ພາຍຫຼັງໄດ້ເປີດກ້ວາງເຂດບໍລິຫານ, ນະຄອນ ໂຮ່ຈິມິນ ມີປະມານ 180 ສາຍລົດເມ ລວມທັງລົດເມພາຍໃນນະຄອນ ແລະ ເຊື່ອມຕໍ່ກັບແຂວງຕ່າງໆ ດ້ວຍລົດເມກ່ວາ 2.400 ຄັນ, ໃນນັ້ນລົດເມໄຟຟ້າກວມເອົາເກືອບເຄິ່ງໜຶ່ງ. ປະຈຸບັນ, ທາງນະຄອນໄດ້ຍົກເວັ້ນຄ່າປີ້ລົດເມໃຫ້ແກ່ຫຼາຍກຸ່ມຜູ້ໂດຍສານຄື: ຜູ້ມີອາຍຸແຕ່ 60 ປີຂຶ້ນໄປ, ເດັກນ້ອຍຕ່ຳກ່ວາ 6 ປີ, ຜູ້ມີຄຸນງາມຄວາມດີຕໍ່ປະເທດຊາດ, ຄົນພິການ, ພ້ອມກັນນັ້ນກໍໍໄດ້ໜູນຊ່ວຍລາຄາໃຫ້ແກ່ ປຊຊ ໃນສາຍທາງລົດເມສ່ວນຫຼາຍ. ທ່ານ ເຈິ່ນລຶວກວາງ, ເລຂາຄະນະພັກນະຄອນ ໂຮ່ຈິມິນ ໃຫ້ຮູ້ວ່າ:
ບໍ່ເກັບຄ່າປີ້ລົດເມໃນບໍລິເວນນະຄອນ ໂຮ່ຈິມິນ ແລະ ພື້ນຖານໂຄງລ່າງດ່ານ ແມ່ນເພື່ອປະຕິບັດບັນດາເປົ້າໝາຍໃຫຍ່ທີ່ສຸດຂອງນະຄອນ. ທ່ານເລຂາທິການໃຫ່ຍ ໂຕເລິມ ໄດ້ມອບໃຫ້ນະຄອນ ຕ້ອງຫລຸດຜ່ອນສະພາບລົດຕິດ, ມົນລະພິດສິ່ງແວດລ້ອມໃນລະດັບຕ່ຳສຸດ. ປະຈຸບັນ, ນະຄອນມີລົດເມໄຟຟ້າ 600 ຄັນ ແລະ ຈະເພີ່ມຈຳນວນລົດໄຟຟ້າໃນໄລຍະຈະມາເຖິງ.
ນະຄອນ ໂຮ່ຈິມິນ ໄດ້ຄົ້ນຄ້ວາແບບວິທີການບໍ່ເກັບຄ່າປີ້ລົດເມ ນຳໃຊ້ສຳລັບ 135 ສາຍລົດເມພາຍໃນນະຄອນ. ທ່ານ ເຈິ່ນລຶວກວາງ, ເລາຂາຄະນະພັກນະຄອນ ໂຮ່ຈິມິນ ແບ່ງປັນວ່າ ທາງນະຄອນກຳນົດວ່ານີ້ແມ່ນບ້ວງເງິນລົງທຶນທີ່ຈຳເປັນ ເພື່ອແນໃສ່ມຸ່ງໄປເຖິງບັນດາເປົ້າໝາຍທີ່ຍາວນານຄື: ຫລຸດຜ່ອນສະພາບລົດຕິດ, ປັບປຸງຄຸນນະພາບຊີວິດ.
ລາຄານ້ຳມັນໄດ້ເພິ່ມຂຶ້ນສູງ, ດັ່ງນັ້ນ, ນະຄອນ ໂຮ່ຈິມິນ ກໍ່ໄດ້ສະຫງວນແຫຼ່ງກຳລັງເພື່ອແບ່ງເບົາໃຫ້ ປຊຊ, ປະກອບສ່ວນລະດົມກຳລັງໃຈທຸກຄົນ ພ້ອມກັນເຂົ້າຮ່ວມການຮັບມືກັບບັນດາການຜັນແປຂອງໂລກ.
ໄລ່ຮອດເດືອນມີນາ ປີ 2026, ນະຄອນ ໂຮ່ຈິມິນ ພວມຄຸ້ມຄອງເກືອບ 13 ລ້ານພາຫະນະຄົມມະນາຄົມ, ໃນນັ້ນມີລົດໃຫຍ່ໂອໂຕເກືອບ 1.5 ລ້ານຄັນ ແລະ ລົດຈັກກວ່າ 11.5 ລ້ານຄັນ. ດ້ວຍຈຳນວນລົດຫຼາຍຄືແນວນັ້ນ, ຫຼາຍສາຍທາງໃຈກາງ, ຈຸດສຸມລ້ວນແຕ່ຕົກຢູ່ໃນສະພາບເກີນຈະຮັບໄດ້. ຕໍ່ກັບຂ່າວທີ່ຈະໄດ້ໃຊ້ລົດເມໂດຍບໍ່ຕ້ອງເສຍຄ່າ, ຊາວນະຄອນ ລ້ວນແຕ່ໄດ້ສະແດງຄວາມພາກພູມໃຈ. ເພື່ອນ ຮວ່າງເທີ, ຕາແສງ ໄຊງ່ອນ, ນະຄອນ ໂຮ່ຈິນມິນ ແບ່ງປັນວ່າ:
ເລື່ອງນະຄອນບໍ່ເກັບຄ່າລົດເມຂອງ ປຊຊ ໂດຍຊົ່ວຄາວແຕ່ນີ້ຮອດທ້າຍປີແມ່ນນະໂຍບາຍທີ່ຕັ້ງໜ້າທີ່ສຸດ. ນະໂຍບາຍນີ້ ໄດ້ຫລຸດຄ່າໃຊ້ຈ່າຍໃນການໄປມາໃຫ້ແກ່ ປຊຊ ໃນສະພາບທີ່ລາຄານ້ຳມັນເພີ່ມຂຶ້ນ. ນີ້ກໍ່ແມ່ນກຳລັງໜູນໜຶ່ງເພື່ອໃຫ້ ປຊຊ ພວກຂ້າພະເຈົ້ານຳໃຊ້ພາຫະນະສາທາລະນະ ແທນໃຫ້ລົດສ່ວນຕົວ. ເມື່ອ ປຊຊ ມີຄວາມລຶ້ງເຄີຍນຳໃຊ້ລົດເມ ແມ່ນຈະດີຕໍ່ສິ່ງແວດລ້ອມທີ່ສຸດ.
ຊາວນະຄອນມີຄວາມຫວັງວ່າ ເມື່ອບໍ່ຕ້ອງເສຍຄ່າປີ້ລົດເມ, ລົດເມຈະກາຍເປັນທາງເລືອກທີ່ດີກວ່າໃນຊີວິດປະຈຳວັນ, ໂດຍສະເພາະແມ່ນສຳລັບຜູ້ທີ່ໄປມາໃນເສັ້ນທາງສັ້ນ ຫຼືໄປເຮັດວຽກຕາມໂມງຄົງທີ່ປະຈຳ. ເອື້ອຍ Chiara Nguyen ແລະ ເພື່ອນ Le Ngoc Han ຢູ່ຕາແສງ ເຟືອກລອງ ນະຄອນ ໂຮ່ຈິມິນ ແບ່ງປັນວ່າ:
ຂ້າພະເຈົ້າດຳລົງຊີວິດຢູ່ນະຄອນ ໂຮ່ຈິມິນ ໄດ້ 5 ປີແລ້ວ. ຍ້ອນຈຸດພິເສດວຽກງານກ່ຽວກັບບັນດາໂຄງການວົງຄະນາຍາດ, ດັ່ງນັ້ນ ແຕ່ລະມື້ ຂ້າພະເຈົ້າໄດ້ໄປດ້ວຍລົດເມ. ເລື່ອງນະຄອນ ໂຮ່ຈິມິນ ບໍ່ເກັບຄ່າປີ້ລົດເມ ຈະແມ່ນສັນຍານອັນຕັ້ງໜ້າ, ຊ່ວຍໃຫ້ຫຼາຍຄົນໄປມາດ້ວຍລົດເມຫຼາຍຂຶ້ນ. ການໃຊ້ລົດເມຂອງ ປຊຊ ຈະປະກອບສ່ວນເຂົ້າໃນການພັດທະນາລວມຂອງນະຄອນ, ຄ່ອຍໆຫລຸດຄວາມກົດດັນທາງຄົມມະນາຄົມ, ມົນລະພິດ, ມີສະພາບແວດລ້ອມການດຳລົງຊີວິດທີ່ດີກວ່າ.
ແຕ່ລະມື້ຂ້າພະເຈົ້າຂີ່ລົດເມໄປມາຢ່າງໜ້ອຍສຸດແມ່ນ 2 ຖ້ຽວ ດ້ວຍ 3-4 ສາຍ, ບາງມື້ວຽກຫຼາຍກໍ່ຕ້ອງຂີ່ເຖິງ 6-7 ສາຍ. ຂີ່ລົດເມເຢັນ ແລະ ສະອາດທີ່ສຸດ, ໂດຍສະເພາະແມ່ນໃນສະພາບການລາຄານ້ຳມັນເພີ່ມຂຶ້ນນີ້. ຂ້າພະເຈົ້າຫວັງວ່າ ນະຄອນຈະຍົກສູງຄຸນນະພາບລົດເມ ເພື່ອໃຫ້ ປຊຊ ຂີ່ລົດເມຫຼາຍກວ່າອີກ.
ເລື່ອງ ປຊຊ ໄດ້ຫັນຈາກການໃຊ້ລົດສ່ວນຕົວ ໄປໃຊ້ລົດເມ, metro ແລະ ບັນດາພາຫະນະຄົມມະນາຄົມສາທາລະນະອື່ນໆ ບໍ່ພຽງແຕ່ໄດ້ຊ່ວຍໃຫ້ນະຄອນ ໂຮ່ຈິມິນ ຫລຸດຜ່ອນສະພາບລົດຕິດເທົ່ານັ້ນ, ຫາກຍັງໄດ້ຊ່ວຍຫລຸດຜ່ອນອາຍເສຍ, ປັບປຸງສະພາບແວດລ້ອມການດຳລົງຊີວິດ, ອາຍພິດເຮືອນແກ້ວ, ມຸ່ງໄປເຖິງເປົ້າໝາຍຫລຸດຜ່ອນອາຍເສຍລົງເປັນສູນໃນປີ 2050 ອີກດ້ວຍ./.
