ຕະຫຼາດດັ້ງເດີມຍັງຄົງມີບົດບາດສະເພາະໃນຊີວິດຕົວເມືອງ ແຕ່ຖ້າຕ້ອງການ ສືບຕໍ່ພັດທະນາ, ຕະຫຼາດຈະຢຸດຢູ່ກັບທີ່ບໍ່ໄດ້. ຕໍ່ກັບຄວາມກົດດັນຈາກຮ້ານສັບພະ ສິນຄ້າ (ຊູບເປີມາເກັດ), ຮ້ານສະດວກຊື້ ແລະ ການຄ້າອອນໄລ, ຕະຫຼາດຈຳເປັນ ຕ້ອງປ່ຽນໃໝ່ຮູບແບບການຂາຍເຄື່ອງ, ນຳໃຊ້ເຕັກໂນໂລຊີ, ຍົກສູງຄຸນນະພາບສິນ ຄ້າ, ການບໍລິການ ແລະ ການດຶງດູດລູກຄ້າ. ແຕ່ການຫັນເປັນທັນສະໄໝ ບໍ່ໄດ້ ໝາຍຄວາມວ່າຈະຕ້ອງຖືກສູນເສຍຄຸນຄ່າຕ່າງໆທີ່ສ້າງເປັນເອກະລັກຂອງຕະຫຼາດ.

ຢູ່ທີ່ຕະຫຼາດເຕິນດິ້ງ ເຊິ່ງເປັນຕະຫຼາດດັ້ງເດີມທີ່ມີຊື່ສຽງ ແລະ ມີປະຫວັດຄວາມ ເປັນມາແຕ່ດຶກດຳບັນຢູ່ນະຄອນໂຮ່ຈີມິນ. ຢູ່ບໍລິເວນທາງເຂົ້າຕະຫຼາດແມ່ນບັນດາຮ້ານຂາຍ ອາຫານແຫ້ງທີ່ໄດ້ຄ້າຂາຍມາເປັນເວລາຫຼາຍສິບປີ. ນາງ ເຈິ່ນ ທິ ຊວນ ຖາວ ເປັນແມ່ຄ້າຢູ່ຕະຫຼາດເຕິນດິ້ງ ຜູ້ທີ່ຜູກພັນກັບຕະຫຼາດມາຫຼາຍກວ່າ 50 ປີ ໃຫ້ຮູ້ວ່າ:

ປັດຈຸບັນ ເຂົາເຈົ້າໃຫ້ຄວາມສົນໃຈຕໍ່ແຫຼ່ງທີ່ມາ, ວັນໝົດອາຍຸ ແລະ ຄວາມປອດໄພຂອງອາຫານ, ພວກເຮົາກໍຕ້ອງປັບປ່ຽນແຫຼ່ງສິນຄ້າ ແລະ ເລືອກ ເອົາສິນຄ້າໃຫ້ເໝາະສົມກັບຄວາມຕ້ອງການຂອງລູກຄ້າ. ການຊື້-ຂາຍຕ້ອງເຮັດພາຍໃຕ້ ຄຳຂວັນ ລູກຄ້າມາດ້ວຍຄວາມຍິນດີ ແລະ ລູກຄ້າໄປດ້ວຍຄວາມພໍໃຈ ຈຶ່ງຈະສາ ມາດຮັກສາລູກຄ້າໄດ້ຍາວນານ.

ລູກຄ້າມີການປ່ຽນແປງ, ຜູ້ຂາຍກໍຕ້ອງປັບປ່ຽນໄປນຳເພື່ອຕອບສະໜອງໃຫ້ທັນການ. ຄຽງຄູ່ກັບຄວາມຮຽກຮ້ອງຕ້ອງການທີ່ນັບມື້ນັບຈະແຈ້ງຂຶ້ນກ່ຽວກັບຄຸນນະພາບສິນຄ້າແລ້ວ, ຍັງມີເຫດຜົນໜຶ່ງອີກທີ່ເຮັດໃຫ້ລູກຄ້າປະຈຳຫຼາຍຄົນ ຍັງຄົງກັບຄືນມາຕະຫຼາດຢູ່ສະເໝີ ນັ້ນແມ່ນຄວາມຜູກພັນລະຫວ່າງຜູ້ຊື້ກັບຜູ້ຂາຍ.

ໂດຍຍ້າຍໄປຍັງເຂດຂາຍຜ້າແພຢູ່ຕະຫຼາດເບັນແທ່ງ, ຕະຫຼາດທີ່ເປັນສັນຍະລັກຂອງນະຄອນໂຮ່ຈີມິນ. ຜ້າເປັນມ້ວນຍັງຄົງວາງຮຽງເຕັມບັນດາຮ້ານ. ເມື່ອລູກຄ້າມາຮອດຕະຫຼາດ, ນອກຈາກຊື້ເສື້ອຜ້າແລ້ວ, ຍັງສາມາດຊື້ຜ້າແພ ແລະ ຫາຊ່າງຕັດຫຍິບໄດ້ທັນທີ, ພ້ອມນັ້ນກໍເລືອກຊື້ເກີບ ແລະ ເຄື່ອງປະດັບເສີມຕ່າງໆ ເພື່ອປະກອບເປັນຊຸດແຕ່ງກາຍທີ່ຄົບຊຸດ. ນັ້ນກໍເປັນທ່າໄດ້ປຽບໜຶ່ງຂອງຕະຫຼາດດັ້ງເດີມ: ມີສິນຄ້າຫຼາຍປະເພດລວມກັນຢູ່ໃນບ່ອນດຽວ, ສາມາດຕອບສະໜອງຕາມຄວາມຕ້ອງການ ຂອງຜູ້ຊື້ໄດ້ຢ່າງຄົບຖ້ວນ.

ນາງ ດວ່ານ ທິ ໝີ ຈີ, ແມ່ຄ້າຢູ່ຕະຫຼາດເບັນແທ່ງ ໄດ້ແບ່ງປັນວ່າ ເຕັກໂນໂລຊີ ໄດ້ເປີດເພີ່ມອີກຊ່ອງທາງໜຶ່ງໃນການເຂົ້າຫາລູກຄ້າ.

“ປັດຈຸບັນ ພວກເຮົາກໍມີ Facebook, Zalo, ລູກຄ້າຕ້ອງການແບບໃດ ພວກເຮົາກໍສາມາດສົ່ງຮູບໃຫ້ລູກຄ້າເບິ່ງ. ແຕ່ສະເພາະຜ້າແພ, ລູກຄ້າຍັງ ຢາກມາເບິ່ງເຖິງທີ່, ສຳຜັດດ້ວຍມືຂອງຕົນເອງ ແລະ ເບິ່ງວ່າຄຸນນະພາບເປັນແນວໃດ. ແທ້ຈິງແລ້ວ, ລູກຄ້າຍັງຢາກມາຕະຫຼາດ, ສິ່ງເຫຼົ່ານັ້ນ ການຊື້-ຂາຍອອນລາຍບໍ່ສາມາດປ່ຽນແທນໄດ້”.

ຕະຫຼາດຂາຍຍ່ອຍນັບມື້ນັບມີຄວາມຫຼາກຫຼາຍ, ນັບແຕ່ຕະຫຼາດດັ້ງເດີມ, ຮ້ານ ສັບພະສິນຄ້າ (ຊູບເປີມາເກັດ), ຮ້ານສະດວກຊື້, ການຄ້າອອນລາຍຈົນເຖິງການຂາຍສິນ ຄ້າຜ່ານເຄືອຂ່າຍສື່ສັງຄົມອອນລາຍ. ແຕ່ລະຮູບແບບລ້ວນມີຈຸດໄດ້ປຽບສະເພາະໃຜມັນ, ເຮັດໃຫ້ຜູ້ຊື້ມີທາງເລືອກຫຼາຍຂຶ້ນ ແລະ ກໍ່ເຮັດໃຫ້ຕະຫຼາດດັ້ງເດີມຕ້ອງປະເຊີນໜ້າກັບ ຄວາມກົດດັນຈາກການແຂ່ງຂັນທີ່ໃຫຍ່ຫຼວງ.

ທ່ານ ນາງ ເຈິ່ນ ຍື ກວິ່ງ, ຫົວໜ້າພະແນກຄຸ້ມຄອງການຄ້າ, ພະແນກອຸດສາຫະ ກຳ ແລະ ການຄ້ານະຄອນໂຮ່ຈີມິນ ໃຫ້ຮູ້ວ່າ:

“ບັນດາຕະຫຼາດຢູ່ໃນເຂດນະຄອນມີບົດບາດສຳຄັນໃນການຈຳໜ່າຍ ແລະ ສະໜອງ ສິນຄ້າຂອງນະຄອນ. ພ້ອມກັນນັ້ນ, ຕະຫຼາດຍັງເປັນສະຖາບັນທາງວັດທະນະທຳ ແລະ ສັງຄົມ ທີ່ຄົງຕົວ ແລະ ຂະຫຍາຍໄປຄຽງຄູ່ກັບນະຄອນ. ແຕ່ວ່າໃນໄລຍະຜ່ານມາ ການ ເຄື່ອນໄຫວຂອງຕະຫຼາດຍັງພົບຂໍ້ຫຍຸ້ງຍາກຫຼາຍປະການ, ໃນນັ້ນມີບັນຫາການດຶງດູດ ລູກຄ້າ. ສະນັ້ນ, ຈຶ່ງຈຳເປັນຕ້ອງມີນະໂຍບາຍທັງໜູນຊ່ວຍເພື່ອຮັກສາການເຄື່ອນໄຫວ ຂອງຕະຫຼາດໄວ້ ແລະ ທັງຊ່ວຍໃຫ້ຕະຫຼາດສາມາດປັບຕົວ ແລະ ພັດທະນາແບບ ຍືນຍົງໃນໄລຍະຕໍ່ໜ້າ”.

ເຕັກໂນໂລຊີແມ່ນໜຶ່ງໃນບັນດາທິດທາງທີ່ບັນດາຕະຫຼາດດັ້ງເດີມສາມາດນຳມາໃຊ້ ເພື່ອປັບປ່ຽນຮູບແບບການເຂົ້າເຖິງລູກຄ້າ. ນອກຈາກການຂາຍສິນຄ້າອອນລາຍ ຫຼື ການ ໄລສົດ (livestream) ເພື່ອຂາຍສິນຄ້າແລ້ວ, ເຕັກໂນໂລຊີຍັງສາມາດນຳມາໃຊ້ໃນຫຼາຍ ຂັ້ນຕອນການດຳເນີນງານຂອງຕະຫຼາດ, ນັບແຕ່ການຄຸ້ມຄອງ, ການຊຳລະ ຈົນເຖິງການເຊື່ອມຕໍ່ລະຫວ່າງຜູ້ຂາຍກັບຜູ້ຊື້. ນີ້ກໍເປັນຮູບການໜຶ່ງເພື່ອເຮັດໃຫ້ຕະຫຼາດ ດັ້ງເດີມບໍ່ພຽງແຕ່ເປັນສະຖານທີ່ຊື້ຂາຍສິນຄ້າເທົ່ານັ້ນ, ຫາກຍັງເປັນພື້ນທີ່ທີ່ຕິດພັນກັບວິຖີ ຊີວິດຂອງຕົວເມືອງທີ່ທັນສະໄໝ./.