ມີຫຼາຍວິທີທີ່ແຕ່ລະຄົນຈະສຳຜັດຄວາມງາມຂອງຕົວເມືອງ. ຢູ່ທີ່ນະຄອນຫຼວງຮ່າໂນ້ຍ, ກຸ່ມໄວໜຸ່ມໜຶ່ງ ໄດ້ເລືອກເອົາການຍ່າງເພື່ອຄົ້ນພົບນະຄອນຫຼວງຢ່າງຄົບຖ້ວນທີ່ສຸດ. ຍ່າງຊ້າໆຜ່ານແຕ່ລະມູມຖະໜົນ, ແຕ່ລະຮ່ອມນ້ອຍ, ທຸກບາດກ້າວລ້ວນ ແລ້ວແຕ່ໃຫ້ເຫັນເລື່ອງລາວກ່ຽວກັບປະຫວັດສາດ, ວັດທະນະທຳ ແລະ ຈັງຫວະຊີວິດຂອງຕົວເມືອງ.
ໃນຈັງຫວະການຄື່ອນໄຫວຢ່າງບໍ່ຢຸດຢັ້ງຂອງຕົວເມືອງທີ່ທັນສະໄໝ, ຮ່າໂນ້ຍ ບໍ່ພຽງແຕ່ປະກົດຕົວອອກໂດຍຜ່ານບັນດາປູລິຍະສະຖານປະຫວັດສາດ ຫຼື ບັນດາສາຍຖະໜົນທີ່ຄຸ້ນເຄີຍເທົ່ານັ້ນ, ແຕ່ຍັງເຊື່ອງຊ້ອນຢູ່ໃນເລື່ອງລາວຕ່າງໆທີ່ບໍ່ຄ່ອຍຖືກເລົ່າຂານ. ໂດຍເລີ່ມຈາກຄວາມປາຖະໜາຢາກຖ່າຍທອດຄືນພາບຕົວເມືອງຮ່າໂນ້ຍໃຫ້ມີຫຼາຍມິຕິ ແລະ ມີຊີວິດຊີວາຍິ່ງຂຶ້ນ, ໂຄງການ “ຮ່າໂນ້ຍ ປະສົບການໃໝ່” ຖືກສ້າງຂຶ້ນເພື່ອເປັນຂົວຕໍ່ລະຫວ່າງອະດີດ ແລະ ປັດຈຸບັນ. ທ້າວ ຫວູ ອານ ຢາງ, ຫົວໜ້າໂຄງການ “ຮ່າໂນ້ຍ ປະສົບການໃໝ່”, ໃຫ້ຮູ້ວ່າ:
“ພວກເຮົາມີແນວຄວາມຄິດສ້າງຊ່ອງຂໍ້ມູນກ່ຽວກັບບັນດາຄວາມຮູ້ດ້ານວັດທະນະທຳ, ທັງເປັນຊ່ອງທາງຈັດຕັ້ງກິດຈະກຳການທ່ອງທ່ຽວດ້ວຍການຍ່າງເພື່ອເຊື່ອມຕໍ່ບັນດາສະຖານທີ່ຕ່າງໆໃນນະຄອນຫຼວງ ແລະ ນຳເອົາເລື່ອງລາວທາງດ້ານວັດທະນະທຳຂອງນະຄອນຫຼວງໄປສູ່ນັກທ່ອງທ່ຽວ. ໂດຍຜ່ານບັນດາຜະລິດຕະພັນເຫຼົ່ານີ້, ພວກເຮົາຫວັງວ່າ ທຸກຄົນທີ່ເຂົ້າຮ່ວມຈະສາມາດເຫັນໄດ້ຕົວຈິງ ແລະ ລະອຽດກ່ຽວກັບການສຳຜັດຕົວຈິງດ້ານວັດທະນະທຳຢູ່ຮ່າໂນ້ຍ ກໍຄືບັນດາສະຖານທີ່ແຫ່ງນີ້ ໂດຍຜ່ານບັນດາເນື້ອໃນທີ່ແບ່ງປັນໃນແຕ່ລະລາຍການ”.
ທ້າວ ຫວູ ອານ ຢາງ ແລະ ບັນດາຜູ້ຮ່ວມງານໃນໂຄງການ “ຮ່າໂນ້ຍ ປະສົບການໃໝ່” ພວມດຳເນີນ ແລະ ພັດທະນາສອງລາຍການທົວທ່ອງທ່ຽວແບບຍ່າງ (Walking tour) ໂດຍມີເປົ້າໝາຍ ແລະ ໂຄງສ້າງທີ່ແຕກຕ່າງກັນ. “Walking tour ທົ່ວໄປ” ເນັ້ນໃສ່ການຊອກຮູ້ ແລະ ຄົ້ນຫາພື້ນທີ່ຕົວເມືອງ ໂດຍຜ່ານການສັງເກດ, ຮັບຟັງ ແລະ ສົນທະນາ. ບັນດາທົວເຊັ່ນ “ຍ່າງເລາະຮ່າໂນ້ຍໃນຍາມຄ່ຳຄືນ” ຫຼື “ສະຖາປັດຕະຍະກຳເຮືອນລວມ - ວິຖີຊີວິດແບບຢ່າງ”… ພາຜູ້ເຂົ້າຮ່ວມໄປສຳຜັດ ແລະ ຮຽນຮູ້ປະຫວັດສາດ, ສະຖາປັດຕະຍະກຳ ແລະ ການດຳລົງຊີວິດໃນຕົວເມືອງ ໂດຍຜ່ານບັນດາສາຍຖະໜົນ ແລະ ຜູ້ຄົນ.
ການພັດທະນາສອງຮູບແບບ Walking tour ສະແດງໃຫ້ເຫັນວິທີການເຂົ້າໃກ້ກັບມໍລະດົກຂອງຕົວເມືອງຢ່າງຄ່ອງແຄ້ວ, ສ້າງໂອກາດໃຫ້ສາທາລະນະຊົນສາມາດເຂົ້າຮ່ວມໄດ້ໃນຫຼາຍລະດັບທີ່ແຕກຕ່າງກັນ, ຈາກການສັງເກດໄປສູ່ການລົງຕົວຈິງ. ທ້າວ ຫວູ ອານ ຢາງ ໃຫ້ຮູ້ຕື່ມອີກວ່າ:
“ໃນທົວການຍ່າງກ່ຽວກັບສະຖາປັດຕະຍະກຳເຮືອນລວມ, ພວກເຮົາຈະໄປຢ້ຽມຊົມບັນດາເຂດເຮືອນລວມໃນຕົວເມືອງຮ່າໂນ້ຍ, ພົບປະກັບຜູ້ຄົນທີ່ອາໄສຢູ່ທີ່ນີ້, ຊອກຮູ້ກ່ຽວກັບການດຳລົງຊີວິດ, ຄວາມໃນໃຈ ແລະ ຄວາມຮູ້ສຶກຂອງພວກເຂົາ, ພ້ອມທັງຮັບຟັງເລື່ອງລາວກ່ຽວກັບຂະບວນວິວັດແຫ່ງການພັດທະນາຂອງບັນດາເຂດເຮືອນລວມຢູ່ຮ່າໂນ້ຍ. ຄຽງຄູ່ກັນນັ້ນ, ໂຄງການຍັງມີລາຍການອື່ນໆ ເຊັ່ນ: ການຄົ້ນຫາກ່ຽວກັບສະຖາປັດຕະຍະກຳ ຫຼື ການຄົ້ນຫາບັນດາສາຍຖະໜົນ, ຮ່ອມນ້ອຍ ແລະ ວິຖີການຫາລ້ຽງຊີບຂອງຜູ້ອອກແຮງງານໃນຕົວເມືອງຮ່າໂນ້ຍ ໃນຊ່ວງຕອນແລງ ແລະ ຍາມຄ່ຳຄືນ…”.
ບັນດາລາຍການ “Walking tour” ຂອງໂຄງການ “ຮ່າໂນ້ຍ ປະສົບການໃໝ່” ໄດ້ ຮັບຄວາມສົນໃຈບໍ່ພຽງແຕ່ຈາກນັກທ່ອງທ່ຽວເທົ່ານັ້ນ ແຕ່ຍັງໄດ້ຮັບຄວາມສົນໃຈຈາກຜູ້ທີ່ພວມດຳລົງຊີວິດ ແລະ ເຮັດວຽກຢູ່ຮ່າໂນ້ຍອີກດ້ວຍ. ຫຼັງຈາກໄດ້ເຂົ້າຮ່ວມ ສາມ “Walking tour” ຂອງໂຄງການ, ທ້າວ ຫງວຽນ ແທ່ງ ຮຶງ ແບ່ງປັນວ່າ:
“ເຮົາໄດ້ເຂົ້າຮ່ວມທົວ ‘ຍ່າງເລາະຕົວເມືອງຮ່າໂນ້ຍຍາມຄ່ຳຄືນ’, ທົວ ‘ສະຖາປັດຕະຍະກຳຝຣັ່ງ’ ແລະ ທົວ ‘ບັນດາວິລະຊົນຜູ້ມິດງຽບ’. ບັນດາລາຍການເຫຼົ່ານີ້ ໄດ້ເຈາະເລິກເຖິງຄຸນຄ່າທາງວັດທະນະທຳ. ເມື່ອໄດ້ເຂົ້າຮ່ວມທົວ ‘ຍ່າງເລາະຮ່າໂນ້ຍຍາມຄ່ຳຄືນ’, ເຮົາໄດ້ມີໂອກາດພົບປະໂດຍກົງກັບແມ່ຕູ້ ຮົ່ງ, ຜູ້ປະກອບອາຊີບສາວເສັ້ນໃຍເສື້ອຜ້າ ແລະ ໄດ້ຮັບຟັງແມ່ຕູ້ເລົ່າເລື່ອງຊີວິດຂອງຕົນ. ສ່ວນຢູ່ໃນທົວ ‘ບັນດາວິລະຊົນຜູ້ມິດງຽບ’, ເຮົາໄດ້ພົບກັບຫຼານສາວຂອງນັກດົນຕີຜູ້ປະພັນເພງ ’19 ສິງຫາ’. ການພົບປະຄັ້ງນັ້ນເຮັດໃຫ້ເຮົາມີຄວາມປະທັບໃຈຫຼາຍ. ເຮົາຮູ້ສຶກວ່າ ຕົວເມືອງຮ່າໂນ້ຍ ມີສີສັນຫຼາກຫຼາຍຂຶ້ນ”.
ໃນອະນາຄົດ, ທ້າວ ຫວູ ອານ ຢາງ ແລະ ບັນດາຜູ້ຮ່ວມງານມີຄວາມປາຖະໜາຢາກສ້າງສັນລາຍການ “Walking tour” ອື່ນຫຼາຍຕື່ມອີກ ເພື່ອເຮັດໃຫ້ບັນດາຄຸນຄ່າທາງດ້ານວັດທະນະທຳ ແລະ ປະຫວັດສາດຂອງຕົວເມືອງ ໄດ້ຮັບການອະນຸລັກ, ສືບທອດ ແລະ ຫຍັບເຂົ້າໃກ້ກັບນັກທ່ອງທ່ຽວຫຼາຍຂຶ້ນ./.
