ປະຫວັດສາດຂອງຊາດ ຫວຽດນາມ ໄດ້ເລີ່ມຕົ້ນດ້ວຍຍຸກສະໄໝຂອງເຈົ້າຊີວິດຮຸ່ງ ດ້ວຍຄຸນງາມຄວາມດີອັນຍິ່ງໃຫຍ່ຈາກບັນດາເຈົ້າຊີວິດຮຸ່ງ ໃນການບຸກເບີກພື້ນທີ່ເປີດທາງສ້າງພື້ນຖານສ້າງຕັ້ງປະເທດ ວັນລາງ ຂຶ້ນມາ. ໂດຍຈົດຈຳຄຸນງາມຄວາມດີອັນຍິ່ງໃຫຍ່ນັ້ນ, ແຕ່ນັບພັນປີກ່ອນ, ຊາວຫວຽດນາມ ໄດ້ເຊີດຊູເຄົາລົບນັບຖືບັນດາເຈົ້າຊີວິດຮຸ່ງເປັນບັນພະບຸລຸດຂອງຊາດ. ການເຫຼື້ອມໃສບູຊາບັນດາເຈົ້າຊີວິດຮຸ່ງ ຄືດັ່ງເປັນສາຍໃຍອັນສັກສິດຜູກມັດອະດີດຕະການກັບປັດຈຸບັນ, ຜູກພັນບຸກຄົນກັບຊຸມຊົນ.
ຄວາມຜູກພັນລະຫວ່າງພາຍໃນ ແລະ ຕ່າງປະເທດ
ຫວຽດນາມ ມີປູຊະນີຍະສະຖານໄຫວ້ບູຊາບັນດາເຈົ້າຊີວິດຮຸ່ງ ແລະ ກ່ຽວຂ້ອງເຖິງສະໄໝເຈົ້າຊີວິດຮຸ່ງ ກວ່າ 1.400 ແຫ່ງ ຢູ່ທົ່ວທຸກເຂດພາກ, ນັບແຕ່ ຮ່າໂນ້ຍ, ຫາຍຟ່ອງ, ບັກນິງ, ຖາຍງວຽນ, ລ້າງເຊີນ, ເງະອານ, ເລິມດົ່ງ, ແຄັງຮວ່າ, ດົ່ງນາຍ, ນະຄອນ ໂຮ່ຈີມິນ, ອານຢາງ, ເກີ່ນເທີ…
ແຕ່ລະປີ, ການເຄື່ອນໄຫວໄຫວ້ບູຊາບັນດາເຈົ້າຊີວິດຮຸ່ງ ໄດ້ດຳເນີນຢູ່ຫຼາຍບ່ອນ ແຕ່ສະຖານທີ່ຫຼັກຍັງຄົງແມ່ນແຂວງ ຝູເຖາະ, ບ່ອນທີ່ມີເຂດປູຊະນີຍະສະຖານປະຫວັດສາດລະດັບຊາດພິເສດ ວິຫານຮຸ່ງ. ຮູບພາບບັນຍາກາດປະຊາຊົນນັບໝື່ນຄົນຢູ່ທົ່ວທຸກເຂດພາກມາຖະຫວາຍທູບທຽນອາໄລຫາບັນພະບຸລຸດ ໂດຍແມ່ນພະຍານຫຼັກຖານທີ່ມີຊີວິດຊີວາໃຫ້ແກ່ການຜູກພັນວົງຄະນະຍາດ. ຈິດໃນນັ້ນ ໄດ້ຊ່ວຍໃຫ້ປະຊາຊົນ ຫວຽດນາມ ຜ່ານຜ່າໄລຍະທີ່ປະສົບກັບຄວາມຫຍຸ້ງຍາກທີ່ສຸດ, ຄືດັ່ງເປັນວິທີທີ່ບັນດາເຜົ່າຮ່ວມແຮງຮ່ວມໃຈໃນພາລະກິດທ້ອນໂຮມປະເທດຊາດເປັນເອກະພາບ, ຮັກສາພື້ນຖານເອກະລາດ ຫຼື ໃນໄລຍະເກີດໂລກລະບາດໂຄວິດ - 19, ໃນຍາມເກີດພະຍຸ, ນ້ຳຖ້ວມນັ້ນ, ຈິດໃຈຄວາມຮັກແພງຂອງວົງຄະນະຍາດກໍປະກາຍແຈ້ງຂຶ້ນ.
ວັນບຸນໄຫວ້ບູຊາບັນດາເຈົ້າຊີວິດຮຸ່ງ ໄດ້ກາຍເປັນວັນບຸນລວມຂອງປະຊາຊົນ ຫວຽດນາມ ທັງຢູ່ພາຍໃນ ແລະ ຕ່າງປະເທດ, ຢູ່ໃສກໍໄດ້ດຳເນີນພິທີຖະຫວາຍທູບທຽນ, ພາວະນາຂໍໃຫ້ປະຊາຊົນໄດ້ດຳລົງຊີວິດໃນຄວາມສະຫງົບສຸກ, ປະເທດຊາດຄົງຕົວຢ່າງໝັ້ນຄົງ ແລະ ພັດທະນາ. ທ່ານ ຮວ່າງດິ່ງຖັງ, ປະທານສະຫະສະມາຄົມຊາວ ຫວຽດນາມ ອາໄສຢູ່ ເອີຣົບ, ແບ່ງປັນວ່າ:
“ພວກຂ້າພະເຈົ້າຍາມໃດກໍຖືການຈັດຕັ້ງບັນດາວັນບຸນປະເພນີເປັນສຳຄັນ, ພິເສດແມ່ນພິທີໄຫວ້ບູຊາບັນດາເຈົ້າຊີວິດຮຸ່ງ. ການເຄື່ອນໄຫວນີ້ແມ່ນມີຄວາມໝາຍພິເສດທີ່ສຸດຕໍ່ປະຊາຄົມຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ ເພື່ອຍາມໃດກໍຕັກເຕືອນວ່າ ຊາວ ຫວຽດນາມ ມີກົກເຄົ້າເຫງົ້າກໍອັນດຽວກັນ, ຈາກນັ້ນ ພວກເຮົາກໍສະແດງໃຫ້ເຫັນເຖິງຄວາມສາມັກຄີ, ອຸ້ມຊູຊ່ວຍເຫຼືອເຊິ່ງກັນ ແລະ ກັນ ແລະ ເສີມຂະຫຍາຍມູນເຊື້ອອັນດີງາມຂອງຊາດ”.
ສາມັກຄີເພື່ອພັດທະນາປະເທດຊາດ
ເສີມຂະຫຍາຍຄຸນຄ່າຂອງວັນບຸນໄຫວ້ບູຊາບັນດາເຈົ້າຊີວິດຮຸ່ງ ບໍ່ໄດ້ຢຸດຢູ່ທີ່ການຈັດຕັ້ງບັນດາພິທີກຳຢ່າງເຄັ່ງຂຶມສະຫງ່າເທົ່ານັ້ນ ຫາກຍັງແມ່ນວິວັດການອະນຸລັກຮັກສາ, ຫຼໍ່ລ້ຽງຈິດໃຈຮັກຊາດ ແລະຈິດໃຈສາມັກຄີ, ຄວາມເອກອ້າງທະນົງໃຈໃນໝູ່ຊາວ ຫວຽດນາມ ແຕ່ລະຄົນອີກດ້ວຍ.
ຊຸມວັນນີ້, ປະເທດຊາດໄດ້ຫັນໄປສູ່ໄລຍະພັດທະນາໃໝ່ ດ້ວຍໜ້າທີ່ຫັນເປົ້າໝາຍ 100 ປີພາຍໃຕ້ການນຳພາຂອງພັກກອມມູນິດ ຫວຽດນາມ ໃນປີ 2030, 100 ປີສະຖາປະນາປະເທດ ສສ. ຫວຽດນາມ ໃນປີ 2045 ໃຫ້ປະກົດຜົນເປັນຈິງ. ຄວາມຄາດຫວັງ "ປະຊາຊົນຮັ່ງມີ, ປະເທດຊາດເຂັ້ມແຂງ, ປະຊາທິປະໄຕ, ຍຸຕິທຳ, ສິວິໄລ” ຮຽກຮ້ອງຕ້ອງມີກຳລັງແຮງພາຍໃນໃໝ່, ຮູບແບບການເຕີບໂຕໃໝ່, ກຳລັງພັດທະນາໃໝ່. ແຕ່ພື້ນຖານເພື່ອກ້າວໄປໄກ, ໄປເຖິງຜົນສຳເລັດຍັງຄົງແມ່ນຄວາມສາມັກຄີ. ສາມັກຄີເພື່ອແກ້ໄຂຈຸດອັດຕັນທາງດ້ານລະບອບລະບຽບການ; ສາມັກຄີເພື່ອລຸລ່ວງທຸກແຫຼ່ງກຳລັງ; ສາມັກຄີເພື່ອແບ່ງເບົາຄວາມສ່ຽງ, ທະວີຄູນກາລະໂອກາດ; ສາມັກຄີເພື່ອບໍ່ໃຫ້ມີຜູ້ໃດຖືກປະໄວ້ຢູ່ທາງຫຼັງ… ມະຫາສາມັກຄີນັ້ນແມ່ນກຳລັງໜູນພາຍໃນທີ່ເປັນແກ່ນສານ. ໃນເວທີສາກົນ, ປະເທດ ຫວຽດນາມ ສາມັກຄີກໍແມ່ນປະເທດ ຫວຽດນາມ ມີຄວາມໄວ້ວາງໃຈ. ນ້ຳໃຈມະຫາສາມັກຄີທົ່ວປວງຊົນທັງຊາດແມ່ນ “ບັດປະຈຳຕົວ” ຊ່ວຍໃຫ້ ຫວຽດນາມ ໝັ້ນໃຈເຊື່ອມໂຍງ. ທ່ານ ບຸ່ຍຮວ່າຍເຊີນ, ກຳມະການສະເພາະກິດກຳມາທິການວັດທະນະທຳ ແລະ ສັງຄົມ ຂອງສະພາແຫ່ງຊາດ ຫວຽດນາມ ຖືວ່າ:
“ຄວາມເຊື່ອຖືເຫຼື້ອມໃສໄຫວ້ບູຊາບັນດາເຈົ້າຊີວິດຮຸ່ງ ບໍ່ພຽງແຕ່ໄດ້ຊ່ວຍສ້າງກຳລັງແຮງຂອງນ້ຳໃຈສາມັກຄີ, ກຳລັງແຮງຂອງນ້ຳໃຈຮັກຊາດ ຢູ່ພາຍໃນປະເທດເທົ່ານັ້ນ ຫາກຍັງຢູ່ຕ່າງປະເທດອີກດ້ວຍ. ວັນບຸນໄຫວ້ບູຊາບັນພະບຸລຸດຂອງຊາດຖືກຈັດຂຶ້ນຢູ່ຫຼາຍປະເທດໃນໂລກເພື່ອພາຄວາມເຊື່ອໝັ້ນ, ຈິດວິນຍານຂອງຊາວ ຫວຽດນາມ ຢູ່ທຸກແຖບຖິ່ນໃນທົ່ວໂລກ ອວ່າຍໜ້າເມືອຫາກົກເຄົ້າເຫງົ້າກໍ, ກັບເມືອຫາວັນບຸນວິຫານຮຸ່ງ. ສິ່ງເຫຼົ່ານັ້ນ ໄດ້ສ້າງເປັນນ້ຳໃຈສາມັກຄີ, ນ້ຳໃຈຮັກຊາດ ແລະ ສ້າງເປັນກຳລັງແຮງ ຫວຽດນາມ ຢ່າງແທ້ຈິງ”.
ຈາກກົກເຄົ້າເຫງົ້າກໍປະຫວັດສາດຕະຫຼອດຮອດຊີວິດຍຸກປັດຈຸບັນ, ວັນບຸນໄຫວ້ບູຊາບັນດາເຈົ້າຊີວິດຮຸ່ງ ໄດ້ກາຍເປັນສັນຍາລັກໃຫ້ແກ່ຈິດໃຈຂອງຊາດ ຫວຽດນາມ. ໃນວິວັດທະນາການພັດທະນາ ແລະ ເຊື່ອມໂຍງ, ບັນດາຄຸນຄ່ານັ້ນ ກໍແມ່ນພື້ນຖານທາງດ້ານຈິດໃຈອັນໝັ້ນແກ່ນ, ຫຼໍ່ລ້ຽງກຳລັງແຮງມະຫາສາມັກຄີທົ່ວປວງຊົນທັງຊາດ, ເພື່ອໃຫ້ ຫວຽດນາມ ກ້າວຂຶ້ນ, ເພື່ອສ້າງສາປະເທດຊາດ ຫວຽດນາມ ໃຫ້ຍືນຍົງຕະຫຼອດການ./.
