ໂຮງລະຄອນ ຮວາເຟື້ອງ (ດອກຝາງ) ມີຈຳນວນບ່ອນນັ່ງຫຼາຍກວ່າ 1.500 ບ່ອນ ເຊິ່ງເປັນສະຖານທີ່ຈັດລາຍການດົນຕີຊິມໂຟນີ (ດົນຕີປະສານສຽງ) ແລະ ສິລະປະຂະໜາດໃຫຍ່ຫຼາຍລາຍການ. ພ້ອມກັນນັ້ນ, ບັນດາລາຍການສະແດງດົນຕີຢູ່ໂຮງລະຄອນນະຄອນ, ຖະໜົນຄົນຍ່າງ, ເວທີກາງແຈ້ງ ແລະ ພື້ນທີ່ສິລະປະສາທາລະນະ ກໍ່ໄດ້ປະກອບສ່ວນເຮັດໃຫ້ຊີວິດທາງດ້ານ ວັດທະນະທຳຂອງນະຄອນ ຫາຍຟ່ອງ ມີຄວາມຫຼາກຫຼາຍຍິ່ງຂຶ້ນ. ທ່ານພັນເອກ, ນັກສິລະປິນປະຊາຊົນ ນາງ ຮ່າ ຖຸຍ, ອະດີດຫົວໜ້າຄະນະວິຊາຂັບຮ້ອງ ມະຫາວິທະຍາໄລວັດທະນະທຳສິລະປະກອງທັບ, ໃຫ້ຮູ້ວ່າ:

“ຫາຍຟ່ອງ ເປັນຖິ່ນກຳເນີດຂອງນັກນັກດົນຕີທີ່ມີພອນສະຫວັນ ແລະ ມີຊື່ສຽງ ຫຼາຍຄົນ. ຊາວຫາຍຟ່ອງ ມີຄວາມກະຕືລືລົ້ນ ແລະ ຫຼົງໄຫຼໃນກະແສດົນຕີ. ຜູ້ຊົມ ຫາຍຟ່ອງ ກໍມີຄວາມກະຕືລືລົ້ນໃນບັນດາການສະແດງສົດທີ່ສຸດ. ດັ່ງນັ້ນ, ຫາຍ ຟ່ອງ ຈຶ່ງມີຫຼາຍມາດຖານທີ່ສາມາດພັດທະນາເພື່ອກາຍເປັນສູນກາງດົນຕີ.

ຫາຍຟ່ອງ ກຳລັງເຮັດໂຄງການ “ສ້າງ ຫາຍຟ່ອງ ໃຫ້ກາຍເປັນນະຄອນ ແຫ່ງດົນຕີ ໄລຍະ 2026-2030, ວິໄສທັດເຖິງປີ 2045” ໃຫ້ສຳເລັດ, ໂດຍມຸ່ງໄປສູ່ການສ້າງລະບົບນິເວດດົນຕີໜຶ່ງທີ່ຕັດພັນກັບການສຶກສາ, ການປະດິດສ້າງ, ອຸດສາຫະກຳວັດທະນະທຳ ແລະ ຊີວິດຊຸມຊົນ, ໂດຍຜ່ານນັ້ນ ກໍຈະສ້າງກຳລັງແຮງດຶງດູດ ແລະ ຊື່ສຽງໃຫ້ແກ່ຕົວເມືອງ. ທ່ານ ຮສ.ປອ ບຸ່ຍ ຮວ່າຍ ເຊີນ, ກຳມະການຜູ້ປະຈຳການ ຄະນະກຳມາທິການວັດທະນະທຳ ແລະ ສັງຄົມ ຂອງສະພາແຫ່ງຊາດ ຫວຽດນາມ ໃຫ້ຮູ້ວ່າ:

“ການພັດທະນານະຄອນແຫ່ງດົນຕີກໍແມ່ນເວລາສ້າງລະບົບນິເວດດົນຕີໃຫ້ແກ່ ຫາຍຟ່ອງ ກໍຄືລະບົບນິເວດດົນຕີສຳລັບທົ່ວປະເທດ. ຢູ່ທີ່ນັ້ນ, ພວກເຮົາສ້າງເງື່ອນໄຂດ້ານກົນໄກນະໂຍບາຍສຳລັບດົນຕີ, ການພັດທະນາແຫຼ່ງຊັບພະຍາກອນມະນຸດດ້ານດົນຕີ ແລະ ພັດທະນາພື້ນຖານໂຄງລ່າງສຳລັບດົນຕີ”.

ພະລັງຊີວິດຂອງ “ນະຄອນແຫ່ງດົນຕີ” ບໍ່ພຽງແຕ່ຄົງຕົວຢູ່ນຳໂຮງລະຄອນທີ່ທັນ ສະໄໝ, ການສະແດງຄອນເສີດ ຫຼື ງານເທດສະການຂະໜາດໃຫຍ່ ເພື່ອສ້າງເປັນຈຸດ ເດັ່ນ ແລະ ດຶງດູດສາທາລະນະຊົນເທົ່ານັ້ນ, ແຕ່ຍັງນອນຢູ່ນຳຄວາມສາມາດນຳເອົາ ດົນຕີໄປປະກົດຢູ່ໃນຊີວິດປະຈຳວັນຢ່າງເປັນປະຈຳ. ນັກສິລະປິນ ຮວ່າງ ງວຽນ, ອະດີດຮອງຫົວໜ້າກອງສິລະປະກອນເຫຼົ່າທັບເຮືອ ໃຫ້ທັດສະນະວ່າ ຫາຍຟ່ອງ ຕ້ອງ ເຊື່ອມຈອດແຫຼ່ງກຳລັງດັ່ງກ່າວໃຫ້ກາຍເປັນຜະລິດຕະພັນທີ່ເປັນຮູບປະທຳ, ເພື່ອເຮັດໃຫ້ ດົນຕີກາຍເປັນສ່ວນໜຶ່ງໃນວິວັດການສຳຜັດຕົວຈິງຂອງນັກທ່ອງທ່ຽວ.

“ເມື່ອມາເຖິງນະຄອນແຫ່ງດົນຕີ, ນັກທ່ອງທ່ຽວຈະໄດ້ຮັບຊົມຫຍັງແດ່ ແລະ ຢູ່ ບ່ອນໃດ? ຕ້ອງມີການແຈ້ງຂ່າວ, ໂຄສະນາ ແລະ ປະຊາສຳພັນ ເພື່ອໃຫ້ໝົດທຸກຄົນ ໄດ້ຮັບຮູ້, ຈາກນັ້ນຈຶ່ງສາມາດຂຶ້ນແຜນສຳລັບທົວທ່ອງທ່ຽວໄດ້. ເພື່ອເຮັດໃຫ້ ຫາຍຟ່ອງ ກາຍເປັນ ‘ນະຄອນແຫ່ງດົນຕີ’ ນັ້ນ, ການທ່ອງທ່ຽວ ແລະ ດົນຕີຕ້ອງເຊື່ອມເຂົ້າຫາກັນໄດ້”.

ຫາຍຟ່ອງ ກໍຕ້ອງເສີມຂະຫຍາຍບົດບາດ ແລະ ຫັນບັນດາຄຸນຄ່າຂອງດົນຕີພື້ນເມືອງເປັນດິຈິຕອນ, ເຊັ່ນ: ການຂັບຮ້ອງ ຮາດວັນ, ກາຈູ່, ຕີກອງງານບຸນ ແລະ ການຂັບຮ້ອງຢູ່ປະຕູສາລາ. ພ້ອມກັນນັ້ນ, ກໍສ້າງລະບົບນິເວດທີ່ມີຄວາມປະດິດສ້າງ ແລະ ອຸດສາຫະກຳດົນຕີ, ຊຸກຍູ້ການຮ່ວມມືສາກົນ ແລະ ສ້າງເປັນເຄື່ອງໝາຍການຄ້າທົ່ວໂລກ.

ຈາກດິນແດນທີ່ອຸດົມສົມບຸນໄປດ້ວຍມູນເຊື້ອດົນຕີແຫ່ງໜຶ່ງ, ຫາຍຟ່ອງ ກຳລັງມຸ່ງ ໄປສູ່ການຫັນບັນດາຄຸນຄ່າດ້ານວັດທະນະທຳ ແລະ ຄວາມປະດິດສ້າງໃຫ້ກາຍເປັນແຫຼ່ງກຳລັງການພັດທະນາໃໝ່. “ນະຄອນແຫ່ງດົນຕີ” ບໍ່ພຽງແຕ່ເປັນເປົ້າໝາຍດ້ານວັດທະນະທຳເທົ່ານັ້ນ, ແຕ່ຍັງເປັນບາດກ້າວໜຶ່ງເດີນ ເພື່ອໃຫ້ ຫາຍຟ່ອງ ເປີດກ້ວາງພື້ນທີ່ຂອງການ ພັດທະນາອຸດສາຫະກຳວັດທະນະທຳໃນອະນາຄົດອີກດ້ວຍ./.