ໃນທຸກໆເຊົ້າ, ເມື່ອຂະບວນລົດໄຟ ເມໂຈ (Metro) ໝາຍເລກ 1 ອອກຈາກສະຖານີ ເບັນແທ່ງ (ນະຄອນໂຮ່ຈີມິນ), ບໍ່ພຽງແຕ່ມີບັນດາຜູ້ຄົນທີ່ເລີ່ມຕົ້ນວັນເຮັດວຽກໃໝ່. ຢູ່ອ້ອມແອ້ມບັນດາສະຖານີ, ຮ້ານກາເຟຕ່າງໆກໍເປີດຮ້ານແຕ່ເຊົ້າກວ່າບ່ອນອື່ນ, ຮ້ານສະດວກຊື້ກໍເລີ່ມມີລູກຄ້າເຂົ້າມາຊື້ເຄື່ອງຫຼາຍ, ບ່ອນຝາກລົດ ແລະ ຮ້ານອາຫານກໍຄຶກຄັກໄປຕາມແຕ່ລະກຸ່ມຜູ້ໂດຍສານ. ຈັງຫວະຊີວິດໃໝ່ກຳລັງໄດ້ສ້າງຂຶ້ນ, ບ່ອນທີ່ການ ຈະລາຈອນສາທາລະນະບໍ່ພຽງແຕ່ປ່ຽນແປງວິທີການເດີນທາງໄປມາຂອງປະຊາຊົນ ຫາກຍັງເປັນບ່ອນສ້າງກະແສເສດຖະກິດໃໝ່ໃຫ້ແກ່ນະຄອນອີກດ້ວຍ.

ເວລາ 6 ໂມງ 30 ນາທີ ຕອນເຊົ້າ, ຢູ່ທີ່ສະຖານີຖາວດ່ຽນ, ສະຖານີບິ່ງຖາຍ ຫຼື ສະຖານີເບັນແທ່ງ ຂອງນະຄອນໂຮ່ຈີມິນ ໄດ້ເລີ່ມມີຜູ້ຄົນໜາແໜ້ນ. ບັນດາພະນັກງານຫ້ອງການ, ນັກສຶກສາ ແລະ ນັກທ່ອງທ່ຽວ ພາກັນທະຍອຍເຂົ້າສູ່ສະຖານີ. ບາງຄົນຊື້ ກາເຟໜຶ່ງຈອກເພື່ອຖືໄປດື່ມ, ບາງຄົນແວ່ຕູ້ຈຳໜ່າຍສິນຄ້າອັດຕະໂນມັດເພື່ອຊື້ຕຸກນ້ຳດື່ມ, ມີບາງຄົນກໍຟ້າວຮັບປະທານອາຫານເຊົ້າກ່ອນເຖິງເວລາຂຶ້ນລົດໄຟ.

ພາຍຫຼັງເປີດບໍລິການມາເປັນເວລາໜຶ່ງປີກວ່າ, ລົດໄຟຟ້າເມໂຈ ໝາຍເລກ1 ສາຍ ເບັນແທ່ງ-ຊ້ວຍຕຽນ ບໍ່ພຽງແຕ່ກາຍເປັນພາຫະນະຄົມມະນາຄົມທີ່ຄຸ້ນເຄີຍຂອງປະຊາຊົນນະຄອນໂຮ່ຈີມິນເທົ່ານັ້ນ, ແຕ່ຍັງຄ່ອຍໆສ້າງເປັນລະບົບນິເວດດ້ານການບໍລິການຢູ່ອ້ອມບັນດາສະຖານີ. ໂດຍສະເລ່ຍໃນແຕ່ລະມື້, ສາຍລົດໄຟເມໂຈ ຂົນສົ່ງໂດຍສານປະມານ 64.000 ເທື່ອຄົນ ແລະ ຈຳນວນຜູ້ໂດຍສານທັງໝົດໄດ້ບັນລຸປະມານ 33 ລ້ານ ເທື່ອຄົນ. ນັ້ນກໍເປັນແຫຼ່ງລູກຄ້າທີ່ໝັ້ນຄົງເພື່ອຊ່ວຍສົ່ງເສີມໃຫ້ກິດຈະກຳການຄ້າ ແລະ ການບໍລິການຂະຫຍາຍຕົວ.

ທ້າວ ຫງວຽນ ຈຸງ ຮ້ຽວ ຢູ່ຕາແສງແທ້ງໝີໄຕ, ນະຄອນໂຮ່ຈີມິນ, ໄດ້ແບ່ງປັນວ່າ:

“ເວລານ້ອງເດີນທາງດ້ວຍລົດໄຟເມໂຈ, ນ້ອງມັກຈະຊື້ນ້ຳດື່ມຈາກຕູ້ຈຳໜ່າຍສິນຄ້າອັດຕະໂນມັດຢູ່ໃນສະຖານີ. ເວລາລົງຈາກລົດໄຟນ້ອງມັກໄປຮ້ານ ເມໂຈ ກາເຟ (Metro Coffee). ສ່ວນຮ້ານອາຫານ, ນ້ອງເຫັນວ່າຢູ່ທາງລຸ່ມສະຖານີເມໂຈ ຫຼື ບ່ອນຝາກລົດ ກໍມີຮ້ານອາຫານຢູ່ໃກ້ໆຫັ້ນ”.

ຖ້າຫາກຄືໃນເມື່ອກ່ອນ, ສະຖານີລົດໄຟຈະຖືກເຂົ້າໃຈພຽງແຕ່ວ່າເປັນບ່ອນສຳລັບ ການຂຶ້ນ ແລະ ລົງລົດໄຟເທົ່ານັ້ນ, ແຕ່ໃນປັດຈຸບັນ ແຕ່ລະຈຸດຈອດຂອງລົດໄຟ ກຳລັງ ກາຍເປັນພື້ນທີ່ສຳລັບການຈັບຈ່າຍໃຊ້ສອຍ. ປະຊາຊົນບໍ່ພຽງແຕ່ເດີນທາງໄປຜ່ານເທົ່ານັ້ນ, ແຕ່ຍັງໃຊ້ເວລາພັກຢູ່ບໍລິເວນນັ້ນດົນກວ່າເພື່ອກິນດື່ມ, ຊື້ເຄື່ອງ, ພົບປະໝູ່ເພື່ອນ ຫຼື ພັກຜ່ອນກ່ອນຈະສືບຕໍ່ເດີນທາງ.

ບັນດາການປ່ຽນແປງເຫຼົ່ານີ້, ບັນດາຄອບຄົວເອກະເທດກໍກຳລັງຮັບຮູ້ໄດ້ຢ່າງຊັດເຈນກວ່າໝູ່. ຮ້ານ ເມໂຈ ກາເຟ ທີ່ຕັ້ງຢູ່ໃກ້ກັບສະຖານີແຫ່ງໜຶ່ງ ແມ່ນແບບຢ່າງໜຶ່ງທີ່ພົ້ນເດັ່ນ. ລູກຄ້າທີ່ມາຮ້ານບໍ່ໄດ້ມີພຽງແຕ່ປະຊາຊົນທີ່ອາໄສຢູ່ໃນບໍລິເວນໃກ້ຄຽງເທົ່ານັ້ນ, ແຕ່ຍັງມີຜູ້ໂດຍສານລົດໄຟຈຳນວນຫຼາຍເຂົ້າມາໃຊ້ບໍລິການໃນແຕ່ລະມື້. ໃນຕອນເຊົ້າ, ມີຫຼາຍຄົນແວ່ຊື້ກາເຟເພື່ອຖືໄປນຳ. ສ່ວນໃນຕອນແລງ ແລະ ທ້າຍອາທິດ, ຈຳນວນລູກຄ້າກໍເພີ່ມຂຶ້ນ ຍ້ອນເຂົາເຈົ້າໄດ້ເດີນທາງໄປທ່ຽວຫຼິ້ນດ້ວຍລົດໄຟ ເມໂຈ.

ນາງ ຫງວຽນ ທິ ກ່ຽວ ງາ, ເຈົ້າຂອງຮ້ານ ເມໂຈ ກາເຟ ໄດ້ແບ່ງປັນວ່າ:

“ນັບຕັ້ງແຕ່ສະຖານີລົດໄຟເມໂຈ ເປີດບໍລິການ, ຈຳນວນລູກຄ້າທີ່ເຂົ້າມາຮ້ານກໍເພີ່ມຂຶ້ນ ຢ່າງເຫັນໄດ້ຊັດເຈນ ແລະ ຄ່ອຍໆເປັນປົກກະຕິ. ໃນຕອນເຊົ້າ, ປະຊາຊົນມັກແວ່ຮ້ານ ເພື່ອຊື້ກາເຟ ຫຼື ເຄື່ອງດື່ມເພື່ອຖືໄປດື່ມໃນເວລາເຮັດວຽກ”.

ທ້າວ ໂຕນ ເທິດ ຮຸ່ງ, ເຈົ້າຂອງຮ້ານເຂົ້າ ເຕິມ ບາດາດ ໃຫ້ຮູ້ວ່າ:

“ຈຳນວນຜູ້ໂດຍສານທີ່ມາ ເມໂຈ ຫຼາຍກວ່າໝູ່ແມ່ນໃນວັນເສົາ, ວັນອາທິດ ແລະ ວັນບຸນຕ່າງໆ. ພວກເຂົາມາກັບຄອບຄົວ ແລະ ພາກັນລົງມາຮັບປະທານອາຫານຢູ່ຮ້ານຂ້ອນຂ້າງຫຼາຍ”.

ຕາມບັນດາຊ່ຽວຊານດ້ານການວາງແຜນຜັງເມືອງ, ນີ້ແມ່ນພື້ນຖານຂອງຮູບແບບ “ທຸລະກິດສະຖານີ”ເຊິ່ງເປັນບ່ອນທີ່ການຈະລາຈອນສາທາລະນະກາຍເປັນກຳລັງແຮງຊຸກຍູ້ ການພັດທະນາດ້ານການຄ້າ, ການບໍລິການ ແລະ ການເຄື່ອນໄຫວເສດຖະກິດ. ຮູບແບບນີ້ ໂດຍຫຼາຍຕົວເມືອງໄດ້ນຳມາໃຊ້ ແລະ ຂຸດຄົ້ນຢ່າງມີປະສິດທິຜົນເປັນເວລາຫຼາຍປີແລ້ວ ເປັນຕົ້ນແມ່ນ: ໂຕກຽວ, ເຊີອຸນ, ສິງກະໂປ ແລະ ຮົ່ງກົງ, ໄດ້ຫັນບັນດາສະຖານີ ເປັນສູນການຄ້າ, ຫ້ອງການ ແລະ ການບໍລິການທີ່ຄຶກຄື້ນ, ແທນທີ່ຈະເປັນພຽງແຕ່ຈຸດພັກຊົ່ວຄາວລະຫວ່າງການເດີນທາງ.

ຢູ່ທີ່ນະຄອນໂຮ່ຈີມິນ, ການກຳນົດທິດການພັດທະນາດັ່ງກ່າວກໍກຳລັງໄດ້ຫັນເປັນ ລະອຽດໂດຍຜ່ານຮູບແບບການພັດທະນາຕົວເມືອງຕິດພັນກັບການຄົມມະນາຄົມສາທາລະນະ ຫຼື ເອີ້ນວ່າ TOD. ເມື່ອບັນດາ TOD ໄດ້ຮັບການຜັນຂະຫຍາຍາຢ່າງຄົບຊຸດ, ບັນດາສະຖານີລົດໄຟ ເມໂຈ ຈະບໍ່ພຽງແຕ່ເຊື່ອມຕໍ່ປະຊາຊົນກັບເຂດຕ່າງໆພາຍໃນນະຄອນເທົ່ານັ້ນ ຫາກຍັງເຊື່ອມຕໍ່ກັບຕ່ອງໂສ້ການເຄື່ອນໄຫວເສດຖະກິດ, ການຄ້າ ແລະ ການບໍລິການ, ປະກອບສ່ວນຄຸດຄົ້ນຄຸນຄ່າຂອງໂຄງລ່າງຄົມມະນາຄົມຢ່າງມີປະສິດທິຜົນສູງ.

ທ່ານ ເຈິ່ນ ດັງ ແທ່ງ, ຮອງຜູ້ອຳນວຍການ ບໍລິສັດ ລົດໄຟຕົວເມືອງ ເລກ 1 ຈຳກັດຜູ້ດຽວ ໃຫ້ຮູ້ວ່າ:

“ໃນຕໍ່ໜ້າ, ເມື່ອໂຄງການໄດ້ຮັບການຜັນຂະຫຍາຍ ຈະເຮັດໃຫ້ການບໍລິການຢູ່ນຳ ສະຖານີມີຄວາມຫຼາກຫຼາຍຍິ່ງຂຶ້ນ, ເພີ່ມສິ່ງອຳນວຍຄວາມສະດວກ ແລະ ການສຳຜັດຕົວຈິງໃຫ້ແກ່ຜູ້ໂດຍສານເມື່ອນຳໃຊ້ການບໍລິການຢູ່ສະຖານີລົດໄຟຕົວເມືອງ”.

ຈາກບັນດາຈອກກາເຟທີ່ຊື້ຖືໄປນຳເພື່ອດື່ມໃນຕອນເຊົ້າ ແລະ ອາຫານຈານດ່ວນ ຫຼັງເລີກວຽກ, ການໄປຮ້ານສະດວກຊື້ເພື່ອຊື້ເຄື່ອງ, ບ່ອນຝາກລົດ ຫຼື ພື້ນທີ່ເຂດຊື້ເຄື່ອງຕ່າງໆ... ທັງໝົດນີ້ກຳລັງປະກອບສ່ວນສ້າງເປັນ “ລະບົບນິເວດ” ໃໝ່ຂຶ້ນຢູ່ອ້ອມບັນດາສະຖານີລົດໄຟ ເມໂຈ.

ໃນອະນາຄົດ, ເມື່ອເຄືອຂ່າຍ ເມໂຈ ສືບຕໍ່ຂະຫຍາຍຕົວຢ່າງກວ້າງຂວາງ ແລະ ບັນດາເຂດຕົວເມືອງ TOD ໄດ້ຮັບການສ້າງຂຶ້ນ, ແຕ່ລະສະຖານີຈະບໍ່ພຽງແຕ່ເປັນບ່ອນ ເລີ່ມຕົ້ນ ຫຼື ສິ້ນສຸດຂອງຖ້ຽວການເດີນທາງເທົ່ານັ້ນ. ບັນດາສະຖານີເຫຼົ່ານີ້ຈະກາຍເປັນບັນດາປັດໄຈແກ່ນສານເສດຖະກິດໃໝ່ຂອງນະຄອນ ເຊິ່ງເປັນບ່ອນທີ່ມີການຈະລາຈອນ, ການຄ້າ ແລະ ວິຖີຊີວິດຕົວເມືອງທີ່ພັດທະນາໄປພ້ອມກັນ, ສ້າງເປັນຈັງຫວະຊີວິດທີ່ທັນສະໄໝ, ຍືນຍົງ ແລະ ເຕັມໄປດ້ວຍຊີວິດຊີວາໃຫ້ແກ່ນະຄອນໂຮ່ຈີມິນ./.