(ພາບ: congthuong.vn)
ພາຍຫຼັງດຳເນີນການເຈລະຈາເປັນເວລາ 14 ປີ ດ້ວຍວາລະເຮັດວຽກ 21ວາລະ, ສັນຍາການຄ້າເສລີ ຫວຽດນາມ - ສະມາຄົມການຄ້າເສລີ ເອີລົບ (EFTA) ໄດ້ລົງນາມໃນວັນທີ 18 ຕຸລາ 2026, ເປີດໂອກາດຮ່ວມມືດ້ານເສດຖະກິດລະຫວ່າງ ຫວຽດນາມ ແລະ ສະວິດ, ນອກແວ, ອຽກລັງ ແລະ Liechtenstein ຕື່ມອີກ. ພ້ອມກັບບັນດາບຸລິມະສິດດ້ານພາສີອາກອນແລ້ວ, ສັນຍາດັ່ງກ່າວໄດ້ຮັບຄວາມຫວັງວ່າຈະຊຸກຍູ້ ໃນຫຼາຍຂົງເຂດ, ຜ່ານນັ້ນ, ນຳມາເຊິ່ງຜົນປະໂຫຍດໃຫ້ແກ່ວິສາຫະກິດຂອງທັງສອງຝ່າຍ.
ກຸ່ມ EFTA ລວມມີບັນດາພື້ນຖານເສດຖະກິດແຖວໜ້າໂລກກ່ຽວກັບນະວັດຕະກໍາ, ການເງິນ ແລະ ເຕັກໂນໂລຢີສູງ. ສັນຍາການຄ້າເສລີລະຫວ່າງ ຫວຽດນາມ ແລະ EFTA ເປັນຂີດໝາຍສໍາຄັນໃນຄວາມພະຍາຍາມ ເປີດກວ້າງເຄືອຂ່າຍຂອງສັນຍາການຄ້າເສລີ (FTA) ຂອງ ຫວຽດນາມ, ຍົກຈໍານວນ FTA ທັງໝົດທີ່ ຫວຽດນາມ ໄດ້ລົງນາມກັບບັນດາປະເທດຄູ່ຮ່ວມມືເພີ່ມຂຶ້ນເປັນ 18 ສະບັບ. ພ້ອມກັນນັ້ນ, ເຊື່ອມຕໍ່ ຢ່າງຮອບດ້ານລະຫວ່າງ ຫວຽດນາມ ແລະ ເອີລົບ.
ຂີດໝາຍໃໝ່ໃນການພົວພັນດ້ານການຄ້າລະຫວ່າງຫວຽດນາມ ແລະ EFTA
ໃນສະພາບການການຄ້າໂລກທີ່ມີການຜັນແປຫຼາຍຢ່າງ, ເລື່ອງ ຫວຽດນາມ ແລະ EFTA ສຳເລັດການເຈລະຈາ, ລົງນາມໃນຂໍ້ຕົກລົງ ບໍ່ພຽງແຕ່ເປີດແງ່ຫວັງເພີ່ມທະວີການແລກປ່ຽນການຄ້າເທົ່ານັ້ນ ຫາກຍັງສະແດງໃຫ້ເຫັນຄວາມມານະພະຍາຍາມຂອງບັນດາຝ່າຍ ໃນການປັບປຸງການພົວພັນດ້ານເສດຖະກິດໂດຍອີງໃສ່ຂໍ້ກຳນົດ ແລະ ຄຳໝັ້ນສັນຍາລວມ. ສຳລັບ ຫວຽດນາມ, ນີ້ແມ່ນບາດກ້າວໜຶ່ງໃນການເປີດກວ້າງການພົວພັນກັບບັນດາຄູ່ຮ່ວມມື ເອີລົບ; ສ່ວນສຳລັບ EFTA, ຂໍ້ຕົກລົງໄດ້ສ້າງໂອກາດຫຼາຍຂຶ້ນໃນຫັນຄູ່ຮ່ວມມືເປັນຫຼາຍຮູບຫຼາຍແບບ ແລະ ເພີ່ມທະວີການມີໜ້າຢູ່ຕະຫຼາດທີ່ຂະຫຍັນຂັນເຄື່ອນທີ່ຊຸດຢູ່ ອາຊີຕາເວັນອອກສ່ຽງໃຕ້. ທ່ານ ເລືອງຮວ່າງທາຍ, ຮອງລັດຖະມົນຕີກະຊວງອຸດສາຫະກຳການຄ້າ ຫວຽດນາມ, ຖືວ່າ:
ສັນຍາການຄ້າເສລີລະຫວ່າງບັນດາປະເທດ EFTA ແລະ ຫວຽດນາມ ໄດ້ລົງນາມໃນສະພາບທີ່ການຮ່ວມມືລະຫວ່າງສອງຝ່າຍທີ່ນັບມື້ນັບໄດ້ຮັບການເພີ່ມທະວີ. ໃນການຄ້າສາກົນ, ມີການຜັນແປ ແລະ ສິ່ງທ້າທາຍຫຼາຍຢ່າງ. ຂ້າພະເຈົ້າດີໃຈຫຼາຍທີ່ພວກເຮົາຢືນຢູ່ພື້ນຖານດ່ຽວກັບຂອງການຄ້າທີ່ອີງໃສ່ກົດລະບຽບ ແລະ ລະບົບສາກົນເປີດ, ເພື່ອຊຸກຍູ້ການຄ້າ ແລະ ການລົງທຶນ, ບໍ່ພຽງແຕ່ໃນອີກສອງສາມປີຈະມາເຖິງເທົ່ານັ້ນ ຫາກຍັງເພື່ອລຸ້ນອະນາຄົດອີກດ້ວຍ.
(ພາບ: congthuong.vn)
ກ່ຽວກັບຄູ່ຮ່ວມມື EFTA, ທ່ານ Guy Parmelin, ປະທານາທິບໍດີ ສະວິດ ແລະ ທ່ານນາງ Astrid Bergmål, ລັດຖະມົນຕີກະຊວງການຕ່າງປະເທດ ນອກແວ ໄດ້ເນັ້ນໜັກວ່າ:
ນີ້ແມ່ນສັນຍານສຳຄັນທີ່ສຸດ ໃນສະພາບການຂອງພູມສາດການເມືອງໂລກພວມມີການປ່ຽນແປງຢ່າງສິ້ນເຊີງ. ສັນຍາຈະຊ່ວຍໃຫ້ບັນດາປະເທດສະມາຊິກ EFTA, ພິເສດແມ່ນ ສະວິດ, ຫັນການພົວພັນເປັນຫຼາຍຮູບຫຼາຍແບບ ແລະ ມີຄູ່ຮ່ວມມືໃໝ່ໃນໂລກຕື່ມອີກ.
ສັນຍາການຄ້າເສລີ (FTA) ສະບັບໃໝ່ຈະນຳມາເຊິ່ງຜົນປະໂຫຍດໃນທັນທີ ໃຫ້ແກ່ວິສາຫະກິດທັງຂອງ ຫວຽດນາມ ແລະ ນອກແວ. ສັນຍາດັ່ງກ່າວກໍ່ຍັງມີຄວາມໝາຍສຳຄັນຍ້ອນໄດ້ເພີ່ມເຕີມໃຫ້ແກ່ບັນດາການພົວພັນຄູ່ຮ່ວມມືສີຂຽວທີ່ ນອກແວ ແລະ ຫວຽດນາມ ໄດ້ສ້າງຕັ້ງແລ້ວ.
ເພີ່ມຄວາມສາມາດບົ່ມຊ້ອນໃນການຮ່ວມມື
ໃນຊຸມປີຜ່ານມາ, ການຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ການລົງທຶນລະຫວ່າງ ຫວຽດນາມ ແລະ ບັນດາປະເທດໄດ້ພັດທະນາຢ່າງຕັ້ງໜ້າ. ວົງເງິນການຄ້າສອງຝ່າຍບັນລຸສະເລ່ຍເກືອບ 2 ຕື້ໂດລາສະຫະລັດຕໍ່ປີ. ສະເພາະປີ 2025, ວົງເງິນການຄ້າສອງສົ້ນຄາດວ່າຈະບັນລຸ 4,8 ຕື້ເອີໂຣ. ບັນດານັກລົງທຶນ EFTA ໄດ້ເຂົ້າຮ່ວມຫຼາຍຂົງເຂດ, ຄື: ອຸດສາຫະກຳ, ອາຫານ, ການຢາ, ພະລັງງານ... ນັກຊ່ຽວຊານດ້ານເສດຖະສາດ, ປະລິນຍາເອກ ເລຢຸຍບິ່ງ, ຜູ້ອຳນວຍການ Economica ຫວຽດນາມ, ຖືວ່າ:
ສັນຍາສະບັບນີ້ຈະຊ່ວຍໃຫ້ ຫວຽດນາມ ຫັນລະບົບສະໜອງເປັນຫຼາຍຮູບຫຼາຍແບບ, ນັບທັງໃນດ້ານສົ້ນອອກຕະຫຼາດຈຳໜ່າຍ ແລະ ການສົ້ນເຂົ້າຮັບໃຊ້ການຜະລິດ. ຕາມນັ້ນແລ້ວ, ຫວຽດນາມ ຈະມີໂອກາດຫັນແຫຼ່ງສະຫຼອງເຕັກໂນໂລຊີ, ວັດຖຸດິບ, ວັດສະດຸສະໜັບສະໜູນ, ການຢາ ແລະ ບັນດາວັດຖຸສົ້ນເຂົ້າເປັນຫຼາຍຮູບຫຼາຍແບບ ເພື່ອຮັບໃຊ້ການຜະລິດ, ປຸງແຕ່ງຢູ່ພາຍໃນປະເທດ, ຜ່ານນັ້ນ, ຫຼຸດຜ່ອນຄວາມສ່ຽງເມື່ອຕະຫຼາດໃຫຍ່ມີການປ່ຽນແປງ.
ສັນຍາ ຫວຽດນາມ-EFTA ເປີດຂອບເຂດການຮ່ວມມືໃໝ່ລະຫວ່າງ ຫວຽດນາມ ແລະ ບັນດາພື້ນຖານເສດຖະກິດ ເອີລົບ ທີ່ມີທ່າແຮງດ້ານເຕັກໂນໂລຊີ, ນະວັດຕະກຳ ແລະ ຄຸນນະພາບຜະລິດຕະພັນ. ຄວາມສາມາດຫັນບັນດາຄຳໝັ້ນສັນຍາໃນສັນຍາໃຫ້ ກາຍເປັນຜົນປະໂຫຍດຈະອີງໃສ່ເລື່ອງເປັນເຈົ້າການຂອງວິສາຫະກິດສອງ ຝ່າຍໃນການຊອກຫາຄູ່ຮ່ວມມື, ຕອບສະໜອງຄວາມຕ້ອງການຂອງຕະຫຼາດ ແລະ ພັດທະນາຮູບແບບການຮ່ວມມືທີ່ມີຄຸນຄ່າໃນໄລຍະຍາວ.
