ວັນທີ 24 ສິງຫາ 2026, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XVI ໄດ້ຮັບຮອງມະຕິວ່າດ້ວຍການສ້າງຕັ້ງ ນະຄອນກວ໋າງນິງ ຂຶ້ນກັບສູນກາງ ຢ່າງເປັນທາງການ. ສຳລັບປະຊາຊົນໃນເຂດບໍ່ແຮ່ແລ້ວ, ນີ້ບໍ່ພຽງແຕ່ເປັນຊ່ວງເວລາທີ່ມະຕິສຳຄັນໄດ້ຖືກຮັບຮອງເທົ່ານັ້ນ ແຕ່ຍັງເປັນຄວາມປິຕິຍິນດີ ຫຼັງຈາກທີ່ໄດ້ລໍຄອຍມາເປັນເວລາຍາວນານ.

ພໍ່ແມ່ປະຊາຊົນພວກເຮົາຮູ້ສຶກດີໃຈຫຼາຍທີ່ບ້ານເກີດເມືອງນອນຂອງພວກເຮົາໄດ້ກ້າວ ສູ່ໄລຍະໃໝ່ຂອງເສັ້ນທາງການພັດທະນາ ດ້ວຍຖານະບົດບາດໃໝ່ ແລະ ຄວາມຄາດ ຫວັງໃໝ່ຫຼາຍປະການ. ທຸກຄົນຕ່າງກໍຫວັງຢ່າງຍິ່ງວ່າ ນະຄອນຈະນັບມື້ນັບທັນສະໄໝ ແລະ ສີວິໄລ; ພື້ນຖານໂຄງລ່າງຈະໄດ້ຮັບການລົງທຶນຢ່າງຄົບຊຸດຫຼາຍຂຶ້ນ, ສະພາບ ແວດລ້ອມແຫ່ງການດຳລົງຊີວິດກໍດີຂຶ້ນ ແລະ ຊີວິດການເປັນຢູ່ຂອງປະຊາຊົນ ຈະນັບມື້ນັບ ໄດ້ຮັບການຍົກສູງຂຶ້ນ.

ຈາກດິນແດນເຂດໜຶ່ງທີ່ຕິດພັນກັບອຸດສາຫະກຳຂຸດຄົ້ນບໍ່ແຮ່, ກວ໋າງນິງ ໄດ້ເປີດກ້ວາງພື້ນທີ່ການພັດທະນາເທື່ອລະກ້າວ. ໂດຍມີການເສີມຂະຫຍາຍທ່າແຮງດ້ານພື້ນຖານໂຄງລ່າງ ໃນນັ້ນ ມີເສັ້ນທາງດ່ວນເຊື່ອມຕໍ່ລະຫວ່າງແຂວງ, ສະໜາມບິນສາກົນ ແລະ ທ່າເຮືອສາກົນ, ກວ໋າງນິງ ໄດ້ພັດທະນາຈາກດິນແດນທີ່ມີລັກສະນະຄ້າຍຄືກັນກັບແຫຼມທະເລ ໃຫ້ກາຍເປັນຂົ້ວໜຶ່ງແຫ່ງການເຕີບໂຕທີ່ມີຄວາມຂະຫຍັນຂັນເຄື່ອນຂອງເຂດພາກເໜືອ.

ບັນດາທ່າໄດ້ປຽບດັ່ງກ່າວ ມາຮອດປະຈຸບັນ ໄດ້ຖືກນຳເຂົ້າພື້ນທີ່ການພັດທະນາທີ່ກວ້າງຂວາງກວ່າເກົ່າ. ຕາມມະຕິເລກທີ 36/2026/ສຊ16, ນະຄອນກວ໋າງນິງ ມີເນື້ອທີ່ຫຼາຍກວ່າ 6.231 ກິໂລຕາແມັດ, ມີພົນລະເມືອງຫຼາຍກວ່າ 1,5 ລ້ານຄົນ, ປະກອບມີ 30 ຕາແສງເຂດຕົວເມືອງ, 22 ຕາແສງ ແລະ 2 ເຂດພິເສດ ເວິນໂດ່ນ ແລະ ໂກໂຕ. ກວ໋າງນິງ ມີທີ່ຕັ້ງພິເສດ ມີທັງຊາຍແດນທາງບົກ ແລະ ຊາຍແດນທາງທະເລຕິດກັບ ສປ ຈີນ ທັງເປັນປະຕູອອກສູ່ທະເລຂອງເຂດພາກຕາເວັນອອກສຽງເໜືອ. ທ່ານນາງ ຫງວຽນ ເຟືອງ ຖຸຍ, ຮອງປະທານກຳມະທິການກົດໝາຍ ແລະ ຍຸຕິທຳ ຂອງສະພາແຫ່ງຊາດ ຫວຽດນາມ ໃຫ້ຄວາມເຫັນວ່າ:

ກວ໋າງນິງ ບໍ່ພຽງແຕ່ມີມາດຕະຖານ ແລະ ເງື່ອນໄຂຢ່າງຄົບຖ້ວນ ເພື່ອກາຍເປັນນະຄອນໜຶ່ງທີ່ຂຶ້ນກັບສູນກາງເທົ່ານັ້ນ ແຕ່ຍັງມີກຳລັງບົ່ມຊ້ອນ ແລະ ທ່າໄດ້ປຽບ ເພື່ອກາຍເປັນສູນກາງຕົວເມືອງ, ເປັນຂົ້ວແຫ່ງການເຕີບໂຕທີ່ມີຄວາມຂະຫຍັນຂັນເຄື່ອນ, ປະດິດສ້າງ, ທັນສະໄໝ ແລະ ພັດທະນາຢ່າງວ່ອງໄວຂອງປະເທດຊາດ.

ຈາກທ່າໄດ້ປຽບດ້ານທີ່ຕັ້ງ ແລະ ພື້ນຖານໂຄງລ່າງ, ກວ໋າງນິງ ມີເງື່ອນໄຂເອື້ອ ອຳນວຍໃນການພັດທະນາໃນຫຼາຍທິດທາງ. ສິ່ງທີ່ປະຊາຊົນລໍຄອຍ ແມ່ນການນຳເອົາບັນດາ ທ່າໄດ້ປຽບນັ້ນມາສ້າງເປັນໂອກາດໃຫ້ແກ່ປະຊາຊົນຢູ່ໃນພື້ນທີ່ທີ່ພວກເຂົາດຳລົງຊີວິດຢູ່ຕື່ມອີກ. ພໍ່ເຖົ້າ ຫຼີ ວັນ ເຖືອງ, ປະຊາຊົນຕາແສງເຂດຊາຍແດນບິ່ງລຽວ ໃຫ້ຄວາມເຫັນວ່າ:

ປັດຈຸບັນ ກວ໋າງນິງ ໄດ້ກາຍເປັນນະຄອນແລ້ວ, ປະຊາຊົນພວກເຮົາຮູ້ສຶກດີໃຈຫຼາຍ. ເມື່ອບ້ານເກີດເມືອງນອນໄດ້ພັດທະນາ, ປະຊາຊົນກໍມີໂອກາດທຳມາຫາກິນໄດ້ດີກວ່າເກົ່າ. ໃນເມື່ອກ່ອນ ປະຊາຊົນພຽງແຕ່ຫວັງວ່າຈະໄດ້ຫຼຸດພົ້ນອອກຈາກຄວາມທຸກຍາກເທົ່ານັ້ນ ແຕ່ປັດຈຸບັນ ປະຊາຊົນໄດ້ມີຄວາມຄິດຈະສ້າງຄວາມຮັ່ງມີຢູ່ບ້ານເກີດເມືອງນອນຂອງຕົນ.

ບັນດາຄວາມຄາດຫວັງຂອງປະຊາຊົນ ກໍແມ່ນເປົ້າໝາຍທີ່ນະຄອນກວ໋າງນິງ ກຳລັງ ມຸ່ງໄປເຖິງ. ທ່ານ ກວ໋ານ ມິງ ເກື່ອງ, ເລຂາຄະນະພັກນະຄອນກນ໋າງນິງ ໄດ້ເນັ້ນໜັກວ່າ:

ການກາຍເປັນນະຄອນ ຕ້ອງຮັບປະກັນໃຫ້ການພັດທະນາມີຄວາມເຂັ້ມແຂງ ແລະ ຮອບດ້ານຫຼາຍກ່ວາເກົ່າ. ຕ້ອງເປັນນະຄອນໜຶ່ງເຊິ່ງປະຊາຊົນຢູ່ນັ້ນ ຮູ້ສຶກມີຄວາມສຸກ ແລະ ຢູ່ດີກິນດີຢ່າງແທ້ຈິງ, ແລະ ກໍຢູ່ນັ້ນ ຄວາມເຊື່ອໝັ້ນຂອງປະຊາຊົນທີ່ມີຕໍ່ພັກ ແລະ ຕໍ່ອຳນາດການປົກຄອງ ນັບມື້ນັບໄດ້ຮັບການປັບປຸງຢ່າງໜັກແໜ້ນກວ່າເກົ່າ.

ກວ໋າງນິງ ກ້າວເຂົ້າສູ່ໄລຍະທາງໃໝ່ດ້ວຍພື້ນທີ່ການພັດທະນາອັນກວ້າງໃຫຍ່ ແລະ ບັນດາທ່າໄດ້ປຽບພິເສດເຊິ່ງບໍ່ແມ່ນວ່າທ້ອງຖິ່ນໃດກໍມີ. ຈາກເຂດບໍ່ແຮ່ ໄປສູ່ນະຄອນແຄມ ຝັ່ງທະເລແຫ່ງມໍລະດົກ, ວິວັດການເດີນທາງນີ້ຈະສືບຕໍ່ສ້າງຂຶ້ນດ້ວຍການທີ່ກວ໋າງນິງ ຫັນບັນດາທ່າໄດ້ປຽບຂອງຕົນ ມາເປັນກຳລັງແຮງຊຸກດັນໃໝ່ໃຫ້ແກ່ການພັດທະນາ ແລະ ກາຍເປັນບັນດາຄຸນຄ່າອັນແທດຈິງໃນການດຳລົງຊີວິດຂອງປະຊາຊົນ./.