ບັນດາເຂດດິນທີ່ໃນເມື່ອກ່ອນນອນຢູ່ນອກເຂດໃຈກາງຕົວເມືອງ ກຳລັງມີໂອກາດກາຍເປັນເຂດພັດທະນາໃໝ່. ແຕ່ຕົວເມືອງຈະຂະຫຍາຍອອກໄປທິດ ທາງໃດ? ອຸດສາຫະກຳ, ລະບົບໂລຈິສຕິກ ແລະ ການບໍລິການ ຈະຖືກຈັດສັນແນວໃດ? ແລະ ຈະເຮັດແນວໃດເພື່ອໃຫ້ພື້ນຖານໂຄງລ່າງໄດ້ຮັບການພັດທະນາໄປກ່ອນ ແຕ່ບໍ່ສ້າງເຂດຕົວເມືອງທີ່ຂາດແຄນໂຮງຮຽນ, ໂຮງໝໍ ແລະ ບັນດາການບໍລິການທີ່ຈຳເປັນ? ນີ້ແມ່ນບັນຫາທີ່ແຂວງດົ່ງນາຍ ກຳລັງແກ້ໄຂໃນຂະບວນການຈັດຕັ້ງພື້ນທີ່ການພັດທະນາຄືນໃໝ່.
ມີເຄືອຂ່າຍພື້ນຖານໂຄງລ່າງໃໝ່ໜຶ່ງທີ່ພວມຄ່ອຍໆປະກົດຕົວຂຶ້ນຢ່າງຊັດເຈນຢູ່ແຂວງດົ່ງນາຍ. ສະໜາມບິນລອງແທ່ງ, ບັນດາເສັ້ນທາງດ່ວນ, ຖະໜົນອ້ອມຕົວເມືອງ, ທາງລົດໄຟ. ພ້ອມກັນນັ້ນ ກໍຍັງມີລະບົບເຂດອຸດສາຫະກຳ ແລະ ບັນດາເສັ້ນ ທາງຄົມມະນາຄົມເຊື່ອມຕໍ່ນະຄອນໂຮ່ຈີມິນ ກັບບັນດາທ້ອງຖິ່ນໃນເຂດ.
ຕາມທ່ານ ຫງວຽນ ບ໋າວ ລອງ, ຜູ້ຊ່ຽວຊານທີ່ປຶກສາດ້ານການວາງແຜນຜັງ ແລ້ວ, ແຂວງດົ່ງນາຍ ຕ້ອງຈັດແບ່ງເຂດໂດຍອີງໃສ່ຈຸດທ່າໄດ້ປຽບ ແລະ ລະດັບການຫັນເປັນວິຊາສະເພາະຂອງແຕ່ລະເຂດ:
“ຈະມີສີ່ກຸ່ມພື້ນທີ່ທີ່ແຂວງດົ່ງນາຍ ສຸມໃສ່ຫັນເປັນທັນສະໄໝ ແລະ ຍົກລະດັບບັນດາຂະແໜງການ ແລະ ຂົງເຂດທີ່ມີຢູ່ແລ້ວ. ຕົວຢ່າງຄື ການຫັນປ່ຽນບັນດາກຸ່ມ, ເຂດອຸດສາຫະກຳໃຫ້ກາຍເປັນເຂດອຸດສາຫະກຳນິເວດ, ຫັນປ່ຽນເປັນສີຂຽວ; ການພັດທະນາເສດຖະກິດເຂດດ່ານຊາຍແດນ ໂດຍສະເພາະແມ່ນຢູ່ເຂດດ່ານຊາຍແດນຮວາລື ໃຫ້ກາຍເປັນບັນດາເຂດການຄ້າຂ້າມຊາຍແດນ, ກໍຄືການພັດທະນາກຸ່ມປຸງແຕ່ງກະສິກຳ ແລະ ປ່າໄມ້, ອຸດສາຫະກຳເຕັກໂນໂລຊີສູງ, ກະສິກຳ ແລະ ປ່າໄມ້ສີຂຽວ, ແບບໝູນວຽນ”.
ຈາກການຈັດແບ່ງເຂດດັ່ງກ່າວ, ໂຄງປະກອບການສ້າງຕົວເມືອງໃໝ່ແຫ່ງໜຶ່ງອາດ ຈະຄ່ອຍໆກໍ່ຕົວຂຶ້ນ. ອຸດສາຫະກຳຕ້ອງຕິດພັນກັບໂລຈິສຕິກ. ໂລຈິສຕິກຕ້ອງເຊື່ອມຕໍ່ກັບ ສະໜາມບິນ, ທາງບົກ ແລະ ທາງລົດໄຟ. ສ່ວນບັນດາສູນກາງການຜະລິດ ແລະ ການ ບໍລິການຕ້ອງດຶງດູດແຮງງານເພີ່ມຂຶ້ນ, ຕົວເມືອງກໍຕ້ອງຕອບສະໜອງຕາມຄວາມຕ້ອງການ ດ້ານທີ່ຢູ່ອາໄສ, ໂຮງຮຽນ, ໂຮງໝໍ ແລະ ພື້ນທີ່ສາທາລະນະ.
ລຸງ ຫງວຽນ ວັນ ບາ, ປະຊາຊົນຢູ່ເຂດໂຄງການທີ່ຢູ່ອາໄສສັງຄົມ D2D, ຕາແສງລອງແທ່ງ ໄດ້ແບ່ງປັນວ່າ:
“ເຂດດິນແຫ່ງນີ້ໄດ້ຖືກລ້ອມຮົ້ວໄວ້ແລ້ວ ແລະ ບໍ່ອະນຸຍາດໃຫ້ຄົນນອກເຂົ້າໄປເປັນເວລາຫຼາຍປີມາແລ້ວ ມາຮອດປັດຈຸບັນ ເມື່ອໂຄງການເລີ່ມຖືກຜັນຂະຫຍາຍ, ປະຊາຊົນກໍມີຄວາມດີໃຈຫຼາຍ”.
ເມື່ອສະໜາມບິນລອງແທ່ງ ພ້ອມກັບເຄືອຂ່າຍເສັ້ນທາງດ່ວນ, ສາຍຖະໜົນອ້ອມຕົວ ເມືອງ, ທາງລົດໄຟ ແລະ ບັນດາເຂດອຸດສາຫະກຳ ຄ່ອຍໆປະກົດຕົວເປັນຮູບເປັນ ຮ່າງຂຶ້ນ, ຮຽກຮ້ອງຕ້ອງການໃຫ້ຈັດຕັ້ງພື້ນທີ່ການພັດທະນາຄືນໃໝ່ໃຫ້ນັບມື້ນັບຈະແຈ້ງຂຶ້ນ.
ທ່ານ ຫງວຽນ ວັນ ອຸດ, ປະທານຄະນະກຳມະການປະຊາຊົນນະຄອນດົ່ງນາຍ ໃຫ້ຮູ້ວ່າ:
“ບົນພື້ນຖານຄວາມເຫັນດີເຫັນພ້ອມຂອງກົມການເມືອງສູນກາງພັກ ກໍຄືການນຳຂອງລັດຖະບານ, ປັດຈຸບັນ ນະຄອນດົ່ງນາຍ ກຳລັງດຳເນີນການວາງແຜນຜັງສັງລວມ. ໃນການວາງແຜນຜັງສັງລວມຄັ້ງນີ້, ພວກເຮົາໄດ້ເລັ່ງລັດດຳເນີນວຽກງານ ແລະ ມີຄວາມຕັດສິນໃຈສູງ, ພະຍາຍາມເຮັດໃຫ້ດີທີ່ສຸດ. ນະຄອນດົ່ງນາຍ ຈະນຳໃຊ້ພຽງແຜນຜັງສັງລວມສະບັບດຽວ ໂດຍບໍ່ນຳໃຊ້ແຜນຜັງອື່ນໃດອີກ ແຕ່ຍັງຄົງຮັບປະກັນໃຫ້ແກ່ບັນດາເຂດທີ່ຈັດແບ່ງຕ່າງໆ. ບັນດາເຂດທີ່ໄດ້ຈັດແບ່ງນັ້ນ ຈະຖືກນຳເຂົ້າໃນແຜນຜັງສັງລວມ. ນີ້ແມ່ນທັດສະນະໜຶ່ງທີ່ພວກ ເຮົາຍຶດໝັ້ນຢ່າງເດັດຂາດ”.
ເມື່ອສະໜາມບິນ, ເສັ້ນທາງດ່ວນ, ເຂດອຸດສາຫະກຳ ແລະ ບັນດາເຂດຊຸມຊົນ ບໍ່ໄດ້ພັດທະນາແບບໂດດດ່ຽວຄືກັນກັບເກາະແຫ່ງໜຶ່ງອີກ ຫາກຍັງກາຍເປັນບັນດາ ພາກສ່ວນປະກອບຂອງລະບົບຕົວເມືອງທີ່ມີຄວາມເປັນເອກະພາບ, ພື້ນຖານໂຄງລ່າງໃໝ່ ຈຶ່ງຈະສາມາດສ້າງພະລັງຊີວິດໃຫ້ແກ່ຕົວເມືອງໄດ້ຢ່າງແທ້ຈິງ ແລະ ນັ້ນກໍແມ່ນບັນ ຫາທີ່ແຂວງດົ່ງນາຍ ກຳລັງແກ້ໄຂ: ບໍ່ພຽງແຕ່ຂະຫຍາຍເຂດຕົວເມືອງໃຫ້ກວ້າງອອກເທົ່ານັ້ນ, ຫາກຍັງສ້າງເປັນພື້ນທີ່ ຕົວເມືອງທີ່ໜ້າຢູ່ອາໄສ, ມີຄວາມສາມາດເຊື່ອມຕໍ່ ແລະ ມີສັກກະຍະພາບຢ່າງພຽງພໍເພື່ອຈະສ້າງເປັນກຳລັງແຮງຊຸກດັນໃຫ້ແກ່ໄລຍະການພັດທະນາໃໝ່./.
