ຢູ່ກຸ່ມໂຄງການໜອງເກັບນ້ຳ ແລະ ຄວບຄຸມລະດັບນ້ຳ ອຽນເຫງັ້ຍ 1 ແລະ ອຽນເຫງັ້ຍ 2 (ຕາແສງ ອານແຄ໊ງ, ຮ່າໂນ້ຍ), ນະຄອນ ຮ່າໂນ້ຍ ໄດ້ລົງທຶນຫຼາຍກວ່າ 1.100 ຕື້ ດົງ (41,7 ລ້ານ ໂດລາສະຫະລັດ) ເພື່ອປະກອບສ່ວນເຂົ້າໃນການຮອງຮັບ ແລະ ເກັບນ້ຳຝົນ, ຊ່ວຍຫຼຸດຜ່ອນການລະບາຍໃຫ້ລະບົບລະບາຍນ້ຳຂອງຕົວເມືອງ, ເພີ່ມທະວີຄວາມສາມາດປ້ອງກັນ ແລະ ຕ້ານນ້ຳຖ້ວມ ກໍ່ຄືຊ່ວຍຫຼຸດຜ່ອນການລະບາຍໃຫ້ແກ່ລະບົບລະບາຍນ້ຳຕອນລຸ່ມແມ່ນ້ຳ ເຢ້ວ ແລະ ເຂດທາງທິດຕາເວັນຕົກຂອງຕົວເມືອງ. ກິດຈະກຳທັງໝົດກຳລັງໄດ້ປະຕິບັດໄປພ້ອມກັນ. ທ່ານ ຈິ້ງວັນຕ໊າ, ຮອງຜູ້ອຳນວຍການ ບໍລິສັດລົງທຶນພັດທະນາພື້ນຖານໂຄງລ່າງ ສັງກັດ ບໍລິສັດໃຫຍ່ການກໍ່ສ້າງ ລູ້ງໂລ ໃຫ້ຮູ້ວ່າ:
“ພວກເຮົາໄດ້ກຳນົດວ່າ ນີ້ແມ່ນໂຄງການສຸກເສີນຂອງນະຄອນຫຼວງ ຮ່າໂນ້ຍ ດັ່ງນັ້ນ ບໍລິສັດໄດ້ສຸມທຸກກຳລັງແຮງງານ ແລະ ພາຫະນະອຸປະກອນເຮັດວຽກຢ່າງຕໍ່ເນື່ອງ ລວມທັງວັນພັກບຸນຕ່າງໆ ເພື່ອຮັບປະກັນຄວາມຄືບໜ້າຂອງໂຄງການ”.
ຄືຄ້າຍຄືກັນ, ໂຄງການກໍ່ສ້າງໜອງເກັບນ້ຳໃນຊົ່ວຄາວ ເມ້ຈີ່ (ອ່າງ ໂດ່ງບົງ 2) ສາມາດບັນຈຸຫຼາຍສຸດແມ່ນ 600.000 ແມັດກ້ອນ. ໃນນັ້ນ, ປະລິມານການເກັບ ແລະ ປັບລະດັບນ້ຳປະມານ 500.000 ແມັດກ້ອນ ເຊິ່ງໄດ້ເລີ່ມລົງມືກໍ່ສ້າງໃນທ້າຍເດືອນມັງກອນ 2026. ມາຮອດ ປັດຈຸບັນ ໄດ້ສຳເລັດຫຼາຍກວ່າ 90% ຂອງປະລິມານວຽກການຂຸດຖົມດິນກັນເຈື່ອນ. ໃນຊ່ວງວັນພັກ, ພະນັກງານ, ວິສະວະກອນ ແລະ ກຳມະກອນນັບຮ້ອຍຄົນ ພ້ອມກັບເຄື່ອງຈັກ ແລະ ພາຫະນະ ຍັງສືບຕໍ່ດຳເນີນງບັນດາກິດຈະກຳກໍ່ສ້າງ ເພື່ອຮັບປະກັນທັງຄວາມຄືບໜ້າ ແລະ ຄຸນນະພາບໂຄງການ.
ທ້າວ ຈິ້ງແອງຕ່ວນ, ຫົວໜ້າໜ່ວຍງານແຮງງານປະຕິບັດວຽກງານກໍ່ສ້າງໜອງ ໂດ່ງບົງ ໃຫ້ຮູ້ວ່າ ຍ້ອນລັກສະນະຄວາມສຳຄັນຂອງໂຄງການສຸກເສີນ, ບໍ່ວ່າຈະດ້ວຍວິທີໃດກໍ່ຕາມ ຕ້ອງໃຫ້ສຳເລັດກ່ອນຈະເຂົ້າລະດູຝົນຂອງປີນີ້.
“ພວກເຮົາດຳເນີນການເທເບຕົງ, ວາງເຫຼັກເສີມ. ໃນຊ່ວງເວລາຜ່ານມາ ພວກເຮົາ ຈັດການເຮັດວຽກ 3 ກະ 4 ຈຸ ເພື່ອຮັບປະກັນຄວາມຄືບໜ້າ ແລະ ຄຸນນະພາບຂອງໂຄງການທີ່ມີຄວາມໝາຍສຳຄັນດັ່ງກ່າວ”.
ບົນຈິດໃຈ “ວັນພັກແຕ່ຄວາມຄືບໜ້າບໍ່ພັກ”, ຢູ່ໂຄງການປັບປຸງຄອງ ທຸ້ຍເຟືອງ ໂດຍເປົ້າໝາຍແມ່ນສະໜອງແຫຼ່ງນ້ຳໃຫ້ແກ່ແມ່ນ້ຳ ໂຕລິກ ພ້ອມທັງເພີ່ມຄວາມສາມາດລະບາຍນ້ຳໃຫ້ບັນດາເຂດຕາເວັນຕົກສຽງເໜືອຂອງ ຮ່າໂນ້ຍ, 25 ຈຸດດຳເນີນການກໍ່ສ້າງ ກໍ່ກຳລັງເລັ່ງດຳເນີນງານ. ມາຮອດປັດຈຸບັນ ໂຄງການໄດ້ບັນລຸຫຼາຍກວ່າ 70% ຂອງໜ້າວຽກທັງໝົດ.
ບໍ່ສະເພາະແຕ່ກຸ່ມໂຄງການ ໜອງເກັບນໍ້າ ອຽນເຫງັ້ຍ ແລະ ໜອງເກັບນ້ຳ ເມ້ຈີ່ (ໂດ່ງບົງ 2) ຫຼື ຄອງ ທຸ້ຍເຟືອງ ເທົ່ານັ້ນ, ຫາກຢູ່ທຸກໂຄງການ, ກິດຈະກຳປ້ອງກັນນ້ຳຖ້ວມ, ປັບປຸງຄອງລະບາຍນ້ຳ ແລະ 50 ຈຸດຂອງລະບົບປະຕູນ້ຳ ແລະ ທໍ່ລະບາຍນ້ຳໃນບໍລິເວນນະຄອນ ຮ່າໂນ້ຍ ບັນດາຫົວໜ່ວຍກໍ່ກຳລັງລະດົມກຳລັງແຮງງານ ແລະ ອຸປະກອນຢ່າງສຸດຂີດເພື່ອດຳເນີນງານໃນຕະຫຼອດວັນພັກ.
ທ່ານ ຫງວຽນດຶກຮຸຍ, ຜູ້ອຳນວຍການສູນຄຸ້ມຄອງພື້ນຖານໂຄງລ່າງດ້ານເຕັກນິກ, ພະແນກການກໍ່ສ້າງ ຮ່າໂນ້ຍ ໃຫ້ຮູ້ວ່າ:
“ທຸກຈຸດກໍ່ສ້າງທີ່ກ່າວມາຂ້າງເທິງ ແມ່ນກຳລັງເລັ່ງດຳເນີນງານທັງວັນ ແລະ ຄືນ ເພື່ອເຮັດສຳເລັດກ່ອນເຂົ້າລະດູຝົນຂອງປີນີ້ ແລະ ບັນລຸເປົ້າໝາຍການແກ້ໄຂສະພາບ ນ້ຳຖ້ວມໃນປີ 2026 ຢ່າງຈະແຈ້ງ”.
ການທີ່ ຮ່າໂນ້ຍ ມີຫຼາຍກິດຈະກຳກໍ່ສ້າງໜອງເກັບນ້ຳ ແລະ ຄວບຄຸມລະດັບນ້ຳຖ້ວມ, ໂຄງການປັບປຸງຄອງລະບາຍນ້ຳຕາມຄຳສັ່ງສຸກເສີນ, “ເລັ່ງ” ກໍ່ສ້າງເພື່ອໃຫ້ສຳເລັດກ່ອນເຂົ້າລະດູຝົນຂອງປີນີ້ ບໍ່ພຽງແຕ່ສະແດງໃຫ້ເຫັນຄວາມຕັດສິນໃຈສູງໃນການແກ້ໄຂບັນຫານ້ຳຖ້ວມ ຫາກຍັງໄດ້ເຫັນການຫັນປ່ຽນໃໝ່ຢ່າງແຂງແຮງຂອງອຳນາດການປົກຄອງຂອງນະຄອນຫຼວງ ຕໍ່ກັບບັນຫາທີ່ຍັງຄົງຄ້າງ ແລະ ເຄີຍເຮັດໃຫ້ປະຊາຊົນຮ້ອນໃຈ./.
