ສຳລັບນັກທ່ອງທ່ຽວສາກົນຫຼາຍຄົນ, ນະຄອນມີຄວາມດຶງດູດໃຈ ກໍ່ຍ້ອນການປະສົມປະສານລະຫວ່າງຄວາມທັນສະໄໝ ແລະ ຄຸນຄ່າດັ້ງເດີມ, ລະຫວ່າງກຳລັງໜຸ່ມນ້ອຍອັນຄຶກຄື້ນຂອງນະຄອນທີ່ບໍ່ເຄີຍຫຼັບໄຫຼ ກັບຄວາມເລິກເຊິ່ງຂອງວັດທະນະທຳທ້ອງຖິ່ນ. ນາງ ສະຣູຕີ (Shruti), ນັກທ່ອງທ່ຽວມາຈາກ ອິນເດຍ ກ່າວວ່າ:
“ເຫດຜົນທີ່ສຳຄັນທີ່ສຸດເຊິ່ງເຮັດໃຫ້ຂ້າພະເຈົ້າເລືອກເອົາການມາທ່ຽວນະຄອນໂຮ່ຈິມິນ ແມ່ນອາຫານການກິນ. ຂ້າພະເຈົ້າທັງກິນເຂົ້າຈີ່ ທັງດື່ມກາເຟ ຫວຽດນາມ, ທຸກຢ່າງມີລົດຊາດດີຫຼາຍ. ຂ້າພະເຈົ້າໄດ້ລອງຊິມເຂົ້າຈີ່ເຫັດເຈ ແລະ ມັກອາຫານປະເພດນີ້ທີ່ສຸດ. ຂ້າພະເຈົ້າບໍ່ເຄີຍກິນ ແຊນວິດ ອັນໃດທີ່ແຊບ ແລະ ມີຄວາມຊຸ່ມຊ່ຳແບບນີ້. ເຂົ້າຈີ່ຂອງ ຫວຽດນາມ ແຊບຫຼາຍ ແລະ ມີລົດຊາດເຂັ້ມຂົ້ນ”.
ຂະນະດຽວກັນ, ນາງ ລີລີ ກະເກຣດ (Lily Grace) ນັກທ່ອງທ່ຽວມາຈາກປະເທດ ອົດສະຕາລີ ໃຫ້ຮູ້ວ່າ ນະຄອນໂຮ່ຈິມິນ ໄດ້້ເຮັດໃຫ້ຕົນເອງມີຄວາມປະທັບໃຈຫຼາຍປະການ, ບໍ່ພຽງແຕ່ຍ້ອນມູນເຊື້ອປະຫວັດສາດອັນສະຫງ່າລາສີ ຫາກຍັງຍ້ອນຄົນຢູ່ນະຄອນມີຄວາມສະໜິດສະໜົມ ແລະ ມີເອກະລັກສະເພາະທາງດ້ານສີສັນວັດທະນະທຳອີກດ້ວຍ.
“ນະຄອນໂຮ່ຈິມິນ ເປັນໜຶ່ງໃນບັນດານະຄອນທີ່ມີຊື່ສຽງທີ່ສຸດ. ພວກຂ້າພະເຈົ້າມີແຜນຈະເດີນທາງມາທ່ອງທ່ຽວ ຫວຽດນາມ ແຕ່ດົນແລ້ວ. ໃນເວລາຊອກຮູ້, ພວກຂ້າພະເຈົ້າໄດ້ຮູ້ຕື່ມກ່ຽວກັບປະຫວັດສາດຂອງນະຄອນນີ້ ແລະ ປະທານ ໂຮ່ຈິມິນ, ກໍ່ຄືການປ່ຽນຊື່ຈາກ ໄຊງ່ອນ ມາເປັນເປັນນະຄອນໂຮ່ຈີມິນ. ສິ່ງດັ່ງກ່າວໄດ້ເຮັດໃຫ້ພວກຂ້າພະເຈົ້າຍິ່ງຢາກມາທ່ຽວເພື່ອຄົ້ນຫາໃຫ້ຫຼາຍຂຶ້ນ. ຂ້າພະເຈົ້າຄິດວ່າ ສິ່ງທີ່ສ້າງຄວາມປະທັບໃຈໃຫ້ຂ້າພະເຈົ້າຫຼາຍທີ່ສຸດແມ່ນ ຄົນ ແລະ ວັດທະນະທຳ ຂອງ ຫວຽດນາມ”.
ອາຫານແຄມທາງ, ກາເຟ, ຕະຫຼາດດັ້ງເດີມ, ຊີວິດໃນຍາມຄ່ຳຄືນ ຫຼື ການທ່ອງທ່ຽວ (tour) ອຸມົງ ກູ໋ຈີ ກຳລັງກາຍເປັນການປະພຶດຕົວຈິງ ເຊິ່ງນັກທ່ອງທ່ຽວສາກົນມຄວາມນິຍົມຊົມຊອບເປັນພິເສດ. ສຳລັບນັກທ່ອງທ່ຽວໜຸ່ມຫຼາຍຄົນ ໄດ້ຖືນະຄອນໂຮ່ຈິມິນ ເປັນສະຖານທີ່ທ່ອງທ່ຽວທີ່ຄຶກຄຶື້ນ ເຂົ້າເຖິງການຄົ້ນຫາໄດ້ງ່າຍ ແລະ ມີຫຼາຍກິດຈະກຳລົງຕົວຈິງທາງດ້ານວັດທະນະທຳ. ທ່ານນາງ ຫວີ່ງ ຟານ ເຟືອງ ຮວ່າງ, ຮອງຜູ້ອຳນວຍການໃຫຍ່ຂອງ ບໍລິສັດຫຸ້ນສ່ວນທ່ອງທ່ຽວ Vietravel ໃຫ້ຮູ້ວ່າ ຈຳນວນນັກທ່ອງທ່ຽວສາກົນທີ່ຈອງການບໍລິການໂດຍຜ່ານ Vietravel ເພີ່ມຂຶ້ນປະມານ 100% ຖ້າທຽບກັບໄລຍະດຽວກັນຂອງປີ 2025.
“ໃນສະພາບການປັດຈຸບັນ, ມີຫຼາຍສະຖານທີ່ທ່ອງທ່ຽວສາກົນ ພວມຖືກຜົນກະທົບຈາກຄວາມບໍ່ສະຫງົບດ້ານການເມືອງ, ພະລັງງານ… ນັກທ່ອງທ່ຽວມີທ່າອ່ຽງຈະຫັນການທ່ອງທ່ຽວໄປສູ່ສະຖານທີ່ທ່ອງທ່ຽວທີ່ມີຄວາມປອດໄພຫຼາຍກວ່າ, ເຂົ້າເຖິງງ່າຍກວ່າ ແລະ ມີຄຸນຄ່າການລົງປະພຶດຕົວຈິງທີ່ດີກວ່າ. ນີ້ແມ່ນໂອກາດອັນໃຫຍ່ຫຼວງສຳລັບນະຄອນໂຮ່ຈີມິນ. ແຕ່ວ່າ ເພື່ອຍາດເອົາໂອກາດນັ້ນໄດ້, ນະຄອນຈະບໍ່ພຽງແຕ່ຢຸດຢູ່ບົດບາດເປັນຜູ້ຕ້ອນຮັບແຂກເທົ່ານັ້ນ ຫາກຍັງຕ້ອງເປັນເຈົ້າການຍົກລະດັບສາຍການບິນ, ຍູ້ແຮງການໂຄສະນາສະຖານທີ່ທ່ອງທ່ຽວຕ່າງໆ ລວມທັງການລົງທຶນຢ່າງແຂງແຮງເຂົ້າໃນບັນດາຜະລິດຕະພັນການທ່ອງທ່ຽວ ເພື່ອດຶງດູດໃຈນັກທ່ອງທ່ຽວໃຫ້ມາທ່ຽວເປັນເວລາຫຼາຍວັນຂຶ້ນ”.
ຕາມທ່ານ ເລ ເຈືອງ ຫ່ຽນ ຮວ່າ, ຮອງຫົວໜ້າພະແນກທ່ອງທ່ຽວ ນະຄອນໂຮ່ຈີມິນ ແລ້ວ, ຄຽງຄູ່ກັບທ້ອງຕະຫຼາດດັ້ງເດີມຄື: ອາຊີຕາເວັນອອກສຽງເໜືອ ແລະ ອາຊີຕາເວັນອອກສຽງໃຕ້, ຂະແໜງການທ່ອງທ່ຽວຂອງນະຄອນ ກໍ່ໄດ້ຮັບຮູ້ຕໍ່ກັບຄວາມສົນໃຈທີ່ນັບມື້ນັບຫຼາຍຈາກບັນດາທ້ອງຕະຫຼາດທີ່ຫາກໍ່ພົ້ນເດັ່ນຂຶ້ນ ເປັນຕົ້ນ: ຕາເວັນອອກກາງ, ໂອຊີອາເນຍ ແລະ ອາເມລິກາເໜືອ. ນີ້ແມ່ນກຸ່ມນັກທ່ອງທ່ຽວທີ່ມີຄວາມສາມາດໃຊ້ຈ່າຍສູງ ແລະ ມີຄວາມຕ້ອງການລົງພຶດຕິກຳຕົວຈິງທີ່ມີລັກສະນະສະເພາະ, ໂດຍສະເພາະແມ່ນນັກທ່ອງທ່ຽວ ມຸດສະລິມ ຫຼື ບັນດາຄະນະທ່ອງທ່ຽວ MICE (ການທ່ອງທ່ຽວສົມທົບກັບການຈັດກອງປະຊຸມ, ການສຳມະນາ, ພັກຜ່ອນບຳລຸງສຸຂະພາບ) ທີ່ມີຂອບຂະໜາດໃຫຍ່.
“ໃນຕໍ່ໜ້າ, ຂະແໜງການທ່ອງທ່ຽວຂອງນະຄອນຈະສຸມໃສ່ດ້ານຄຸນນະພາບ ແລະ ແຫຼ່ງລາຍຮັບຈາກການທ່ອງທ່ຽວຫຼາຍກວ່າເກົ່າ ໂດຍປ່ຽນຈາກການສຸມໃສ່ດ້ານຈຳນວນນັກທ່ອງທ່ຽວຄືໃນເມື່ອກ່ອນ. ດ້ວຍເຫດນີ້, ຂະແໜງການທ່ອງທ່ຽວຈຶ່ງສົ່ງເສີມໃຫ້ບັນດາວິສາຫະກິດມີການປັບປຸງ ແລະ ປະດິດສ້າງສັນຜະລິດຕະພັນໃໝ່ຢ່າງຕໍ່ເນື່ອງ, ນຳໃຊ້ເຕັກໂນໂລຊີເພື່ອຍົກລະດັບການປະຕຶດຕົວຈິງ ແລະ ຍົກການໃຊ້ຈ່າຍຂອງນັກທ່ອງທ່ຽວຂຶ້ນ. ນະຄອນຈະສືບຕໍ່ຍູ້ແຮງບັນດາກິດຈະກຳການໂຄສະນາ, ສົ່ງເສີມສາກົນ ເພື່ອໂຄສະນາຮູບພາບສະຖານທີ່ທ່ອງທ່ຽວນະຄອນໂຮ່ຈິມິນ ໄປເຖິງປະຊາຄົມວິສາຫະກິດ ແລະ ນັກທ່ອງທ່ຽວສາກົນ”.
ນະຄອນໂຮ່ຈິມິນ ມີທ່າໄດ້ປຽບຫຼາຍຢ່າງທີ່ຫາຍາກ ເພື່ອເປັນເຈົ້າການກ່ອນໃນການກຳນົດສ້າງຄືນຮູບແບບການທ່ອງທ່ຽວທົ່ວໂລກ. ໃນປັດຈຸບັນ ຂະແໜງການທ່ອງທ່ຽວຂອງນະຄອນກຳລັງນຳໃຊ້ບັນດານະໂຍບາຍພັດທະນາການທ່ອງທ່ຽວ MICE, ນະໂຍບາຍ ວີຊາ, ການບູລິມະສິດ ແລະ ການເຊື່ອມຕໍ່ສາຍການບິນ ເພື່ອຫັນຕົນຈາກການເປັນ “ຈຸດທາງຜ່ານ” ໄປເປັນສະຖານທີ່ປາຍທາງແຫ່ງການທ່ອງທ່ຽວຢ່າງແທ້ຈິງຂອງ ອາຊີ.
