ສ້າງ​ຮູບ​ແບບ​ພັດ​ທະ​ນາ​ໂດຍ​ອີງ​ໃສ່​ສະ​ມັດ​ຕະ​ພາບ, ພູມ​ປັນ​ຍາ, ເຕັກ​ໂນ​ໂລ​ຊີ ແລະ ມະ​ນຸດ​ ແມ່ນ​ບັນ​ດາ​ບາດ​ກ້າວ​ຫັນ​ປ່ຽນ​ຍຸດ​ທະ​ສາດໂດຍ ​ທ່ານ ໂຕ​ເລິມ, ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ, ປະ​ທານ​ປ​ະ​ເທດ ຫວຽດ​ນາມ ລະ​ບຸ​ແຈ້ງ​ ໃນ​ບົດ​ກ່າວ​ປາ​ໄສໄຂ​ກອງ​ປະ​ຊຸມ​ຄັ້ງ​ທີ 3 ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ ຊຸດ​ທີ 14, ຈັດ​ຂຶ້​ນ​ໃນ​ວັນ​ທີ 20 ກໍ​ລະ​ກົດ. ຕາມ​ບັນ​ດາ​ນັກ​ຊ່ຽວ​ຊານ, ນີ້ບໍ່​ພ​ຽງ​ແຕ່​ແມ່ນ​ການ​ປ່ຽນ​ແປງ​ຮູບ​ແບບ​ການ​ພັດ​ທະ​ນາ​ເທົ່າ​ນັ້ນ ຫາກຍັງ​ແມ່ນ​ການ​ປ່ຽນ​ແປງວິ​ທີ​ສ້າງ​ຊັບ​ສິນ ແລະ ທ່າໄດ້​ປ​ຽບ​ແຫ່ງ​ຊາດ​ອີກ​ດ້ວຍ.

ໃນ​ໄລ​ຍະ​ປະ​ເທດ​ຊາດ​ປ່ຽນ​ແປງ​ໃໝ່, ແຫຼ່ງ​ທຶນ, ແຫຼ່ງ​ຊັບ​ພະ​ຍາ​ກອນ ແລະ ແຮ​ງ​ງານ​ລາ​ຄາ​ຖືກ ​ແມ່ນ​ບັນ​ດາ​ກຳ​ລັງ​ໜູນ​ຂອງ​ການ​ເຕີບ​ໂຕຕົ້​ນ​ຕໍ ​ເພື່ອ​ສ້າງ​ບັນ​ດາ​ຜົນ​ງານ​ສຳ​ຄັນ​ຂອງ ຫວຽດ​ນາມ. ເຖິງ​ຢ່າງ​ໃດ​ກໍ່​ຕາມ, ໃນ​ສະ​ພາບການ​ແກ່ງ​ແຍ້ງ​ທົ່ວ​ໂລກ​ໃນ​ປະ​ຈຸ​ບັນ, ເລື່ອງ​ສ້າງ​ຮູບ​ແບບ​ພັດ​ທະ​ນາ​ໂດ​ຍ​ອີງ​ໃສ່​ສະ​ມັດ​ຕະ​ພາບ, ພູ​ມ​ປັນ​ຍາ, ເຕັກ​ໂນ​ໂລ​ຊ​ີ ແລະ ມະ​ນຸດ ພວມ​ກາຍ​ເປັນ​ຄວາມ​ຮຽກ​ຮ້ອງ​ທີ່​ຈຳ​ເປັນ​ເພື່ອ​ສ້າງ​ທ່າ​ໄດ້​ປຽບ ແລະ ການ​ເຕີບ​ໂຕ​ແບບ​ຍືນ​ຍົງ​ໃນ​ໄລ​ຍະ​ຍາວ.

ກຳ​ລັງ​ໜູນ​ເຕີບ​ໂຕ​ໃໝ່

“ປະ​ເທ​ດ​ຊາດ​ສ້າງຊັບ​ສິນ, ກຳ​ລັງ​ແກ່ງ​ແຍ້ງ​ດ້ວຍ​ວິ​ທີ​ໃດ​ໃນ​ໄລ​ຍະ​ຍາວ?” ເພື່ອ​ໃຫ້​ມີ​ຄຳ​ຕອບ​ນີ້, ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ຊີ້​ແຈ້ງວ່າ: ຕ້ອງ​ຫັນ​ປ່ຽນ​ຈາກ​ຮູບ​ແບບ​ເຕີບ​ໂຕ​ອີງ​ໃສ່​ທຶນ, ຊັບ​ພະ​ຍາ​ກອນ, ແຮງ​ງານ​ລາ​ຄາ​ຖືກເປັນສ່ວນ​ຫຼາຍນັ້ນ ໃຫ້​ໄປ​ສູ່​ຮູບ​ແບບ​ການ​ພັດ​ທະ​ນາ​ໂດຍ​ອີງ​ໃສ່​ສະ​ມັດ​ຕະ​ພາບ, ພູມ​ປັນ​ຍາ, ຂໍ້​ມູນ, ເຕັກ​ໂນ​ໂລ​ຊີ, ນະ​ວັດ​ຕະ​ກຳ, ແຫຼ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດທີ່​ມີ​ຄຸນ​ນະ​ພາບ​ສູງ ແລະ ການ​ຄຸ​້ມ​ຄອງ​ທັນ​ສະ​ໄໝ; ຜ່ານນັ້ນ ກໍ່ສ້າງ​ພື້ນ​ຖານ​ເສດ​ຖະ​ກິດ​ເອ​ກະ​ລາດ, ເປັນ​ເຈົ້າ​ຕົນ​ເອງ ແຕ່​ຍັງ​ເຊື່ອມ​ໂຍງ​ຢ່າງ​ມີ​ປະ​ສິດ​ທິ​ຜົນ.

ນີ້​ແມ່ນ​ບາດ​ກ້າວ​ຫັນ​ປ່ຽນ​ທີ່ມີ​ຄວາມ​ໝາຍ​ພິ​ເສດ ​ໃນ​ສະ​ພາບບັນ​ດາ​ທ່າ​ໄດ້​ປຽ​ບທີ່ເຄີຍ​ສ້າງ​ເປັນລະ​ດັບ​ຄວາມ​ໄວການ​ເຕີບ​ໂຕ​ສູງ​ຂອງ ຫວຽດ​ນາມ ພວມ​ຄ່ອຍ​ໆ​ຫຼຸດ​ລົງ. ຈາກ​ສະ​ພາບ​ການ​ພັດທະນາຕົວ​ຈິງໃນປັດຈຸບັນນັ້ນ, ທ່ານ​ ປອ ບຸຍ​ຮ​ວ່າຍ​ເຊີນ, ກຳ​ມະ​ການ​ຜູ້​ປະ​ຈຳ​ການ​ ກຳ​ມາ​ທິ​ການ​ວັດ​ທະ​ນະ​ທຳ ແລະ ສັງ​ຄົ​ມ ​ຂອງ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ, ຖື​ວ່າ:

“ນີ້​ແມ່ນ​ການ​ຫັນ​ປ່ຽນ​ໂດຍ​ພື້ນ​ຖານ. ຫວຽດ​ນາມ ບໍ່​ສາ​ມາດ​ແກ່ງ​ແຍ້ງ​ດ້ວຍ​ລາ​ຄາ​ຕ່ຳ​ອີກ ຫາກ​ຕ້ອງ​ແກ່ງ​ແຍ້ງ​ດ້ວຍ​ສະ​ມັດ​ຕະ​ພາບ, ພູມ​ປັນ​ຍາ, ຂໍ້​ມູນ, ເຕັກ​ໂນ​ໂລ​ຊີ, ນະ​ວັດ​ຕະ​ກຳ, ຄຸ​ນ​ນະ​ພາບ​ແຫຼ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ ແລະ ກຳ​ລັງ​ຄວາມ​ສາ​ມາດ​ຄຸ້ມ​ຄອງ. ຄວາມ​ໝາຍ​ຍຸດ​ທະ​ສາດ​ຂອງ​ບາດ​ກ້າ​ວ​ຫັນ​ປ່ຽນ​ນີ້​ແມ່ນ​ເພື່ອ​ຊ່ວຍ​ໃຫ້ ຫວຽດ​ນາມ ກາຍຂຶ້ນຈາກ​ບັນ​ດາ​ຂ​ອດ​ມູນ​ຄ່າ​ຕ່ຳ​ໃນ​ລະ​ບົບ​ຜ​ະ​ລິດ​ທົ່ວ​ໂລກ, ຍົກ​ສູງ​ຄວາມ​ສາ​ມາດ​ເປັນ​ເຈົ້າ ແລະ ສ້າງ​ພື້ນ​ຖານ​ໃຫ້​ແກ່​ກາ​ນ​ເຕີບ​ໂຕ​ຢ່າງ​ວ່​ອງ​ໄວ ແລະ ຍື​ນ​ຍົງ”.

ໃນ​ວິ​ວັດ​ການ​ຫັນ​ປ່ຽນ​ນັ້ນ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ຖື​ວ່າ ມະ​ນຸດ ພ້ອມ​ກັບ​ສະ​ມັດ​ຕະ​ພາບ, ພ​ູມ​ປັນ​ຍາ ແລະ ເຕັກ​ໂນ​ໂລ​ຊີ ແມ່ນ​ບັນ​ດາ​ເສົາ​ຄ້ຳ​ຂອງ​ຮູບ​ແບບ​ພັດ​ທະ​ນາ​ໃໝ່. ຕາມທ່ານ​ ປອ ບຸຍ​ຮ​ວ່າຍ​ເຊີນ ແລ້ວ, ນີ້​ແມ່ນ​ຈິ​ນ​ຕະ​ນາ​ການ​ພັດ​ທະ​ນາ​ທີ່ມີ​ລັກ​ສະ​ນະ​ໄລຍະຍາວ​.

“ໃນ​ສະ​ພາບ​ການ​ແກ່ງ​ແຍ້ງ​ທີ່ນັບ​ມື້​ນັບ​ຂຽວ​ຂາດ​ນັ້​ນ, ປະ​ເທດ​ໃດ​ເປັນ​ເຈົ້າ​ພູມ​ປັນ​ຍາ, ເປັນ​ເຈົ້າ​ເຕັກ​ໂນ​ໂລ​ຊີ ແລະ ແຫຼ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ​ທີ່ມີ​ຄຸນ​ນະ​ພາບ​ສູງ​ ກໍ່ຈະ​ມີ​ຫຼາຍໂອ​ກາດໄດ້ກຳ​ນົດ​ຢູ່​ໃນບັນ​ດາ​ຂອດ​ມີ​ມູນ​ຄ່າ​ເພ​ີ່ມ​ສູງກວ່າ. ພິ​ເສດ, ເລື່ອງ​ຖື​ມະ​ນຸດ​ເປັນ​ໃຈ​ກາງ​ຊີ້​ໃຫ້​ເຫັນ​ວ່າ ການ​ພັດ​ທະ​ນາບໍ່​ພຽງ​ແຕ່​ສ້າງ​ຊັບ​ສິນ​ໃຫ້​ຫຼາຍກວ່າ​ເທົ່າ​ນັ້ນ ຫາກ​ຍັງ​ຕ້ອງ​ຍົກ​ສູງ​ຄຸນ​ນະ​ພາບ​ການ​ດຳ​ລົງ​ຊີ​ວິດ, ໂອ​ກາດ​ພັດ​ທະ​ນາ ແລະ ຄວາມ​ຜາ​ສຸກ​ຂອງ​ປະ​ຊາ​ຊົນ”.

​ ຕັ້ງມະ​ນຸດ​ຢູ່​ໃຈ​ກາງ​ຂອງ​ຮູບ​ແບບ​ການ​ພັດ​ທະ​ນາ​ໃໝ່ ບໍ່​ພຽງ​ແຕ່ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍ​ເຕີບ​ໂຕ​ຢ່າງວ່ອງ​ໄວ​ກວ່າ​ເທົ່າ​ນັ້ນ ຫາກ​ຍັງ​ພັດ​ທະ​ນາ​ແບບ​ຍືນ​ຍົງ​ອີກ​ດ້ວຍ.

ຫັນ​ການ​ປະ​ຕິ​ບັດ​ກຳ​ລັງ​ໜູນ​ການ​ພັດ​ທະ​ນາ​ໃຫ້​ປະ​ກົດ​ຜົນ​ເປັນ​ຈິງ

ເພື່ອ​ສ້າງວິ​ທະ​ຍາ​ສາດ, ເຕັກ​ໂນ​ໂລ​ຊີ, ນະ​ວັດ​ຕະ​ກຳ, ການ​ຫັນ​ເປັນ​ດີ​ຈີ​ຕອນ ແລະ ປັນ​ຍາ​ປະ​ດິດ ຕ້ອງ​ຫັນ​ເປັນ​ສະ​ມັດ​ຕ​ະ​ພາບ, ຄຸນ​ນະ​ພາບ, ມູນ​ຄ່າ​ເພີ່ມ ແລະ ກຳ​ລັງ​ແກ່ງ​ແຍ້ງ, ຫວຽດ​ນາມ ຕ້ອງ​ສ້າງ​ບັນ​ດາ​ເງື່ອນ​ໄຂ​ກ່ຽວ​ກັບ​ລະ​ບອບ​ລະ​ບຽບ​ການ, ແຫຼ່ງ​ກຳ​ລັງ ແລະ ສະ​ພາບ​ແວດ​ລ​້ອມ​ນະ​ວັດ​ຕະ​ກຳ​ໃຫ້​ຄົບ​ຊຸດ ໄປ​ພ້ອມ​ກັບການປ່ຽນແປງໃໝ່ຮູບ​ແບບ​ການ​ພັດ​ທ​ະ​ນາ. ເພື່ອ​ປະ​ຕິ​ບັດ​ວິ​ໄສ​ທັດ​ການ​ກຳ​ນົດ​ທິດນ​ີ້​ໃຫ້​ປະ​ກົດ​ຜົນ​ເປັນ​ຈິງ, ທ່ານ​ ປອ ບຸຍ​ຮ​ວ່າຍ​ເຊີນ ຖື​ວ່າ:

“ກ່ອນ​ອືນ​ໝົດ, ຕ້ອງ​ມີ​ການ​ບຸກ​ທະ​ລຸກ່ຽວ​ກັບ​ລະ​ບອບ​ລະ​ບ​ຽບ​ການ. ກົດ​ໝາຍ​ຕ້ອງ​ໄປ​ທັນ​ກັບ​ເຕັກ​ໂນ​ໂລ​ຊີ​ໃໝ່, ມີ​ກົນ​ໄກ​ທົ​ດ​ລອງ​ມີ​ການ​ຄວບ​ຄຸມ, ປົ​ກ​ປ້ອງກຳ​ມະ​ສິດ​ພູມ​ປັນ​ຍາ; ພ້ອມ​ກັນ​ນັ້ນ ກໍ່ຍົກ​ເລີກ​ບັນ​ດາ​ລະ​ບຽບ​ການ​ທີ່​ກີດ​ຂວາງ​ການ​ລົງ​ທຶນ ແລະ ການ​ຫັນ​ເຕັກ​ໂນ​ໂລ​ຊີ​ເປັນ​ການ​ຄ້າ​. ຕ້ອງ​ມີ​ນະ​ໂຍ​ບາຍທີ່​ເຂັ້ມ​ແຂງ​ຢ່າງ​ພຽງ​ພໍ​ເພື່ອ​ດຶງ​ດູດ, ນຳ​ໃຊ້ ແລະ ຮັກ​ສາ​ຜູ້​ມີ​ຄວາມ​ເກັ່ງ​ກ້າ​ສາ​ມາດ, ຕ້ອງ​ນຳ​ວິ​ທະ​ຍາ​ສາດ​ໃຫ້​ກາຍ​ເປັນ​ໃຈ​ກາງ​ຂອງ​ລະ​ບົບ​ນະ​ວັດ​ຕະ​ກຳຊີວະພາບ. ສຸດ​ທ້າຍ, ພວກ​ເຮົາ​ຕ້ອງ​ພ​ັດ​ທະ​ນາ​ພື້ນ​ຖານ​ໂຄງ​ລ່າງ​ເຕັກ​ໂນ​ໂລ​ຊີ ແລະ ຂໍ້​ມູນ​ແຫ່ງ​ຊາດ​ໃຫ້​ຄົບ​ຊຸດ”.

ຈາກ​ແງ່​ມູມ​ເສດ​ຖະ​ກິດ, ທ່ານ​ ປອ ເລ​ຢຸຍ​ບິ່ງ, ນັກ​ຊ່ຽວ​ຊານ​ດ້ານ​ເສດ​ຖະ​ກິດ, ກໍ່​ຖື​ວ່າ:

“ຮູບ​ແບບ​ການ​ເຕີບ​ໂຕ​ໃໝ່​ນີ້​ຮຽກ​ຮ້ອງ​ໃຫ້​ພວກ​ເຮົາ​ຕ້ອງ​ມີ​ຄວາມ​ຮຽກ​ຮ້ອງ​ທີ​່​ຈຳ​ເປັນ, ຕົວ​ຢ່າງ​ຄື ​ແຫ​ຼ່ງ​ຊັບ​ພະ​ຍາ​ກອນ, ລະ​ບອບ​ລະ​ບ​ຽບ​ການ ແລະ ພິ​ເສດ​ແມ່ນ​ບັນ​ດາ​ປັດ​ໄຈ​ກ່ຽວ​ກັບ​ວິ​ທະ​ຍາ​ສາດ - ເຕັກ​ໂນ​ໂລ​ຊີ. ຄື​ແນວນັ້ນ, ພວກ​ເຮົາ​ຈຶ່ງຈະ​ສ້າງ​ລະ​ບອ​ບ​ລະ​ບຽບ​ການ​ໄດ້​ເປັນ​ຢ່າງ​ດີກວ່າ, ມີ​ສະ​ພາບ​ແວດ​ລ້ອມ​ແຫ່ງ​ການ​ລົງ​ທຶນ​ທີ່​ສະ​ດວກ ແລະ ໜູນ​ຊ່ວຍ​ໃຫ້​ແກ່​ວິ​ວັດ​ການ​ຫັນປ່ຽນ​ໄປ​ສູ່​ຮູບ​ແບບ​ການ​ເຕີບ​ໂຕ​ໃໝ່”.

ຄວາມ​ຮຽກ​ຮ້ອງ​ຕ້ອງ​ຫັນ​ປ່ຽນ​ຮູບ​ແບບ​ພັດ​ທະ​ນາ​ໃໝ່ ໂດຍ​ອີງ​ໃສ່ສະ​ມັດ​ຕະ​ພາບ, ພູມ​ປັນ​ຍາ, ເຕັກ​ໂນ​ໂລ​ຊີ ແລະ ມະ​ນຸດ ບໍ່​ພຽງ​ແຕ່ແມ່ນ​ການ​ປ່ຽນ​ແປງກ່ຽວ​ກັບ​ກຳ​ລັງ​ໜູນ​ກາ​ນ​ເຕີບ​ໂຕເທົ່າ​ນັ້ນ ຫາກ​ຍັງແມ່ນ​ພື້ນ​ຖານ​ເພື່ອ​ຍົກ​ສູງ​ກຳ​ລັງ​ໜູນ​ເນື້ອ​ໃນ, ເພີ່ມ​ກຳ​ລັງ​ແກ່ງ​ແຍ້ງ​ແຫ່ງ​ຊາດ ແລະ ປະ​ຕິ​ບັດ​ກ​ານ​ຫັນເປົ້າ​ໝາຍ​ພັດ​ທະ​ນາ​ຢ່າງວ່ອງ​ໄວ, ຍື​ນ​ຍົງ​ຂອງ​ປະ​ເທດ​ຊາດ​ໃນ​ສັງ​ກາດ​ໃໝ່​ໃຫ້​ປະ​ກົດ​ຜົນ​ເປັນ​ຈິງ./.