ການເຕີບໂຕດ້ານເສດຖະກິດທີ່ພົ້ນເດັ່ນ ແມ່ນຜົນມາຈາກການປະສານສົມທົບກັນລະຫວ່າງການລົງທຶນ, ອຸດສາຫະກຳ ແລະ ການທ່ອງທ່ຽວ-ການບໍລິການ. ໃນໄລຍະ 9 ເດືອນ, ກວ໋າງນິງສາມາດດຶງດູດທຶນລົງທຶນພາຍໃນປະເທດ ນອກງົບປະມານຂອງລັດ ໄດ້ເກືອບ 225.600 ຕື້ດົງ (8,72 ຕື້ໂດລາ ສະຫະລັດ) ແລະ ການລົງທຶນໂດຍກົງຈາກຕ່າງປະເທດ (FDI) ຫຼາຍກວ່າ 1,3 ຕື້ໂດລາສະຫະລັດ. ການປ່ອຍທຶນລົງທຶນພາກລັດບັນລຸປະມານ 76% ຂອງແຜນການ, ສູງກວ່າລະດັບ 48% ໃນໄລຍະດຽວກັນຂອງປີ 2025. ໃນການແບ່ງປັນກ່ຽວກັບຄວາມຕັດສິນໃຈລົງທຶນຢູ່ກວ໋າງນິງ, ທ່ານ ຫວູ ຫງອກ ແອັງ, ຮອງປະທານສະພາບໍລິຫານຂອງບໍລິສັດຮ່ວມທຶນ VB Holdings, ເຊິ່ງເປັນນັກລົງທຶນຢູ່ເຂດອຸດສາຫະກຳ VB ກວ໋າງອຽນ ໃຫ້ຮູ້ວ່າ:
ບໍລິສັດໄດ້ຄົ້ນຄວ້າຢ່າງລະອຽດໃນຫຼາຍດ້ານ, ໂດຍສະເພາະແມ່ນທີ່ຕັ້ງດ້ານພູມສາດ, ບັນດາຈຸດພິເສດທີ່ເອື້ອອຳນວຍດ້ານທຳມະຊາດ ແລະ ພູມສາດຂອງກວ໋າງນິງ ຕະຫຼອດຮອດການຊີ້ນຳນຳພາຂອງອຳນາດການປົກຄອງທ້ອງຖິ່ນຕໍ່ກັບຍຸດທະສາດການພັດທະນາເສດຖະກິດ. ບັນດາອົງການ ໄປເຖິງຂັ້ນຮາກຖານລ້ວນແຕ່ໃຫ້ການສະໜັບສະໜູນແກ່ວິສາຫະກິດຢ່າງມີປະສິດທິຜົນ.
ໄປຄຽງຄູ່ກັບຂະແໜງອຸດສາຫະກຳ, ການທ່ອງທ່ຽວ – ການບໍລິການ ຍັງສືບຕໍ່ຢືນຢັນເຖິງບົດບາດເປັນເສົາຄ້ຳຫຼັກຂອງເສດຖະກິດ. ລາຍຮັບຈາກການທ່ອງທ່ຽວບັນລຸປະມານ 56.400 ຕື້ດົງ (2,18 ຕື້ ໂດລາສະຫະລັດ), ເພີ່ມຂຶ້ນຫຼາຍກວ່າ 27% ຖ້າທຽບກັບໄລຍະດຽວກັນຂອງປີກາຍ. ນະຄອນຕັ້ງຄວາມຄາດຫວັງຕໍ່ການສືບຕໍ່ກະຕຸ້ນຄວາມຕ້ອງການດ້ານການທ່ອງທ່ຽວ, ການບໍລິໂພກ ແລະ ການນຳເອົາບັນດາໂຄງການການຄ້າທີ່ມີຂອບຂະໜາດໃຫຍ່ເຂົ້າສູ່ການດຳເນີນງານ. ໃນນັ້ນ, ມີສູນການຄ້າ Aeon Mall ຮ້າລອງ ໄດ້ຮັບຄວາມຫວັງວ່າຈະສ້າງແຮງກະຕຸ້ນໃຫ້ແກ່ຕະຫຼາດຂາຍຍ່ອຍສິນຄ້າ, ໂດຍມີການປະກອບສ່ວນປະມານ 30.000 ຕື້ດົງ (1,16ຕື້ໂດລາສະຫະລັດ) ຕໍ່ປີ ເຂົ້າໃນຍອດມູນຄ່າການຂາຍຍ່ອຍສິນຄ້າ ແລະ ລາຍຮັບຈາກການບໍລິການບໍລິໂພກເມື່ອເປີດການດຳເນີນງານ. ທ່ານ ອິນຸຍ ຊິນນີຈິໂຣ, ຜູ້ຈັດການໃຫຍ່ສູນການຄ້າ Aeon Mall ຮ້າລອງ ໄດ້ແບ່ງປັນວ່າ:
ກວ໋າງນິງ ເປັນທ້ອງຕະຫຼາດທີ່ມີກຳລັງບົ່ມຊ້ອນ ແລະ ມີທ່າແຮງຫຼາຍດ້ານ. ໃນຕໍ່ໜ້າ, ເມື່ອສູນການຄ້າຂອງພວກເຮົາເປີດດຳເນີນງານ, ພວກເຮົາຫວັງວ່າ ສະຖານທີ່ແຫ່ງນີ້ຈະກາຍເປັນສະຖານທີ່ດຶງດູດນັກທ່ອງທ່ຽວທັງມາຈາກທ້ອງຖິ່ນ ແລະ ແຂກທ່ອງທ່ຽວທີ່ມາຈາກແຂວງໃກ້ຄຽງຕ່າງໆ ແລະ ມາດຳລົງຊີວິດຢູ່ຮ້າລອງ. ຫວັງວ່າ ສູນການຄ້າແຫ່ງນີ້ຈະປະກອບສ່ວນປ່ຽນແປງຮູບແບບການດຳລົງຊີວິດຂອງປະຊາຊົນໃນທ້ອງຖິ່ນ.
ນະຄອນກວ໋າງນິງ ກຳນົດວ່າ ທ່າແຮງບົ່ມຊ້ອນການເຕີບໂຕຂອງທ້ອງຖິ່ນຍັງມີອີກຢ່າງຫຼວງຫຼາຍ, ແຕ່ຍັງບໍ່ທັນໄດ້ມີການຂຸດຄົ້ນຢ່າງມີປະສິດທິຜົນ ແລະ ຍັງບໍ່ທັນໄດ້ຫັນເປັນກຳລັງໜູນການພັດທະນາຕົວຈິງຢ່າງເຕັມສ່ວນ. ຈຸດສຸມຂອງການບໍລິຫານແມ່ນເລັ່ງລັດຄວາມຄືບໜ້າໃນການປະຕິບັດບັນດາໂຄງການທີ່ໄດ້ຮັບການແກ້ໄຂຂໍ້ຄົງຄ້າງແລ້ວ, ຍົກສູງປະສິດທິຜົນການລົງທຶນ ແລະ ຂຸດຄົ້ນແຫຼ່ງຊັບພະຍາກອນເພື່ອການພັດທະນາຢ່າງສຸດຂີດ. ທ່ານ ບຸ່ຍ ວັນ ຄັ້ງ, ປະທານ ຄະນະກຳມະການປະຊາຊົນນະຄອນກວ໋າງນິງ ໄດ້ເນັ້ນໜັກວ່າ:
ຕ້ອງສຸມໃສ່ການຈັດພື້ນທີ່ການພັດທະນາຄືນໃໝ່ ແລະ ສ້າງບັນດາກຳລັງໜູນການເຕີບໂຕໃໝ່. ເມື່ອການວາງແຜນຜັງການພັດທະນາມີແລ້ວ, ບັນຫາທີ່ມີຄວາມຕັດສິນແມ່ນການຈັດຕັ້ງປະຕິບັດແຜນຜັງດັ່ງກ່າວ. ຂອບເຂດການບໍລິຫານໃໝ່ຕ້ອງສ້າງພື້ນທີ່ການພັດທະນາໃໝ່, ຮູບແບບການບໍລິຫານໃໝ່ ແລະ ກຳລັງໜູນການເຕີບໂຕໃໝ່ຢ່າງແທ້ຈິງ.
ບໍ່ພຽງແຕ່ມຸ່ງໄປເຖິງການເຮັດໃຫ້ບັນລຸບັນດາຄາດໝາຍຂອງປີ 2026 ຢ່າງສຳເລັດຜົນ, ກວ໋າງນິງຍັງວາງເປົ້າໝາຍສ້າງພື້ນຖານສຳລັບການພັດທະນາໃນໄລຍະຍາວ. ການບັນລຸບັນດາເງື່ອນໄຂເພື່ອຍົກລະດັບກາຍເປັນນະຄອນ ໄດ້ສຳເລັດໄວກ່ອນ 4 ປີ ຖ້າທຽບກັບເປົ້າໝາຍທີ່ກຳນົດໄວ້ໃນມະຕິກອງປະຊຸມໃຫຍ່ຂອງອົງຄະນະພັກແຂວງ ຄັ້ງທີ XVI ໄດ້ເປີດພື້ນທີ່ ແລະ ໂອກາດໃໝ່ສຳລັບການພັດທະນາ.
ໂດຍມີທ່າໄດ້ປຽບດ້ານທີ່ຕັ້ງທາງພູມສາດ, ພື້ນຖານໂຄງລ່າງ, ອຸດສາຫະກຳ, ການທ່ອງທ່ຽວ ພ້ອມທັງສະພາບແວດລ້ອມແຫ່ງການລົງທຶນທີ່ນັບມື້ນັບໄດ້ຮັບການປັບປຸງໃຫ້ດີຂຶ້ນ, ກວ໋າງນິງກຳລັງຫັນປ່ຽນກຳລັງບົ່ມຊ້ອນໃຫ້ກາຍເປັນແຫຼ່ງກຳລັງພັດທະນາ, ຫັນທ່າແຮງບົ່ມຊ້ອນເປັນກຳລັງໜູນການເຕີບໂຕເທື່ອລະກ້າວ. ຜົນສຳເລັດໃນປີ 2026 ບໍ່ພຽງແຕ່ຢັ້ງຢືນເຖິງຄວາມສາມາດກ້າວກະໂດດຂອງນະຄອນໃໝ່ເທົ່ານັ້ນ ຫາກຍັງປະກອບສ່ວນເສີມສ້າງບົດບາດຂອງຂົ້ວແຫ່ງການ ເຕີບໂຕ, ຮ່ວມກັບທົ່ວປະເທດມຸ່ງໄປສູ່ເປົ້າໝາຍການເຕີບໂຕທາງເສດຖະກິດ ສອງຕົວເລກ./.
