ວັນທີ 17 ຕຸລາ, ກອງປະຊຸມສະໄໝສາມັນເທື່ອທີສອງ ສະພາແຫ່ງຊາດ ຫວຽດ​ນາມ ຊຸດທີ 16, ໄດ້ໄຂຂຶ້ນ​ຢູ່​ຫໍສະພາແຫ່ງຊາດ, ນະຄອນຫຼວງ ຮ່າໂນ້ຍ. ກ່ອນຈັດກອງປະຊຸມ, ຜູ້ມີສິດເລືອກຕັ້ງໄດ້​ຕັ້ງຄວາມຄາດຫວັງ​ຫຼາຍ​ຢ່າງຕໍ່ບັນ​ດານະ​ໂຍ​ບາຍ​ຊີ້ຂາດເຊິ່ງສະພາແຫ່ງຊາດຈະພິຈາລະນາ, ໂດຍສະເພາະແມ່ນ​ບັນ​ດາ​ບັນ​ຫາ​ຕິດ​ພັນ​ກັບຊີວິດການເປັນຢູ່ ແລະ ການ​ພັດ​ທະ​ນາ​ຂອງປະ​ເທດຊາດ. ​ຈາກນັ້ນ, ຄວາມຮຽກ​ຮ້ອງ​ທີ່​ໄດ້​ວາງ​ອອກບໍ່ພຽງແຕ່ເພື່ອ​ຍົກ​ສູງຄຸນ​ນະ​ພາບ​ການ​ສ້າງ​ກົດໝາຍເທົ່ານັ້ນ, ຫາກຍັງຕ້ອງຮັບປະກັນວ່າ​ບັນ​ດາ​​ນະ​ໂຍ​ບາຍ​ຊີ້​ຂາດນັ້ນ​ຕ້ອງ​ໄດ້ນຳ​ເຂົ້າ​ສູ່​ຊີ​ວີດ​.

ຕາມວາລະດຳເນີນປະຊຸມ, ກອງປະຊຸມສະ​ໄໝ​ສາ​ມັນ​ເທື່ອ​ທີສອງ, ສະ​ພາ​ແຫ່ງຊາດ ຫວຽດ​ນາມ ຊຸດທີ 16 ຈະພິຈາລະນາ, ປະ​ກອບຄຳເຫັນ ແລະ ຮັບຮອງກົດໝາຍ 43 ສະບັບ, ມະຕິ 2 ສະບັບ, ພ້ອມກັນ​ນັ້ນ​ຕົກ​ລົງ​ຫຼາຍ​ເນື້ອ​ໃນສຳຄັນກ່ຽວ​ກັບກັບການພັດທະນາເສດຖະກິດ - ສັງຄົມ, ງົບປະມານແຫ່ງລັດ, ແລະ ການຕິດຕາມກວດກາ.

ປ່ຽນ​ແປງ​ໃໝ່​ຈິນ​ຕະ​ນາ​ການໃນ​ການ​ສ້າງ​ກົດ​ໝາຍ, ການແກ້ໄຂບັນຫາ​ຈາກ​ຕົວ​ຈິງ

ທີ່​ບັນ​ດາ​ການ​ພົບ​ປະກັບຜູ້ມີສິດເລືອກຕັ້ງ​ກ່ອນ​ຈັດ​ກອງ​ປະ​ຊຸມ, ​ໄປ​ພ້ອມ​ກັບ​ຂໍ້​ສະ​ເໜີ​ແນະກ່ຽວກັບຊີວິດການເປັນຢູ່, ການຜະລິດ, ​ດຳ​ເນີນທຸລະກິດ​ແລ້ວ, ຜູ້​ມີ​ສິດເລືອກຕັ້ງກໍ່ໄດ້ຮັບຮູ້ເຖິງຄວາມພະຍາຍາມຂອງສະພາແຫ່ງຊາດ ໃນການ​ຍູ້​ແຮງ​ຄວາມ​ຄືບ​ໜ້າ​ໃນ​ການ​ສ້າງ​ກົດ​ໝາຍ. ທ່ານ​ນາງ ຟ້າມ​ທິ​ເລີ້ຍ, ຜູ້ມີສິດເລືອກ​ຕັ້ງ​ຢູ່​ຕາ​ແສງ ໄຊ່​ງອຍ, ນະຄອນ ໂຮ່ຈິມິນ, ​ຖືວ່າ:

“ກອງປະຊຸມວິສາມັນຄັ້ງທຳອິດ, ສະພາແຫ່ງຊາດໄດ້​ຮັບ​ຮອງ​ເອົາ​ກົດ​ໝາຍ, ມະຕິຫຼາຍສະບັບ. ທີ່ກອງ​ປະ​ຊຸມ, ສະພາແຫ່ງຊາດຈະພິຈາລະນາ, ​ຮັບ​ຮອງ​ເອົາ​ກົດ​ໝາຍ ແລະ ມະຕິ 43 ສະບັບ. ສິ່ງນີ້ໄດ້​ຮັບຖືວ່າ ​ການ​ປະ​ຕິ​ບັດວຽກງານຂອງສະພາແຫ່ງຊາດ​ແມ່ນ​ໄວ​ທີ່​ສຸດ ເພື່ອ​ຊ່ວຍ​ໃຫ້​ລັດ​ຖະ​ບານ ແລະ ​ບັນ​ດາອົງການຂອງລັດ​ມີ​ລະ​ບົບ​ກົດ​ໝາຍ​ຢ່າງ​ພຽງ​ພໍ ຮັບ​ປະ​ກັນ​ການ​ເຄື່ອນ​ໄຫວ​ຂອງກົງ​ຈັກ.”

ພ້ອມ​ກັບ​ລະ​ດັບ​ຄວາມ​ຄືບ​ໜ້າ, ຄຸນນະພາບ ແລະ ​ຄວາມ​ສາ​ມາດ​ເສີມ​ຂະ​ຫຍາຍບັນ​ດາຂໍ້ກຳນົດໃຫ້ປະສິດທິຜົນ​ກໍ່​ແມ່ນ​ຄວາມ​ຮຽກ​ຮ້ອງ​ທີ່​ສຳ​ຄັ​ນ. ທ່ານ ໂຕເລີມ, ເລຂາທິການໃຫຍ່ຄະ​ນະ​ບໍ​ລິ​ຫານງ​ານ​ສູນ​ກາງ​ພັກ​ກອມກອມນິດ ຫວຽດ​ນາມ, ປະທານປະເທດ ຫວຽດ​ນາມ, ຄະນະສະ​ມາ​ຊິກສະພາແຫ່ງຊາດນະຄອນ ຮ່າໂນ້ຍ, ໄດ້ເນັ້ນໜັກເຖິງການ​ກຳ​ນົດ​ທິດການ​ປ່ຽນ​ແປງ​ໃໝ່​ຈິນ​ຕະ​ນາ​ການ​ໃນ​ການ​ສ້າງ​ກົດ​ໝາຍ, ຕິດ​ພ​ັນ​ກັບ​ການ​ເຄື່ອນ​ໄຫວ​ນິ​ຕິ​ບັນ​ຍັດ​ກັບ​ເປົ້າໝາຍ​ພັດ​ທະ​ນາ.

“ຈິດ​ໃຈ​ລວມແມ່ນຕ້ອງສືບຕໍ່ສະແດງໃຫ້ເຫັນ​ບັນ​ດາ​ບາດ​ກ້າວ​ຫັນ​ປ່ຽນ​ສຳ​ຄັນ​ດ້ານ​ຈິນ​ຕະ​ນາ​ການ. ກົດໝາຍບໍ່​ພຽງ​ແຕ່​ເພື່ອຄຸ້ມຄອງເທົ່ານັ້ນ, ຫາກ​ຍັງ​ສ້າງ​ສັນ​ພັດ​ທະ​ນາ, ສ້າງເງື່ອນໄຂສະ​ດວກໃຫ້ແກ່​ການ​ເຄື່ອນ​ໄຫ​ວ​ຂອງ​ປະ​ຊາ​ຊົນ, ​ວິ​ສາ​ຫະ​ກິດ ແລະ ​ໃຫ້​ທັງລະບົບ​ອີກ​ດ້ວຍ.”

ໜຶ່ງໃນບັນດາຂົງເຂດຜູ້ມີສິດເລືອກຕັ້ງສືບ​ຕໍ່​ມີ​ຄວາມ​ສົນ​ໃຈ​ທີ່ກອງ​ປະ​ຊຸມ​ແມ່ນທີ່ດິນ, ດ້ວຍ​ບັນ​ດາ​ບັນ​ຫາ​ທີ່​ກ່ຽ​ວ​ຂ້ອງ, ຄື: ການກຳນົດລາຄາທີ່ດິນ, ການ​ຊົດ​ເຊີຍ, ການ​ໜູນ​ຊ່ວຍ ແລະ ​ຕັ້ງຖິ່ນຖານ​ຄົງ​ທີ່​ຄືນ​ໃໝ່... ​ເມື່ອ​ແຈ້ງຂໍ້ມູນກ່ຽວກັບ​ການ​ກຳ​ນົດ​ທິດ​ປັບປຸງກົດໝາຍ, ທ່ານນາຍົກລັດຖະມົນຕີ ເລມິງຮຶງ, ຄະນະສະ​ມາ​ຊິກ​ສະ​ພາແຫ່ງຊາດນະຄອນ ຫາຍຟ່ອງ, ໃຫ້ຮູ້ວ່າ:

“ໃນ​ໄລ​ຍະ​ຈະ​ມາ​ເຖິງນີ້, ເມື່ອ​ປັ​ບ​ປຸງກົດໝາຍວ່າດ້ວຍທີ່ດິນ, ພວກເຮົາຈະ​ປັບ​ປຸງກົດໝາຍວ່າດ້ວຍທີ່ດິນ, ກົດໝາຍວ່າດ້ວຍ​ເຮືອນ​ຢູ່, ກົດໝາຍວ່າດ້ວຍ​ການ​ດຳ​ເນີນທຸລະກິດອະສັງຫາລິມະຊັບ, ກົດໝາຍວ່າດ້ວຍການລົງທຶນ, ກົດໝາຍວ່າ​ດ້ວຍ​ການລົງທຶນ​ພາກລັດ ແລະ ກົດໝາຍວ່າດ້ວຍງົບປະມານຂອງລັດ ຢ່າງ​ຄົບ​ຊຸດ. ​ໝາຍ​ຄວາມ​ວ່າ ພວກເຮົາຈະແກ້ໄຂບັນ​ດາ​ບັນ​ຫາໂດຍ​ສັງ​ລວມ​, ​ໃນ​ນັ້ນ​ຈຸດ​ສຸມ​ແມ່​ນກົດໝາຍວ່າດ້ວຍທີ່ດິນ.”

ເພື່ອໃຫ້​ນະ​ໂຍ​ບາຍຊີ້ຂາດຕອບສະໜອງຄວາມຄາດ​ຫວັງຂອງ​ຜູ້​ມີ​ສິດ​ເລືອກ​ຕັ້ງ

ບໍ່​ພຽງ​ແຕ່​ກ່ຽວ​ຂ້ອງ​ເຖິງ​ບັນ​ດາ​ລະ​ບອບລະບຽບການ​ດ້ານກົດໝາຍ, ຜູ້ມີສິດເລືອກຕັ້ງຍັງ​ຕັ້ງຄາດຫວັງ​ໃນ​ຫຼາຍ​ເນື້ອ​ໃນ, ກ່ຽວຂ້ອງ​ເຖິງນະໂຍບາຍ​ພັດ​ທະ​ນາເສດຖະກິດພາກເອກະຊົນ, ການປະຕິຮູບລະບຽບການບໍລິຫານ, ການຫັນ​ເປັນດີຈີຕອນ ແລະ ອຳ​ນາດ​ການ​ປົກ​ຄອງສອງຂັ້ນ... ​ທ່ານນາງ ຮ່າ​ທິ​ງາ, ຮອງປະທານ, ເລຂາທິການໃຫຍ່ຄະນະກຳມະການສູນກາງແນວໂຮມປະ​ເທດ​ຊາດ ຫວຽດນາມ, ໃຫ້ຮູ້ວ່າ:

“ຜູ້ມີສິດເລືອກຕັ້ງ ແລະ ປະຊາຊົນປາດ​ຖະ​ນາຈະສືບຕໍ່ເອົາໃຈໃສ່​ຍົກ​ສູງພື້ນ​ໂຄງລ່າງດ້ານເຕັກນິກ, ເຕັກໂນໂລຊີ, ຮັບປະກັນວ່າບັນ​ດາລະບົບຂໍ້ມູນ, ໂດຍສະເພາະຂໍ້ມູນປະຊາກອນ, ທີ່ດິນໄດ້ເຊື່ອມຕໍ່ກັນ ແລະ ​ເປັນ​ເອ​ກະ​ພາບ, ຄົບ​ຊ​ຸດ, ພ້ອມ​ກັນ​ນັ້ນກໍ່ຫວັງວ່າ ການປະຕິຮູບການບໍລິຫານ ແລະ ​ການ​ຫັນ​ເປັນ​ດີ​ຈີ​ຕອນ​ຈະໄດ້​ຮັບ​ການ​ຜັນ​ຂະ​ຫຍາຍຢ່າງ​ແທດ​ຈິງ, ມີ​ປະ​ສິ​ທິ​ຜົນ, ສ້າງຄວາມ​ສະ​ດວກ​ໃຫ້​ແກ່​ປະ​ຊາ​ຊົນ ແລະ ວິ​ສາ​ຫະ​ກິດ.”

ປະສິດທິຜົນຂອງນະໂຍບາຍຍັງໄດ້ສະແດງໃຫ້ເຫັນຜ່ານຜົນການຈັດຕັ້ງປະຕິບັດ ແລະ ບັນ​ດາຜົນປະໂຫຍດທີ່ປະຊາຊົນໄດ້ຮັບ. ທ່ານ ດວ່ານມິງຮວນ, ​ຜູ້​ອຳ​ນວຍ​ການສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ, ຄະ​ນະສະມາຊິກສະ​ພາ​ແຫ່ງ​ຊາດແຂວງ ເງະອານ, ໄດ້ແບ່ງປັນວ່າ:

“ຜູ້ມີສິດເລືອກຕັ້ງບໍ່ພຽງແຕ່ເອົາ​ໃຈ​ໃສ່​ເຖິງ​ບັນ​ດາ​ບັນ​ຫາ​ກ່ຽວ​ຂ້ອງ​ຂອງ​ຄອບ​ຄົວ, ເຂດ​ຊຸມ​ຊົນ​ເທົ່າ​ນັ້ນ, ຫາກຍັງຕິດຕາມ ແລະ ປະກອບ​ຫຼາຍ​ຄຳເຫັນ​ກ່ຽວກັບບັນຫາລວມຂອງແຂວງ, ປະເທດຊາດ​ອີກ​ດ້ວຍ. ຄວາມປາຖະໜາຂອງພໍ່​ແມ່​ປະ​ຊາ​ຊົນແມ່ນຈະແຈ້ງ​ທີ່​ສຸດ, ແຜນນະໂຍບາຍຕ້ອງຖືກຕ້ອງ, ນະ​ໂຍ​ບາຍ​ຕ້ອງ​ຕິດ​ພັນ​ກັບ​ສະ​ພາ​ບການ​ຕົວ​ຈິງ.”

ກອງປະຊຸມສະໄໝສາມັນເທື່ອທີສອງ ສະພາແຫ່ງຊາດ ຫວຽດ​ນາມ ຊຸດທີ 16 ຈະເລີ່ມຕົ້ນດ້ວຍໜ້າ​ທີ່ສຳຄັນ​ທີ່​ມີ​ຕໍ່ການພັດທະນາ​ຂອງປະເທດ​ຊາດ. ​ຜູ້​ມີ​ສິດເລືອກຕັ້ງ​ໄດ້​ຕັ້ງ​ຄວາມຫວັງວ່າ ບັນຫາທີ່ປະຊາຊົນມີຄວາມສົນໃຈຈະຖືກສ່ອງ​ແສງ​ຢ່າງ​ຄົບ​ຖ້ວນ​ໃນ​ວິ​ວັດ​ການສ້າງ ແລະ ປະຕິບັດນະໂຍບາຍ, ຜ່ານນັ້ນ, ປະກອບສ່ວນແກ້ໄຂຄວາມຫຍຸ້ງຍາກ, ສ້າງ​ກຳ​ລັງ​ໜູນ​ໃຫ້ແກ່ການພັດທະນາ ແລະ ຮັບປະກັນວ່າ ປະຊາຊົນຈະໄດ້ຮັບຜົນປະໂຫຍດຈາກປະ​ສິດ​ທິ​ຜົນ​ຂອງ​ບັນ​ດາ​ນະໂຍບາຍເຫຼົ່ານີ້ຢ່າງແທ້ຈິງ.