ວັນທີ 21 ສິງຫາ, ພາຍຫຼັງດຳເນີນການເຈລະຈາເປັນເວລາຫຼາຍມື້ ຮອດເວລາສຸດທ້າຍ, ອາເມລິກາ ແລະ ກາຈາດາ ກໍ່ຍັງບໍ່ທັນບັນລຸໄດ້ຂໍ້ຕົກລົງດ້ານການຄ້າ. ຫຼັງຈາກນັ້ນ, ອາເມລິກາ ໄດ້ຈັດວາງອັດຕາພາສີ 50% ສຳລັບສິນຄ້າທີ່ມີມູນຄ່າ 20 ຕື້ USD ຂອງ ການາດາ, ມີຜົນສັກສິດແຕ່ວັນທີ 22 ສິງຫາ. ໃນທັນທີ ການາດາ ກໍ່ດຳເນີນການໂຕ້ຕອບ.
ໂຕ້ຕອບນັບແຕ່ເງິນໃບນ້ອຍ
ເລື່ອງບໍ່ບັນລຸໄດ້ຂໍ້ຕົກລົງໃນຈຸດເວລາສຸດທ້າຍ ເຮັດໃຫ້ການພົວພັນດ້ານການຄ້າລະຫວ່າງ 2 ປະເທດພັນທະມິດ ແລະ ປະເທດບ້ານໃກ້ເຮືອນຄຽງຢູ່ ອາເມລິກາເໜືອ ເພີ່ມຂຶ້ນໃນທັນທີ. ໃນວັນທີ 22 ສິງຫາ, ອຳນາດການປົກຄອງຂອງທ່ານ Donald Trump, ປະທານາທິບໍດິ ອາເມລິກາ ໄດ້ປະກາດອັດຕາພາສີ ອາກອນ50% ສຳລັບມູນຄ່າສິນຄ້າປະມານ 20 ຕື້ USD, ບັນດາປະເພດສິນຄ້າຖືກຜົນສະທ້ອນໄດ້ເປີດກວ້າງແຕ່ສິນຄ້າໃຊ້ສອຍຕະຫຼອດຮອດອຸປະກອນການແພດ. ພາຍຫຼັງ 1 ວັນ, Ottawa ໄດ້ປະກາດບັນດາມາດຕະການໂຕ້ຕອບແມ່ນຈັດວາງອັດຕາພາສີແຕ່ 15%, 25%, 50% ແນໃສ່ສິນຄ້າກວ່າ 700 ປະເພດຂອງ ອາເມລິກາ, ທີ່ມີມູນຄ່າປະມານ 20 ຕື້ USD, ມີຜົນສັກສິດນັບແຕ່ວັນທີ 08 ກັນຍາ. ທ່ານ Mark Carney, ນາຍົກລັດຖະມົນຕີ ການາດາ ໂຕ້ຕອບຕາມຫຼັກການ “ແຕ່ລະ USD”, ແນໃສ່ປົກປ້ອງກຳມະກອນ, ຊາວກະສິກອນ, ຄອບຄົວ ແລະ ວິສາຫະກິດ ການາດາ.
“ເມື່ອຝ່າຍ ອາເມລິກາ ເຂົ້າຮ່ວມໂຕະເຈລະຈາດ້ວຍທ່າທີຖືກກັບມາດຖານສຳລັບຂະແໜງອຸດສາຫະກຳຂອງພວກຂ້າພະເຈົ້າ ແລະ ດ້ວຍຈິດໃຈຮ່ວມມືຢ່າງແທ້ຈິງ, ແນ່ນອນວ່າ ພວກຂ້າພະເຈົ້າຈະເຂົ້າຮ່ວມການເຈລະຈາ. ເຖິງຢ່າງໃດກໍ່ຕາມ, ຖ້າເຂົ້າຮ່ວມການເຈລະຈາດ້ວຍທ່າທີຖື ການາດາ ແມ່ນບໍລິສັດນ້ອຍຂອງ ອາເມລິກາ, ຫຼື ຖືວ່າ ຂະແໜງອຸດສາຫະກຳຂອງ ການາດາ ຕ້ອງຮັບຄວາມບໍ່ສະດວກເມື່ອທຽບໃສ່ຂະແໜງອຸດສາຫະກຳ ອາເມລິກາ, ຫຼື ຢາກສ້າງບັນດາມາດຕາເຮັດໃຫ້ຂະແໜງອຸດສາຫະກຳຂອງ ການາດາ ປະສົບກັບຄວາມຫຍຸ້ງຍາກຢ່າງຕໍ່ເນື່ອງໃນໄລຍະຍາວ…. ນັ້ນບໍ່ແມ່ນສິ່ງທີ່ພວກຂ້າພະເຈົ້າຮັບຮອງໄດ້”.
ພາຍຫຼັງການກະທຳໂຕ້ຕອບຈາກ ການາດາ, ການພົວພັນລະຫວ່າງ 2 ຝ່າຍສືບຕໍ່ເຄັງຕຶງຂຶ້ນ. ວັນທີ 27 ສິງຫາ, ທ່ານປະທານາທິບໍດີ Donald Trump ໄດ້ລົງນາມໃນລັດຖະດຳລັດປ່ຽນຊື່ໜອງ Ontario ນອນຢູ່ເຂດຊາຍແດນ ອາເມລິກາ - ການາດາ ເປັນຊື່ໜອງ ອາເມລິກາ. ກ່ອນໜ້ານັ້ນ, ວັນທີ 24 ສິງຫາ, ອາເມລິກາ ກໍ່ຕົກລົງເພີ່ມອັດຕາພາສີຂຶ້ນທົບ 2 ເທົ່າ, ແຕ່ 25% ໃນປະຈຸບັນ ຂຶ້ນເປັນ 50% ສຳລັບລົດໂອໂຕຂອງ ການາດາ ນັບແຕ່ປີ 2027. ພ້ອມກັບນັ້ນ, ທ່ານ Jamieson Greer, ຜູ້ຕາງໜ້າດ້ານການຄ້າ ອາເມລິກາ ກໍ່ກ່າວເຕືອນວ່າ ກາດານາ ບໍ່ຄວນເຮັດໃຫ້ການໂຕ້ຕອບປີນຂັ້ນໄດ.
“ຖ້າຫາກຝ່າຍ ການາດາ ສືບຕໍ່ມີບັນດາມາດຕະການໂຕ້ຕອບ, ແນ່ນອນວ່າ, ພວກຂ້າພະເຈົ້າຈະບໍ່ນັ່ງຊື່ໆ. ທັດສະນະຂອງພວກຂ້າພະເຈົ້າແມ່ນ: ຢ່າໂຕ້ຕອບ. ພວກຂ້າພະເຈົ້າມີນະໂຍບາຍການຄ້າສະເພາະຂອງຕົນ ແລະ ຈະຜັນຂະຫຍາຍນະໂຍບາຍນັ້ນຕາມວິທີນຳມາເຊິ່ງຜົນປະໂຫຍດດີທີ່ສຸດໃຫ້ແກ່ ອາເມລິກາ”.
ເສຍຫາຍໃຫ້ທັບ 2 ຝ່າຍ
ຄວາມເຄັ່ງຕຶງດ້ານການຄ້າເພີ່ມຂຶ້ນລະຫວ່າງ ອາເມລິກາ ແລະ ການາດາ, 2 ປະເທດບ້ານໃກ້ເຮືອນຄຽງ, 2 ພື້ນຖານເສດຖະກິດໃຫຍ່ໃນກຸ່ມບັນດາປະເທດອຸດສາຫະກຳພັດທະນາ (G7), ພ້ອມທັງເປັນ 2 ພັນທະມິດທີ່ໃກ້ຊິດກັບ ອົງການສົນທິສັນຍາອັດລັງຕິກເໜືອ (NATO), ເຮັດໃຫ້ວົງການນັກສັງເກດການໄດ້ຕັ້ງຄຳຖາມທີ່ວ່າ ບໍ່ຮູ້ວ່າສົງຄາມການຄ້າໃນທົ່ວໂລກພວມກັບຄືນ, ໃນສະພາບບັນດາຂໍ້ຕົກລົງລະຫວ່າງ ອາເມລິກາ ແລະ ບັນດາຄູ່ຮ່ວມມືເສດຖະກິດໃຫຍ່ພຽງແຕ່ມີລັກສະນະຊົ່ວຄາວ. ຕາມທ່ານ Robert Koopman, ອະດີດຫົວໜ້ານັກຊ່ຽວຊານຂອງອົງການການຄ້າໂລກ (WTO) ແລະ ແມ່ນສາດສະດາຈານມະຫາວິທະຍາໄລ American, ແລ້ວ, ອຳນາດການປົກຄອງຂອງທ່ານປະທານາທິບໍດີ Donald Trump ຍັງຖືພາສີອາກອນແມ່ນອາວຸດການຄ້າຮັບບຸລິມະສິດ.
“ຄວາມບໍ່ແນ່ນອນເກີດຂຶ້ນຈາກບັນດາອັດຕາພາສີນີ້ອາດຈະມີຄວາມສຳຄັນກວ່າສຳລັບການເຕີບໂຕເສດຖະກິດໃນໄລຍະຍາວຫຼາຍກວ່າກັບລະດັບເພີ່ມຂຶ້ນຂອງບັນດາປະເພດພາສີອາກອນນັ້ນ. ປົກກະຕິບັນດານະໂຍບາຍພາສີ ແລະ ການຄ້າຈະສົ່ງຜົນສະທ້ອນຕາມບັນດາວິທີເຊິ່ງຜູ້ວາງແຜນນະໂຍບາຍບໍ່ຄາດຄິດກ່ອນໄດ້. ສະນັ້ນ, ຂ້າພະເຈົ້າເຊື່ອໝັ້ນວ່າ ເມື່ອຈັດວາງພາສີໃນປີ 2025, ທ່ານປະທານາທິບໍດີ Donald Trump ບໍ່ເຫັນໄດ້ວ່າ ມາດຕະການນີ້ຈະບໍ່ໜູນຊ່ວຍຫຼຸດຜ່ອນການຂາດດຸນການຄ້າຂອງ ອາເມລິກາ. ຕົວຈິງແມ່ນການຂາດດຸນການຄ້າຂອງ ອາເມລິກາ ຖືກເພີ່ມຂຶ້ນ”.
ໃນຕໍ່ໜ້າ, ຄວາມເຄັງຕຶງດ້ານການຄ້າໄດ້ກໍ່ຄວາມເສຍຫາຍໃຫ້ທັງ ອາເມລິກາ ແລະ ການາດາ. ຍອດວົງເງິນການຄ້າສິນຄ້າ ແລະ ການບໍລິການລະຫວ່າງ 2 ປະເທດບັນລຸປະມານ 800 ຕື້ USD ໃນປີ 2025. ວົງເງິນສົ່ງອອກສິນຄ້າຂອງ ການາດາ ເກືອບ 72% ເຂົ້າຕະຫຼາດ ອາເມລິກາ ແລະ ຈຳນວນສິນຄ້າທີ່ມີມູນຄ່າປະມານ 2 ຕື້ USD ໄດ້ສົ່ງຜ່ານຊາຍແດນລະຫວ່າງ 2 ປະເທດຕໍ່ມື້. ສຳລັບຝ່າຍ ອາເມລິກາ, ວົງການນັກໄຈ້ແຍກກໍ່ຊີ້ໃຫ້ເຫັນວ່າ ອາເມລິກາ ບໍ່ແມ່ນ “ບໍ່ຕ້ອງການ ການາດາ” ຄືດັ່ງຄຳຖະແຫຼງຂອງທ່ານປະທານາທິບໍດີ Donald Trump, ຍ້ອນ ອາເມລິກາ ມີຄວາມຕ້ອງການສູງສຳລັບສິນຄ້າຂອງ ການາດາ, ພິເສດແມ່ນພະລັງງານ.
ສຸດທ້າຍ, ເລື່ອງເພີ່ມຄວາມເຄັງຕຶງລະຫວ່າງ ອາເມລິກາ - ການາດາ ກໍ່ຈະກີດຂວາງການເຈລະຈາການປັບປຸງສັນຍາ ອາເມລິກາ - ເມັກຊີໂກ - ການາດາ (USMCA), ເຊິ່ງແມ່ນໜຶ່ງໃນບັນດາບຸລິມະສິດດ້ານການຄ້າຂອງທ່ານປະທານາທິບໍດີ Donald Trump ໃນໄລຍະຜ່ານມາ.
