ຮຸ່ງເຊົ້າວັນທີ 16 ສິງຫາ, ປະມານ 600 ເຄື່ອງວັດຖຸບິນບໍ່ມີຄົນຂັບ (UAV) ຂອງ ຢູແກຼນ ໄດ້ເລັ່ງໃສ່ເປົ້າໝາຍຢູ່ ມົດສະກູ, ເປັນຂີດໝາຍຂອງການບຸກໂຈມຕີດ້ວຍ UAV ທີ່ມີຂອບຂະໜາດໃຫຍ່ກວ່າໝູ່ ເລັ່ງໃສ່ນະຄອນຫຼວງຂອງ ລັດເຊຍ ນັບແຕ່ເວລາການປະທະກັນລະຫວ່າງ ລັດເຊຍ-ຢູແກຼນ ເກີດຂຶ້ນເມື່ອເດືອນກຸມພາ ປີ 2022.
ເພີ່ມຄວາມເສຍຫາຍໃຫ້ສາມັນຊົນ
ຈຳນວນຕົວເລກໂດຍຄະນະຕິດຕາມກວດກາສິດທະມະນຸດຂອງ ສປຊ ປະຈຳ ຢູແກຼນ (HRMMU) ໃຫ້ຮູ້ວ່າ: ໃນເດືອນກໍລະກົດ ປີ 2026, ຢູ່ ຢູແກຼນ ມີສາມັນຊົນເສຍຊີວິດ ກວ່າ 430 ຄົນ ແລະ ກວ່າ 2.600 ຄົນຖືກບາດເຈັບ, ໃນຂະນະທີ່ ລັດເຊຍ ມີປະມານ 80 ຄົນເສຍຊີວິດ ແລະ ກວ່າ 600 ຄົນຖືກບາດເຈັບ, ຊື່ງເປັນຂີດໝາຍໃນເດືອນທີ່ມີຈຳນວນຜູ້ບາດເຈັບລົ້ມຕາຍຫຼາຍກວ່າໝູ່ນັບແຕ່ກາງປີ 2022. ບັນດາເປົ້າໝາຍພົນລະເຮືອນຖືກທຳລາຍຢູ່ທັງສອງຝ່າຍກໍ່ນັບມື້ນັບເປີດເປັນວົງກ້ວາງອອກ. ທ່ານ Farhan Haq ຮອງໂຄສົກຂອງ ສປຊ ໃຫ້ຮູ້ວ່າ:
ບັນດາການບຸກໂຈມຕີຄັ້ງຫຼ້າສຸດນີ້ ໄດ້ເຊື່ອມຕໍ່ຮູບແບບເຕືອນໄພກ່ຽວກັບການເພີ່ມບັນດາບັ້ນດັກໂຈມຕີເລັ່ງໃສ່ບັນດາເຂດທີ່ມີ ປຊຊ ດຳລົງຊີວິດຢູ່ຫຼາຍ; ຕາມບັນດາບົດລາຍງານ, ສະພາບນີ້ໄດ້ພາໄປເຖິງການເພີ່ມຂຶ້ນໃນລະດັບສະຖິຕິກ່ຽວກັບຈຳນວນສາມັນຊົນຖືກບາດເຈັບລົ້ມຕາຍ ກໍ່ຄືການທຳລາຍເຮືອນຢູ່ ແລະ ພື້ນຖານໂຄງລ່າງຢູ່ ຢູແກຼນ ໃນພື້ນທີ່ກ້ວາງ ແລະ ນັບມື້ນັບເພີ່ມຂຶ້ນຢູ່ ສະຫະພັນ ລັດເຊຍ ເຊັ່ນດຽວກັນ.
ເລື່ອງ ລັດເຊຍ ເພີ່ມລະດັບຄວາມໄວໃນການຜະລິດອາວຸດ ໃນຂະນະທີ່ອຳນາດການປົກຄອງ ອາເມລິກາ ພວມຊັ່ງຊາການສະໜອງໃບອະນຸຍາດໃຫ້ ຢູແກຼນ ຜະລິດລູກສອນໄຟປ້ອງກັນອາກາດ Patriot ໃຫ້ເຫັນວ່າ ທັງສອງຝ່າຍພວມກະກຽມໃຫ້ແກ່ການປະທະກັນທີ່ສືບຕໍ່ແກ່ຍາວ. ທ່ານ Thomas Withington, ຜູ້ຊ່ຽວຊານການຄົ້ນຄ້ວາເຊື່ອມຕໍ່ຢູ່ວິທະຍາຄານບັນດາເຫຼົ່າທັບເອກະພາບພະບໍລົມວົງສານຸວົງ ອັງກິດ (RUSI), ໃຫ້ຂໍ້ສັງເກດວ່າ:
ນີ້ບໍ່ແມ່ນມາດຕະການທັນທີໃຫ້ແກ່ບັນດາບັນຫາກ່ຽວກັບອາວຸດ; ເວົ້າແນວອື່ນ, ມັນບໍ່ສາມາດແກ້ໄຂບັນດາໄພນາບຂູ່ດ້ານປ້ອງກັນອາກາດ ຊື່ງ ຢູແກຼນ ຕ້ອງປະເຊີນໜ້າໃນອະນາຄົດອັນໃກ້ໆນີ້ໄດ້ໃນທັນທີ. ເຖິງແນວນັ້ນກໍ່ຕາມ, ການກະທຳນີ້ຈະເຮັດໃຫ້ ລັດເຊຍ ເຫັນວ່າ ຢູແກຼນ ພວມກະກຽມສົງຄາມທາງອາກາດທີ່ແກ່ຍາວ ແລະ ກຽມພ້ອມໃນການປ້ອງກັນຕົວໃນສະພາບການນັ້ນ. ດັ່ງນັ້ນ, ນີ້ແມ່ນສັນຍານດ້ານການເມືອງສຳຄັນທີ່ ຢູແກຼນ ໄດ້ສົ່ງໄປຍັງ ລັດເຊຍ.
ການສູ້ຢັນກັນເພີ່ມຄວາມເຄັ່ງຕຶງຂຶ້ນ
ສຳລັບການພົວພັນ ອາເມລິກາ-ລັດເຊຍ, ເລື່ອງຄວາມເຄັ່ງຕຶງໃນການພົວພັນລະຫວ່າງ ລັດເຊຍ-ຢູແກຼນ ເພີ່ມຂຶ້ນ ກໍ່ໄດ້ສ່ອງແສງເຖິງຄວາມປະລາໄຊຂອງບັນດາຄວາມມານະພະຍາຍາມທາງການທູດ ຊື່ງສອງປະເທດໄດ້ດຳເນີນໄປພາຍຫຼັງກອງປະຊຸມພົບປະສຸດຍອດ ອາເມລິກາ-ລັດເຊຍ ເມື່ອເດືອນສິງຫາ ປີ 2025 ຢູ່ Alaska ປະເທດ ອາເມລິກາ. ຈາກການຕຳນິຕໍ່ວ່າ ອາເມລິກາ ບໍ່ໄດ້ປະຕິບັດ “ຄວາມເຫັນດີເຫັນພ້ອມ Alaska” ອີກນັ້ນ, ໃນໄລຍະມໍ່ໆມານີ້, ມົດສະກູ ມີຄວາມຂ້ຽວຂາດກວ່າ ເມື່ອຖືວ່າ: ອາເມລິກາ ຕ້ອງຍົກອອກຄຳຕອບທີ່ຈະແຈ້ງກ່ຽວກັບບົດບາດຂອງ ວໍຊິງຕັນ ໃນບັນດາບັ້ນບຸກໂຈມຕີຂອງ ຢູແກຼນ ເລັ່ງໃສ່ ລັດເຊຍ ທີ່ເພີ່ມຂຶ້ນ. ວັນທີ 14 ສິງຫາ, ທ່ານ Sergei Lavrov ລັດຖະມົນຕີການຕ່າງປະເທດ ລັດເຊຍ ຖະແຫຼງວ່າ:
ລັດເຊຍ ໄດ້ສົ່ງບັນດາຄຳຖາມໄປຍັງກະຊວງການຕ່າງປະເທດ ອາເມລິກາ ເພື່ອສະເໜີໃຫ້ມີຄຳຕອບ - ລວມມີບັນດາບັນຫາກ່ຽວຂ້ອງເຖິງຂໍ້ມູນສືບລາຊະການລັບ ແລະ ເລື່ອງ ອາເມລິກາ ເຂົ້າຮ່ວມລົງເລິກ ນັບທັງຂອດສ້າງແຜນການ ແລະ ປະຕິບັດບັນດາບັ້ນບຸກໂຈມຕີເລັ່ງໃສ່ບັນດາເປົ້າໝາຍພົນລະເຮືອນທີ່ຕັ້ງຢູ່ເລິກໃນເຂດດິນແດນ ລັດເຊຍ. ພວກຂ້າພະເຈົ້າພວມລໍຖ້າຄຳຕອບ.
ສຳລັບບັນດາປະເທດ ເອີລົບ, ຄຳກ່າວເຕືອນຈາກ ລັດເຊຍ ຫາກໍ່ໄດ້ຍົກອອກມາຢູ່ຂັ້ນສູງສຸດ ຂະນະທີ່ໃນວັນທີ 12 ສິງຫາ, ທ່ານ Vladimir Putin ປະທານາທິບໍດີ ລັດເຊຍ ໄດ້ຖະແຫຼງວ່າ ລັດເຊຍ ຈະໂຕ້ຕອບ ບັນດາປະເທດ ເອີລົບ ເທົ່າທີ່ຄວນ, ຖ້າຫາກວ່າ ບັນດາປະເທດນີ້ ສືບຕໍ່ການຈັບກຳປັ່ນການຄ້າລຳຕ່າງໆຂອງ ລັດເຊຍ, ຊື່ງແມ່ນການກະທຳທີ່ ລັດເຊຍ ຖືວ່າ ລະເມີດກົດໝາຍວ່າດ້ວຍການເດີນທະເລສາກົນ ເຖິງວ່າ ຝ່າຍ ເອີລົບ ຈະອ້າງວ່າ ນີ້ແມ່ນ “ກຳປັ່ນເງົາມືດ” ຂອງ ລັດເຊຍ ແນໃສ່ຫຼີກລ່ຽງບັນດາຄຳສັ່ງລົງໂທດຂອງກຸ່ມນີ້. ນີ້ແມ່ນຄັ້ງທຳອິດທີ່ການນຳສູງສຸດຂອງ ລັດເຊຍ ໄດ້ຍົກອອກຄຳກ່າວເຕືອນຈະໂຕ້ຕອບໂດຍກົງ, ອັນໄດ້ສ່ອງແສງໃຫ້ເຫັນວ່າ ລະດັບເພີ່ມຂຶ້ນຂອງຄວາມສູ້ຢັນກັນລະຫວ່າງສອງປະເທດ ໄດ້ກ້າວເຂົ້າລະດັບອັນຕະລາຍແລ້ວ ແລະ ມີຄວາມສ່ຽງທີ່ຈະບໍ່ສາມາດຄວບຄຸມໄດ້ໃນຂອບເຂດຂອງການປະທະກັນພຽງແຕ່ລະຫວ່າງ ລັດເຊຍ-ຢູແກຼນ./.
