(ພາບ: VCCI)
ວັນທີ 13 ຕຸລາ ແມ່ນວັນນັກທຸລະກິດ ຫວຽດນາມ. ຖັນແຖວນັກທຸລະກິດ ຫວຽດນາມ ພວມຢືນຢັນບົດບາດຕັດສິນ, ກາຍເປັນກຳລັງຫຼັກແຫຼ່ງແກ່ນສານບົນເສັ້ນທາງນຳປະເທດຊາດບຸກທະລຸດ້ວຍເປົ້າໝາຍບັນລຸລະດັບເຕີບໂຕສອງຕົວເລກ. ໂດຍບໍ່ຢຸດຢູການເປີດກວ້າງຂອບຂະໜາດເທົ່ານັ້ນ, ພາລະກຳໃໝ່ຮຽກຮ້ອງວົງການນັກທຸລະກິດຕ້ອງປ່ຽນແປງໃໝ່ຮູບແບບການພັດທະນາ ແລະ ມີຄວາມໄວ້ເນື້ອເຊື່ອໃຈເພື່ອສ້າງຄວາມສາມາດແກ່ງແຍ້ງທີ່ເປັນເອກະລາດໃຫ້ແກ່ພື້ນຖານເສດຖະກິດອີກດ້ວຍ.
ຫວຽດນາມ ວາງເປົ້າໝາຍຮອດປີ 2030, ຈະກາຍເປັນປະເທດມີອຸດສາຫະກຳທັນສະໄໝ, ມີລາຍຮັບປານກາງສູງ ແລະ ຮອດປີ 2045 ກາຍເປັນປະເທດ ພັດທະນາ, ມີລາຍໄດ້ສູງ. ໃນສະພາບການນັ້ນ, ປະເທດຕ້ອງມີວິສາຫະກິດເປັນເຈົ້າການດ້ານເຕັກໂນໂລຢີຕື່ມອີກ, ມີເຄື່ອງໝາຍການຄ້າທີ່ໄດ້ຮັບຄວາມໄວ້ເນື້ອເຊື່ອໃຈ, ມີເຄືອຂ່າຍການຜະລິດທີ່ມີກຳລັງແກ່ງແຍ່ງກັບສາກົນ.
ວິສາຫະກິດພັດທະນາ, ປະເທດຊາດຮຸ່ງເຮືອງເຫຼືອງເຫຼື້ອມ
ປະຈຸບັນ, ຫວຽດນາມ ມີວິສາຫະກິດພວມເຄື່ອນໄຫວເກືອບ 1,1 ລ້ານແຫ່ງ, ປະກອບກວ່າ 60% GDP, ປະມານ 55% ຍອດລາຍຮັບງົບປະມານແຫ່ງລັດ ແລະ ສ້າງວຽກເຮັດງານທຳໃຫ້ແກ່ຜູ້ອອກແຮງງານປະມານ 17,6 ລ້ານຄົນ.
ຖັນແຖວນັກທຸລະກິດ ຫວຽດນາມ ມີຄວາມຄາດຫວັງຢ່າງໃຫຍ່ຫຼວງ.ບັນດາວິສາຫະກິດພາກເອກະຊົນນັບມື້ນັບປະກົດຕົວຢູ່ຫຼາຍໂຄງການທີ່ມີຂອບຂະໜາດໃຫຍ່. ຮວ່າຟາດ ພວມລົງທຶນກວ່າ 10.000 ຕື້ດົ່ງ ເຂົ້າໂຮງງານຜະລິດລາງລົດໄຟ ແລະ ເຫຼັກກ້າພິເສດຢູ່ ຢຸງກວດ; FPT ໄດ້ປະກາດສ້າງຕັ້ງໂຮງງານທົດສອບແລະຫຸ້ມຫໍ່ຊິບເຄິ່ງຊັກນຳໄຟຟ້າທີ່ທັນສະໄໝຢູ່ ບັກນິງ; Viettel ໄດ້ອອກແບບຊິບ 5G DFE ແລະ ພັດທະນາລະບົບນິເວດອຸປະກອນ 5G ເອງ. ບັນດາບາດກ້າວນັ້ນສະແດງໃຫ້ເຫັນວ່າ ວິສາຫະກິດ ຫວຽດນາມ ພວມຊອກຫາວິທີເຂົ້າເລິກບັນດາຂອດມີມູນຄ່າເພີ່ມສູງຂອງຕ່ອງໂສ້ເຕັກໂນໂລຢີ.
ນັກທຸລະກິດ ຟ້າມຈຸງກຽນ, ຜູ້ອຳນວຍການໃຫຍ່ບໍລິສັດຫຸ້ນສ່ວນເຄື່ອງໃຊ້ໃນຫ້ອງການ ຮົ່ງຮ່າ, ແບ່ງປັນວ່າ:
“ນັກທຸລະກິດ ຫວຽດນາມ ພວມສະແດງໃຫ້ເຫັນຄວາມຄາດຫວັງອັນໃຫຍ່ຫຼວງທີ່ສຸດ ນັ້ນແມ່ນຄວາມຄາດຫວັງສ້າງຄວາມຮັ່ງມີ, ການອຸທິດສ່ວນ. ທີສອງ, ນັກທຸລະກິດມີຄວາມເອກອ້າງຖະນົງໃຈເມື່ອ ພັກ, ລັດໄດ້ກຳນົດວ່ານີ້ແມ່ນກຳລັງແນວໜ້າໃນແນວຮົບເສດຖະກິດ.”
ວິໄສທັດຍຸດທະສາດຂອງພັກ ແລະ ລັດ
ໃນໄລຍະເກືອບສອງປີຜ່ານມາ, ພັກ, ລັດ ໄດ້ປະກາດໃຊ້ລະບົບບັນດາມະຕິກ່ຽວກັບການພັດທະນາເສດຖະກິດ - ສັງຄົມ ເພື່ອແນໃສ່ເປີດຊ່ອງທາງ, ສ້າງພື້ນຖານນິຕິກຳໃຫ້ແກ່ບັນດາການເຄື່ອນໄຫວຜະລິດ, ດຳເນີນທຸລະກິດ ການອອກແຮງງານທຳການຜະລິດ, ເພື່ອໃຫ້ບັນດາວິສາຫະກິດ, ນັກທຸລະກິດ ແລະ ຜູ້ອອກແຮງງານມີໂອກາດພັດທະນາ. ມະຕິສະບັບເລກທີ 68 ຂອງກົມການເມືອງຢືນຢັນວ່າ ເສດຖະກິດພາກເອກະຊົນແມ່ນກຳລັງຂັບເຄື່ອນສຳຄັນທີ່ສຸດຂອງພື້ນຖານເສດຖະກິດແຫ່ງຊາດ, ເປັນກຳລັງນຳໜ້າໃນການພັດທະນາວິທະຍາສາດ, ເຕັກໂນໂລຊີ, ນະວັດຕະກຳ ແລະ ການຫັນເປັນດີຈີຕອນ. ມະຕິສະບັບເລກທີ 79 ຂອງກົມການເມືອງສືບຕໍ່ຢືນຢັນ ບົດບາດນຳໜ້າຂອງເສດຖະກິດແຫ່ງລັດ, ວາງອອກຄວາມຮຽກຮ້ອງພັດທະນາລັດວິສາຫະກິດ ທີ່ມີຄວາມສາມາດໃນການນຳພາ, ເປີດຊ່ອງທາງໃນບັນດາຂະແໜງການ, ຂົງເຂດຫຼັກ, ຍຸດທະສາດ... ເປັນຄັ້ງທຳອິດ, ທີ່ສະພາແຫ່ງຊາດປະກາດໃຊ້ມະຕິສະບັບເລກທີ 198 ກ່ຽວກັບບາງກົນໄກ, ນະໂຍບາຍພິເສດກ່ຽວກັບການພັດທະນາເສດຖະກິດພາກເອກະຊົນ - ຫັນມະຕິຂອງພັກເປັນລະບອບລະບຽບການພາຍຫຼັງເວລາພຽງ 12 ວັນ.
ລັດຖະບານກໍ່ໄດ້ຍົກເລີກນັບພັນເງື່ອນໄຂດຳເນີນລຸລະກິດ, ໃບອະນຸຍາດທີ່ບໍ່ຈຳເປັນ, ດ້ວຍຈິດໃຈສ້າງສັນເພື່ອພັດທະນາ ແລະ ຮັບໃຊ້, ຖືຄວາມໄວ້ເນື້ອເຊື່ອໃຈຂອງວິສາຫະກິດເປັນໄມ້ຫຼ້າວັດແທກປະສິດທິຜົນຂອງອຳນາດການປົກຄອງ. ກ່າວຄຳເຫັນທີ່ການພົບປະກັບນັກທຸລະກິດດີເດັ່ນ, ທີ່ຈັດຂຶ້ນໃນຕອນບ່າຍວັນທີ 12 ຕຸລາ, ຢູ່ຮ່າໂນ້ຍ, ທ່ານ ໂຕເລີມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ຫວຽດນາມ, ຊີ້ແຈ້ງວ່າ:
“ລັດຕ້ອງແກ້ໄຂທຸກຂໍ້ຄົງຄ້າງ, ຂໍ້ບົກພ່ອງທີ່ຂຶ້ນກັບຄວາມຮັບຜິດຊອບຂອງຕົນຢ່າງເຖິງຖອງ, ວິສາຫະກິດຕ້ອງເປັນເຈົ້າການປ່ຽນແປງໃໝ່, ບືນຕົວຂຶ້ນ. ຄວາມໄວ້ວາງໃຈຕ້ອງໄດ້ຮັບການຄູນສ້າງຈາກທັງສອງຝ່າຍ. ລັດປົກປ້ອງສິດຖືກຕ້ອງຕາມກົດໝາຍທຳ, ປະຕິບັດຖືກຕາມຄຳໝັ້ນສັນຍາ, ສ່ວນວິສດາຫະກິດ ລົງທຶນໄລຍະຍາວ, ເຄົາລົບກົດໝາຍ, ແບ່ງປັນຄວາມຮັບຜິດຊອບກັບຜູ້ອອກແຮງງານ ແລະ ປະຊາຄົມ.”
ປີ 2045, ສະເຫຼີມສະຫຼອງ 100 ປີແຫ່ງການສ້າງຕັ້ງປະເທດຊາດ, ບໍ່ພຽງແຕ່ເປັນຂີດໝາຍກ່ຽວກັບເວລາເທົ່ານັ້ນ. ນັ້ນຍັງແມ່ນເປົ້າໝາຍເຊິ່ງ ຫວຽດນາມ ໄດ້ວາງອອກໃຫ້ແກ່ການເດີນທາງກາຍເປັນປະເທດພັດທະນາ, ຮັ່ງມີເຂັ້ມແຂງ ແລະ ຈະເລີນຮຸ່ງເຮືອງ. ໃນການເດີນທາງນັ້ນ,ບົດບາດຂອງວິສາຫະກິດ, ນັກທຸລະກິດແມ່ນຂາດບໍ່ໄດ້.
