ນີ້ກໍແມ່ນສານລຸລ່ວງ ທີ່ລັດຖະບານໄດ້ເນັ້ນໜັກໃນກອງປະຊຸມກັບທ້ອງຖິ່ນຕ່າງໆກ່ຽວກັບແຜນການເຕີບໂຕເສດຖະກິດປີ 2026 ເມື່ອວັນທີ 4 ກໍລະກົດຜ່ານມາ.
ສະພາບການຕົວຈິງໄດ້ຊີ້ໃຫ້ເຫັນວ່າ ກຳລັງບົ່ມຊ້ອນພັດທະນາຂອງແຕ່ລະທ້ອງຖິ່ນແມ່ນບໍ່ຄືກັນ. ດັ່ງນັ້ນ, ສິ່ງທີ່ສຳຄັນ ບໍ່ແມ່ນໝູນໃຊ້ຮູບແບບດຽວເທົ່ານັ້ນ, ຫາກຍັງຕ້ອງເສີມຂະຫຍາຍທ່າໄດ້ປຽບສະເພາະຂອງຕົນຢ່າງມີປະສິດທິຜົນທີ່ສຸດ, ພ້ອມທັງສຸມໃສ່ແກ້ໄຂບັນດາຈຸດອຸດຕັນທີ່ພວມກີດຂວາງການເຕີບໂຕ. ຫຼາຍທ້ອງຖິ່ນໄດ້ຍົກອອກຄຳໝັ້ນສັນຍາ ແລະ ມາດຕະການລະອຽດທີ່ສຸດໃຫ້ແກ່ໄລຍະເພີ່ມລະດັບຄວາມໄວໃນຊຸມເດືອນທ້າຍປີ.
ທ້ອງຖິ່ນລະໜຶ່ງມາດຕະການ, ພ້ອມກັນມຸ່ງໄປເຖິງເປົ້າໝາຍລວມ
ແຂວງ ແທງຮວ໊າ ກຳນົດວ່າ ອຸດສາຫະກຳ, ນະວັດຕະກຳ ແລະ ເສດຖະກິດດີຈີຕອນແມ່ນບັນດາກຳລັງໜູນເຕີບໂຕໃໝ່. ພ້ອມກັບການຍູ້ໄວຄວາມຄືບໜ້າປະມານ 15 ໂຄງການໃຫຍ່ ທີ່ມີເງິນລົງທຶນທັງໝົດກວ່າ 35.000 ຕື້ດົ່ງ (1,33 ຕື້ USD) ເຂົ້າເຄື່ອນໄຫວໃນປີນີ້ແລ້ວ, ທາງທ້ອງຖິ່ນກໍໄດ້ສ້າງສຳເລັດບັນດາກົນໄກໜູນຊ່ວຍລະບົບນິເວດເລີ່ມຕົ້ນທຸລະກິດ, ສ້າງເຂດເຕັກໂນໂລຢີສູງງແລະ ຊຸກຍູ້ບັນດາໂຄງການພະລັງງານຍຸດທະສາດ. ທ່ານ ຫງວຽນຮວ່າຍແອັງ ປະທານຄະນະກຳມະການປະຊາຊົນແຂວງ ແທັງຮວ໊າ ໃຫ້ຮູ້ວ່າ:
“ແທັງຮວ໊າ ສືບຕໍ່ຊຸກຍູ້ລະບົບນິເວດນີ້ ແລະ ໄດ້ກໍ່ສ້າງສຳເລັດ 2 ແຜນຮ່າງກ່ຽວກັບບໍລິສັດນະວັດຕະກຳ ແລະ ກອງທຶນ VC (Venture Capital), ແນໃສ່ສ້າງສະພາບແວດລ້ອມທີ່ສະດວກໃຫ້ແກ່ການເລີ່ມຕົ້ນທຸລະກິດພັດທະນາ. ທາງແຂວງ ກໍພວມຍູ້ໄວຂັ້ນຕອນກໍ່ສ້າງເຂດອຸດສາຫະກຳສູງ ແລະ ວາງແຜນຜັງບັນດາຮູບແບບເສດຖະກິດດີຈີຕອນ. ພ້ອມດຽວກັນນັ້ນ, ຜັນຂະຫຍາຍໂຄງການສາງແຮນ້ຳມັນດິບ ແລະ ບັນດາຜະລິດຕະພັນນໍ້າມັນແຫ່ງຊາດໃນບໍລິເວນແຂວງ ໂດຍໄວ”.
ໃນຂະນະນັ້ນ, ແຂວງ ເຊີນລາ ໄດ້ເລືອກເອົາການພັດທະນາພື້ນຖານໂຄງລ່າງງແລະ ດຶງດູດການລົງທຶນເປັນໄມ້ງັດການເຕີບໂຕ. ສໍາລັບແຂວງ ຮ່າຕິງ, ບຸລິມະສິດແຖວໜ້າພັດແມ່ນການຂຸດຄົ້ນບັນດາແຫຼ່ງກຳລັງ. ສ່ວນແຂວງ ຢາລາຍ ຖືກະສິກຳທີ່ມີຂອບຂະໜາດໃຫຍ່ ແລະ ການລົງທຶນພາກເອກະຊົນຈະສ້າງກຳລັງບົ່ມຊ້ອນໃຫ້ແກ່ການເຕີບໂຕໃນຊຸມປີຈະມາເຖິງ, ສູ້ຊົນບັນລຸເປົ້າໝາຍເຕີບໂຕໃນປີ 2026 ແມ່ນ 10,2%. ທ່ານ ຟ້າມແອັງຕວັນ ປະທານຄະນະກຳມະການປະຊາຊົນ ແຂວງ ຢາລາຍ ຢັ້ງຢືນວ່າ:
“ສຳລັບກະສິກຳ, ທາງແຂວງ ໄດ້ສຸມໃສ່ການວາງແຜນຜັງທີ່ດິນຄືນໃໝ່ເພື່ອສ້າງບັນດາເຂດວັດຖຸດິບໃຫຍ່ຢູ່ທາງທິດຕາເວັນຕົກແຂວງ ຢາລາຍ. ສຸມໃສ່ຜັນຂະຫຍາຍ 405 ໂຄງການ ທີ່ໄດ້ຮັບການຮັບຮອງແຜນນະໂຍບາຍລົງທຶນ, ດ້ວຍເງິນລົງທຶນທັງໝົດກວ່າ 350.000 ຕື້ດົ່ງ. ຖ້າບັນດາໂຄງການດັ່ງກ່າວໄດ້ຮັບການຍູ້ໄວຄວາມຄືບໜ້າ, ປະຕິບັດສຳເລັດຢ່າງວ່ອງໄວນັ້ນ ເປົ້າໝາຍການເຕີບໂຕແມ່ນ 10% ໃນປີນີ້ ແລະ ທັງໄລຍະ ກໍຈະສາມາດບັນລຸໄດ້. ໄປຄຽງຄູ່ກັນນັ້ນ, ພວກຂ້າພະເຈົ້າກໍສຸມໃສ່ການປ່ອຍເງິນລົງທຶນພາກລັດ ເພື່ອຮັບປະກັນໃຫ້ 100% ທຶນໄດ້ຮັບການປ່ອຍເງິນຢ່າງເດັດຂາດ”.
ເສີມຂະຫຍາຍທ່າໄດ້ປຽບສະເພາະ, ສ້າງກຳລັງແຮງສັງລວມໃຫ້ແກ່ທົ່ວພື້ນຖານເສດຖະກິດ
ຈຸດລວມໃນບັນດາແຜນການເຄື່ອນໄຫວຂອງທ້ອງຖິ່ນຕ່າງໆແມ່ນສຸມໃສ່ການຂຸດຄົ້ນແຫຼ່ງກຳລັງລົງທຶນ, ພັດທະນາພື້ນຖານໂຄງລ່າງ, ປັບປຸງສະພາບແວດລ້ອມດຳເນີນທຸລະກິດ ແລະ ສ້າງບັນດາກຳລັງໜູນເຕີບໂຕໃໝ່ຕື່ມອີກ. ນີ້ກໍແມ່ນບັນດາປັດໄຈ ທີ່ລັດຖະບານກຳນົດ ຈະຕັດສິນຄວາມອາດສາມາດປະຕິບັດສຳເລັດເປົ້າໝາຍເຕີບໂຕຂອງທັງພື້ນຖານເສດຖະກິດ.
ໂດຍແມ່ນທ້ອງຖິ່ນນຳໜ້າດ້ານເສດຖະກິດຂອງທົ່ວປະເທດ, ນະຄອນ ໂຮ່ຈີມິນ ສືບຕໍ່ສະແດງຄວາມຕັດສິນໃຈຮັກສາບົດບາດນຳໜ້າ. ທ່ານ ຫງວຽນວັນເດືອກ ປະທານຄະນະກຳມະການປະຊາຊົນນະຄອນ ໂຮ່ຈີມິນ ຊີ້ແຈ້ງວ່າ:
“ເພື່ອບັນລຸລະດັບເຕີບໂຕກວ່າ 10% ໃນໄຕມາດທີ III, ທາງນະຄອນ ຕ້ອງບັນລຸລະດັບການເຕີບໂຕແຕ່ 11 – 11,8%. ສະນັ້ນ, ຕ້ອງລະດົມດ້ວຍທຸກແຫຼ່ງກຳລັງລົງທຶນພາກເອກະຊົນ ເຂົ້າໃນ GRDP ແລະ ຕັດສິນໃຈປ່ອຍເງິນລົງທຶນ 100% ແຜນການລົງທຶນພາກລັດ. ພ້ອມກັບການປ່ອຍເງິນລົງທຶນຂອງບັນດາໂຄງການລົງທຶນຕາມຮູບແບບ PPP (ຄູ່ຮ່ວມມືພາກລັດ - ພາກເອກະຊົນ), ທ້າຍປີນີ້ ນະຄອນຈະບັນລຸໄດ້ລະດັບການເຕີບໂຕແມ່ນ 10% ຕາມຄຳໝັ້ນໝາຍກັບສູນກາງ”.
ເປົ້າໝາຍການເຕີບໂຕສອງຕົວເລກແມ່ນສິ່ງທ້າທາຍ, ແຕ່ກໍແມ່ນກຳລັງໜູນເພື່ອໃຫ້ບັນດາທ້ອງຖິ່ນປ່ຽນແປງໃໝ່ຈິນຕະນາການ, ຂຸດຄົ້ນແຫຼ່ງກຳລັງງແລະ ເສີມຂະຫຍາຍທ່າໄດ້ປຽບພັດທະນາໄດ້ຢ່າງເຕັມສ່ວນ. ຄວາມຕັດສິນໃຈ ແລະ ການກະທຳຄົບຊຸດຂອງບັນດາທ້ອງຖິ່ນບໍ່ພຽງແຕ່ສ້າງພື້ນຖານເພື່ອປະຕິບັດສຳເລັດເປົ້າໝາຍເຕີບໂຕເທົ່ານັ້ນ, ຫາກຍັງຢັ້ງຢືນພາບພົດປະເທດ ຫວຽດນາມ ເປັນເຈົ້ນການປະຕິຮູບ, ຂະຫຍັນຂັນເຄື່ອນ ແລະ ແມ່ນຈຸດໝາຍປາຍທາງລົງທຶນທີ່ດູດດື່ມໃນພາກພື້ນອີກດ້ວຍ./.
