ຫວັງວ່າການທົດລອງບັນດາຜະລິດຕະພັນທ່ອງທ່ຽວໃນຍາມຄ່ຳຄືນ ຈະປະກອບສ່ວນເຮັດໃຫ້ຜະລິດຕະພັນທ່ອງທ່ຽວມີຫຼາຍຮູບຫຼາຍແບບ, ແກ່ຍາວເວລາພັກເຊົ່າຂອງແຂກທ່ອງທ່ຽວ ແລະ ຊຸກຍູ້ການພັດທະນາເສດຖະກິດໃນຍາມຄໍ່າຄືນຂອງທ້ອງຖິ່ນ.
ຕອນຄ່ຳວັນອາທິດ, ເມື່ອໄຟເຍືອງທາງຕາມຖະໜົນຫົນທາງໄດ້ເປີດຂຶ້ນ, ອ້າຍ ຫງວຽນຕວັນຟອງ ພ້ອມດ້ວຍຄອບຄົວໄດ້ມາຍັງຫໍພິພິທະພັນ - ຫໍສະໝຸດແຂວງ ກວາງນິງ. ໂດຍແມ່ນຊາວ ຮະລອງ ເຖິງວ່າ ໄດ້ລຶ້ງເຄີຍກັບພື້ນທີ່ວັດທະນະທຳນີ້ແລ້ວ, ແຕ່ເມື່ອຫໍພິພິທະພັນເລີ່ມເປີດບໍລິການໃນຍາມກາງຄືນ, ອ້າຍໄດ້ມາຢ້ຽມຊົມ ແລະ ລົງຕົວຈິງໃນທັນທີ. ຢູ່ຊັ້ນທີ 1 ແມ່ນບ່ອນແນະນຳກ່ຽວກັບຊີວະນາໆພັນ ແລະ ຊັບພະຍາກອນທຳມະຊາດຢູ່ແຂວງ ກວາງນິງ, ຊັ້ນ 2 ແມ່ນເຂດວາງສະແດງບັນດາວັດຖຸພັນຂອງຫຼາຍໄລຍະປະຫວັດສາດ. ອ້າຍ ຟອງ ໄດ້ຢຸດຢູ່ຮູບຈຳລອງໃນຊັ້ນ 3, ແນະນໍາໃຫ້ລູກຂອງຕົນກ່ຽວກັບຮູບພາບທີ່ເປັນເອກະລັກຂອງເຂດດິນບໍ່ແຮ່ ແລະ ພິທີເປີດການຂຸດຄົ້ນຖ່ານຫີນ.
“ຍາມກາງເວັນ ແຂກທ່ອງທ່ຽວຈະຫຼາຍກວ່າ, ສະນັ້ນ ພວກຫຼານ ບໍ່ມີເວລາຈິນຕະນາການ ຫຼື ອ່ານບັນດາເອກະສານຢ່າງລະອຽດ. ຂ້າພະເຈົ້າກໍແນະນຳໃຫ້ຫຼານຊອກຮູ້ກ່ຽວກັບບັນດາຊົນເຜົ່າທີ່ດຳລົງຊີວິດຢູ່ແຂວງ ກວາງນິງ, ບັນດາໄລຍະປະຫວັດສາດ, ພິເສດແມ່ນເຂດຂຸດຄົ້ນຖ່ານຫີນ, ພວກຫຼານມັກຫຼາຍ. ຂ້າພະເຈົ້າຮູ້ສຶກແປກໃຈທີ່ສຸດເມື່ອຮູ້ວ່າຫໍພິພິທະພັນເປີດປະຕູໃນຍາມກາງຄືນ. ໄປຢ້ຽມຊົມໃນຍາມກາງຄືນ, ອາກາດສະບາຍກວ່າ, ພື້ນທີ່ຢ້ຽມຊົມກໍກວ້າງກວ່າ”.
ເມື່ອມາຢ້ຽມຊົມຫໍພິພິທະພັນ - ຫໍສະໝຸດແຂວງ ກວາງນິງ ກົງກັບມື້ທຳອິດທີ່ເປີດບໍລິການຮັບໃຊ້ແຂກທ່ອງທ່ຽວໃນຍາມກາງຄືນ, ອ້າຍ ເລດຶກເຈື່ອງ, ແຂກທ່ອງທ່ຽວມາຈາກ ບັກນິງ ແບ່ງປັນວ່າ:
“ຢູ່ທີ່ນີ້ຍັງຮັກສາບັນດາວັດຖຸພັນປະຫວັດສາດ. ຕາມທຳມະດາແລ້ວ, ຫຼາຍຄົນມັກໄປຢ້ຽມຢາມຫໍພິພິທະພັນໃນຍາມກາງເວັນ, ສະນັ້ນມາຢ້ຽມຢາມຫໍພິພິທະພັນໃນຍາມກາງຄືນກໍຮູ້ສຶກຈັບໃຈພໍສົມຄວນ”.
ບັນດາການເຄື່ອນໄຫວໃນຍາມກາງຄືນຢູ່ຫໍພິພິທະພັນ - ຫໍສະໝຸດແຂວງ ກວາງນິງ ໄດ້ເປີດປະຕູໃນຕອນຄ່ຳວັນສຸກ, ວັນເສົາ ແລະ ວັນອາທິດ ແຕ່ເວລາ 17 ໂມງ ຫາ 22 ໂມງ. ຈຸດພົ້ນເດັ່ນທີ່ສຸດແມ່ນ tour ຢ້ຽມຢາມຕົວຈິງ “ຫໍພິພິທະພັນຍາມກາງຄືນ - ວິວັດທະນາການມໍລະດົກ”. ໂດຍຕ່າງກັບຮູບການຢ້ຽມຊົມໃນຍາມກາງເວັນແລ້ວ, ແຂກທ່ອງທ່ຽວໄດ້ຄົ້ນຫາປະຫວັດສາດ, ວັດທະນະທຳ, ທຳມະຊາດ ແລະ ຊາວ ກວາງນິງ ດ້ວຍລະບົບແສງສີສິລະປະ, ສຽງ, ບັນດາ Slideshow effect ທີ່ທັນສະໄໝ. ບັນດາວັດຖຸພັນຍັງມີລະຫັດ QR ບັນຍາຍ ອັນໄດ້ເພີ່ມລັກສະນະພົວພັນແລະ ນຳມາເຊິ່ງການຢ້ຽມຢາມຕິວຈິງທີ່ມີຊີວິດຊີວາກວ່າໃຫ້ແກ່ຜູ້ຊົມ.
ທ່ານ ຟ້າມແທັງເຕິມ, ຮອງປະທານສະມາຄົມວັດຖຸບູຮານແຂວງ ກວາງນິງ, ໃຫ້ຮູ້ວ່າ:
“ໃນຍາມກາງຄືນ ບັນຍາກາດມິດງຽບກວ່າ, ມີຄວາມແຕກຕ່າງກັນ ແລະ ຈັບອົກຈັບໃຈ. ນອກຈາກບັນດາວັດຖຸພັນທີ່ເປັນເອກະລັກສະເພາະແລ້ວ , ຫໍພິພິທະພັນກໍຈັດງານວາງສະແດງສະເພາະຫົວເລື່ອງ ເພື່ອໃຫ້ແຂກທ່ອງທ່ຽວມາຊົມ ແລະ ຊອກຮູ້”.
ໄປຄຽງຄູ່ກັບລາຍການຢ້ຽມຊົມໃນຍາມກາງຄືນ, ຫໍພິພິທະພັນ - ຫໍສະໝຸດແຂວງ ກວາງນິງ ຍັງເປີດນຳໃຊ້ເຂດວັດທະນະທຳການອ່ານອີກດ້ວຍ. ໃນໂອກາດພັກແລ້ງ, ຫໍສະໝຸດກໍໄດ້ຈັດບັນດາກິດຈະກຳສຳລັບເຍົາວະຊົນ, ຄື: ການເລົ່າເລື່ອງ, ແຕ້ມຮູບ, ແປງຕົວເປັນຕົວລະຄອນໃນເທບນິຍາຍຕ່າງໆ. ພິເສດ, ໃນທຸກໆວັນທ້າຍອາທິດ, ຫໍພິພິທະພັນໄດ້ສາຍຟິມຮູບເງົາກະຕູນ, ຈັດລາຍການດົນຕີ, ລາຍການສິລະປະພື້ນເມືອງຄື ຂັບເສີມ, ຂັບແທນ, ຟ້ອນຕຸກກະຕາ… ເພື່ອຮັບໃຊ້ມະຫາຊົນ.
ທ່ານນາງ ໂດະແທັງມາຍ, ຮອງຫົວໜ້າຫ້ອງວິຊາສະເພາະຫໍພິພິທະພັນ, ຫໍພິພິທະພັນ - ຫໍສະໝຸດແຂວງ ກວາງນິງ, ແບ່ງປັນວ່າ:
“ພວກຂ້າພະເຈົ້າປາດຖະໜາວ່າ ເມື່ອແຂກທ່ອງທ່ຽວມາຢ້ຽມຢາມກິດຈະກຳວັດທະນະທຳຢູ່ຫໍພິພິທະພັນ - ຫໍສະໝຸດ ຈະໄດ້ເຊື່ອມຕົວເຂົ້າກັບບັນຍາກາດວັດທະນະທຳທີ່ເຕັມໄປດ້ວຍສີສັນສະເພາະຂອງ ກວາງນິງ. ພວກຂ້າພະເຈົ້າກໍຕັ້ງໜ້າຜັນຂະຫຍາຍບັນດາຜະລິດຕະພັນ, ແນະນຳເຖິງບັນດາບໍລິສັດທ່ອງທ່ຽວຢ່າງລະອຽດ ດ້ວຍຄວາມປາດຖະໜາວ່າ ແຂກທ່ອງທ່ຽວມາແຫ່ງນີ້ ຈະຮູ້ສຶກປະທັບໃຈຢ່າງແທ້ຈິງຕໍ່ບັນດາຜະລິດຕະພັນໃໝ່ຊິ່ງພວກຂ້າພະເຈົ້າພວມປະຕິບັດ”.
ຫໍພິພິທະພັນ - ຫໍສະໝຸດ ເຊື່ອມຕໍ່ກັບສະໜາມຫຼວງ 30 ຕຸລາ ແລະ ຫໍ “ປາໂລມາ” - ຫໍວາງແຜນຜັງ, ງານຕະຫຼາດນັດ ແລະ ງານວາງສະແດງແຂວງ ກວາງນິງ ອັນໄດ້ສ້າງເປັນລະບົບກິດຈະກຳຢ້ຽມຢາມຕົວຈິງທີ່ຕິດຕໍ່ນໍ່ເນື່ອງກັນເພື່ອໃຫ້ແຂກທ່ອງທ່ຽວ, ຂຸດຄົ້ນກຳລັງບົ່ມຊ້ອນດ້ານທ່ອງທ່ຽວຂອງ ຮະລອງ ໃນຍາມກາງຄືນຢ່າງມີປະສິດທິຜົນ. ໃນສະພາບການທີ່ແຂກທ່ອງທ່ຽວນັບມື້ນັບມີຄວາມຕ້ອງການລົງຕົວຈິງດ້ວຍຫຼາຍຮູບຫຼາຍແບບກວ່ານັ້ນ, ຫວັງວ່າ ຮູບແບບນີ້ ຈະກາຍເປັນຜະລິດຕະພັນວັດທະນະທຳທີ່ເປັນເອກະລັກສະເພາະ, ປະກອບສ່ວນຍົກສູງກຳລັງດຶງດູດດຂອງການທ່ອງທ່ຽວ ກວາງນິງ ໃນໄລຍະຈະມາເຖິງ./.
