“ດຽວນີ້ເຖົ້າແລ້ວ, ຮູ້ວິທີໄລ໌ສົດ (Livestream) ໄດ້ແນວໃດ. ການຂາຍເຄື່ອງຢູ່ຕະ ຫຼາດກໍເສຍເວລາຫຼາຍຢູ່ແລ້ວ. ດຽວນີ້ກໍປ່ອຍໃຫ້ລຸ້ນໜຸ່ມ, ລຸ້ນໜຸ່ມເຮັດ, ເພາະວຽກແບບນີ້ ຕ້ອງອາໄສຄວາມຄ່ອງແຄ້ວ ແລະ ຄວາມກະຕືລືລົ້ນ”.
“ຄົນລຸ້ນໜຸ່ມຄືພວກຂ້າພະເຈົ້າສາມາດເຂົ້າເຖິງເຕັກໂນໂລຊີໄດ້ງ່າຍຫຼາຍ. ແຕ່ສຳລັບ ພໍ່ຄ້າແມ່ຄ້າຜູ້ມີອາຍຸສູງ ການນຳໃຊ້ເຕັກໂນໂລຊີຈະຍາກກວ່າ. ຖ້າຫາກວ່າ ຕ້ອງໄລ໌ສົດ ໝົດມື້ ຈະເຮັດໃຫ້ບາງຄົນບໍ່ອາດສາມາດເຮັດໄດ້”.
ຄຳແບ່ງປັນຂອງບັນດາພໍ່ຄ້າແມ່ຄ້າທີ່ຄ້າຂາຍຢູ່ຕະຫຼາດຮ້າລອງ 1 ໄດ້ສະທ້ອນໃຫ້ເຫັນ ພາບລວມສ່ວນໃດສ່ວນໜຶ່ງຂອງການຫັນເປັນດິຈິຕອນຢູ່ບັນດາຕະຫຼາດດັ້ງເດີມ.
ຕະຫຼາດຮ້າລອງ 1 ເປັນຕະຫຼາດຂາຍສົ່ງທີ່ໃຫຍ່ກວ່າໝູ່ໃນ ນະຄອນຮ້າລອງ. ນີ້ກໍແມ່ນ ຮູບແບບຕະຫຼາດ 4.0 ທີ່ໄດ້ເລີ່ມຜັນຂະຫຍາຍແຕ່ປີ 2022. ແຕ່ລະຮ້ານຄ້າຈະໄດ້ສ້າງລະຫັດ QR ສະເພາະຂອງໃຜລາວ ໂດຍບັນທຶກຂໍ້ມູນຢ່າງຄົບຖ້ວນກ່ຽວກັບສິນຄ້າ, ທີ່ຕັ້ງຂອງຮ້ານ ແລະ ຮູບການຕິດຕໍ່. ທ່ານ ເຈິ່ນ ແທ່ງ ຈຸງ, ຜູ້ອຳນວຍການສູນການຫັນເປັນດິຈິຕອນ ຕະຫຼາດຮ້າລອງ 1 ໃຫ້ຮູ້ວ່າ:
“ປັດຈຸບັນ ສູນກຳລັງສ້າງຮ້ານຄ້າດິຈິຕອນ ໂດຍອີງໃສ່ຮ້ານຄ້າຂອງພໍ່ຄ້າແມ່ຄ້າ. ມີທີ່ຕັ້ງຊີ້ບອກສະຖານທີ່ຂອງຮ້ານຄ້າ, ຂໍ້ມູນແນະນຳກ່ຽວກັບສິນຄ້າ ແລະ ປະເພດສິນຄ້າຂອງ ພໍ່ຄ້າແມ່ຄ້າ, ເລກໝາຍໂທລະສັບ, ແອັບ ຊາໂລ (Zalo) ກໍຄືເຄືອຂ່າຍທາງສັງຄົມເຊິ່ງ ພໍ່ຄ້າແມ່ຄ້ານຳໃຊ້. ຂໍ້ມູນທັງໝົດລ້ວນແລ້ວແຕ່ບັນທຶກໄວ້ໃນລະຫັດ QR ພຽງອັນດຽວ”.
ປັດຈຸບັນ ມີຮ້ານຄ້າຫຼາຍກວ່າ 20 ຮ້ານໃນຈຳນວນ 1.200 ຮ້ານຢູ່ຕະຫຼາດຮ້າລອງ 1 ໄດ້ຮັບລະຫັດ QR ແລ້ວ. ໃນໄລຍະເບື້ອງຕົ້ນ ຮູບການນໄດ້ສຸມໃສ່ການຫັນຂໍ້ມູນຂອງພໍ່ຄ້າ ແມ່ຄ້າເປັນດິຈິຕອນ. ຫຼັງຈາກນັ້ນ ຈະສືບຕໍ່ພັດທະນາແພລັດຟອມໃຫ້ສົມບູນ ເພື່ອກ້າວໄປສູ່ການສ້າງເປັນຕະຫຼາດດິຈິຕອນ ເພື່ອສ້າງເງື່ອນໄຂໃຫ້ແກ່ປະຊາຊົນ ແລະ ນັກທ່ອງທ່ຽວໃນການຄົ້ນຫາຂໍ້ມູນ ແລະ ສັ່ງຊື້ສິນຄ້າໄດ້ຢ່າງສະດວກງ່າຍດາຍ ໂດຍບໍ່ຕ້ອງໄປຕະຫຼາດເພື່ອຊື້ເຄື່ອງດ້ວຍຕົນເອງ. ນາງ ຫງວຽນ ທິ ຊວນ, ຜູ້ຂາຍເຄື່ອງແຫ້ງຢູ່ຕະຫຼາດຮ້າລອງ 1 ໃຫ້ຮູ້ວ່າ:
“ດຽວນີ້ ທຸກຄັ້ງທີ່ຂ້າພະເຈົ້າຈັດສິນຄ້າ ແລະ ຫໍ່ສິນຄ້າ ຂ້າພະເຈົ້າກໍໄລ໌ສົດເລີຍ ເພື່ອໃຫ້ໝົດທຸກຄົນຮັບຮູ້ວ່າເປັນສິນຄ້າລັອດໃໝ່. ຂ້າພະເຈົ້າໄລ໌ສົດທຸກມື້. ເລີ່ມເປີດ ຕະຫຼາດໃນຊ່ວງບ່າຍ ຂ້າພະເຈົ້າກໍເລີ່ມໄລ໌ສົດ ແລະ ຕອບຄຳຖາມຂອງລູກຄ້າຫຼາຍຄົນ ໄປພ້ອມກັນ. ທີ່ຈິງແລ້ວ ການໄລ໌ສົດຊ່ວຍໃຫ້ຂາຍສິນຄ້າໄດ້ດີຫຼາຍ. ເມື່ອພໍ່ຄ້າແມ່ຄ້າຄົນອື່ນໃນຕະຫຼາດເຫັນຂ້າພະເຈົ້າໄລ໌ສົດ ພວກເຂົາກໍໄປເຮັດຕາມ. ຜູ້ໃດທີ່ໃຊ້ໂທລະສັບລຸ້ນສະມາດໂຟນ ກໍຈະຖ່າຍຮູບເອົາສິນຄ້າ ໂພສລົງໃນເຄືອຂ່າຍອິນເຕີເນັດເພື່ອຂາຍ”.
ຈາກບັນດາຕົວແບບຄື ນາງ ຊວນ ໄດ້ເຮັດໃຫ້ມີການຕອບສະໜອງແຜ່ຂະຫຍາຍ, ຊຸກຍູ້ໃຫ້ພໍ່ຄ້າແມ່ຄ້າຄົນອື່ນເລີ່ມມີການທົດລອງໄລ໌ສົດ, ສ້າງລະຫັດ QR ແລະ ນຳໃຊ້ລະບົບ ການຊຳລະເງິນທາງເອເລັກໂຕນິກ. ບັນດາການປ່ຽນແປງເລັກນ້ອຍ ແລະ ບໍ່ທັນສະໝ່ຳສະເໝີ ເຫຼົ່ານີ້ ກຳລັງຄ່ອຍໆຫັນປ່ຽນວິທີການເຮັດທຸລະກິດໃນຕະຫຼາດດັ້ງເດີມເທື່ອລະກ້າວ. ນາງ ຟ້າມ ຍື ກວິ່ງ, ຄົນຂາຍເຄື່ອງຂອງຮ້ານຂາຍຢໍ່ປາໝຶກ ຮ້າລອງ ແບ່ງປັນວ່າ:
“ຊ່ວງເວລາທີ່ເໝາະສົມສຳລັບການໄລ໌ສົດ ແມ່ນຕັ້ງແຕ່ 11 ໂມງຫາ 13 ໂມງ 30 ນາທີ. ເມື່ອຮອດເວລາ 14 ໂມງ ຈະມີນັກທ່ອງທ່ຽວເຂົ້າມາ ສະນັ້ນຈຶ່ງບໍ່ສາມາດໄລ໌ສົດຕໍ່ໄດ້. ເຕັກນິກດິຈິຕອນໃນປັດຈຸບັນ ຊ່ວຍໃຫ້ພວກເຮົາເຂົ້າຫາລູກຄ້າໄດ້ເປັນຈຳນວນຫຼາຍ ແລະ ທຸກເກນອາຍຸ ແລະ ກົງກັນຂ້າມ ລູກຄ້າກໍໄດ້ຮູ້ຈັກເຖິງສິນຄ້າຂອງພວກເຮົາ; ກໍອາດສາມາດສ່ອງແສງຄຸນນະພາບສິນຄ້າກັບພວກເຮົາໄດ້ທັນທີໂລດ...”.
ຄຽງຄູ່ກັບການຊ່ວຍໃຫ້ພໍ່ຄ້າແມ່ຄ້າມີຄວາມໝັ້ນໃຈໃນການຂາຍສິນຄ້າດ້ວຍຮູບການຖ່າຍທອດສົດແລ້ວ, ສູນໜູນຊ່ວຍການຫັນເປັນດິຈິຕອນຕະຫຼາດຮ້າລອງ 1 ຍັງໄດ້ສົບທົບກັບ ບັນດາອົງການ ແລະ ຫົວໜ່ວຍເພື່ອໂຄສະນາເຜີຍແຜ່ ແລະ ແນະນຳບັນດາຄອບຄົວດຳເນີນທຸລະກິດ ແລະ ພໍ່ຄ້າແມ່ຄ້າໃນການປະຕິບັດຂໍ້ກຳນົດກ່ຽວກັບແຫຼ່ງກຳເນີດສິນຄ້າ, ການຕິດປະກາດລາຄາສິນ ຄ້າ, ການປົກປ້ອງສິດ ແລະ ຜົນປະໂຫຍດຂອງຜູ້ບໍລິໂພກ ແລະ ການດຳເນີນທຸລະກິດໃນແພລັດຟອມດິຈິຕອນ. ທ່ານ ຫງວຽນ ຕວນ ທັງ, ຮອງປະທານຄະນະກຳມະການປະຊາຊົນ ຕາແສງ ຮົ່ງກາຍ, ມີຄວາມປາດຖະໜາວ່າ:
“ການຫັນເປັນດິຈິຕອນ ບໍ່ແມ່ນໜ້າທີ່ສະເພາະແຕ່ຂອງອຳນາດການປົກຄອງ, ແຕ່ເປັນວິວັດການເດີນທາງໄປພ້ອມກັບປະຊາຊົນ ໂດຍເລີ່ມຕົ້ນຈາກສິ່ງທີ່ໃກ້ຕົວທີ່ສຸດ. ແຕ່ລະຮ້ານຄ້າມີລະຫັດ QR ເປັນຂອງຕົນເອງ, ແຕ່ລະຄອບຄົວດຳເນີນທຸລະກິດມີຄວາມໝັ້ນໃຈໃນການ ໄລ໌ສົດເພື່ອນຳສະເໜີສິນຄ້າຂອງຕົນ. ສິ່ງເຫຼົ່ານີ້ປຽບສະເໝືອນກ້ອນດິນຈີ່ທີ່ນ້ອຍໆແຕ່ພັດໝັ້ນແກ່ນ, ປະກອບສ່ວນເພື່ອເຮັດໃຫ້ຕາແສງຮົ່ງກາຍ ກ້າວໄປສູ່ສັງຄົມດິຈິຕອນຢ່າງຮອບດ້ານ”.
ບັນດາຄອບຄົວດຳເນີນທຸລະກິດໃນຕະຫຼາດຮ້າລອງ 1 ທີ່ມີສິນຄ້າຕອບສະໜອງໄດ້ຕາມມາດຕະຖານ ຫຼື ປະກອບຄົບເງື່ອນໄຂກ່ຽວກັບການຫັນເປັນດິຈິຕອນ ຈະຖືກຄັດເລືອກເຂົ້າຮ່ວມຮ້ານຄ້າ ຕົວແບບໃນການຫັນເປັນດິຈິຕອນ. ຈາກນັ້ນ ກໍຂະຫຍາຍໄປສູ່ບັນດາຄອບຄົວດຳເນີນທຸລະກິດອື່ນໆອີກ. ຕະຫຼາດ ຮ້າລອງ 1 ກຳລັງມຸ່ງໄປສູ່ການກາຍເປັນຮູບແບບຕະຫຼາດດັ້ງເດີມຕົວແບບທີ່ຫັນເປັນດິຈິຕອນຂອງແຂວງກວ໋າງນິງ./.
