ນອນຢູ່ໃນເຂດຂົ້ວການເຕີບໂຕທາງພາກເໜືອຂອງນະຄອນຫຼວງ, ຕາແສງ ທືເລິມ ມີເງື່ອນໄຂຄົບຖ້ວນສຳລັບບາດກ້າວການຫັນປ່ຽນຢ່າງແຂງແຮງ: ມີເນື້ອທີ່ດິນກວ້າງຂວາງ, ລະບົບພື້ນຖານໂຄງລ່າງຄົບຊຸດ. ນະຄອນຫຼວງຮ່າໂນ້ຍ ຫາກໍ່ເລືອກທ້ອງຖິ່ນແຫ່ງນີ້ ເພື່ອທົດລອງຮູບແບບ “ຕາແສງສັງຄົມນິຍົມ” (ພ້ອມກັບຕາແສງ ຟຸກທິ້ງ). ອຳນາດການປົກຄອງຕາແສງ ທືເລິມ ໄດ້ເລີ່ມວິວັດການຊອກຫາ “ດັດຊະນີຄວາມສຸກ” ໃຫ້ແກ່ປະຊາຊົນ ຈາກບັນດາວຽກງານທົ່ວໄປໃນຊີວິດປະຈຳວັນ.
ໃນຕອນເຊົ້າຂອງເດືອນສິງຫາ ເມື່ອມາແວ່ຢ້ຽມຢາມຕາແສງ ທືເລິມ, ສິ່ງທີ່ສັງເກດ ເຫັນໄດ້ງ່າຍທີ່ສຸດແມ່ນບັນຍາກາດອັນສົດຊຶ່ນໃໝ່ທີ່ກຳລັງແຜ່ລາມເຂົ້າສູ່ທຸກຮ່ອມ, ທຸກບ້ານ. ນັບແຕ່ການເອົາໃຈໃສ່ບົວລະບັດດອກໄມ້ແຕ່ລະໂຖ, ຕົ້ນໄມ້ຕາມແຄມທາງ, ການອະນາໄມ ໜອງນ້ຳຂອງບ້ານ ຈົນເຖິງການຮັກສາຄວາມສະອາດ ແລະ ຄວາມເປັນລະບຽບຮຽບ ຮ້ອຍຂອງແຕ່ລະຮ່ອມ, ແຕ່ລະບ້ານ... ທຸກສິ່ງທຸກຢ່າງກຳລັງປະກອບສ້າງເປັນພື້ນທີ່ການ ດຳລົງຊີວິດທີ່ດີຂຶ້ນຢ່າງມິດຫງຽບ, ເປັນບ່ອນທີ່ຄຸນຄ່າດ້ານວັດທະນະທຳໄດ້ຮັບການເພີ່ມ ພູນຄູນສ້າງ, ສະພາບແວດລ້ອມທາງນິເວດໄດ້ຮັບການຟື້ນຟູ ແລະ ຄຸນນະພາບຂອງ ຊີວິດກໍ່ຄ່ອຍໆປ່ຽນແປງໄປໃນທາງທີ່ດີຂຶ້ນ. ນາງ ຫງວຽນ ທິ ມິງ ຫງວຽດ, ສະມາຊິກ ຊາວໜຸ່ມຂອງໜ່ວຍຊາວໜຸ່ມບ້ານ ດ້າຍຫວີ້, ຕາແສງ ທືເລິມ, ນະຄອນຫຼວງຮ່າໂນ້ຍ ໃຫ້ຮູ້ວ່າ:
ບົດບາດຂອງສະມາຊິກຊາວໜຸ່ມໃນການຮ່ວມສ້າງຕາແສງ ທືເລິມ ໃຫ້ມີສີຂຽວ, ສະອາດ ແລະ ສວຍງາມ ເຊິ່ງພວກເຮົາໄດ້ສຸມໃສ່ໃນການຈັດກິດຈະກຳອອກແຮງງານໃນ “ວັນອາທິດສີຂຽວ”, ການອະນາໄມສິ່ງແວດລ້ອມຢູ່ບັນດາເຂດອະນຸສອນສະຖານ, ປູນີຍະ ສະຖານປະຫວັດສາດ ແລະ ບັນດາເສັ້ນທາງເຊິ່ງຊາວໜຸ່ມຮັບຜິດຊອບຄຸ້ມຄອງເອງ.
ການປ່ຽນແປງຢູ່ຕາແສງ ທືເລິມ ບໍ່ພຽງແຕ່ສະແດງອອກຢູ່ນຳສະພາບແວດລ້ອມ ເທົ່ານັ້ນ. ເມື່ອໄດ້ຮ້ອຍຮຽງແຕ່ລະເລື່ອງລາວເຂົ້າກັນ, ຜູ້ຄົນຈະສາມາດຮັບຮູ້ໄດ້ວ່າ ມີ “ກະແສລົມໃໝ່” ກຳລັງພັດເຂົ້າສູ່ວິທີການດຳເນີນງານຂອງກົງຈັກອຳນາດການປົກຄອງຂັ້ນ ຮາກຖານ.
ຄວາມຮູ້ສຶກທີ່ສະບາຍສະບາຍຂອງປະຊາຊົນນັ້ນແມ່ນໝາກຜົນອັນດີງາມຈາກຄວາມ ພະຍາຍາມຢ່າງບໍ່ຢຸດຢັ້ງ ແລະ ບໍ່ຮູ້ອິດຮູ້ເໝື່ອຍຂອງລັດຖະກອນຮຸ້ນໜຸ່ມຢູ່ຂົງເຂດແຫ່ງນີ້. ນາງ ເຈິ່ນ ທິ ທວາ, ວິຊາການປະຈຳຈຸດໜູນຊ່ວຍການບໍລິການດິຈິຕອນສາທາລະນະ ຕາແສງ ທືເລິມ, ນະຄອນຫຼວງຮ່າໂນ້ຍ, ໃຫ້ຮູ້ວ່າ:
ພວກເຮົາຍາມໃດກໍພະຍາຍາມ, ຮຽນຮູ້ການນຳໃຊ້ປັນຍາປະດິດ (AI) ທົ່ວໄປຢູ່ນຳ ທ້ອງຕະຫຼາດຂອງ ຫວຽດນາມ ກໍຄືໃນໂລກ. ພ້ອມກັນນັ້ນ, ພວກເຮົາຍາມໃດກໍພະຍາຍາມ ຮັບໃຊ້ປະຊາຊົນດ້ວຍຄວາມເອົາໃຈໃສ່, ຮອບຄອບ, ມີຄວາມຮັບຜິດຊອບ, ຖືກຕ້ອງ ຕາມລະບຽບການ ແລະ ຂັ້ນຕອນ, ເພື່ອບໍ່ໃຫ້ປະຊາຊົນຕ້ອງເດີນທາງໄປມາຫຼາຍຄັ້ງ.
ການຈັດຕັ້ງຜັນຂະຫຍາຍຮູບແບບ “ຕາແສງສັງຄົມນິຍົມ”, ຕາແສງ ທືເລິມ ໄດ້ສ້າງ 8 ກຸ່ມເນື້ອໃນ ພ້ອມດ້ວຍ 54 ມາດຖານຫຼັກແຫຼ່ງ (ປະກອບມີ 52 ມາດຖານຕົ້ນຕໍ ແລະ 2 ມາດຖານສັງລວມ ຄື: “ດັດຊະນີຄວາມສຸກ” ແລະ “ລະດັບຄວາມເພິ່ງພໍໃຈໂດຍລວມ”). ໃນນັ້ນ, ທ້ອງຖິ່ນສຸມໃສ່ຊຸກຍູ້ການຫັນເປັນດິຈິຕອນ, ເອົາໃຈໃສ່ ວຽກງານສະຫວັດດີການສັງຄົມ, ອະນຸລັກບັນດາຄຸນຄ່າດ້ານວັດທະນະທຳດັ້ງເດີມ, ພັດ ທະນາອຸດສາຫະກຳ ແລະ ຫັດຖະກຳຂະໜາດນ້ອຍ… ທ່ານ ຟ້າມ ຈ້ອງ ລາ, ປະທານຄະນະກຳມະການປະຊາຊົນຕາແສງ ທືເລິມ ໃຫ້ຮູ້ວ່າ:
ພວກເຮົາກໍໄດ້ກຳນົດບັນດາເນື້ອໃນທີ່ໄດ້ວາງອອກໃນແຜນການພັດທະນາເສດຖະ ກິດ - ສັງຄົມ, ເຊິ່ງປະກອບມີ 2 ແກນຫຼັກ. ທີໜຶ່ງແມ່ນການພັດທະນາອຸດສາຫະກຳ ສຳລັບເຂດອຸດສາຫະກຳ ດົງແອງ ແລະ ບັນດາກຸ່ມອຸດສາຫະກຳໃນທ້ອງຖິ່ນ. ທີ ສອງແມ່ນແກນການພັດທະນາການຂຸດຄົ້ນແຫຼ່ງກຳລັງແຮງດ້ານວັດທະນະທຳ, ເພາະວ່າ ທືເລິມ ພຽງແຕ່ຊື່ເທົ່ານັ້ນ ກໍສະທ້ອນເຖິງເອກະລັກທາງວັດທະນະທຳຢູ່ແລ້ວ.
ນະຄອນຫຼວງຮ່າໂນ້ຍ ກຳລັງກ້າວເຂົ້າສູ່ໄລຍະການພັດທະນາໃໝ່, ໂດຍມີຄວາມຮຽກຮ້ອງໃນການສ້າງອຳນາດການປົກຄອງທີ່ກະທັດຮັດ, ມີຜົນສັກສິດ, ມີປະສິດທິຜົນ ແລະ ຮັບໃຊ້ປະຊາຊົນ. ການທີ່ອົງຄະນະພັກນະຄອນຫຼວງຮ່າໂນ້ຍ ໄດ້ອອກໂຄງການທົດລອງຮູບແບບ “ຕາແສງສັງຄົມນິຍົມ” ຢູ່ທີ່ຕາແສງ ທືເລິມ ໄດ້ສະແດງເຖິງຈິນຕະນາການຂອງການພັດທະນາທີ່ມຸ່ງໄປສູ່ຄຸນນະພາບຊີວິດ ແລະ ຄວາມເພິ່ງພໍໃຈຂອງປະຊາຊົນ. ທ່ານ ຫງວຽນ ຊວນ ລຶວ, ຮອງປະທານຄະນະກຳມະການປະຊາຊົນນະຄອນຫຼວງຮ່າໂນ້ຍ, ໃຫ້ຮູ້ວ່າ:
ການນຳນະຄອນຫຼວງຍາມໃດກໍຕິດຕາມ ແລະ ຮ່ວມເດີນທາງກັບຕາແສງ ທືເລິມ ຢ່າງໃກ້ຊິດເພື່ອພ້ອມທີ່ຈະດັດປັບບັນດາເນື້ອໃນທີ່ພວກເຮົາເຫັນວ່າສອດຄ່ອງກັບສະພາບ ຕົວຈິງເພື່ອເຮັດໃຫ້ຕາແສງມີເງື່ອນໄຂພັດທະນາ. ພ້ອມກັນນັ້ນ, ກໍໄດ້ຄາດຄະເນແຫຼ່ງກຳ ລັງແຮງທີ່ຈຳເປັນເພື່ອຕາແສງ ທືເລິມ ແລະ ຕາແສງ ຟຸກທິ້ງ ຫາກຕ້ອງການແຫຼ່ງກຳລັງຂະໜາດໃຫຍ່, ແຫຼ່ງກຳລັງທີ່ມີລັກສະນະສ້າງຜົນກະທົບຢ່າງແຂງແຮງ ແລະ ແຜ່ລາມຢ່າງກວ້າງຂວາງ ເຊິ່ງນະຄອນຫຼວງກໍພ້ອມທີ່ຈະຮ່ວມເດີນທາງ ແລະ ໃຫ້ການລົງທຶນ.
ໂດຍເລີ່ມຕົ້ນຈາກຕະແສງ ທືເລິມ ແລະ ຕາແສງ ຟຸກທິ້ງ, ນະຄອນຫຼວງຮ່າໂນ້ຍ ຄາດຫວັງວ່າຈະສ້າງພື້ນຖານຕົວຈິງເພື່ອປະຕິບັດເປົ້າໝາຍການສ້າງ “ຕາແສງສັງຄົມນິຍົມ” ເທື່ອລະກ້າວ, ມີການພັດທະນາຢ່າງສີວິໄລ ແລະ ທັນສະໄໝ, ໂດຍຖືເອົາຄວາມສຸກຂອງປະຊາຊົນເປັນໄມ້ຫຼາວັດແທກ. ຢູ່ທີ່ນັ້ນ, ປະຊາຊົນຈະໄດ້ຮັບຊົມໃຊ້ສະພາບແວດລ້ອມການດຳລົງຊີວິດທີ່ມີຄຸນນະພາບຢ່າງແທ້ຈິງ, ມີອຳນາດ ການປົກຄອງທີ່ໃກ້ຊິດກັບປະຊາຊົນ ແລະ ຊຸມຊົນທີ່ນັບມື້ນັບມີຄວາມສາມັກຄີ ແລະ ຜູກພັນຢ່າງແໜ້ນແຟ້ນຍິ່ງຂຶ້ນ./.
