ໃນ​ຊຸມມື້​ທີ່​ຜ່ານ​ມາ, ການ​ປະ​ທະ​ກ​ັນ​ລະ​ຫວ່າງ ລັດ​ເຊຍ-ຢູ​ແກຼນ ໄດ້​ຮັບ​ຮູ້​ສັນ​ຍານທີ່​ຕັ້ງ​ໜ້າ​ຈຳ​ນວນ​ໜຶ່ງ ຂະ​ນະ​ທີ່​ບັນ​ດາ​ຝ່າຍ ໄດ້​ຮັບ​ຮູ້​ວ່າ​ຈະ​ເຊື່ອມ​ຕໍ່​ການ​ເຈ​ລະ​ຈາ​ສາມ​ຝ່າຍ ອາ​ເມ​ລິ​ກາ-ລັດ​ເຊຍ-ຢູ​ແກຼນ ໃນ​ເດືອນ​ພະ​ຈິກ. ແຕ່​ເຖິງ​ແນວນັ້ນ​ກໍ່​ຕາມ, ເງື່ອນ​ໄຂ​ທີ່ ມົດ​ສະ​ກູ ແລະ ກີ​ແອບ ຍົກ​ອອກ​ມາ ສະ​ແດງ​ໃຫ້​ເຫັນ​ວ່າ ເສັ້ນ​ທາງ​ພາ​ໄປ​ເຖິງ​ການ​ບັນ​ລຸ​ຂໍ້​ຕົກ​ລ​ົງ​ໄລ​ຍະ​ຍາວ ແນ​ໃສ່​ຢຸດ​ຕິ​ການ​ປະ​ທະ​ກັນ​ທີ່​ແກ່​ຍາວ​ເປັນ​ເວ​ລາ​ກວ່າ 4 ປີ​ທີ່​ຜ່ານ​ມາ ຍັງ​ມີ​ສິ່ງ​ທ້າ​ທາຍຫຼາຍ​ປະ​ການ​ຢູ່.

ວັນ​ທີ 23 ຕຸ​ລາ, ທ່ານ Volodymyr Zelensky, ປະ​ທາ​ນາ​ທິ​ບໍ​ດີ ຢູ​ແກຼນ ໄດ້​ຮັບ​ຮູ້​ວ່າ ບັນ​ດາ​ນັກ​ເຈ​ລະ​ຈາ​ສັນ​ຕິ​ພາບ​ມາ​ຈາກ ຢູ​ແກຼ​ນ, ລັດ​ເຊຍ ແລະ ອາ​ເມ​ລິ​ກາ ໄດ້​ເຫັນ​ດີ​ເປັນ​ເອ​ກະ​ພາ​ບຈັດ​ການ​ປະ​ຊຸມ​ຂັ້ນ​ເຕັກ​ນິກ​ໃນ​ເຄິ່ງ​ຕົ້ນ​ເດືອນ​ພະ​ຈິກ​ຢູ່ Abu Dhabi-ສະ​ຫະ​ລັດ ອາ​ຣັບ ເອ​ມີ​ເລດ-UAE. ຕໍ່​ຈາກນັ້ນ, ວັນ​ທີ 27 ຕຸ​ລາ, ການ​ນຳ​ສອງ​ປະ​ເທດ​ເອີ​ລົບ​ເໜືອ​ຄື ນອກ​ແວ ແລະ ແຟງ​ລັງ ກໍ່ໄດ້​ດຳ​ເນີນ​ການ​ໂອ້​ລົມ​ທາງ​ໂທ​ລະ​ສັບ​ໂດຍ​ກົງ​ກັບ​ທ່ານ Vladimir Putin ປະ​ທາ​ນາ​ທິ​ບໍ​ດີ ລັດ​ເຊຍ.

ສັນ​ຍານ​ທີ່​ຕັ້ງ​ໜ້າ

ການ​ໂອ້​ລົມ​ທາງ​ໂທ​ລະ​ສັບລະ​ຫວ່າງ​ ທ່ານ Jonas Gahr Stoere ປະ​ທາ​ນາ​ທິ​ບໍ​ດີ ນອກ​ແວ ແລະ​ ທ່ານ Alexander Stubb ປະ​ທາ​ນາ​ທິ​ບໍ​ດີ ແຟງ​ລັງ ກັບ​​ທ່ານ Vladimir Putin ປະ​ທາ​ນາ​ທິ​ບໍ​ດີ ລັດ​ເຊຍ ໄດ້​ດຳ​ເນີນ​ພາຍຫຼັງ 2, 3 ວັນຂອງ​ການ​ພົບ​ປະ​ສຳ​ຄັນ​ລະ​ຫວ່າງ​ຜູ້​ຕາງ​ໜ້າ ຢູ​ແກຼ​ນ ກັບ​ບັນ​ດາ​ປະ​ເທດ​ສຳ​ພັນ​ທະ​ມິດ​ເມື່ອ​ວັນ​ທີ 20 ຕຸ​ລາ​ ຢູ່ Oslo, ນອ​ກ​ແວ. ທ່ານ Alexander Stubb ປະ​ທາ​ນາ​ທິ​ບໍ​ດີ ແຟງ​ລັງ ໃຫ້​ຮູ້​ວ່າ:

ການ​ແລກ​ປ່ຽນ​ກັບ​​ທ່ານປະ​ທາ​ນາ​ທິ​ບໍ​ດີ ລັດ​ເຊຍ Vladimir Putin ໄດ້​ດຳ​ເນີນ​ໄປ​ແບ​ບ​ເປັນ​ມື​ອາ​ຊີບ ແລະ​ ກົງ​ໄປ​ກົງ​ມາ. ປະ​ຈຸ​ບັນ, ຂັ້ນ​ຕອນ​ໃຫ້​ແກ່​ການ​ພົບ​ປະ​ລະ​ຫວ່າງ​ການ​ນຳ ອາ​ເມ​ລິ​ກາ, ຢູ​ແກຼ​ນ, ລັດ​ເຊຍ ແລະ ບັນ​ດາ​ຝ່າຍ ເອີ​ລົບ ຢ​ູ່ Abu Dhabi ໃນ​ຈຸດ​ເວ​ລາ​ໃດ​ໜຶ່ງ​ໃນ​ເດືອນ​ພະ​ຈິກ ໄດ້​ເປີດ​ອອກແລ້ວ. ທ່ານປະ​ທາ​ນາ​ທິ​ບໍ​ດີ ນອກ​ແວ ແລະ ຂ້າ​ພະ​ເຈົ້າ ຖື​ວ່າ ສິ່ງ​ສຳ​ຄັນ​ແມ່ນ​ບັນ​ດາ​ປະ​ເທດ​ມີ​ເສັ້ນ​ຊາຍ​ແດນ​ຕິດ​ກັ​ບ ລັດ​ເຊຍ ຄື ​ແຟງ​ລັງ ແລະ ນອກ​ແວ ຕ້ອງເຮັດ​ແຈ້ງ​ບັນ​ດາ​ບັນ​ຫາ​ທີ່​ອາດ​ສາ​ມາດ​ໄປ​ເຖິງ​ການ​ເຂົ້າ​ໃຈ​ຜິດ.

ຕາມ​ບັນ​ດາ​ນັກ​ສັງ​ເກດ​ການ​ແລ້ວ, ບັນ​ດາ​ການ​ຫັນ​ປ່ຽນ​ດ້ານ​ການ​ທູດ​ທີ່​ໜ້າ​ສົນ​ໃຈ​ລະ​ຫວ່າງ ຢູ​ແກຼນ ແລະ ເອີ​ລົບ ໄດ້​ເລີ່ມ​ມາ​ຈາກ​ຕົວ​ຈິງ​ແມ່ນ ການ​ພົວ​ພັນ​ລະ​ຫວ່າງ ລັດ​ເຊຍ ແລະ ອາ​ເມ​ລິ​ກາ, ສຳ​ພັນ​ທະ​ມິດ​ສຳ​ຄັນ​ທີ່​ສຸດ​ຂອງ ຢູ​ແກຼນ (ແລະ ເອີ​ລົບ) ໄດ້​ປ່ຽນ​ແປງຫຼາຍ​ພໍ​ສົມ​ຄວນ​ໃນ 2,3 ອາ​ທິດ​ທີ່​ຜ່ານ​ມາ, ເລີ່​ມ​ຈາກ​ຂໍ້​ຕົກ​ລົງ​​ນ້ຳ​ມັນ diesel ອາ​ເມ​ລິ​ກາ-ລັດ​ເຊຍ ເມື່ອ​ວັນ​ທີ 10 ຕຸ​ລາ​ທີ່​ຜ່ານ​ມາ, ຖັດ​ມາ​ແມ່ນ​ເລື່ອງ ອາ​ເມ​ລິ​ກາ ໄດ້​ຍົກ​ເວັ້ນ​ການ​ນຳ​ໃຊ້​ປະ​ມວນ​ກົດ​ໝາຍ Lindsey Graham ວ່າ​ດ້ວຍກາ​ນ​ລົງ​ໂທດ ລັດ​ເຊຍ ແລະ ສຸດ​ທ້າຍ​ແມ່ນ​ເລື່ອງ​ສາມ​ປະ​ເທດ​ມະ​ຫາອຳ​ນາດ ອາ​ເມ​ລິ​ກາ-ລັດ​ເຊຍ-ຈີນ ໄດ້​ຂຶ້ນ​ແຜນ​ຈັດ​ກອງ​ປະ​ຊຸມ​ສຸດຍອດ​ໃນ​ທ້າຍ​ເດືອນ​ພະ​ຈິກ ຊື່ງ​ແມ່ນກອງ​ປະ​ຊຸມ​ອາດ​ຈະ​ສົ່ງ​ຜົນ​ກະ​ທົບ​ໃຫຍ່​ຕໍ່​ໂຄງ​ປະ​ກອບ​ຄວາມ​ໝັ້ນ​ຄົງ​ທົ່ວ​ໂລກ, ໃນ​ນັ້ນ​ມີ ເອີ​ລົບ. ທ່ານປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ Donald Trump ໄດ້​ເນັ້ນ​ໜັກ​ວ່າ:

ຢູ​ແກຼນ ຕ້ອງຢາກ​ບັນ​ລຸ​ໄດ້​ຂໍ້​ຕົກ​ລົງ​ສະ​ບັບ​ໜຶ່ງ ຍ້ອນ​ວ່າ ອາ​ເມ​ລິ​ກາ ໄດ້​ເບີກຈ່າຍບ້ວງ​ເງິນ​ກ້ອນ​ໃຫຍ່​ທີ່​ສຸດ ແລະ ເອີ​ລົບ​ ກໍ່​ເຊັ່ນ​ດຽວ​ກັນ. ປະ​ຈຸ​ບັນ, ເອີ​ລົບ ຮູ້​ສຶ​ອິດ​ເມື່ອຍ​ແລ້ວ, ຖ້າ​ຫາກວ່າ ຢູ​ແກຼນ ບໍ່​ບັນ​ລຸ້​ໄດ້​ຂໍ້​ຕົກ​ລົງ, ຕາມ​ຂ້າ​ພະ​ເຈົ້າ​ແລ້ວ, ໃນ​ສຸດ​ທ້າຍ, ສະ​ພາບ​ການ​ຈະ​ຊົ່ວ​ຮ້າຍ​ລົງ​ອ​ີກ.

ຄວາມ​ປະ​ເອີບ​ໃຈຢ່າງ​ລະ​ມັດ​ລະ​ວັງ

ບໍ່ພຽງ​ແຕ່​ຢຸດ​ຢູ່​ແນວ​ຮົບທາງ​ການ​ທູດ​ເທົ່າ​ນັ້ນ​, ໃນ​ສະ​ໜາມ​ຮົບ, ລັດ​ເຊຍ ແລະ ຢູ​ແກຼນ ກໍ່​ພວມ​ມີ​ບັນ​ດາ​ການ​ກະ​ທຳ​ອັນ​ຕັ້ງ​ໜ້າ​ອີກ​ດ້ວຍ. ແຕ່​ວັນ​ທີ 27 ຕຸ​ລາ ຫາ​ວັນ​ທີ 1 ພະ​ຈິກ, ສອງ​ຝ່າຍ​ໄດ້​ຢຸດ​ຍິງ​ຢູ່ Olesky ທາງ​ຕາ​ເວັນ​ອອກ ຢູ​ແກຼນ ເພື່ອເປີດ​ທາງໃຫ້​ແກ່​ບັນ​ດາ​ການ​ເຄື່ອນ​ໄຫວ​ມະ​ນຸດ​ສະ​ທຳ, ປີ່ນ​ປົວ​ພະ​ຍາດ ແລະ ຍົກ​ຍ້າຍ​ສາ​ມັນ​ຊົນ​ທີ່​ຖືກ​ຕິດ​ຄ້າງ​ຢູ່​ເທດ​ສະ​ບານ​ແຫ່ງນີ້. ເຖິງວ່າ​ໄດ້​ປະ​ຕິ​ເສດ​ຄວາມ​ອາດ​ສາ​ມາດ​ຢຸດ​ຕິບັນ​ດາບັ້ນ​ການ​ທະ​ຫານ​ໂດຍ​ທັນ​ທີ​ກໍ່​ຕາມ ແຕ່​ວັງ Kremlin ກໍ່​ຖື​ວ່າ ຂໍ້​ຕົກ​ລົງ Olesky ຈະ​ສາ​ມາດເປັນແບບ​ຢ່າງ​ເພື່ອ​ນຳ​ໃຊ້​ໃຫ້​ບັນ​ດາ​ຄຳ​ສັ່ງ​ຢຸດ​ຍິງ​ພາຍ​ໃນ ເພື່ອ​ເຫດ​ຜົນ​ມະ​ນຸດ​ສະ​ທຳ​ຫຼັງ​ຈາກນີ້. ທ່ານປະ​ທາ​ນາ​ທິ​ບໍ​ດີ ລັດ​ເຊຍ Vladimir Putin ຍາມ​ໃດກໍ່ໄດ້​ເນັ້ນ​ໜັກ​​ເຖິງ​ເລື່ອງ​ແກ້​ໄຂ​ການ​ປະ​ທະ​ກັນ​ໃຫ້​ເຖິງ​ກົກ​ເຖິງ​ປາຍ ແລະ ຮັບ​ປະ​ກັນ​ໂຄງ​ປະ​ກອບ​ຄວາມ​ໝັ້ນ​ຄົງ​ອັນ​ຍາວ​ນານ​ຢູ່ ເອີ​ລົບ. ທ່ານກ່າວ​ວ່າ:

ພວກ​ຂ້າ​ພະ​ເຈົ້​ໄດ້​ເຫັນ​ດີ​ເປັນ​ເອ​ກະ​ສັນ​ວ່າ​ທັງ​ສອງ​ຝ່າຍ​ລ້ວນ​ແຕ່​ກຽມ​ພ້ອມ​ເຊື່ອມ​ຕໍ່​ການ​ພົບ​ປະ​ສາມ​ຝ່າຍ ອາ​ເມ​ລິ​ກາ-ລັດ​ເຊຍ-ຢູ​ແກຼນ. ຈຸດ​ປະ​ສົງ​ຂອງ​ການ​ເຈ​ລະ​ຈາ​ຄັ້ງ​ຕ່າງໆ​ນີ້​ແມ່ນ​ການ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ບັນ​ຫາ​ຮັບ​ປະ​ກັນ​ຄວາມ​ໝັ້ນ​ຄົງ​ໃຫ້​ແກ່ ຢູ​ແກຼນ ແລະ ລັດ​ເຊຍ ພາຍຫຼັງ​ທີ່​ບັນ​ລຸ​ໄດ້​ບັນ​ດາ​ຂໍ້​ຕົກ​ລົງ​ສັນ​ຕິ​ພາບ, ລະ​ອຽດ​ແມ່ນ​ບັນ​ດາ​ຂໍ້​ຕົກ​ລົງໃນແບບທີ່​ສົມ​ບູນ​ ຫາກບໍ່​ແມ່ນ​ໝາກ​ຜົ​ນ​ຂອງ​ການ​ຢຸດ​ຕິ​ການ​ປະ​ທະ​ກັນ​ໂດຍ​ຊົ່ວ​ຄາວ​ໃນ​ໄລ​ຍະ​ສັ້ນ. ພວກ​ຂ້າ​ພະເຈົ້າ​ພ້ອມ​ແລ້ວ​ທີ່​ຈະ​ເຊື່ອມ​ຕໍ່​ບັນ​ດາ​ການ​ພົບ​ປະ​ນີ້ ເພື່ອ​ບັນ​ລຸ​ໄດ້​ຄາດ​ໝາຍ​ດັ່ງ​ກ່າວ.

ຄາດ​ວ່າ, ບັນ​ດາ​ໜ່ວຍ​ເຈ​ລະ​ຈາຂອງ ລັດ​ເຊຍ,ຢູ​ແກຼນ ແລະ ອາ​ເມ​ລິ​ກາ ຈະ​ພົບ​ປະ​ກັນ​ຢູ່ Abu Dhabi ໃນ​ເຄິ່ງຕົ້ນ​ເດືອນ​ພະ​ຈິກ. ຖ້າ​ການ​ປຶກ​ສາ​ຫາ​ລື​ຢູ່​ຂັ້ນ​ເຕັກ​ນິກ​ບັນ​ລຸ​ໄດ້​ຄວາມ​ຄືບ​ໜ້າ, ບັນ​ດາ​ຝ່າຍ​ອາດ​ຈະ​ກ້າວ​ໄປ​ສູ່​ການ​ພົບ​ປະ​ລະ​ຫວ່າງ​ການ​ນຳ​ບັນ​ດາ​ປະ​ເທດ ເພື່ອ​ແກ້​ໄຂ​ບັນ​ດາ​ບັນ​ຫາ​ສຳ​ຄັນ​ທີ່​ຍັງ​ຄົງ​ຄ້າງ. ສັນ​ຍານ​ອັນ​ຕັ້ງ​ໜ້າ​ອີກ​ອັນ​ໜຶ່ງ​ແມ່ນ​ຝ່າຍ ລັດ​ເຊຍ ໄດ້​ປະ​ກາດ​ຊົມ​ເຊີຍ​ເລື່ອງ ​ອີ​ຢູ ອາດ​ສາ​ມາດສົ່ງ​ທູດ​ພິ​ເສດ​ເຂົ້າ​ຮ່ວມ​ການ​ຊຸກ​ຍູ້​ບັນ​ດາ​ມາດ​ຕະ​ການ​ສັນ​ຕິ​ພາບ./.