ໂດຍໄດ້ຈັດຂຶ້ນແຕ່ວັນທີ 18 - 28 ກັນຍາ ດ້ວຍວາລະປຶກສາລວມຂັ້ນສູງທີ່ຈັດຂຶ້ນແຕ່ວັນທີ 22 - 25 ກັນຍາ, ສັບປະດາຂັ້ນສູງສະໄໝປະຊຸມຄັ້ງທີ 81 ຂອງສະມັດຊາໃຫຍ່ສະຫະປະຊາຊາດ (UNGA-81) ຕ້ອງປະເຊີນກັບສິ່ງທ້າທາຍ ອັນໃຫຍ່ຫຼວງ ໃນການຮັດແຄບຄວາມແບ່ງແຍກລະຫວ່າງບັນດາປະເທດ, ໃນສະພາບຄວາມເຄັ່ງຕຶງດ້ານພູສາດການເມືອງໃນໂລກພວມເພີ່ມຂຶ້ນ, ພ້ອມກັບບັນດາສິ່ງທ້າທາຍຢ່າງໃຫຍ່ຫຼວງດ້ານເຕັກໂນໂລຊີ ແລະ ດິນຟ້າອາກາດ.
ດ້ວຍຫົວຂໍ້ “ຟື້ນຟູຄວາມໄວ້ເນື້ອເຊື່ອໃຈ, ຄຸ້ມຄອງການຫັນປ່ຽນ: ສະຫະປະຊາຊາດ ນຳມາເຊິ່ງຜົນປະໂຫຍດໃຫ້ແກ່ທຸກຄົນ,” ສັບປະດາຂັ້ນສູງ UNGA ຄັ້ງທີ 81, ດ້ວຍການເຂົ້າຮ່ວມຂອງປະມຸກລັດທີ່ມາຈາກຫຼາຍປະເທດ, ຕ້ອງປະເຊີນໜ້າກັບເລື່ອງທີ່ໃຫຍ່ຫຼວງແມ່ນ ຕ້ອງພິສູດໃຫ້ເຫັນວ່າລັດທິຫຼາຍຝ່າຍ ຍັງສາມາດສ້າງໝາກຜົນອັນລະອຽດຜ່ານການສົນທະນາທີ່ມີຄຸນນະພາບ.
ປ່ຽນແປງເພື່ອກູ້ເອົາລັດທິຫຼາຍຝ່າຍ
ສັນຕິພາບ ແລະ ຄວາມໝັ້ນຄົງທົ່ວໂລກສືບຕໍ່ເປັນຫົວຂໍ້ສຳຄັນທີ່ສຸດຢູ່ UNGA-81, ເມື່ອບັນດາການຂັດແຍ່ງກັນທີ່ແກ່ຍາວຍັງຄົງຜັນແປຢ່າງສັບສົນຢູ່ ຢູແກຼນ, ຕາເວັນອອກກາງ, ແລະ ຫຼາຍພາກພື້ນອື່ນໆຂອງໂລກ. ບັນດາການປະທະກັນດັ່ງກ່າວເຮັດໃຫ້ຄວາມໄວ້ເນື້ອເຊື່ອໃຈຕໍ່ຄວາມສາມາດຮັກສາຄວາມເປັນລະບຽບຮຽບຮ້ອຍທົ່ວໂລກ ແລະ ການຊຸກຍູ້ມາດຕະການແກ້ໄຂຂອງບັນດາລະບອບລະບຽບການໃນທົ່ວໂລກ, ໃນນັ້ນມີສະຫະປະຊາຊາດເປັນໃຈກາງ, ຖືກປະສົບກັບສິ່ງທ້າທາຍ. ຕາມວົງການນັກສັງເກດການ, ບັນຫາຢູ່ທີ່ນີ້ນັ້ນແມ່ນ ຄວາມພະຍາຍາມເພື່ອແກ້ໄຂສະພາບຂາດຄວາມໄວ້ເນື້ອເຊື່ອໃຈຖືກກີດຂວາງຍ້ອນຄວາມຂັດແຍ້ງກັນຢູ່ພາຍໃນສະຫະປະຊາຊາດເອງ, ພິເສດແມ່ນກຸ່ມບັນດາປະເທດສະມາຊິກ ຖາວອນຂອງສະພາຄວາມໝັ້ນຄົງ, ທີ່ເຄີຍມີສິດຢັບຢັ້ງ. ກ່ອນທີ່ດຳເນີນ UNGA-81, ທ່ານ Antonio Guterres, ເລຂາທິການໃຫຍ່ສປຊ ຊີ້ແຈ້ງວ່າ:
“ບັນດາການນຳໃນໂລກພວມເຕົ້າໂຮມກັນຢູ່ສະຫະປະຊາຊາດ ໃນສັງກາດທີ່ມີຄວາມຜັນຜວນອັນເລິກເຊິ່ງຫຼາຍຢ່າງ. ພ້ອມກັນນັ້ນ, ຄວາມສົມດຸນສິດອຳນາດພວມຫັນປ່ຽນງ. ໂລກພວມປ່ຽນແປງ, ແລະ ບັນດາລະບອບລະບຽບການຂອງພວກເຮົາກໍ່ຕ້ອງປ່ຽນແປງໄປຕາມ. ເຖິງຢ່າງໃດກໍ່ຕາມ, ການປ່ຽນໃໝ່ໂຄງສ້າງບໍ່ໝາຍຄວາມວ່າປະລະບັນດາຫຼັກການຂອງຕົນ."
ເພື່ອເພີ່ມກຳລັງແຮງໃຫ້ລັດທິຫຼາຍຝ່າຍ, ຢູ່ນອກ UNGA-81, ກອງປະຊຸມ ສຸດຍອດຄູ່ຮ່ວມມືເພື່ອລັດທິຫຼາຍຝ່າຍ, ກົດໝາຍສາກົນ, ສັນຕິພາບ ແລະ ຄວາມວັດທະນາຖາວອນ (P4M) ເຊິ່ງສະຫະພາບ ເອີລົບ (EU), ການາດາ ແລະ ເຄນຢາ ຮ່ວມຈັດຕັ້ງໃນວັນທີ 21 ກັນຍາ. ທີ່ກອງປະຊຸມ, ບັນດາຝ່າຍໄດ້ເຫັນດີຜັນຂະຫຍາຍຂໍ້ລິເລີ່ມຄູ່ຮ່ວມມືເພື່ອລັດທິຫຼາຍຝ່າຍ. ທ່ານ Subrahmanyam Jaishankar, ລັດຖະມົນຕີກະຊວງການຕ່າງປະເທດ ອິນເດຍ ເນັ້ນໜັກວ່າ:
"ເພື່ອໃຫ້ລັດທິຫຼາຍຝ່າຍສາມາດກ້າວຂຶ້ນ, ແມ່ນຕ້ອງເພີ່ມທະວີທັງວຽກງານຂົນຂວາຍ ແລະ ການປະຕິບັດຂອງລັດທິດັ່ງກ່າວ. ສະນັ້ນ, ການປະຕິຮູບລັດທິຫຼາຍຝ່າຍແມ່ນສິ່ງທີ່ຈຳເປັນ. ຮອດເວລາແລ້ວທີ່ຕ້ອງດຳເນີນການປຶກສາໂດຍມີການເຂົ້າຮ່ວມຢ່າງກວ້າງຂວາງ ແລະ ຂັ້ນຕອນອອກຂໍ້ຕົກລົງກໍ່ຕ້ອງໂປ່ງໃສກວ່າ."
ກໍ່ກ່ຽວຂ້ອງເຖິງບັນຫາສັນຕິພາບ - ຄວາມໝັ້ນຄົງໃນໂລກ, ສິ່ງທີ່ໜ້າສົນໃຈທີ່ UNGA-81 ແມ່ນການເຂົ້າຮ່ວມຂອງທ່ານ Masoud Pezeshkian, ປະທານາທິບໍດີ ອີຣານ. ນີ້ແມ່ນເຈົ້າໜ້າທີ່ຂັ້ນສູງສຸດຂອງ ອີຣານ ທີ່ມີໜ້າຢູ່ດິນແດນ ອາເມລິກາ ນັບແຕ່ເວລາເກີດການປະທະກັນລະຫວ່າງ ອາເມລິກາ (ແລະ ອິດສະຣາເອນ) ກັບ ອີຣານ ໃນທ້າຍເດືອນ ກຸມພາ ປີນີ້.
ການຄຸ້ມຄອງເຕັກໂນໂລຊີ ແລະ ການພັດທະນາແບບຍືນຍົງ
ພ້ອມກັບຄວາມໝັ້ນຄົງ ແລະ ສັນຕິພາບ, ການຄຸ້ມຄອງເຕັກໂນໂລຊີທົ່ວໂລກ (ພິເສດແມ່ນປັນຍາປະດິດ - AI), ເພີ່ມຄວາມໄວໃນການປະຕິບັດສຳເລັດບັນດາເປົ້າໝາຍພັດທະນາແບບຍືນຍົງ (SDGs), ຕ້ານການປ່ຽນແປງຂອງດິນຟ້າອາກາດ, ການຮັບມືກັບໂລກລະບາດ ຫຼື ຮັກສາບັນດາຄຳໝັ້ນສັນຍາກ່ຽວກັບການປົດອາວຸດນິວເຄຼຍ... ແມ່ນບັນດາບຸລິມະສິດຕໍ່ໄປຂອງສັບປະດາຂັ້ນສູງ UNGA-81. ໃນຈຳນວນນີ້, ການຄຸ້ມຄອງເຕັກໂນໂລຊີທົ່ວໂລກເພື່ອແນໃສ່ຂຸດຄົ້ນຂໍ້ມູນໃຫຍ່ ແລະ AI, ພ້ອມທັງຫຼຸດຜ່ອນຄວາມສ່ຽງກ່ຽວກັບ AI, ການຮັດແຄບຊ່ອງຫວ່າງດ້ານດິຈິຕອນລະຫວ່າງບັນດາປະເທດ, ພວມແມ່ນຄວາມຕ້ອງການອັນຮີບດ່ວນ.
ທ່ານ Antonio Guterres, ເລຂາທິການໃຫຍ່ ສປຊ ກ່າວເຕືອນວ່າ:
"ນີ້ແມ່ນບັນຫາມີລັກສະນະທົ່ວໂລກ. AI ບໍ່ມີພົມແດນ. ມີບາງປະເທດກຳມະສິດຄວາມສາມາດສູງສຸດ ແລະ ກໍ່ຢູ່ໃນບັນດາປະເທດນີ້ ຄວາມສ່ຽງກໍ່ໃຫຍ່ກວ່າ. ເຖິງຢ່າງໃດກໍຕາມ, ຖ້າຈີນຕະນາການແກ່ງແຍ້ງມີທ່າໄດ້ປຽບ, ພວກເຮົາຕ້ອງປະເຊີນໜ້າກັບຄວາມສ່ຽງການແຂ່ງຂັນກັນຫຼຸດມາດຕະຖານລົງກ່ຽວກັບຄວາມປອດໄພ, ເມື່ອແຕ່ລະຝ່າຍລ້ວນແຕ່ພະຍາຍາມລື່ນກາຍອີກຝ່າຍນ"
ບັນດາເປົ້າໝາຍການພັດທະນາແບບຍືນຍົງ (SDGs) ແມ່ນບູລິມະສິດຫຼັກ ອີກອັນໜຶ່ງ. ໂລກມີເວລາພຽງ 4 ປີອີກເພື່ອຫັນ 17 ເປົ້າໝາຍ SDGs ໃຫ້ປະກົດຜົນເປັນຈິງຕາມໂຄງການດຳເນີນງານ 2030 ແຕ່ບັນດາບົດລາຍງານຫຼ້າສຸດຂອງ ສະຫະປະຊາຊາດ ສະແດງໃຫ້ເຫັນວ່າ ລະດັບຄວາມໄວໃນການປະຕິບັດ SDGs ພວມຊັກຊ້າລົງ. ສະນັ້ນ, SDGs ຕ້ອງກັບຄືນສູ່ທີ່ຕັ້ງແຖວໜ້າໃນບັນດາ ຄຳໝັ້ນສັນຍາດຳເນີນງານຂອງບັນດາປະເທດ. ທ່ານ Khalilur Rahman, ປະທານສະມັດຊາໃຫຍ່ສະຫະປະຊາຊາດ, ຊີ້ແຈ້ງວ່າ:
"ພາຍຫຼັງກວ່າ 1 ທົດສະວັດ, ວິໄສທັດດັ່ງກ່າວໄດ້ນຳມາເຊິ່ງບັນດາຄວາກ້າວໜ້າໃຫ້ແກ່ການດຳລົງຊີວິດຂອງປະຊາຊົນໃນທົ່ວໂລກ. ເກືອບ 1 ຕື້ຄົນໄດ້ເຂົ້າເຖິງນ້ຳດື່ມທີ່ໄດ້ຮັບການຄຸ້ມຄອງຢ່າງປອດໄພ, ແລະ 1,2 ຕື້ຄົນສາມາດ ເຂົ້າເຖິງບັນດາການບໍລິການອະນາໄມໃນການຄຸ້ມຄອງຢ່າງປອດໄພ. ໄຟຟ້າໄດ້ ເຂົ້າເຖິງ 90% ຈຳນວນປະຊາກອນໂລກ, ໃນນັ້ນ 1/3 ທີ່ໄດ້ສະໜອງຈາກແຫຼ່ງພະລັງງານທົດແທນ."
ສຸດທ້າຍ, ນອກຈາກບັນດາສິ່ງທ້າທາຍດ້ານນະໂຍບາຍແລ້ວ, UNGA-81 ຍັງເປັນເວທີໃຫ້ແກ່ວິວັດການຫັນປ່ຽນລະບອບລະບຽບການມີລັກສະນະປະຫວັດ ສາດ, ເມື່ອສະມັດຊາໃຫຍ່ຈະປຶກສາກ່ຽວກັບການປະຕິຮູບ ສະຫະປະຊາຊາດ, ພ້ອມກັບການເລີ່ມຕົ້ນວິວັດການຄັດເລືອກເລຂາທິການໃຫຍ່ຄົນຕໍ່ໄປ.
