງ​ທັນ​ການ ແລະ ມີ​ປ​ະ​ສິ​ດ​ທິ​ຜົນ. ສະ​ພາ​ແຫ່ງ​ຊາດ​ບໍ່​ພຽງ​ແຕ່​ມຸ່ງ​ໄປ​ເຖິງ​ການ​ປະ​ກາດ​ໃຊ້​ກົດ​ໝາຍ​ຖືກ​ຕ້ອງ​ຕາມ​ຄວາມ​ຄືບ​ໜ້າ, ຫາກ​ຍັງ​ເປັນ​ເຈົ້າ​ການຫຼຸດ​ເວ​ລາ​ຫັນ​ບັນ​ດາ​ບັນ​ຫາ​ຈາກ​ຕົວ​ຈິງ​ເປັນ​ລະ​ບອບ​ລະ​ບຽບ​ການ​ລົງ, ຫຼີກ​ລ້ຽງ​ກໍ​ລະ​ນີ​ພາດ​ໂອ​ກາດ​ພັດ​ທະ​ນາ​ຍ້ອນ​ບໍ່​ມີ​ນິ​ຕິ​ກຳ. ທ່ານ ຫງວຽນ​ເຈື່ອງ​ຢາງ, ຮອງ​ຫົວ​ໜ້າ​ກຳ​ມາ​ທິ​ການ ກົດ​ໝາຍ ແລະ ຍຸ​ຕິ​ທຳ ​ຂອງ​ສະ​ພາ​ແຫ່ງ​ຊາດ ຖື​ວ່າ:

ບັນ​ດາ​ຮ່າງ​ກົດ​ໝາຍ, ບັນ​ດາ​ຮ່າງ​ມະ​ຕິ​ໂດຍ​ລັດ​ຖະ​ບານ ແລະ ບັນ​ດາ​ອົງ​ການ​ຍື່ນ​ສະ​ເໜີ​ຕໍ່​ສະ​ພາ​ແຫ່ງ​ຊາດ​ລ້ວນ​ແຕ່​ແມ່ນ​ບັນ​ດາ​ບັນ​ຫາ​ຮີບ​ດ່ວນ ແລະ ໄດ້​ຮັບ​ການ​ກະ​ກຽມ​ຢ່າງ​ລອບ​ຄອບ​ຖີ່​ທ້ວນ. ດັ່ງ​ນັ້ນ, ກອງ​ປະ​ຊຸມສະ​ພາ​ແຫ່ງ​ຊາດ​ວິ​ສາ​ມັນ​ເມື່ອ​ເດືອນ​ສິງ​ຫາ ນີ້​ເພື່ອ​ຕອບ​ສະ​ໜອງ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ໃນ​ການ​ດຳ​ລົງ​ຊີ​ວິດ, ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ໃນ​ການ​ຄຸ້ມ​ຄອງ​ສັງ​ຄົມ, ຮຽກ​ຮ້ອງ​ຕ້ອງ​ການ​ຂອງ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ​ຂອງ​ປະ​ເທ​ດ​ຊາດ.

ສ້າງ​ສັນ​ລະ​ບອບ​ລະ​ບຽບ​ການ​ໃຫ້​ການ​ພັດ​ທະ​ນາ

ຖ້າການ​ຈັດ​ຕັ້ງ​ກອງ​ປະ​ຊຸມ​ວິ​ສາ​ມັນ​ສະ​ແດງ​ໃຫ້​ເຫັນ​ຄວາມ​ເປັນ​ເຈົ້າ​ການ​ຂອງ​ສະ​ພາ​ແຫ່ງ​ຊາດ​ກ່ອນ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ໃນ​ຕົວ​ຈິງ, ເປົ້າ​ໝາຍ​ສູງ​ກວ່າ​ໄດ້​ວາງ​ອອກບໍ່​ພຽງ​ແຕ່​ແມ່ນ​ປະ​ກາດ​ບັນ​ດາ​ປະ​ມວນ​ກົດ​ໝາຍ​ຢ່າງ​ທັນ​ການ​ເທົ່າ​ນັ້ນ​ຫາກ​ຍັງ​ຕ້ອງ​ຍົກ​ສູງ​ຄຸນ​ນະ​ພາບ​ຂອງ​ແຕ່​ລະ​ການ​ຕັດ​ສິນ​ໃນ​ການ​ສ້າງ​ກົດ​ໝາຍ. ກົດ​ໝາຍ​ສະ​ບັບ​ໜຶ່ງ​ມີ​ຄວາມ​ໝາຍ​ຢ່າງ​ແທດ​ຈິງ​ ກໍ່​ຕໍ່​ເມືອ​ແກ້​ໄຂ​ໄດ້​ບັນ​ດາ​ບັນ​ຫາ​ຕົວ​ຈິງວາງ​ອອກ ແລະ ອາດ​ສາ​ມາດ​ເສີມ​ຂະ​ຫຍາຍ​ຢ່າງ​ມີ​ປະ​ສິດ​ທິ​ຜົນ​ພາຍຫຼັງ​ມີ​ຜົນ​ບັງ​ຄັບ​ໃຊ້. ​ທ່ານ​ ປະ​ທານ​ສະ​ພາ​ແຫ່ງ​ຊາດ​ເຈິ່ນ​ແທັງ​ເໝິນ ຊີ້​ແຈ້ງວ່າ

ຂ້າ​ພະ​ເຈົ້າ​ສະ​ເໜີ​ບັນ​ດາ​ອົງ​ການ​ຂອງ​ສະ​ພາ​ແຫ່ງ​ຊາດ, ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ແຕ່​ລະ​ທ່ານ ສືບ​ຕໍ່​ປ່ຽນ​ແປງ​ໃໝ່​ຢ່າງ​ແຮງ​ຈິນ​ຕະ​ນາ​ການ​ໃນ​ການ​ສ້າງ​ກົດ​ໝາຍ; ນະ​ໂຍ​ບາຍ, ກົດ​ໝາຍ​ໄດ້​ຮັບ​ການ​ປະ​ກາດ​ໃຊ້​ຕິດ​ແທດ​ຕົວ​ຈິງ; ເດີນ​ກ່ອນ, ເປີດ​ເສັ້ນ​ທາງ​ໃຫ້​ການ​ພັດ​ທະ​ນາ; ຖື​ປະ​ຊາ​ຊົນ ແລະ ວິ​ສາ​ຫະ​ກິດ​ເປັນ​ໃຈ​ກາງ; ຖື​ຄຸນ​ນະ​ພາບ, ປະ​ສິດ​ທິ​ຜົນ​ຂອງ​ການ​ປະ​ຕິ​ບັດ​ລະ​ບົບ​ກົດ​ໝາຍ​ເປັນ​ໄມ້ຫຼ້າ​ວັດ​ແທກ​ຂອງ​ການ​ເຄື່ອນ​ໄຫວ​ສ້າງກົດ​ໝາຍ. ສ້າງ​ພື້ນ​ຖານ​ນິ​ຕິ​ກຳ​ໃຫ້​ສົມ​ບູນ​ແບບ ເພື່ອ​ແກ້​ໄຂ​ບັນ​ດາ​ບັນ​ຫາ​ຮີບ​ດ່ວນ​ໂດຍ​ຕົວ​ຈິງວາງ​ອອກ. ເສີມ​ຂະ​ຫຍາຍ​ຢ່າງ​ສູ​ງ​ສຸດ​ບົດ​ບາດ, ຄວາມ​ຮັບ​ຜິດ​ຊອບ​ຂອງ​ແຕ່​ລະ​ອົງ​ການ ແລະ​ຜູ້​ນຳ​ໃນ​ວິ​ວັດ​ການ​ສ້າງ, ປະ​ກາດ​ໃຊ້​ນະ​ໂຍ​ບາຍ​ກົດ​ໝາຍ, ພິ​ເສດ​ແມ່ນ​ອົງ​ການ​ຮຽບ​ຮຽງ, ອົງ​ການ​ກວດ​ກາຕີ​ລາ​ຄາ.

ຄຳ​ຮຽກ​ຮ້ອງ​ປ່ຽນ​ແປງ​ໃໝ່​ຈິນ​ຕະ​ນາ​ການ​ສ້າງ​ກົດ​ໝາຍ​ສະ​ແດງ​ໃຫ້​ເຫັນ​ຈຸດ​ສຸມ​ບໍ່​ນອນ​ຢູ່​ຈຳ​ນວນ​ກົດ​ໝາຍ, ມະ​ຕິ​ພາຍຫຼັງ​ໄດ້​ຮັບ​ການ​ຮັບ​ຮອງ, ຫາກ​ຍັງ​ແມ່ນ​ຄຸນ​ນະ​ພາບ ແລະ ປະ​ສິດ​ທິ​ຜົນ​ໃນ​ການ​ປະ​ຕິ​ບັດ​ແຕ່​ລະ​ນະ​ໂຍ​ບາຍ​ພາ​ຍຫຼັງ​ປະ​ກາດ. ສິ່​ງ​ນັ້ນ​ຮຽກ​ຮ້ອງ​ຕ້ອງ​ການ​ຮ່າງ​ກົດ​ໝາຍ​ແຕ່​ລະ​ສະ​ບັບ ຕ້ອງ​ໄດ້​ຮັບ​ການ​ກະ​ກຽມ​ຢ່າງ​ລະ​ອຽດ, ຕີ​ລາ​ຄາ​ຜົນ​ກະ​ທົບຢ່າງ​ຄົບ​ຖ້ວນ ແລະ ຕິດ​ແທດ​ຄວາມ​ຮຽກ​ຕ້ອງ​ຂອງ​ຕົວ​ຈິງນັບ​ແຕ່​ຂັ້ນ​ຕອນ​ສ້າງ​ກົດ​ໝາຍ. ເມື່ອ​ກົດ​ໝາຍ​ແກ້​ໄຂ​ໄດ້​ບັນ​ດາ​ບັນ​ຫາ​ໃນ​ການ​ດຳ​ລົງ​ຊີ​ວິດ, ສ້າງ​ຄວາມ​ສະ​ດວກ​ໃຫ້​ແກ່​ປະ​ຊາ​ຊົນ, ວິ​ສ​າ​ຫະ​ກິດ ຢ່າງ​ແທ້​ຈິງ ແລະ ລຸ​ລ່ວງ​ແຫຼ່ງ​ກຳ​ລັງ​ພັດ​ທະ​ນາ, ເຄື່ອນ​ໄຫວ​ສ້າງ​ກົດ​ໝາຍ​ໃໝ່ ​ປະ​ຕິ​ບັດ​ເປົ້າ​ໝາຍ​ສ້າງ​ສັນ​ເຊິ່ງ​ສະ​ພາ​ແຫ່ງ​ຊາດ​ມຸ່ງ​ໄປ​ຖິງ.

ດ້ວຍ​ບັນ​ດາ​ເນື້ອ​ໃນ​ໄດ້​ຍົກ​ອອກ​ມາ​ພ​ິ​ຈາ​ລະ​ນາ, ການ​ຕັດ​ສິນ, ກອງ​ປະ​ຊຸມ​ວິ​ສາ​ມັນ​ຄັ້ງ​ທີປະ​ຖົມ​ມະ​ເລິກ​ສືບ​ຕໍ່​ຢັ້ງ​ຢືນ​ຈິດ​ໃຈ​ເປັນ​ເຈົ້າ​ການ, ປ່ຽນ​ແປງ​ໃໝ່​ຂອງ​ສະ​ພາ​ແຫ່ງ​ຊາດ​ໃນ​ວຽກ​ງານ​ສ້າງ​ກົດ​ໝາຍ, ຮັບ​ປະ​ກັນ​ລະ​ບອບ​ລະ​ບຽບ​ການ​ຍາມ​ໃດ​ກໍ່​ເດີນ​ທັນ​ກັບ​ການ​ພັດ​ທະ​ນາ​ຂອງ​ປະ​ເທດ​ຊາດ.