ຫຼາຍຊົ່ວຄົນທີ່ຜ່ານມາ, ບັນດາຊອຍນ້ອຍໆ, ເຮືອນເກົ່າ, ສາລາບ້ານ, ວັດວາອາຮາມ ແລະ ພື້ນທີ່ດຳເນີນກິດຈະກຳຂອງຊຸມຊົນຍັງຄົງປະກົດຕົວຢູ່ທີ່ບ້ານ ອຽນໝີ້ (ຕາແສງ ແທງຈີ່) ເຊິ່ງເປັນບ້ານເກົ່າແກ່ລຽບແມ່ນ້ຳແດງ. ໃນການປັບປຸງໂດຍລວມຂອງແຜນຜັງເຂດຕົວເມືອງແມ່ນ້ຳແດງ, ມີສ່ວນໜຶ່ງຂອງເຂດນີ້ ຄາດວ່າຈະໄດ້ມີການປ່ຽນແປງ ເພື່ອກໍ່ສ້າງແກນເສັ້ນທາງຫຼວງພູມທັດແມ່ນ້ຳແດງ. ບັນຫາທີ່ຕັ້ງຂື້ນ ບໍ່ພຽງແຕ່ເປັນການກໍ່ສ້າງບັນດາ ໂຄງການໃໝ່, ໂອ່ໂຖງ ແລະ ທັນສະໄໝເທົ່ານັ້ນ ຫາກຍັງແມ່ນການຮັກສາພື້ນທີ່ວັດທະ ນະທຳດັ້ງເດີມຂອງໝູ່ບ້ານເກົ່າແກ່ ແລະ ວິຖີຊີວິດຂອງປະຊາຊົນ.
ບ້ານ ອຽນໝີ້ ຕັ້ງຢູ່ລຽບແມ່ນ້ຳແດງ, ມີບັນດາຕົ້ນໄຮໃຫຍ່ທີ່ເກົ່າແກ່ຫຼາຍປີ, ມີຫຼັງຄາສາລາບ້ານ, ປະຕູໂຂງບ້ານ… ສ້າງເປັນພາບທິວທັດທີ່ມີຄວາມສະຫງົບສຸກ. ນີ້ແມ່ນບ້ານ ເກົ່າແກ່ທີ່ມີເອກະລັກວັດທະນະທຳດັ້ງເດີມແທ້ໆຂອງເຂດທົ່ງພຽງຂອງພາກເໜືອ ຫວຽດນາມ. ສິ່ງທີ່ໂດດເດັ່ນແມ່ນໂຄງການຖາປັດຕະຍະກຳ ວັດ ແທັງລານ, ສາລາບ້ານ ອຽນໝີ້, ຫໍມູນເຊື້ອປະຕິວັດ ແລະ ອື່ນໆ. ບັນດາຫຼັງເຮືອນພາຍໃນບ້ານໄດ້ປຸກສ້າງຂຶ້ນຢ່າງລຽນຕິດກັນ, ສອງຟາກທາງຮົ່ມເຢັນດ້ວຍແຖວຕົ້ນໄມ້ທີ່ຂຽວງາມ.
ໃນແຜນງານປັບປຸງແຜນຜັງຈັດແບ່ງເຂດຕົວເມືອງແມ່ນ້ຳແດງ ອັດຕາສ່ວນ 1/5000 ຂອງໂຄງການລົງທຶນກໍ່ສ້າງແກນເສັ້ນທາງຫຼວງພູມທັດແມ່ນ້ຳແດງ, ບ້ານ ອຽນໝີ້ (ຕາແສງ ແທງຈີ່) ຖືກກຳນົດເປັນ 1 ໃນ 7 ກຸ່ມບ້ານເກົ່າແກ່ທີ່ນອນຢູ່ໃນແຜນປັບປຸງ ແລະ ຈັດສັນ ຢ່າງມີການຄັດເລືອກ. ປະຊາຊົນຢູ່ແຫ່ງນີ້ມີຄວາມເຫັນດີເຫັນພ້ອມນຳນະໂຍບາຍການ ພັດທະນາ, ແຕ່ກໍມີຄວາມປາດຖະໜາຢາກຮັກສາບ້ານເກີດເມືອງນອນລຽບແມ່ນ້ຳ ທີ່ຜູກພັນກັບຊາວບ້ານມາຫຼາຍລຸ້ນຄົນໄວ້ຄືເກົ່າ. ນາງ ດິງ ທິ ເຟືອງ ປະຊາຊົນບ້ານ ອຽນໝີ້, ຕາແສງ ແທງຈີ່ ໃຫ້ຮູ້ວ່າ:
ບ້ານ ອຽນໝີ້ ປະກອບມີກຸ່ມບູຮານສະຖານດ້ານປະຫວັດສາດ ແລະ ວັດທະນະທຳ ທີ່ໂດດເດັ່ນ ລວມມີ ສາລາບ້ານ, ວັດວາອາຮາມ, ວິຫານ ແລະ ອື່ນໆ. ນອກຈາກນັ້ນ, ບ້ານ ອຽນໝີ້ ຍັງເປັນເຂດທີ່ໝັ້ນຂອງການຕໍ່ຕ້ານ, ເປັນບ່ອນຫຼໍ່ລ້ຽງພະນັກງານປະຕິວັດ. ນີ້ແມ່ນບ້ານເກົ່າແກ່ລຽບແມ່ນ້ຳແດງ ທີ່ມີຮີດຄອງປະເພນີ, ບູຮານສະຖານດ້ານປະຫວັດສາດ ວັດທະນະທຳຫຼາຍແຫ່ງ ເຊິ່ງໄດ້ຮັບການຈັດອັນດັບເປັນບູຮານສະຖານລະດັບຊາດຈາກກະຊວງວັດທະນະທຳ ຫວຽດນາມ (ປະຈຸບັນແມ່ນ ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ) ແຕ່ປີ 1995. ປະຊາຊົນບ້ານ ອຽນໝີ້ ມີຄວາມປາດຖະໜາຢາກໃຫ້ອຳນາດການປົກຄອງທຸກຂັ້ນຮັກສາສະພາບດັ້ງເດີມເຂດຊຸມຊົນຂອງບ້ານໄວ້ຄືເກົ່າ.
ນອກຈາກບ້ານ ອຽນໝີ້ ແລ້ວ, ລຽບຕາມສອງຝັ່ງແມ່ນ້ຳແດງ ຍັງເກັບຮັກສາຫຼາຍ ຊັ້ນຮ່ອງຮອຍດ້ານວັດທະນະທຳຂອງພະລາຊາວັງ ທັງລອງ ແລະ ຮ່າໂນ້ຍ, ດ້ວຍບັນດາ ໝູ່ບ້ານເກົ່າແກ່, ໝູ່ບ້ານຫັດຖະກຳ, ບູຮານສະຖານທາງປະຫວັດສາດ ແລະ ຊຸມຊົນຕ່າງໆ ທີ່ຜູກພັນກັບແມ່ນ້ຳແຫ່ງນີ້ມາຫຼາຍລຸ້ນຄົນ. ທ່ານ ສາດສະດາຈານ ປະລິນຍາເອກ ຫງວຽນ ກວາງ ຫງອກ, ຮອງປະທານສະມາຄົມວິທະຍາສາດປະຫວັດສາດ ຫວຽດນາມ ໃຫ້ຮູ້ວ່າ:
ໝູ່ບ້ານເກົ່າແກ່ ແລະ ໝູ່ບ້ານອາຊີບລຽບຕາມແມ່ນ້ຳແດງ ແມ່ນມໍລະດົກພິເສດທີ່ສຸດ ຂອງນະຄອນຫຼວງ ຮ່າໂນ້ຍ. ປັດຈຸບັນ, ພວກເຮົາກຳລັງດຳເນີນການກໍ່ສ້າງ ໂດຍຖືເອົາ ແມ່ນ້ຳແດງເປັນແກນພູມທັດ ແລະ ແກນປະດິດສ້າງດ້ານວັດທະນະທຳ ເພື່ອນະຄອນຫຼວງ ຮ່າໂນ້ຍ ພັດທະນາອະລິຍະທຳ, ຄວາມສີວິໄລ ແລະ ທັນສະໄໝ ບົນພື້ນຖານດ້ານ ມໍລະດົກ. ປັດຈຸບັນ ໄດ້ວາງອອກແຜນຜັງ 12 ກຸ່ມ ໝູ່ບ້ານເກົ່າແກ່ ແລະ ໝູ່ບ້ານອາຊີບ, ໃນນັ້ນ ມີບັນດາກຸ່ມບ້ານຕົວແບບ ເຊັ່ນ: ກຸ່ມບ້ານ ບາດຈ່າງ, ກຸ່ມບ້ານ ຢາງກ່າວ, ກຸ່ມບ້ານ ກິມລານ, ບ້ານປຸກດອກໄມ້ ເຍີດເຕິນ ແລະ ເຂດປູກໝາກແປ້ນ ຕື໋ລຽນ. ປັດຈຸບັນ ບັນດາກຸ່ມບ້ານດັ່ງກ່າວໄດ້ມີເງື່ອນໄຂໃນການຍົກລະດັບ ແລະ ພັດທະນາ.
ຕາມທັດສະນະຂອງບັນດາຊ່ຽວຊານ, ຄຽງຄູ່ກັບການຈັດສັນຊຸມຊົນຄືນໃໝ່ ແລະ ອະນຸລັກຄຸນຄ່າດັ້ງເດີມ, ພື້ນທີ່ລຽບຕາມແມ່ນ້ຳແດງ ຍັງອາດສາມາດຂຸດຄົ້ນຕາມບັນດາຮູບ ແບບໃໝ່ທີ່ສອດຄ່ອງກັບລັກສະນະສະເພາະຂອງເຂດແລວແມ່ນ້ຳແດງ. ນັກສະຖາປະນິກ ດ່າວ ຫງອກ ງຽມ, ຮອງປະທານສະພາການຈັດສັນ ແລະ ພັດທະນາຕົວເມືອງ ຫວຽດນາມ, ໃຫ້ຮູ້ອີກວ່າ:
ໃນເມື່ອກ່ອນ ມີພຽງແຕ່ພັດທະນາແກນພື້ນທີ່ພູມທັດ ແຕ່ມາຮອດປັດຈຸບັນແມ່ນການ ພັດທະນາແກນພື້ນທີ່ດ້ານນິເວດ, ວັດທະນະທຳ ແລະ ພູມທັດ ເຊິ່ງເປັນແກນໃຈກາງຂອງ ນະຄອນ ແລະ ຍັງຖືກກຳນົດເປັນສັນຍະລັກຂອງການພັດທະນານະຄອນຫຼວງໃນຍຸກສະໄໝໃໝ່ ແລະ ມີເປົ້າໝາຍທີ່ໄດ້ວາງອອກສຳລັບແກນພູມທັດແມ່ນ້ຳແດງເປັນແກນພິເສດທີ່ມີການປະສົມປະສານລະຫວ່າງປັດໄຈວັອະລິຍະທຳ, ຄວາມສິວິໄລ ແລະ ການປະດິດສ້າງ. ດັ່ງນັ້ນ, ນີ້ຈຶ່ງເປັນການສືບທອດຜົນການຄົ້ນຄວ້າກ່ຽວກັບແມ່ນ້ຳແດງຂອງພວກເຮົາໃນຕະຫຼອດໄລຍະເວລາ 30 ກວ່າປີທີ່ຜ່ານມາ.
ການຈັດສັນແຜນຜັງໄດ້ກຳນົດວິທີເຂົ້າເຖິງແຕ່ລະເຂດທີ່ແຕກຕ່າງກັນ, ນັບແຕ່ການປັບປຸງ ແລະ ຮັກສາຄວາມເປັນປົກກະຕິຂອງເຂດທີ່ມີເງື່ອນໄຂເໝາະສົມ ຈົນເຖິງການຍົກຍ້າຍປະຊາຊົນອອກຈາກເຂດທີ່ບໍ່ຮັບປະກັນຄວາມປອດໄພ. ບົນພື້ນຖານນັ້ນ, ນະຄອນຫຼວງ ຮ່າໂນ້ຍ ໄດ້ຈັດສັນພື້ນທີ່ລຽບຕາມແມ່ນ້ຳແດງຄືນໃໝ່ຕາມທິດທາງສ້າງຄວາມກົມກຽວລະຫວ່າງການພັດທະນາຕົວເມືອງ ແລະ ອະນຸລັກຮັກສາຄຸນຄ່າທາງວັດທະນະທຳທີ່ໄດ້ສັ່ງສົມມາຜ່ານຫຼາຍລຸ້ນຄົນ ເທື່ອລະກ້າວ./.
