ບົດ​ກ່າວ​ປາ​ໄສ​ຂອງ ​ທ່ານ ໂຕ​ເລິມ ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກກອມ​ມູ​ນິດ ຫວຽດ​ນາມ, ປະ​ທານ​ປະ​ເທດ ຫວຽດ​ນາມ ໃນ​ກອງ​ປະ​ຊຸມ​ເຊື່ອມ​ຊຶມ​ມະ​ຕິ​ສະ​ບັບ​ເລກ​ທີ 06 – NQ/TW (ໃນ​ວັນ​ທີ 19 ພຶດ​ສະ​ພາ 2026 ຂອງ​ກົມ​ການ​ເມືອງ), ວັນ​ທີ 11 ມິ​ຖຸ​ນາ ຢູ່ ​ຮ່າ​ໂນ້ຍ ໄດ້​ສະ​ແດງ​ໃຫ້​ເຫັນ​ບັນ​ດາ​ກຳ​ນົດ​ທິດ​ທີ່​ລະ​ອຽດ​ທີ່​ສຸດ​ກ່ຽວ​ກັບ​ການ​ຜັນ​ຂະ​ຫຍາຍ​ແນວ​ທາງ​ການ​ຕ່າງ​ປະ​ເທດ​ ກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ XIV ຂອງ​ພັກ​ກອ​ມ​ມູ​ນິດ ຫວຽດ​ນາມ ໃນ​ໄລ​ຍະ​ຈະ​ມາ​ເຖິງ. ບົດ​ກ່າວ​ປາ​ໄສ​ຂອງ​ທ່ານ ໂຕ​ເລິມ ໄດ້​ຊີ້ໃຫ້ເຫັນ​ວິ​ໄສ​ທັດ​ໃໝ່​ກ່ຽວ​ກັບ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ໃນ​ສັງ​ກາດ​ໃໝ່.

ໂດຍ​ເສີມ​ຂະ​ຫຍາຍ​ເນື້ອ​ໃນ​ຈິດ​ໃນ​ຂອງ​ມະ​ຕິ​ສະ​ບັບ​ເລກ​ທີ 59 – NQ/TW ປີ 2025 ວ່າ​ດ້ວຍ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ, ມະ​ຕິ​ສະ​ບັບ​ເລກ​ທີ 06 – NQ/TW ແມ່ນ​ບາດ​ກ້າວ​ພັດ​ທະ​ນາ​ລະ​ອຽດ​ກ່ຽວ​ກັບ​ຈິນ​ຕະ​ນາ​ການ​ການ​ຕ່າງ​ປະ​ເທດ​ຂອງ​ ຫວຽດ​ນາມ, ວາງ​ອອກ​ເປົ້າ​ໝາຍ​ພັດ​ທະ​ນາ​ການ​ຕ​່າງ​ປະ​ເທດ​ໃນ​ໄລ​ຍະ​ໃໝ່​ໃຫ້​ສົມ​ກັບ​ຂອບ​ຂະ​ໜາດ​ປະ​ຫວັດ​ສາດ, ວັດ​ທະ​ນະ​ທຳ ແລະ ທີ່​ຕັ້ງ​ບົດບາດຂອງ​ປະ​ເທດ​ຊາດ.

ບັນ​ດາ​ກຳ​ນົດ​ທິດ​ໃຫຍ່​ຂອງວຽກ​ງານ​ການ​ຕ່າງ​ປະ​ເທດ

ຕາມ​ທ່ານ ປອ ຫງວຽນ​ຮົ່ງ​ຫາຍ, ຜູ້​ຊ່ວຍ​ວຽກ ສາດ​ສະ​ດາ​ຈານ ມະ​ຫາ​ວິ​ທະ​ຍາ​ໄລ VinUniversity ແລ້ວ, ໃນ​ບົດ​ກ່າວ​ປາ​ໄສ​ຂອງ ​ທ່ານເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ໄດ້​ຍົກ​ໃຫ້​ເຫັນ 5 ການກຳ​ນົດ​ທິດ​ໃຫຍ່​ຂອງວຽກ​ງານ​ການ​ຕ່າງ​ປະ​ເທດ ແລະ ການ​ທູດ​ຂອງ ຫວຽດ​ນາມ ແລະ 4 ບັນ​ຫາ​ໃຫຍ່​ໃນ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ. ບົດ​ກ່າວ​ປາ​ໄສ​ເໝືອນ​ດັ່ງ​ເສັ້ນ​​ແດງ​ກຳ​ນົດ​ທິດ​ໃຫ້​ແກ່​ການ​ເຄື່ອນ​ໄຫວ​ວຽກ​ງານ​ການ​ຕ່າງ​ປະ​ເທດ​ຂອງ​ ຫວຽດ​ນາມ ໃນ​ເປົ້າ​ໝາຍ​ພັດ​ທະ​ນາ​ຍຸດ​ທ​ະ​ສາ​ດ​ສັງ​ລວມ​ຂອງ​ປະ​ເທດ​ຊາດ​ນັບ​ແຕ່​ນີ້​ຮອດ​ປີ 2045. ທ່ານ​ກ່າວ​ວ່າ:

“ຂ້າ​ພະ​ເຈົ້າ​ສະຫຼຸບ​ເປັນ 16 ຄຳ: ທີ​ໜຶ່ງ​ແມ່ນ ເປັນ​ເຈົ້າ​ຍຸດ​ທະ​ສາດ, ທີ​ສອງ​ແມ່ນ ​ພັດ​ທະ​ນາ​ຢ່າງເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ, ທີ​ສາມ​ແມ່ນ ​ຍົກ​ສູງ​ທີ່​ຕັ້ງບົດບາດ ແລະ ທີ​ສີ່​ແມ່ນ ຄວາມ​ຮັບ​ຜິດ​ຊອບ​ປະ​ກອບ​ສ່ວນ. ຈຸດ​ໃໝ່​ຢູ່​ນີ້​ແມ່ນ​ຍົກ​ສູງ​ທີ່​ຕັ້ງບົດບາດ​ຂອງ ຫວຽດ​ນາມ. ສິ່ງ​ດັ່ງ​ກ່າວ​ສະ​ແດງ​ໃຫ້​ເຫັນ​ຈິດ​ໃຈ​ອັນ​ໃໝ່, ຄວາມ​ເຊື່ອ​ໝັ້ນ​ໃໝ່​ຂອງ​ ຫວຽດ​ນາມ ພາຍຫຼັງ 4 ທົດ​ສະ​ວັດ​ແຫ່ງ​ການ​ປ່ຽນ​ແປງ​ໃໝ່ ແລະ ພັດ​ທະ​ນາ. ພວກ​ຂ້າ​ພະ​ເຈົ້າ​ພ້ອມ​ແລ້ວ​ທີ່​ຈະ​ສະ​ແດງໃຫ້ເຫັນ ແລະ ຍົກ​ສູງ​ທີ່​ຕັ້ງ​ບົດບາດຂອງ ຫວຽດ​ນາມ ໃນ​ເວ​ທີ​ສາ​ກົນ”.

ໜຶ່ງ​ໃນ​ບັນ​ດາ​​ເນື້ອ​ໃນ​ໃຫຍ່​ທີ່​ສຸດ​​ທີ່ການ​ນຳ​ພັກ ແລະ ລັດ ຫວຽດ​ນາມ ໄດ້​ເນັ້ນ​ໜັກ​ໃນ​ບົດ​ກ່າວ​ປາ​ໄສ​ຂອງ​ຕົນ ນັ້ນ​ແມ່ນການ​ຕ່າງ​ປະ​ເທດ​ໄດ້ຮັບການ​ກຳ​ນົດ​ວ່າແມ່ນ​ໜ້າ​ທີ່ “ຈຸດ​ສຸມ, ເປັນ​ປະ​ຈຳ”, ທຽບ​ເທົ່າ​ກັບ​ການ​ປ້ອງ​ກັນ​ຊາດ, ປ້ອງ​ກັນ​ຄວາມ​ສະ​ຫງົບ. ຕາມ​ ທ່ານ ປອ. ຫງວຽນ​ຮົ່ງ​ຫາຍ​, ຜູ້​ຊ່ວຍ​ວຽກ ສ​າດ​ສະ​ດາ​ຈານ ມະ​ຫາ​ວິ​ທະ​ຍາ​ໄລ VinUniversity ແລ້ວ, ເລື່ອງ​ຍົກ​ລະ​ດັບ​ນີ້ ໄດ້​ສະ​ແດງ​ໃຫ້​ເຫັນ​ມູມມອງ ແລະ ວິ​ໄສ​ທັດ​ຍຸດ​ທະ​ສາດ​ຂ​ອງ​ການ​ນຳ​ພັກ, ລັດ. ຖ້າ​ເບິ່ງ​ໃນ​ກົດ​ເກນ​ພັດ​ທະ​ນາ ​ເວົ້າ​ລວມ, ການ​ປ້ອງ​ກັນ​ຊາດ - ປ້ອງ​ກັນ​ຄວາມ​ສະ​ຫງົບ​ ກໍ​ເຮັດ​ວຽກ​ງານ​ການ​ຕ່າງ​ປະ​ເທດ ແລະ ເຮັດ​ວຽກ​ງານ​ການ​ຕ່າງ​ປະ​ເທດ ກໍ​ເພື່ອ​ຮັບ​ໃຊ້​ການ​ປ້ອງ​ກັນ​ຊາດ, ປ້ອງ​ກັນ​ຄວາມ​ສະ​ຫງົບ. ໂດຍ​ລວມ​ແລ້ວ, ທ່ານ ປອ. ຫງວຽນ​ຮົ່ງ​ຫາຍ ຖື​ວ່າ:

“ບັນ​ດາ​ການ​ວິ​ເຄາະ ແລະ ກຳ​ນົດ​ທິດ​ຊີ້​ນຳ​ຂອງ​ ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ໃນ​ບົດ​ກ່າວ​ປາ​ໄສ ບໍ່​ພຽງ​ແຕ່​ມີ​ລັກ​ສະ​ນະ​ຮອບ​ດ້ານ​ເທົ່າ​ນັ້ນ ຫາກ​ຍັງ​ແມ່ນ​ແນວ​ຄິດ ແລະ ວິ​ໄສ​ທັດ​ຍຸດ​ທະ​ສາດ​ສຳ​ລັບ​ວຽກ​ງານ​ ແລະ ໜ້າ​ທີ່​ການ​ຕ່າງ​ປະ​ເທດ ແລະ ການ​ທູດ ໃນ​ສັງ​ກາດ​ໃໝ່​ອີກ​ດ້ວຍ. ເນື້ອ​ໃນ​ແກ່ນ​ສານ ແລະ ລຸ​ລ່ວງ​ມີ​ລັກ​ສະ​ນະ​ຊີ້​ນຳ​ຍຸດ​ທະ​ສາດ ທີ່​ຂ້າ​ພະ​ເຈົ້າ​ປະ​ທັບ​ໃຈ​ທີ່​ສຸດ ແມ່ນ​ຈິດ​ໃຈ​ເປັນ​ເຈົ້າ​ຍຸດ​ທະ​ສາດ ແລະ ສ້າງ​ຄວາມ​ເຂັ້ມ​ແຂງ​ຂອງ​ປະ​ເທດ​ຊ​າດ​ໃນ​ສະ​ພາບ​ການ​ໃໝ່, ໄລ​ຍະ​ໃໝ່​ດ້ວຍ​ຕົນ​ເ​ອງ. ແຕ່ການເປັນ​ເຈົ້າ​ຕົນ​ເອງ ແລະ ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ບໍ່​ໝາຍ​ຄວາມ​ວ່າ ພວກ​ເຮົາ​ຈະແຍກ​ຕົວ​ອອກ​ຈາກ​ໂລກ ແລະ ປະ​ຊາ​ຄົມ​ສາ​ກົນ, ແຕ່ກົງ​ກັນ​ຂ້າມ​, ພວກ​ເຮົາ​ຍິ່ງ​ມີ​ຄວາມ​ຜູກ​ພັນ ແລະ ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ, ພວກ​ເຮົາ​ແມ່ນ​ສ່ວນ​ໜຶ່ງ ແລະ ແມ່ນ​ສະ​ມາ​ຊິກ​ທີ່​ມີ​ຄວາມ​ຮັບ​ຜິດ​ຊອບ​”.

ກ​ານ​ແກ້ງ​ແຍ້ງ​ແມ່ນ​ປັດ​ໄຈ​ທີ່​ຈຳ​ເປັນ

ໃນ​ບົດ​ກ່າວ​ປາ​ໄສ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ໄດ້​ຊ​ີ້ໃຫ້​ເຫັນ ບັນ​ຫາ​ແກ້ງ​ແຍ້ງ​ແມ່ນ​ປັດ​ໄຈ​ຈຳ​ເປັນ. ເລື່ອງ​ຮັບ​ຮູ້​ຈະ​ແຈ້ງ​ລັກ​ສະ​ນະ​ແກ້ງ​ແຍ້ງ​ນີ້ ຊ່ວຍ​ໃຫ້​ພວກ​ເຮົາສາມາດ​ເຮັດ​ແຈ້ງ​ໄດ້ກ່ຽວກັບແນວ​ທາງ, ແບບ​ວິ​ທີ​ປະ​ຕິ​ບັດ​ແນວ​ທາງ​ການ​ຕ່າງ​ປະ​ເທດ​ຂອງ ຫວຽດ​ນາມ. ທ່ານ ປອ. ຫງວຽນ​ຮົ່ງ​ຫາຍ ເນັ້ນ​ໜັກ​ຕື່ມ​ອີກວ່າ:

“ເພື່ອ​ປົກ​ປັກ​ຮັກ​ສາ​ອະ​ທິ​ປະ​ໄຕ​ແຫ່ງ​ຊາດ ແລະ ພັດ​ທະ​ນາ, ປົກ​ປັກ​ຮັກ​ສາ​ພ​ື້ນ​ທີ່​ຄົງ​ຕົວ​ຂອງ​ປ​ະ​ເທດ​ຊາດ, ດ້ວຍ​ຖາ​ນະ​ເປັນ​ພາກ​ສ່ວນ​ທີ່​ບໍ່​ອາດຕັກ​ແຍກ​ອອກ​ຈາກ​ໂລກ​ໄດ້ນັ້ນ, ພວກ​ເຮົາ​ຕ້ອງ​ເປັນ​ເຈົ້າ​ການ​ກະ​ທຳ, ເຊິ່ງ​ກ່ອນ​ອື່ນ​ໝົດ​ແມ່ນ​ເປັນ​ເຈົ້າ​ການ​ເຂົ້າ​ຮ່ວມ​ວິ​ວັດ​ທະ​ນາ​ການ​ສ້າງ​ສາ ແລະ ສ້າງ​ກຳ​ນົດ​ກົດ​ລະ​ບຽບ; ເປັນ​ເຈົ້າ​ການ​ເຂົ້າ​ຮ່ວມ​ການ​ສ້າງ​ກົນ​ໄກ​ເພື່ອ​ຮັບ​ປະ​ກັນ​ໃຫ້​ບັນ​ດາ​ກົດ​ໝາຍ​ນັ້ນ ໄດ້​ຮັບ​ການ​ປະ​ຕິ​ບັດ​ຢ່າງ​ມີ​ປະ​ສິດ​ທິ​ຜົນ, ຮັບ​ປະ​ກັນ​ຜົນ​ປະ​ໂຫຍດ​ແຫ່ງ​ຊາດ. ເພາະ​ສະ​ນັ້ນ, ໂດຍ​ລວມ​ແລ້ວ, ຂ້າ​ພະ​ເຈົ້າ​ຖື​ວ່າ ນີ້​ແມ່ນ​ແບບ​ວິ​ທີ​ເຂົ້າ​ເຖິງ​ທີ່​ຖືກ​ຕ້ອງ, ແມ່ນ​ບາດ​ກ້າວ​ເດີນ​ທີ່​ຖືກ​ຕ້ອງ ແລະ ຈາກ​ການ​ຫັນ​ປ່ຽນ​ກ່ຽວ​ກັບ​ຈິນ​ຕະ​ນາ​ການ​ນີ້ເພື່ອ​ຜັນ​ຂະ​ຫຍາຍ​ປະ​ຕິ​ບັດ ຈະປະກອບສ່ວນເຂົ້າໃນການ​ຫັນ​ບັນ​ດາ​ເປົ້າ​ໝາຍ​ຂອງ​ປະ​ເທດ​ຊາດ​ທີ່​ວາງ​ອອກ​ໃນ​ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ XIV ຂອງ​ພັກ ໃຫ້ປະ​ກົດ​ຜົນ​ເປັນ​ຈິງໄດ້”.

ບົດ​ກ່າວ​ປາ​ໄສ​ຂອງ​ ທ່ານ​ເລ​ຂ​າ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ​ ໄດ້​ຊີ້ໃຫ້ເຫັນ​ວິ​ໄສ​ທັດ​ໃໝ່ໜຶ່ງ​ກ່ຽວ​ກັບ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ໃນ​ສັງ​ກາດ​ໃໝ່: ການ​ຕ່າງ​ປະ​ເທດ​ບໍ່​ພຽງ​ແຕ່​ແມ່ນ​ແບບ​ວິ​ທີ​ປົກ​ປັກ​ຮັກ​ສາ​ຜົນ​ປະ​ໂຫຍດ​ແຫ່ງ​ຊາດເທົ່າ​ນັ້ນ, ຫາກ​ຍັງ​ແມ່ນ​ກຳ​ລັງ​ນຳ​ໜ້າ​ໃນ​ການ​ສ້າງ​ສະ​ພາບ​ແວດ​ລ້ອມ​ສັນ​ຕິ​ພາບ, ເປີດ​ອອກ​ພື້ນ​ທີ່​ພັດ​ທະ​ນາ, ຍົກ​ສູງ​ທີ່​ຕັ້ງ​ຂອງ​ປະ​ເທດ​ຊາດ ແລະ ປະ​ກອບ​ສ່ວນ​ກຳ​ນົດ​ກົດ​ລະ​ບຽບ​ລວມ​​ຂອງ​ໂລກ​ອີກ​ດ້ວຍ./.