ໂດຍ​ໄດ້ຮັບ​ການກໍ່​ສ້າງ​ຂຶ້ນ​ນັບ​ແຕ່​ປີ 1889, ຕະຫຼາດ ດົ່ງ​ຊວັນ ເມື່ອ​ຫາກໍ່​ໄດ້​ຮັບ​ການກໍ່​ສ້າງ​ຂຶ້ນ, ໄດ້​ກາຍ​ເປັນສູນ​ການ​ຄ້າ​ໃຫຍ່ທີ່​ສຸດ​ທາງ​ພາກ​ເໜືອ ຫວຽດ​ນາມ. ພາຍຫຼັງ​ໄດ້​ປັບ​ປຸງ, ສ້ອມ​ແປງ, ຍົກ​ລະ​ດັບ​ເປັນຫຼາຍ​ເທື່ອ, ປະ​ຈຸ​ບັນ, ຕະຫຼາດ ດົ່ງ​ຊວັນ ມີ 3 ຊັ້ນ. ຕະຫຼາດ ດົ່ງ​ຊວັນ ໃນມື້ນີ້ ແມ່ນ​ເຂດ​ແລກ​ປ່ຽນ​​ຄ້າຂາຍ​ທີ່​ຄັບ​ຄາ​ໜາ​ແໜ້ນ ກໍ່​ຄືເປັນ​ສະ​ຖານ​ທີ່​ຢ້ຽມ​ຊົມ​ວັດ​ທະ​ນະ​ທຳ, ປະ​ຫວັດ​ສາດ​ທີ່​ມີ​ຊື່​ສຽງ​ຢູ່​ນະ​ຄອນຫຼວງ ຮ່າ​ໂນ້ຍ. ທ່ານ ຫງວຽນ​ຊອງ​ຕຸ່ງ, ປະ​ທານ​ສະ​ພາ​ບໍ​ລິ​ຫານ​ບໍ​ລິ​ສັດ​ຫຸ້ນ​ສ່ວນ ດົ່ງ​ຊັວນ, ຫົວ​ໜ່ວຍ​ຄຸ້ມ​ຄອງຕະຫຼາດ ດົ່ງ​ຊວັນ ໃຫ້​ຮູ້​ວ່າ:

ບໍ​ລິ​ສັດ ດົ່ງ​ຊວັນ ໄດ້​ສຸມ​ໃສ່​ພັດ​ທະ​ນາ​ຄຸນ​ຄ່າ​ຂອງ​ຕະຫຼາ​ດ ດົ່ງ​ຊວັນ ຕິດ​ພັນ​ກັບ​ການ​ພັດ​ທະ​ນາ​ວັດ​ທະ​ນະ​ທຳ, ການ​ຄ້າ, ການ​ບໍ​ລິ​ການ. ພວກ​ຂ້າ​ພະ​ເຈົ້າ​ສືບ​ຕໍ່​ລົງ​ທຶນ, ປັບ​ແປງ, ຍົກ​ລະ​ດັບ​ຕະຫຼາດ​ໃຫ້​ນັບ​ມື້​ນັບ​ໃຫຍ່ໂຕ​ສວຍ​ງາມ​ກວ່າ, ຕອບ​ສະ​ໜອງ​ຄວາມ​ຕ້ອງ​ການ​ພັດ​ທະ​ນາ​ໃນ​ໄລ​ຍະ​ທີ່​ຈະ​ມາ​ເຖິງ​ຂອງ​ນະ​ຄອນຫຼວງ ຮ່າ​ໂນ້ຍ, ຮັບ​ໃຊ້​ແຂກ​ທ່ອງ​ທ່ຽວ​ເປັນ​ຢ່າງ​ດີ​ກວ່າ, ຮັກ​ສາ​ການ​ເຄື່ອນ​ໄຫວ​ດຳ​ເນີນ​ທຸ​ລະ​ກິດ​ຂອງ​ຕະຫຼາດ​ທີ່​ເປັນ​ມູນ​ເຊື້ອ. ຕະຫຼາ​ດ ດົ່ງ​ຊວັນ ແມ່ນ​ຈຸດ​ວັດ​ທະ​ນະ​ທຳ​ທີ່​ເປັນ​ມູນ​ເຊື້ອ​ມາ​ແຕ່​ດົນ​ນານ, ຊ່ວຍ​ໃຫ້ ຕະຫຼາ​ດ ດົ່ງ​ຊວັນ ຕ່າງ​ກັບ​ຕະຫຼາດ​ແຫ່ງ​ອື່ນໆ​ຂອງ ຮ່າ​ໂນ້ຍ.

ປະ​ຈຸ​ບັນ, ຕະຫຼາ​ດ ດົ່ງ​ຊວັນ ແມ່ນ​ຮູ​ບ​ແບບ​ເສດ​ຖະ​ກິດ​ທີ່​ພົ້ນ​ເດັ່ນ​ຂອງ​ຕາ​ແສງ ຮວ່ານ​ກຽມ, ນະ​ຄອນ ຮ່າ​ໂນ້ຍ. ຕະຫຼາ​ດ ດົ່ງ​ຊວັນ ປະ​ຈຸ​ບັນ​ມີ​ກ່​ວາ 2.000 ຄອບ​ຄົວ​ດຳ​ເນີນ​ທຸ​ລະ​ກິດ, ຄ້າ​ຂາຍ​ທຸກ​ປະ​ເພດ​ສິນ​ຄ້າ​ທີ່​ຈຳ​ເປັນ, ບັນ​ດາ​ເຄື່ອງ​ຂອງ​ທີ່​ລະ​ນຶກ, ຂ​ອງ​ຂວັນ ຂອງ​ຕ້ອນ… ປ້າ ເລ​ທິ​ກີມ​ຢູງ ແມ່​ຄ້າ​ດຳ​ເນີນ​ທຸ​ລະ​ກິດ​ຢູ່ ຕະຫຼາ​ດ ດົ່ງ​ຊວັນ ໃຫ້​ຮູ້​ວ່າ:

ຂ​້າ​ພະ​ເຈົ້າ​ໄດ້​ຂາຍ​ເຄື່ອງ​ສິ​ລະ​ປະ​ຫັດ​ຖະ​ກຳ​ຢູ່​ຕະຫຼາດແຫ່ງນີ້. ​ແຂກ​ມາ​ຊື້​ເຄື່ອງ​ຢູ່ຕະຫຼາ​ດ ດົ່ງ​ຊວັນ ແມ່ນ​ຫຼາຍ​ທີ່​ສຸດ, ມີ​ທັງ​ແຂກ​ທ່ອງ​ທ່ຽວ ແລະ ຊື້ໄປ​ຂາຍຕໍ່. ປ​ຊ​ຊ ທຳ​ການ​ຄ້າ​ຂາຍ​ຢູ່​ຕະຫຼາດ​ແຫ່ງນີ້​ມີ​ຄວາມ​ພາກ​ພູມ​ໃຈ​ເມື່ອ​ໄດ້​ທຳ​ມາ​ຫາ​ກິນ​ຢູ່ນິ້.

ເຂດຕະຫຼາ​ດ ດົ່ງ​ຊວັນ-ບັກ​ກວາ ໄດ້​ຮັບ​ການ​ຄັດ​ເລືອກແມ່ນ​ເຂດ​ໃຈ​ກາງ​ຂອງ​ງານ​ບູນ​ອອກ​ແບບ​ປະ​ດິດ​ຄິດ​ສ້າງ ຮ່າ​ໂນ້ຍ ປີ 2026 ຊື່ງ​ຈະ​ຖື​ກ​ຈັດ​ຂຶ້ນ​ໃນ​ເດືອນ​ພະ​ຈິກ ​ປີ 2026 ນີ້. ໂດຍ​ໄດ້​ຫັນ​ປ່ຽນ​ຈາກ​ເຂດຕະຫຼາດທີ່​ເປັນ​ມູນ​ເຊື້ອ ກາຍ​ເປັນ​ເຂດ​ຕະຫຼາດ​ເສດ​ຖະ​ກິດ​ປະ​ດິດ​ຄິດ​ສ້າງ​ໃນ​ຍຸກ​ສະ​ໄໝ​ໃໝ່. ທ່ານ ດ່າວ​ດິນ​ຝູ ພໍ່​ຄ້າ​ໄດ້​ດຳ​ເນີນ​ທຸ​ລະ​ກິດ​ຢູ່ຕະຫຼາ​ດ ດົ່ງ​ຊວັນ ໃຫ້​ຮູ້​ວ່າ:

ຕະຫຼາ​ດ ດົ່ງ​ຊວັນ ນັບ​ມື້​ນັບ​ມີ​ຄວາມ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ, ສວຍ​ງາມ, ສະ​ອາດ. ປະ​ຈຸ​ບັນ, ຈຳ​ນວນ​ບັນ​ດາ​ຄອບ​ຄົວ​ທັງ​ໝົດ​ທີ່ດຳ​ເນີນ​ທຸ​ລະ​ກິດ​ຢູ່​ຕະຫຼາດ​ແຫ່ງນີ້​ແມ່ນຫຼາຍ​ທີ່​ສຸດ ຊື່​ງໄດ້​ຂາຍຫຼາກຫຼາຍ​ປະ​ເພດ​ສິນ​ຄ້າ ແລະ ມີ​ຈຸດ​ພິ​ເສດ​ສະ​ເພາະ​ຂອງ​ບັນ​ດາ​ເຂດ, ພາກ, ເຂດ​ບ້ານ​ນາ​ຂອງ​ຜູ້​ທີ່ມ​າກໍ່​ຮ່າງສ້າງ​ຕົວ​ຢູ່​ທີ່ນີ້. ດັ​່ງນັ້ນ, ຕະຫຼາ​ດ ດົ່ງ​ຊວັນ ນັບ​ມື້​ນັບ​ໄດ້​ຮັບ​ການ​ພັດ​ທະ​ນາ​ທັງ​ດ້ານ​ວັດ​ທະ​ນະ​ທຳ ກໍ່​ຄື​ດ້ານ​ການ​ຄ້າ.

ຕະຫຼາ​ດ ດົ່ງ​ຊວັນ ໄດ້​ສ້າງ​ຮູບ​ແບບ “ຕະຫຼາ​ດ ບໍ່​ມີ​ຂີ້​ເຫຍື້ອ” ຊື່ງ​ໄດ້​ສ້າງເປັນ​ເຂດ​ຕະຫຼາດ​ທັນ​ສະ​ໄໝ, ສີ​ວິ​ໄລ ແລະ ເປັນ​ມິດ​ກັບ​ສິ່ງ​ແວດ​ລ້ອມ, ໃນ​ນັ້ນ​ໄດ້​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ຕໍ່​ການ​ຈັດ​ແບ່ງ​ປະ​ເພດ​ຂີ້​ເຫຍືຶ້ອ​ນັບ​ແຕ່​ຫົວ​ທີ. ຄະ​ນະ​ຄຸ້ມ​ຄອງຕະຫຼາ​ດ ດົ່ງ​ຊວັນ ຍັງ​ໄດ້​ປຸກ​ລະ​ດົມ​ຂະ​ບວນ​ການ “ຮ້ານ​ຂາຍ​ສິນ​ຄ້າ​ສະ​ອາດ-ເປັນ​ລະ​ບຽບ​ຮຽບ​ຮ້ອຍ” ເພື່ອ​ແນ​ໃສ່​ສົ່ງ​ເສີມ​ບັນ​ດາ​ຄອບ​ຄົວ​ດຳ​ເນີນ​ທຸ​ລະ​ກິດ ຮັກ​ສາ​ຮ້ານ​ຂາຍ​ເຄື່ອງ​ເປັ​ນ​ລະ​ບຽບ​ຮຽບ​ຮ້ອຍ, ຈຳ​ກັດ​ການ​ໃຊ້​ຖົງ​ຢາງ​ນີລົງ ແລະ ຖົງປ​ລາ​ສະ​ຕິກໃຊ້​ເທື່ອ​ດຽວ. ລູກ​ຄ້າ​ຜູ້​ໜຶ່ງ​ມາ​ຊື້​ເຄື່ອງ​ຢູ່ ຕະຫຼາ​ດ ດົ່ງ​ຊວັນ ສະ​ແດງ​ຄວາມ​ຮູ້​ສຶກວ່າ:

ບັນ​ດາ​ຮ້ານ​ຂາຍ​ເຄື່ອງ​ຢູ່​ຕະຫຼາດ​ໄດ້​ຈັດ​ສັນ​ຢ່າງ​ມີ​ວິ​ທະ​ຍາ​ສາດ ແລະ ບັນ​ດາ​ປະ​ເພດ​ສິນ​ຄ້າ​ໄດ້​ຕິດ​ລາ​ຄາ​ຢ່າງ​ຈະ​ແຈ້ງ, ມີ​ຄຸນ​ນະ​ພາບ​ດີ. ນັ້ນ​ແມ່ນ​ການ​ປ່ຽນ​ແປງ​ໃໝ່​ທີ່​ດີ​ທີ່​ສຸດ​ຂອງຕະຫຼາ​ດ ດົ່ງ​ຊວັນ ສະ​ຫງວນ​ໃຫ້​ແກ່​ຜູ້​ບໍ​ລິ​ໂພກ​ນະ​ຄອນຫຼວງ​ ເວົ້າ​ສະ​ເພາະ ແລະ ທົ່ວ​ປະ​ເທດ ​ເວົ້າລວມ. ຂ້າ​ພະ​ເຈົ້າ​ມີ​ຄວາມ​ພຶງ​ພໍ​ໃຈ​ຕໍ່​ກັບ​ການ​ຮັບ​ໃຊ້​ຂອງ​ຜູ້​ຂາຍ​ເຄື່ອງກໍ່​ຄື​ພາ​ລະ​ກອນ​ຂອງ ຕະຫຼາ​ດ ດົ່ງ​ຊວັນ. ເຂົາ​ເຈົ້າ​ໄດ້​ໃຫ້​ຄຳ​ປຶກ​ສາ​ຢ່າງ​ສຸດ​ຈິດ​ສຸດ​ໃຈ​ກ່ຽວ​ກັບ​ບັນ​ດາ​ຜະລິດ​ຕະ​ພັນ, ລາ​ຄາກໍ່​ເໝາ​ະ​ສົມ ແລະ ໄດ້​ຕິດ​ປະ​ກາດ​ຢ່າງ​ຈະ​ແຈ້ງ.

ປະ​ຫວັດ​ສາດ​ແຫ່ງ​ການ​ສ້າງ​ຕັ້ງ ແລະ ພັດ​ທະ​ນາ​ຂອງຕະຫຼາ​ດ ດົ່ງ​ຊວັນ ໄດ້​ຕິດ​ພັນ​ກັບ​ຄວາມ​ຊົງ​ຈຳ ຮ່າໂນ້ຍ. ຕະຫຼາ​ດ ດົ່ງ​ຊວັນ ໄດ້​ກາຍ​ເປັນ “​ຫົວ​ໃຈ​ແຫ່ງຄວາມ​ປະ​ດິດ​ຄິດ​ສ້າງ” ຂອງ​ນະ​ຄອນຫຼວງ ຮ່າ​ໂນ້ຍ, ແຫ່ງ​ທີ່​ອະ​ດີດ​ຕະ​ການ ແລະ ປະ​ຈຸ​ບັນ ໄດ້​ພົບ​ປະ​ແລກ​ປ່ຽນ​ກັນ./.