ບົນພື້ນຖານການເປັນໃຈກາງ ດ້ານອຸດສາຫະກຳເອເລັກໂຕຣນິກຂະໜາດໃຫຍ່, ບັກນິງ ພວມມຸ່ງໄປສູ່ການດຶງດູດບັນດາໂຄງ ການເຕັກໂນໂລຊີຂັ້ນສູງ, ສ້າງເປັນລະບົບນິເວດເຄິ່ງຕົວນຳ (Semiconductor), ປັນຍາປະດິດ (AI) ແລະ ການຜະລິດອັດສະລິຍະ ເທື່ອລະກ້າວ.
ແຮງດຶງດູດຂອງ ບັກນິງ ກຳລັງສະແດງອອກໂດຍຜ່ານແຫລ່ງທຶນຂອງການລົງທຶນຕ່າງ ປະເທດທີ່ສືບຕໍ່ເພີ່ມຂຶ້ນຢ່າງແຂງແຮງ. ມີຫຼາຍໂຄງການໃໝ່ ແລະ ໂຄງການທີ່ເພີ່ມທຶນ ໄດ້ສຸມໃສ່ຂະແໜງເອເລັກໂຕຣນິກ, ຊິ້ນສ່ວນເຄິ່ງຕົວນຳ ແລະ ເຕັກໂນໂລຊີການຜະລິດ ອັດສະລິຍະ. ອາດກ່າວເຖິງ ຄື: Cooler Master Vietnam ໄດ້ລົງທຶນຢູ່ ຢາບິ່ງ ຈຳນວນ 475 ລ້ານໂດລາສະຫະລັດ; ITM Semiconductor Vietnam ກໍໄດ້ເພີ່ມທຶນອີກ 20 ລ້ານໂດລາສະຫະລັດ, ເຮັດໃຫ້ການລົງທຶນທັງໝົດຢູ່ VSIP ບັກນິງ ເພີ່ມຂຶ້ນເປັນ 258 ລ້ານ ໂດລາສະຫະລັດ. ບັນດາຕົວເລກເຫຼົ່ານີ້ສະແດງໃຫ້ເຫັນວ່າ ບັກນິງ ກຳລັງກາຍເປັນພື້ນທີ່ ທີ່ມີການລົງທຶນຍາວນານຂອງບັນດາກຸ່ມບໍລິສັດເຕັກໂນໂລຊີ. ທ່ານ ຟ້າມ ວັນ ຖິ້ງ, ຮອງປະທານຄະນະກຳມະການປະຊາຊົນນະຄອນ ບັກນິງ, ເນັ້ນໜັກວ່າ:
ບັກນິງ ບໍ່ພຽງແຕ່ມີບັນດາທ່າແຮງອັນໂດດເດັ່ນເພື່ອພັດທະນາອຸດສາຫະກຳ ແລະ ດຶງ ດູດການລົງທຶນຈາກສາກົນເທົ່ານັ້ນ, ແຕ່ຍັງໃຫ້ຄຳໝັ້ນສັນຍາທີ່ຈະສ້າງລະບົບນິເວດການລົງທຶນ ທີ່ທັນສະໄໝ, ໂປ່ງໃສ ແລະ ມີປະສິດທິຜົນ, ພ້ອມທັງຮ່ວມທາງເດີນກັບບັນດາວິສາຫະກິດ ໃນຕະຫຼອດວິວັດການລົງທຶນ, ພັດທະນາ ແລະ ໃນຄວາມປະສົບຜົນສຳເລັດຢູ່ ບັກນິງ.
ເພື່ອຕອບສະໜອງຕາມຄວາມຕ້ອງການຂະຫຍາຍການຜະລິດ, ບັກນິງ ກຳລັງກະກຽມ ດ້ານທີ່ດິນເພີ່ມຕື່ມ ແລະ ເຮັດສຳເລັດດ້ານໂຄງລ່າງຂອງບັນດາເຂດອຸດສາຫະກຳ. ສຳລັບບັນ ດາວິສາຫະກິດເຕັກໂນໂລຊີຂັ້ນສູງ, ຄວາມຮຽກຮ້ອງບໍ່ໄດ້ມີພຽງແຕ່ພື້ນທີ່ສຳລັບການຜະລິດເທົ່າ ນັ້ນ, ແຕ່ຍັງກວມເອົາເຖິງລະບົບຄົມມະນາຄົມ, ໂລຈິສຕິກ, ໂຄງລ່າງດິຈິຕອນ ແລະ ລະບົບນະວັດຕະກຳ. ທ່ານ ນາກິຮົງ (Na Ki Hong), ຜູ້ອຳນວຍການໃຫຍ່ Samsung Vietnam, ໃຫ້ຮູ້ວ່າ:
ຖ້າຫາກມີການລົງທຶນດ້ານພື້ນຖານໂຄງລ່າງຍຸດທະສາດ ເຊັ່ນ: ລະບົບຄົມມະນາຄົມ ເຊື່ອມຕໍ່ລະຫວ່າງພາກພື້ນ, ໂລຈິສຕິກ, ພື້ນຖານໂຄງລ່າງດິຈິຕອນ, ລະບົບນິເວດອຸດສາຫະ ກຳເຕັກໂນໂລຊີຂັ້ນສູງ ແລະ ບັນດາສູນນະວັດຕະກຳໄດ້ຮັບການເປີດກ້ວາງ, ບັນດາວິສາຫະ ກິດການລົງທຶນຕ່າງປະເທດໂດຍກົງ (FDI) ໃນຂະແໜງເຕັກໂນໂລຊີຂັ້ນສູງ ເຊັ່ນ Samsung ຈະມີເງື່ອນໄຂຍົກສູງປະສິດທິຜົນການຜະລິດ ແລະ ເພີ່ມທະວີກິດຈະກຳຄົ້ນຄວ້າ ແລະ ພັດ ທະນາ (R&D) ໃຫ້ຫຼາຍຂຶ້ນ.
ນີ້ກໍແມ່ນທິດທາງທີ່ ບັກນິງ ພວມເລືອກເອົາສຳລັບໄລຍະການພັດທະນາໃນຕໍ່ໜ້າ: ບໍ່ເນັ້ນໃສ່ຈຳນວນໂຄງການ ແຕ່ໃຫ້ບູລິມະສິດແກ່ແຫຼ່ງທຶນທີ່ສາມາດສ້າງເຕັກໂນໂລຊີ, ມູນຄ່າເພີ່ມ ແລະ ຄວາມອາດສາມາດແຜ່ຂະຫຍາຍໃນຕ່ອງໂສ້ການສະໜອງ. ໃນນັ້ນ, ໄດ້ກຳນົດ 5 ກຸ່ມຂະແໜງການສຳຄັນ ປະກອບມີ: ເຄິ່ງຕົວນຳ, ແຜງວົງຈອນ ແລະ ວັດສະດຸໃໝ່; ການບິນ, ໂດຣນ (drone) ແລະ ໂລຈິສຕິກ ອັດສະລິຍະ; ຫຸ່ນຍົນ, ປັນຍາປະດິດ ແລະ ການຜະລິດອັດສະລິຍະ; ການຢາ, ຊີວະການແພດ ແລະ ອຸປະກອນການແພດເຕັກໂນໂລຊີຂັ້ນສູງ; ພະລັງງານສີຂຽວ ແລະ ອຸປະກອນໄຟຟ້າອັດສະລິຍະ. ທ່ານ ເຈິ່ນ ເຊີນ ຕຸ່ງ, ຮອງຫົວໜ້າ ຄະນະຄຸ້ມຄອງບັນດາເຂດອຸດສາຫະກຳ ນະຄອນ ບັກນິງ ໃຫ້ຮູ້ວ່າ:
ດ້ວຍຮູບແບບການພັດທະນາສີຂຽວ, ອັດສະລິຍະ ແລະ ຍືນຍົງ, ບັກນິງ ໃຫ້ບູລິມະສິດ ແກ່ບັນດາໂຄງການເຕັກໂນໂລຊີຂັ້ນສູງ, ອຸດສາຫະກຳສະອາດ, ເປັນມິດກັບສິ່ງແວດລ້ອມ, ມີມູນຄ່າເພີ່ມສູງ, ສາມາດແຜ່ຂະຫຍາຍຕ່ອງໂສ້ການສະໜອງ ແລະ ຜູກພັນຍາວນານກັບ ທ້ອງຖິ່ນຕາມແຜນນະໂຍບາຍ: ບໍ່ເປັນມົນລະພິດ, ໃຊ້ທີ່ດິນໜ້ອຍ, ໃຊ້ແຮງງານໜ້ອຍ, ເປັນໂຄງການທີ່ມີເຕັກໂນໂລຊີຂັ້ນສູງ, ມີປະສິດທິພາບການນຳໃຊ້ທຶນສູງ ແລະ ມີປະສິດທິຜົນ ທາງເສດຖະກິດສູງ.
ໃນບັນດາຂະແໜງການທີ່ໄດ້ຮັບບູລິມະສິດ, ອຸດສາຫະກຳເຄິ່ງຕົວນຳແມ່ນໜຶ່ງໃນ ບັນດາທິດທາງທີ່ ບັກນິງ ຕັ້ງຄາດຫວັງໄວ້ສູງ. ປັດຈຸບັນ, ທ້ອງຖິ່ນມີ 33 ໂຄງການໃນຂະແໜງເຄິ່ງຕົວນຳ ແລະ ອຸດສາຫະກຳສະໜັບສະໜູນ. ປັດຈຸບັນ ບັກນິງ ໄດ້ວາງອອກເປົ້າໝາຍເຖິງປີ 2030 ຈະດຶງດູດໄດ້ແຕ່ 3 ເຖິງ 5 ກຸ່ມບໍລິສັດເຕັກໂນໂລຊີຂະໜາດໃຫຍ່ ເຂົ້າມາລົງທຶນສ້າງໂຮງງານ ແລະ ສູນຄົ້ນຄວ້າ–ພັດທະນາ, ມຸ່ງສູ່ການບັນລຸລາຍຮັບຂອງຂະແໜງເຄິ່ງຕົວນຳຫຼາຍກວ່າ 3 ຕື້ໂດລາສະຫະລັດຕໍ່ປີ. ທ່ານ ຫງວຽນ ຮົ່ງ ຖາຍ, ເລຂາອົງຄະນະພັກນະຄອນ ບັກນິງ ໄດ້ຢືນຢັນວ່າ:
ບັກນິງ ໃຫ້ຄຳໝັ້ນສັນຍາວ່າຈະຮັກສາຄວາມໝັ້ນຄົງຂອງທິດທາງການພັດທະນາ, ຮ່ວມ ທາງເດີນກັບບັນດາວິສາຫະກິດ ແລະ ຖືເອົາຄວາມສຳເລັດຂອງນັກລົງທຶນ ແລະ ວິສາຫະກິດ ເປັນໄມ້ວັດແທກອັນສຳຄັນໃນຂະບວນການນຳພາ ແລະ ບໍລິຫານການພັດທະນາຂອງທ້ອງ ຖິ່ນ. ບັກນິງ ຈະສືບຕໍ່ພະຍາຍາມສ້າງອຳນາດການປົກຄອງທ້ອງຖິ່ນເພື່ອຮັບໃຊ້ປະຊາຊົນ ແລະ ວິສາຫະກິດ, ຍົກສູງຄຸນນະພາບການຄຸ້ມຄອງບໍລິຫານທ້ອງຖິ່ນ, ເປັນເຈົ້າການຮັບຟັງ ແລະ ແກ້ໄຂບັນດາຂໍ້ຫຍຸ້ງຍາກຢ່າງທັນການ ເພື່ອໃຫ້ບັນດາວິສາຫະກິດມີຄວາມໄວ້ວາງໃຈເມື່ອມາລົງທຶນ ແລະ ພັດທະນາຍາວນານຢູ່ທ້ອງຖິ່ນ.
ຈາກການເປັນສູນການຜະລິດເອເລັກໂຕຣນິກ, ບັກນິງ ພວມມຸ່ງໜ້າໄປສູ່ບາດກ້າວການ ພັດທະນາທີ່ສູງກວ່າເກົ່າ: ກາຍເປັນສູນລວມເຕັກໂນໂລຊີ, ແຫຼ່ງທຶນ, ຊັບພະຍາກອນມະນຸດ ຄຸນນະພາບສູງ ແລະ ການເຄື່ອນໄຫວຄົ້ນຄວ້າ–ພັດທະນາ. ພື້ນທີ່ການພັດທະນາໃໝ່ຈະ ສ້າງເປັນທ່າໄດ້ປຽບເພີ່ມຕື່ມ ເພື່ອໃຫ້ ບັກນິງ ຍົກສູງຖານະບົດບາດໃນຕ່ອງໂສ້ເຕັກໂນໂລຊີ ຂັ້ນສູງຂອງພາກພື້ນ./.
