ໃນໄລຍະ 4 ເດືອນຕົ້ນປີ 2026, ຫວຽດນາມ ສືບຕໍ່ຮັບຮູ້ບັນດາສັນຍານຕັ້ງໜ້າຈາກແຫຼ່ງເງິນລົງທຶນຈາກຕ່າງປະເທດ (FDI). ໃນສະພາບເສດຖະກິດທົ່ວໂລກມີການຜັນແປຫຼາຍຢ່າງ, ເລື່ອງຮັກສາກຳລັງດຶງດູດທຶນຕ່າງປະເທດໄດ້ນັ້ນ ສະແດງໃຫ້ເຫັນວ່າສະພາບແວດລ້ອມແຫ່ງການລົງທຶນຂອງ ຫວຽດນມາມ ຍັງໝັ້ນທ່ຽງຢູ່.
ຫວຽດນາມ ຮັບຮູ້ໝາກຜົນແຫ່ງການດຶງດູດເງິນລົງທຶນຈາກຕ່າງປະເທດຢ່າງຕັ້ງໜ້າ, ດ້ວຍທຶນຈົດທະບຽນໃໝ່ເພີ່ມຂຶ້ນຢ່າງແຮງ, ຄວາມຄືບໜ້າໃນການປ່ອຍເງິນເປັນປົກກະຕິ. ໂອກາດດຶງດູດເງິນລົງທຶນຍັງໃຫຍ່ຫຼວງຢູ່ເມື່ອ ຫວຽດນາມ ຫັນໄປສູ່ການດຶງດູດທຶນ FDI ອີງໃສ່ເຕັກໂນໂລຊີ, ຄຸນນະພາບຊັບພະຍາກອນມະນຸດ ແລະ ນະໂຍບາຍເປັນປົກກະຕິ.
ເຂົ້າຮ່ວມບັນດາຕາໂສ້ທີ່ມີມູນຄ່າເພີ່ມສູງກວ່າເທື່ອລະກ້າວ
ໃນໄລຍະ 4 ເດືອນຕົ້ນປີ 2026, ທຶນ FDI ຢູ່ ຫວຽດນາມ ຄາດວ່າບັນລຸ 7,40 ຕື້ USD, ເພີ່ມຂຶ້ນ 9,8% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2025. ນີ້ແມ່ນຈຳນວນເງິນລົງທຶນ FDIສູງສຸດຂອງໄລຍະດຽວກັນໃນໄລຍະ 5 ປີຜ່ານມາ. ສິ່ງດັ່ງກ່າວສະແດງໃຫ້ເຫັນວ່າ, ບັນດາໂຄງການ FDI ບໍ່ພຽງແຕ່ໄດ້ຈົດທະບຽນໃໝ່ເທົ່ານັ້ນ, ຫາກຍັງໄດ້ຮັບການຜັນຂະຫຍາຍຢ່າງມີປະສິດທິຜົນພໍສົມຄວນ
ສິ່ງທີ່ໜ້າສົນໃຈນັ້ນແມ່ນ, ອຸດສາຫະກຳປຸງແຕ່ງ, ຜະລິດ ສືບຕໍ່ແມ່ນຂົງເຂດດຶງດູດທຶນ FDI ຫຼາຍທີ່ສຸດ, ກວມເອົາ 82,7% ຍອດເງິນລົງທຶນໂດຍກົງຈາກຕ່າງປະເທດທີ່ໄດ້ປະຕິບັດ. ບັນດາໂຄງການໃຫຍ່ໃນໄລຍະມໍ່ໆມານີ້, ໂດຍສະເພາະແມ່ນໃນໄຕມາດທີ 1 ປີ 2026,ອາດເວົ້າເຖິງ, ຄື: ໂຄງການຜະລິດແຜງວົງຈອນ FCBGA, ມີເງິນລົງທຶນ 1,2 ຕື້ USD ຢູ່ ທາຍງວຽນ ຂອງ Samsung Electro-Mechanics ຫຼື ໂຄງການໄຟຟ້າອາຍແກັດສ LNG, ມີເງິນລົງທຶນ 2,2 ຕື້ USD ຢູ່ ເງະອານ… ອັນໄດ້ສະແດງໃຫ້ເຫັນວ່າ ຫວຽດນາມ ພວມເຂົ້າຮ່ວມບັນດາຕາໂສ້ທີ່ມີມູນຄ່າເພີ່ມສູງໃນລະບົບຕ່ອງໂສ້ການສະໜອງທົ່ວໂລກນັບມື້ນັບເລິກເຊິ່ງກວ່າ. ອະທິປາຍກ່ຽວກັບເລື່ອງ ຫວຽດນາມ ແມ່ນສະຖານທີ່ດຶງດູດແຫຼ່ງທຶນ FDI, ທ່ານ André de Jong, ຜູ້ອຳນວຍການໃຫຍ່ຝ່າຍບໍລິຫານ Bosch ຫວຽດນາມ, ຖືວ່າ:
“ຫວຽດນາມ ພວມກາຍເປັນໜຶ່ງໃນບັນດາຄູ່ຮ່ວມມືທີ່ມີຊື່ສຽງ ແລະ ມີຄວາມໄວ້ເນື້ອເຊື່ອໃຈໃນສາຍຕາຂອງບັນດາບໍລິສັດ ເອີລົບ ກໍຄືບັນດານັກລົງທຶນຢູ່ ເອີລົບ. ເປັນຫຍັງຄວາມໄວ້ເນື້ອເຊື່ອໃຈໄດ້ກັບມາຢ່າງແຮງຄືແນວນັ້ນ?. ຍ້ອນວ່າໃນໂລກພວມຂາດຄວາມໝັ້ນທ່ຽງນັ້ນ, ຍາມໃດເພື່ອນກໍ່ຢາກຊອກສິ່ງໃດໜຶ່ງທີ່ມີຄວາມໝັ້ນທ່ຽງກວ່າ, ສາມາດຄາດຄະເນລ່ວງໜ້າໄດ້. ຫວຽດນາມ, ດ້ວຍນະໂຍບາຍທີ່ຈະແຈ້ງ ແລະໝັ້ນທ່ຽງ ນັ້ນ, ແມ່ນຄວາມໄວ້ເນື້ອເຊື່ອໃຈເຊິ່ງເພື່ອນຊອກຫາ ໃນຖານະເປັນນັກລົງທຶນ. ນອກນັ້ນ, ເລື່ອງ ຫວຽດນາມ ລົງນາມໃນສັນຍາການຄ້າເສລີ 17 ສະບັບ, ມີ 15 ຄູ່ຮ່ວມມືຍຸດທະສາດຢ່າງຮອບດ້ານ ໄດ້ນຳມາເຊິ່ງກາລະໂອກາດ ແລະ ຄວາມໝັ້ນທ່ຽງ”.
ນຳໃຊ້ກະແສຫັນປ່ຽນການລົງທຶນເພື່ອບຸກທະລຸ
ກ່ຽວກັບແງ່ຫວັງປີ 2026, ບັນດາອົງການສາກົນຄື ທະນາຄານໂລກ WB ຫຼື ທະນາຄານພັດທະນາ ອາຊີ (ADB) ລ້ວນແຕ່ໃຫ້ຂໍ້ສັງເກດວ່າ, ແຫຼ່ງທຶນ FDI ທົ່ວໂລກຈະສືບຕໍ່ຖືກຄວາມກົດດັນຈາກອັດຕາດອກເບຍສູງ, ແງ່ຫວັງດຶງດູດທຶນ FDI ໃນປີ 2026 ແລະ ໃນຊຸມປີຕໍ່ໆໄປແມ່ນຂຶ້ນກັບຄວາມສາມາດປະຕິຮູບ ແລະ ການຮັບມືຂອງ ຫວຽດນາມ ເປັນສ່ວນຫຼາຍ. ຖ້າສືບຕໍ່ຮັກສາເສດຖະກິດມະຫາພາກເປັນປົກກະຕິ, ປັບປຸງຄຸນນະພາບພື້ນຖານໂຄງລ່າງ, ຍົກສູງທັກສະໃຫ້ຜູ້ອອກແຮງງານ ແລະ ຍູ້ແຮງການປະຕິຮູບລະບອບລະບຽບການ, ຫວຽດນາມ ສາມາດນຳໃຊ້ກະແສຫັນປ່ຽນການລົງທຶນເພື່ອບຸກທະລຸໄດ້.
ຫວຽດນາມ ກໍ່ຕ້ອງພັດທະນາລະບົບນິເວດການລົງທຶນຕ່າງປະເທດຢ່າງຄົບຊຸດ, ຫັນປ່ຽນຈິນຕະນາການຈາກການດຶງດູດທຶນ ໄປສູ່ການພັດທະນາພື້ນຖານການລົງທຶນຍຸດທະສາດແຫ່ງຊາດຢ່າງແຮງ, ດຶງດູດທຶນ FDI ໂດຍມີການຄັດເລືອກ. ທ່ານ ເຈິ່ນຕວ່ານທັງ, ຫົວໜ້າຄະນະສາກົນ ແລະ ນະໂຍບາຍເຊື່ອມໂຍງ, ສະຖາບັນຍຸດທະສາດ ແລະ ນະໂຍບາຍເສດຖະກິດ - ການເງິນ, ກະຊວງການເງິນ ຫວຽດນາມ, ໃຫ້ຮູ້ວ່າ:
“ບັນດາທິດທາງດຶງດູດເງິນລົງທຶນຈະສຸມໃສ່ບັນດາຂະແໜງເຊິ່ງ ຫວຽດນາມ ພວມເອົາໃຈໃສ່. ຕົວຢ່າງຄືບັນດາຂົງເຂດ R&D, ເອເລັກໂຕນິກ, ປັນຍາປະດິດ (AI), ຫຼື ບັນດາຂົງເຂດເຕັກໂນໂລຢີສູງອື່ນໆ. ຂ້າພະເຈົ້າຖືວ່າ ປີນີ້ແມ່ນຈຸດເວລາທີ່ພວກເຮົາຄວນເລີ່ມປະຕິບັດ ເພື່ອຫັນປ່ຽນທິດທາງທີ່ໄດ້ກຳນົດເປັນລະບອບລະບຽບການອັນລະອຽດຢ່າງແທ້ຈິງ, ເພື່ອສາມາດດຶງດູດທຶນ FDI ທົ່ວໂລກນີ້ໃຫ້ໄດ້”.
ປະຈຸບັນ, ບັນດາອົງການທີ່ກ່ຽວຂ້ອງພວມຄົ້ນຄວ້າເພື່ອຍື່ນສະເໜີຕໍ່ກົມການເມືອງປະກາດໃຊ້ມະຕິສະເພາະກ່ຽວກັບການພັດທະນາເສດຖະກິດທີ່ມີເງິນລົງທຶນໂດຍກົງຈາກຕ່າງປະເທດໃນໄລຍະໃໝ່. ສິ່ງດັ່ງກ່າວສະແດງໃຫ້ເຫັນວ່າ ຍາມໃດ ຫວຽດນາມ ກໍ່ເອົາໃຈໃສ່, ຖືເປັນສຳຄັນເສດຖະກິດທີ່ມີເງິນລົງທຶນໂດຍກົງຈາກຕ່າງປະເທດທີ່ມີຕໍ່ວິວັດແຫ່ງການພັດທະນາເສດຖະກິດ - ສັງຄົມເປັນສຳຄັນ, ຄຽງຂ້າງບົດບາດຂອງເສດຖະກິດພາກເອກະຊົນ, ເສດຖະກິດພາກລັດ.
