ນັບແຕ່ຕົ້ນປີ 2026, ຄະນະກຳມະການ ປຊຊ ຕາແສງ ເຟືອງລຽດ ໄດ້ຈັດການສຳຫຼວດກວດກາສະພາບການ, ຈຳນວນຮາກຖານດຳເນີນທຸລະກິດດ້ານສະບຽງອຫານ, ການບໍລິການກິນດື່ມ. ຈັດກອງປະຊຸມຜັນຂະຫຍາຍໜ້າທີ່ ແລະ ຈັດຊຸດຝຶກອົບຮົມຄວາມຮູ້ກ່ຽວກັບການຮັບປະກັນຫຼັກອະນາໄມສະບຽງອາຫານ. ທ່ານນາງ ໂງມິນຮົ່ງ, ຮອງປະທານ ຄະນະກຳມະການ ປຊຊ ຕາແສງ ເຟືອງລຽດ ໃຫ້ຮູ້ວ່າ:
ໃນວິວັດການຜັນຂະຫຍາຍຮູບແບບຖະໜົນຮັບປະກັນຫຼັກອະນາໄມສະບຽງອາຫານ, ບັນດາກຳລັງມີໜ້າທີ່ຮັບຜິດຊອບຂອງຕາແສງຄື: ຫ້ອງການວັດທະນະທຳ, ສັງຄົມ, ເສດຖະກິດ, ພື້ນຖານໂຄງລ່າງ ແລະ ຕົວເມືອງ, ສຸກສາລາໄດ້ແນະນຳ, ໜູນຊ່ວຍບັນດາຮາກຖານການຜະລິດ, ດຳເນີນທຸລະກິດ, ປຊຊ ຕັ້ງໜ້າເຂົ້າຮ່ວມການຕິດຕາມກວດກາ, ປະສິດທິຜົນການຄຸ້ມຄອງໄດ້ຍົກສູງຂຶ້ນຢ່າງຈະແຈ້ງ. ຖືເອົາການປ້ອງກັນສະກັດກັ້ນເປັນຕົ້ນຕໍ, ຖືເອົາການຫັນເປັນດີຈີຕອນເປັນເຄື່ອງມື, ສົມທົບກັນຢ່າງແໜ້ນແຟ້ນລະຫວ່າງການໂຄສະນາ, ແນະນຳ ກັບການກວດກາ, ຕິດຕາມກວດກາ, ເສີມຂະຫຍາຍບົດບາດຂອງປະຊາຄົມໃນວຽກງານຮັບປະກັນຫຼັກອະນາໄມສະບຽງອາຫານ.
ປະຈຸບັນ, ຖະໜົນ ເລຈ້ອງເຕິນ ມີ 25 ຮາກຖານການຜະລິດ, ດຳເນີນທຸລະກິດດ້ານສະບຽງອາຫານ ແລະ 60 ຮາກຖານດຳເນີນທຸລະກິດການບໍລິການກິນດື່ມ, ຂອງກິນແຄມຖະໜົນ. ແຕ່ລະຮູບແບບມີຈຸດພິເສດສະເພາະ, ດັ່ງນັ້ນ, ຄະນະກຳມະການ ປຊຊ ຕາແສງ ເຟືອງລຽດ ໄດ້ແນະນຳຕາມແຕ່ລະກຸ່ມເປົ້າໝາຍ, ຫນູນຊ່ວຍແຕ່ລະຮາກຖານ ສຳເລັດບັນດາເງື່ອນໄຂຮັບປະກັນຫຼັກອະນາໄມສະບຽງອາຫານທີ່ມີການຄວບຄຸມ; ເຊັນຄຳໝັນສັນຍາ ຮັບປະກັນຫຼັກອະນາໄມສະບຽງອາຫານ… ອ້າຍ ບຸ່ຍມິນຈີ ຜູ້ຈັດການຮ້ານອາຫານ Gogi ຢູ່ ຖະໜົນ ເລຈ້ອງເຕິນ ໃຫ້ຮູ້ວ່າ:
ເມື່ອຜັນຂະຫຍາຍຖະໜົນຮັບປະກັນຫຼັກອະນາໄມສະບຽງອາຫານ, ພວກຂ້າພະເຈົ້າໄດ້ເຂົ້າຮ່ວມການຝຶກອົບຮົມ ແລະ ໄດ້ຮັບການໜູນຊ່ວຍບຳລຸງຄວາມຮູ້ກ່ຽວກັບການຮັບປະກັນຫຼັກອະນາໄມສະບຽງອາຫານ. ຈາກນັ້ນ, ພວກຂ້າພະເຈົ້າສ້າງທັກສະໃຫ້ສຳເລັດສົມບູນຈາກຂອດຮັບໃຊ້, ປຸງແຕ່ງເບື້ອງຕົ້ນ, ເກັບຮັກສາສະບຽງອາຫານຕະຫຼອດຮອດການປຸງແຕ່ງ ເພື່ອນຳມາເຊິ່ງຄຸນນະພາບອາຫານທີ່ດີທີ່ສຸດໃຫ້ແກ່ລູກຄ້າ, ມີຄາບອາຫານທີ່ບັນລຸຄຸນນະພາບທີ່ດີ ແລະ ຮັບປະກັນຫຼັກອະນາໄມສະບຽງອາຫານ.
ບັນດາຮ້ານອາຫານຢູ່ຖະໜົນ ເລຈ້ອງເຕິນ ໄດ້ປະຕິບັດຄຳຮຽກຮ້ອງກ່ຽວກັບເງື່ອນໄຂຮັບປະກັນຫຼັກອະນາໄມສະບຽງອາຫານຢ່າງເຂັ້ມງວດ. ຫຼາຍຮາກຖານຂາຍອາຫານ, ເຮັດບໍລິການກິນດື່ມໄດ້ເປັນເຈົ້າການຍົກສູງຄວາມຮູ້ຄວາມເຂົ້າໃຈ, ສ້າງບັນດາເງື່ອນໄຂ ຮັບປະກັນຫຼັກອະນາໄມສະບຽງອາຫານສຳເລັດ ແລະ ສ້າງວັດທະນະທຳການດຳເນີນທຸລະກິດທີ່ມີຄວາມຮັບຜິດຊອບເທື່ອລະກ້າວ. ອ້າຍ ກາວຫວຽດບັກ, ຜູ້ຈັດການຮ້ານອາຫານຈຸ່ມ ຫວຽດ-ບໍລິສັດຫຸ້ນສ່ວນ ລິນດ່າມ Foods, ໃຫ້ຮູ້ວ່າ:
ແຕ່ລະຮາກຖານດຳເນີນທຸລະກິດ ຈະສາມາດພັດທະນາໃນໄລຍະຍາວໄດ້ ກໍ່ຕໍ່ເມື່ອຜູ້ບໍລິໂພກ ເຊື່ອໝັ້ນຕໍ່ຄຸນນະພາບຜະລິດຕະພັນ. ປະຈຸບັນ, ລູກຄ້າບໍ່ພຽງແຕ່ສົນໃຈເຖິງເຍື່ອງອາຫານທີ່ແຊບ ຫຼືລາຄາເໝາະສົມເທົ່ານັ້ນ, ຫາກຍັງຕ້ອງການມາດຖານຄວາມສະອາດ, ຮັບປະກັນຫຼັກອະນາໄມສະບຽງອາຫານ ແລະ ໂປ່ງໃສອີກດ້ວຍ. ດັ່ງນັ້ນ, ການປະຕິບັດບັນດາຂໍ້ກຳນົດກ່ຽວກັບການຮັບປະກັນຫຼັກອະນາໄມສະບຽງອາຫານໃຫ້ເປັນຢ່າງດີ ຈະສ້າງທ່າໄດ້ປຽບແກ້ງແຍ້ງ, ປະກອບສ່ວນເພີ່ມລາຍຮັບ ແລະ ການພັດທະນາແບບຍືນຍົງຂອງແຕ່ລະຮາກຖານ.
ຄະນະກຳມະການ ປຊຊ ຕາແສງ ເຟືອງລຽດ ໄດ້ສ້າງ “ແຜນທີ່ດີຈີຕອນ ຮັບປະກັນຫຼັກອະນາໄມສະບຽງອາຫານ”, ເກັບຂໍ້ມູນບັນດາຮາກຖານເຮັດການບໍລິການກິນດື່ມ, ຂາຍຂອງກິນໃນບໍລິເວນ. ແຜນທີ່ນີ້ໄດ້ໜູນຊ່ວຍອົງການຄຸ້ມຄອງອັບເດດຂໍ້ມູນ, ກວດກາ, ຕິດຕາມກວດກາ ກໍ່ຄືຊ່ວຍ ປຊຊ ຊອກຫາຂໍ້ມູນໄດ້ຢ່າງງ່າຍດາຍ. ເອື້ອຍ ເຈິ່ນຮົ່ງແຮັ້ງ ຢູ່ຖະໜົນ ເລຈ້ອງເຕິນ ແບ່ງປັນວ່າ:
ຫວ່າງມໍ່ໆມານີ້, ຮ້ານອາຫານຕ່າງໆໃນຖະໜົນ ເລຈ້ອງເຕິນ ມີການປ່ຽນແປງຢ່າງຈະແຈ້ງ. ເມື່ອເຂົ້າມາຮ້ານ ຂ້າພະເຈົ້າເຫັນວ່າ ເຂົາເຈົ້າລ້ວນແຕ່ໃຫ້ຄວາມເອົາໃຈໃສ່ຕໍ່ການຮັບປະກັນຫຼັກອະນາໄມສະບຽງອາຫານ. ໃນຮ້ານມີຄວາມສະອາດງາມຕາ, ໄດ້ຕິດໃບຢັ້ງຢືນກ່ຽວກັບການຮັບປະກັນຫຼັກອະນາໄມສະບຽງອາຫານ, ດັ່ງນັ້ນ ເຮົາກໍ່ມີຄວາມອຸ່ນອຽນໃຈເມື່ອມາໃຊ້ບໍລິການ.
ບັນດາຮາກຖານດຳເນີນທຸລະກິດອາຫານການກິນ, ການບໍລິການກິນດື່ມຢູ່ຖະໜົນ ເລຈ້ອງເຕິນ ພວມສ້າງສະພາບແວດລ້ອມດຳເນີນທຸລະກິດອາຫານການກິນທີ່ຮັບປະກັນຫຼັກອະນາໄມສະບຽງອາຫານທີ່ມີການຄວມຄຸມ, ເພື່ອສຸຂະພາບຂອງປະຊາຄົມ. ດ້ວຍການຊີ້ນຳຢ່າງໃກ້ຊິດ, ການຮ່ວມເດີນທາງຂອງອຳນາດການປົກຄອງທ້ອງຖິ່ນ ແລະ ຄວາມຮັບຜິດຊອບຂອງແຕ່ລະຄອບຄົວດຳເນີນທຸບະກິດ, ຮູບແບບຖະໜົນຮັບປະກັນຫຼັກອະນາໄມສະບຽງອາຫານ ເລຈ້ອງເຕິນ ບໍ່ພຽງແຕ່ຢຸດຢູ່ເລື່ອງບັນລຸມາດຖານຄຸນນະພາບເທົ່ານັ້ນ, ຫາກຍັງໄດ້ມຸ່ງໄປເຖິງວັດທະນະທຳການດຳເນີນທຸລະກິດແບບຍືນຍົງອີກດ້ວຍ, ປະກອບສ່ວນຊຸກຍູ້ການພັດທະນາການຄ້າ, ການບໍລິການໃນບໍລິເວນຕາແສງ ເຟືອງລຽດ./.
